ສປ ຈີນ-ປາກິດສະຖາ ສືບຕໍ່ຊຸກຍູ້ສັນຕິພາບ ພາກພື້ນຕາເວັນອອກກາງ

17/06/2026 17:00
ຂປລ ສປ ຈີນ​ ຍິນ​ດີ​ຮ່ວມ​ກັບ ​ປາ​ກິດ​ສະ​ຖານ ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ ​ເຂົ້າ​ໃນ​ການຊຸກ​ຍູ້ ​ສັນ​ຕິ​ພາບ ແລະ ການເຈ​ລະ​ຈາ ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ຟື້ນ​ຟູ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ ​ຂອງ​ພາກ​ພື້ນ​ ຕ​າ​ເວັນ​ອອກ​ກາງ​ ໂດຍ​ໄວ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ສປ ຈີນ​ ຍິນ​ດີ​ຮ່ວມ​ກັບ ​ປາ​ກິດ​ສະ​ຖານ ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ ​ເຂົ້າ​ໃນ​ການຊຸກ​ຍູ້ ​ສັນ​ຕິ​ພາບ ແລະ ການເຈ​ລະ​ຈາ ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ຟື້ນ​ຟູ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ ​ພື້ນ​ຕ​າ​ເວັນ​ອອກ​ກາງ​ ໂດຍ​ໄວ. ພາຍຫລັງ ທ່ານ ​ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້ສົນ​ທະ​ນາ​ ທາງ​ໂທ​ລະ​ສັບກັບ ​​ທ່ານ​ ມູ​ຮຳ​ມັດ ອິ​ຊັກ ດາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ປາ​ກິດ​ສະ​ຖານ ໃນວັນ​ທີ 16 ມິ​ນາ​ຖຸ​ນາ​ນີ້. ທ່ານ​ ມູ​ຮຳ​ມັດ ອິ​ຊັກ ດາ ໄດ້​​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ ຄວາມ​ຄືບ​ໜ້າ​ ຂອງ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ ລະ​ຫວ່າງ ​ອີ​ຣານ ແລະ ສ. ອາ​ເມ​ລິກາ​ ໄລ​ຍະ​ທຳ​ອິດ, ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ສປ ​ຈີນ ​ທີ່​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ ​ກັບ​ປາ​ກິດ​ສະ​ຖານ ໃນຫລາຍ​ເດືອນ​ຜ່ານ​ມາ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ ​ອັນ​ລ້ຳ​ຄ່າ​​ ໃນການ​ໄກ່​ເກ່ຍ ​ຢ່າງ​ສຸດ​ຄວາມ​ສາ​ມາດ​ ຂອງ​ປາ​ກິດ​ສະ​ຖານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top