ເສດຖະກິດຈີນ ມີການເຕີບໂຕ ຢ່າງພົ້ນເດັ່ນ ໃນໄລຍະ 5ເດືອນຜ່ານມາ

17/06/2026 16:59
ຂປລ ສປ ຈີນ ໄດ້​ເປີດ​ເຜີຍ​ຂໍ້​ມູນ​ ເສ​ດ​ຖະ​ກິດ​ໃນ 5 ເດືອນ​ທຳ​ອິດຂອງ​ປີ​ນີ້. ການ​ຜະ​ລິດ​ລະ​ດັບ​ສູງ ​ໄດ້​ເປັນ​ສ່ວນ​ປະ​ກອບ​ຫລັກ​ ໃນ​ການ​ເຕີບ​ໂຕ​ ຂອງ​ອຸດ​ສາ​ຫະ​ກຳ, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່ ​ເພີ່ມ​ຂຶ້ນ 5,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ ເຮັດ​ໃຫ້ພື້ນ​ຖານ​ອຸດ​ສາ​ຫະ​ກໍ​າ ​ນັບ​ມື້​ມີ​ຄວາມ​ໜັກ​ແໜ້ນຫລາຍ​ຂຶ້ນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 16 ມິ​ຖຸ​ນາ​ນີ້, ສປ ຈີນ ໄດ້​ເປີດ​ເຜີຍ​ຂໍ້​ມູນ​ ເສ​ດ​ຖະ​ກິດ​ໃນ 5 ເດືອນ​ທຳ​ອິດຂອງ​ປີ​ນີ້. ການ​ຜະ​ລິດ​ລະ​ດັບ​ສູງ ​ໄດ້​ເປັນ​ສ່ວນ​ປະ​ກອບ​ຫລັກ​ ໃນ​ການ​ເຕີບ​ໂຕ​ ຂອງ​ອຸດ​ສາ​ຫະ​ກຳ, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່ ​ເພີ່ມ​ຂຶ້ນ 5,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ ເຮັດ​ໃຫ້ພື້ນ​ຖານ​ອຸດ​ສາ​ຫະ​ກໍ​າ ​ນັບ​ມື້​ມີ​ຄວາມ​ໜັກ​ແໜ້ນ ຫລາຍ​ຂຶ້ນ. ເມື່ອ​ສັງ​ເກດ ​ໃນ​ດ້ານ​ອຸ​ປະ​ໂພກ-ບໍ​ລິ​ໂພກ, ມູນ​ຄ່າ​ການ​ຂາຍ​ຍ່ອຍ​ ສິນ​ຄ້າ​ອຸ​ປະ​ໂພກ-ບໍ​ລິ​ໂພກ ແລະ ການ​ບໍ​ລິ​ການ ​ຂອງ​ສັງ​ຄົມ​ໃນ 5 ເດືອນ​ທຳ​ອິດຂອງ​ປີ​ນີ້ ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​ນັ້ນ, ມູນ​ຄ່າ​ການ​ຂາຍ​ຍ່ອຍ​ ຂອງ​ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ 5,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ເຊິ່ງ​ສູງກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ ຂອງ​ການ​ຂາຍ​ຍ່ອຍສິນ​ຄ້າ.ໃນ​ລະ​ຫວ່າງ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ ເຕັກ​ໂນ​ໂລ​ຊີ​ ລະ​ດັບ​ສູງ​ ໄດ້​ປະ​ກອບ​ສ່ວ​ນ ເຂົ້າ​ໃນ​ການ​ເຕີບ​ໂຕ ​ຂອງ​ອຸດ​ສາ​ຫະ​ກຳ​ເກືອບ 40% ແລະ ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ ອຸ​ປະ​ກອນ​ໄດ້​ປະ​ກອບ​ສ່ວນ ເຂົ້າ​ໃນ​ການ​ເຕີບ​ໂຕ ​ຂອງ​ອຸດ​ສາ​ຫະ​ກຳ​ເກືອບ 60%  ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ ​ເປັນ​ການນຳ​ພາ​ຢ່າງ​ພົ້ນ​ເດັ່ນ.ໃນ​ເດືອນ​ພຶດ​ສະ​ພາ​ປີນີ້, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ ສປ ຈີນ ​ໄດ້​ເພີ່ມ​ຂຶ້ນ 16,9% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ, ໃນ​ນັ້ນ, ການ​ນຳ​ເຂົ້າ ແລະ ​ສົ່ງ​ອອກ​ ຕ່າງໄດ້​ຮັກ​ສາ​ຈັງ​ຫວະ​ ການ​ເຕີບ​ໂຕ ຫລາຍກວ່າ 10%. ຂໍ້​ມູນ​ທີ່​ພົ້ນ​ເດັ່ນ ແລະ ໜ້າ​ປະ​ທັບ​ໃຈ​ນີ້ ບໍ່​ພຽງ​ແຕ່​ສະ​ແດງ ​ໃຫ້​ເຫັນ​ເຖິງ​ ຄວາມ​ໜຽວ​ແໜ້ນ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ ​ຂອງ​ເສດ​ຖະ​ກິດ​ຈີນ ​ເທົ່າ​ນັ້ນ, ຍັງ​ໄດ້​ປະ​ກອບ​ສ່ວນ ​ຢ່າງ​ຕັ້ງ​ໜ້າ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​ການ​ຄ້າໂລກ ກໍ​ຄື​ ຄວາມ​ໝັ້ນ​ທ່ຽງ​ ຂອງ​ຕ່ອງ​ໂສ້ ​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ ​ອີກ​ດ້ວຍ ພ້ອມ​ທັງ​ ສົ່ງ​ສັນ​ຍານ ​ຢ່າງ​ຊັດ​ເຈນ​ວ່າ ສປ ຈີນ​ ຈະ​ຍຶ​ດ​ໝັ້ນ​ການ​ເປີດ​ປະ​ຕູ​ ສູ່​ພາຍ​ນອກ  ແລະ ການຊົມ​ໃຊ້​ ຜົນ​ປະ​ໂຫຍດ ​ຮ່ວມ​ກັບ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top