ຂປລ
ວິສາຫະກິດ ຕ່າງປະເທດ ນັບມື້ ນັບຫລາຍຂຶ້ນ ເລືອກ “ການຄົ້ນຄວ້າ ແລະ ຜະລິດຢູ່ ສປ ຈີນ” ແລະ ຍົກລະດັບ ຖານການຜະລິດ ຂອງຕົນຢູ່ ສປ ຈີນ ໃຫ້ກາຍເປັນ ແຫລ່ງກຳເນີດ ຂອງການປະດິດສ້າງໃໝ່.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນກອງປະຊຸມ ຖະແຫລງຂ່າວ ທີ່ຈັດຂຶ້ນ ວັນທີ 16 ມິຖຸນານີ້, ທ່ານ ຫລິນຈ້ຽນ ໂຄສົກກະຊວງ ການຕ່າງປະເທດຈີນ ກ່າວວ່າ: ວິສາຫະກິດ ຕ່າງປະເທດ ນັບມື້ ນັບຫລາຍຂຶ້ນ ເລືອກ “ການຄົ້ນຄວ້າ ແລະ ຜະລິດຢູ່ ສປ ຈີນ” ແລະ ຍົກລະດັບ ຖານການຜະລິດ ຂອງຕົນຢູ່ ສປ ຈີນ ໃຫ້ກາຍເປັນ ແຫລ່ງກຳເນີດ ຂອງການປະດິດສ້າງໃໝ່. ສປ ຈີນ ຈະສືບຕໍ່ຍຶດໝັ້ນ ໃນການຊຸກຍູ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ ຢ່າງໝັ້ນໜຽວ ບໍ່ປ່ຽນແປງ ເພື່ອໃຫ້ການສະໜັບ ສະໜູນ ແລະ ອຳນວຍ ຄວາມສະດວກ ແກ່ວິສາຫະກິດ ຕ່າງປະເທດໃນການ “ປະດິດສ້າງຢູ່ ສປ ຈີນ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL