ຂປລ
ວັນທີ 15 ຫາ 16 ມິຖຸນານີ້, ສວນດິສນີແລນ ຂອງນະຄອນຊຽງໄຮ້ຈີນ ໄດ້ຈັດກິດຈະກຳ ເພື່ອສະຫລອງ ວັນເປີດສວນດິສນີແລນ ຄົບຮອບ 10 ປີ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 15 ຫາ 16 ມິຖຸນານີ້, ສວນດິສນີແລນ ຂອງນະຄອນຊຽງໄຮ້ຈີນ ໄດ້ຈັດກິດຈະກຳ ເພື່ອສະຫລອງ ວັນເປີດສວນດິສນີແລນ ຄົບຮອບ 10 ປີ. 10 ປີຜ່ານມາ, ສວນດິສນີແລນ ໄດ້ກາຍເປັນສັນຍະລັກ ດ້ານວັດທະນະທຳ ແລະ ການທ່ອງທ່ຽວ ທີ່ສຳຄັນຂອງນະຄອນຊຽງໄຮ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL