ຂປລ
ເກີດແຜ່ນກິນໄຫວ ຮຸນແຮງ ລະດັບ7,8ຣີກເຕີ ທີ່ເກາະ ມິນດາເນົາ ທາງພາກໃຕ້ ຂອງຟີລິບປິນ ໃນເບື້ອງຕົ້ນ ພົບຜູ້ເສຍຊີວິດ ຢ່າງໜ້ອຍ 32ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ134ຄົນ.
ຂປລ.ຕາມຂ່າວຈາກ ນະຄອນຫລວງ ມະນິລາ,ວັນທີ8ມິຖຸນານີ້ ເກີດແຜ່ນກິນໄຫວ ຮຸນແຮງ ລະດັບ7,8ຣີກເຕີ ທີ່ເກາະ ມິນດາເນົາ ທາງພາກໃຕ້ ຂອງຟີລິບປິນ ໃນເບື້ອງຕົ້ນ ພົບຜູ້ເສຍຊີວິດ ຢ່າງໜ້ອຍ 32ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 134ຄົນ.ນອກນີ້ ຍັງມີເຮືອນປະຊາຊົນ ແລະ ອາຄານສູງ ຫລາຍຫລັງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ. ຂະນະນີ້ ໜ່ວຍງານທີ່ກ່ຽວຂ້ອງ ພວມເລັ່ງໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ໃນຄັ້ງນີ້ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL