ສສຍລ ດຳເນີນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V

03/06/2026 11:16
Email Print 5674
ຂປລ ກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກສູນກາງ ສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ຈັດຂຶ້ນໃນທ້າຍອາທິດຜ່ານມາ.

      ຂປລ.  ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜ່ໍບຸນທໍາ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະພັກ, ຄະນະນຳ, ສະມາຊິກພັກພາຍໃນສູນກາງສະ ຫະພັນແມ່ຍິງລາວເຂົ້າຮ່ວມ.ກອງປະຊຸມໄດ້ສະຫລຸບຜົນການນໍາພາ-ຊີ້ນໍາໃນໄລຍະຜ່ານມາ, ຄົ້ນຄວ້າ ແລະ ຮັບຮອງຮ່າງລາຍງານການເມືອງພ້ອມແຜນພັດທະນາ 5 ປີ (2026-2030) ເພື່ອສືບຕ່ໍນໍາພາວຽກງານຂອງ ສສຍລ ຊຶ່ງສະໄໝຜ່ານມາ ສສຍລ ໄດ້ນໍາພາປະຕິບັດ 10 ແຜນງານ, 65 ໂຄງການ ແລະ 3 ແຜນດໍາເນີນງານແຫ່ງຊາດ ດ້ານຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ, ພ້ອມທັງສົ່ງເສີມການພັດທະນາແມ່ຍິງ ແລະ ການສ້າງພະນັກງານເພດຍິງໃຫ້ເຂັ້ມແຂງ.

     ພ້ອມນີ້, ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕເລືອກຕ້ັງຄະນະບໍລິຫານງານພັກສະໄໝທີ V ຈໍານວນ 11 ສະຫາຍ ຈາກຜູ້ສະໝັກ 14 ສະຫາຍ. ຜົນການເລືອກຕັ້ງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສະໄໝທີ V, ສະຫາຍ ນາງ ທຳມາ ເພັດວິໄຊ ເປັນຮອງເລຂາ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາພັກ.

     ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕ່ໍຜົນສໍາເລັດຂອງ ສສຍລ ແລະ ເນັ້ນໃຫ້ສືບຕໍ່ເສີມສ້າງວຽກງານການເມືອງ-ແນວຄິດ, ພັດທະນາພະນັກງານແມ່ຍິງ, ຂັບເຄື່ອນຂໍ້ແຂ່ງຂັນ “3 ດີ”, ສ້າງໂອກາດອາຊີບ ແລະ ລາຍໄດ້ໃຫ້ແມ່ຍິງໂດຍສະເພາະໃນເຂດຫ່າງໄກ, ພ້ອມທັງຍົກສູງປະສິດທິພາບອົງການ ແລະ ຂະຫຍາຍການຮ່ວມມືສາກົນ ໃຫ້ມີຜົນສໍາເລັດຫລາຍຂຶ້ນ.

   ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ

                                                                                
KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

      10/12/2026 10:08:10 AM

      ໃນວັນທີ 9 ຕຸລາ 2026 ນ້ີ, ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງ ໄດ້ເຂ້ົາວາງກະຕ່າ ດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງ ຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດ ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນການເມືອງ

      ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນ

      10/12/2026 10:01:04 AM

      ໃນວັນທີ 8 ຕຸລາ 2026 ນ້ີ, ຄະນະກໍາມະການສ່ົງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ກະ ຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະ ຈໍາ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.

    • ປະທານສະພາແຫ່ງຊາດ ພົບປະກັບນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດ ພົບປະກັບນາຍົກລັດຖະມົນຕີ ຫວຽດນາມ

      10/12/2026 9:50:17 AM

      ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 8-9 ຕຸລາ 2026 ແລະ ເປັນປະທານ ຮ່ວມໃນກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ໃນວັນທີ 8 ຕຸລາ 2026 ຢູ່ ສປປ ລາວ.

    • ຊົມເຊີຍຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມການເມືອງ

      ຊົມເຊີຍຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

      10/12/2026 9:41:43 AM

      ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມໃນຄັ້ງນີ້ ນັບເປັນເຫດການສຳຄັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ເພາະເປັນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ພາຍ ຫລັງສະຫາຍ ເລ ມິງ ຮຶງ ດຳລົງຕຳແໜ່ງນາຍົກລັດຖະມົນຕີ.

    • ສານສະແດງຄວາມຊົມເຊີຍການເມືອງ

      ສານສະແດງຄວາມຊົມເຊີຍ

      10/9/2026 10:38:22 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ຮວາຍ ຈຸງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງເຂົ້າໃນກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ads
ads

Top