ຂປລ
ເມື່ອບໍ່ດົນມານີ້, ທີ່ສໍາ ນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.
ຂປລ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງວ່າ ຕະຫລອດໄລຍະທີ່ທ່ານທູດໄດ້ມາ ປະຕິບັດໜ້າທີ່ຢູ່ ສປປ ລາວ ແມ່ນ ໄດ້ປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທ່ີມີມູນເຊ້ືອອັນດີງາມຂອງ ສອງປະເທດ ກໍຄື ປະຊາຊົນລາວ-ເກົາຫລີ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍ່ິງຂ້ຶນ ໂດຍເຊ່ືອ ໝັ້ນວ່າທ່ານທູດຈະສືບຕໍ່ລະດົມນັກລົງທຶນຈາກ ສ ເກົາຫລີ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ຫລາຍຂຶ້ນ ໂດຍສະເພາະການພັດທະນາໃນຂົງເຂດວຽກງານພະລັງງານ, ກະສິກຳສະອາດ, ການທ່ອງທ່ຽວ, ແຮ່ທາດຕ່າງໆທີ່ຕິດພັນກັບການປຸງແຕ່ງ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ລວມທັງນະໂຍບາຍສົ່ງເສີມການລົງທຶນ, ການພັດທະນາພື້ນຖານໂຄງລ່າງເຮັດໃຫ້ ສປປ ລາວ ສາ ມາດເຊື່ອມໂຍງ-ເຊື່ອມຈອດພາກພ້ືນ ແລະ ສາກົນ ໄດ້ຄ່ອງຕົວຫລາຍຂຶ້ນໃນແຕ່ລະໄລຍະ. ອັນສຳຄັນໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ໂດຍສະເພາະນັບແຕ່ການຢ້ຽມຢາມ ສ ເກົາຫລີ ຢ່າງ ເປັນທາງການຂອງທ່ານປະທານປະເທດແຫ່ງ ສປປ ລາວ ໃນທ້າຍເດືອນທັນວາ 2025 ຜ່ານມາ ສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ເຮັດໃຫ້ການຮ່ວມມືໃນດ້ານຕ່າງໆຖືກຍົກສູງຂຶ້ນສູ່ລະດັບໃໝ່.
ໃນໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານນາຍົກລັດຖະມົນຕີໃນຄັ້ງນ້ີ ໂດຍສະເພາະ, ແມ່ນໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງເປັນກ້າວໆມາ, ພ້ອມກັນນັ້ນ ກໍໄດ້ສະເໜີແຜນການຮ່ວມມືກັນໃນຕໍ່ໜ້າເປັນຕົ້ນຂົງເຂດວຽກງານແຮງງານ ເພື່ອເຮັດໃຫ້ແຮງງານລາວມີວຽກເຮັດງານທຳ, ມີລາຍຮັບ ແລະ ຍົກລະດັບສີມືໃຫ້ດີຂຶ້ນ, ລວມທັງຂະແໜງແຮ່ທາດ, ເຕັກໂນໂລຊີ, ການພັດທະນາພ້ືນຖານໂຄງລ່າງພື້ນຖານ, ການຕອບໂຕ້ ແລະ ຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ໃນວຽກງານການລົງທຶນ, ການຄຸ້ມຄອງ-ບໍລິຫານວຽກງານທ່ີສຳຄັນ ແລະ ອື່ນໆ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.
KPL