ຢູນີເທວ ໄດ້ຮັບລິຂະສິດບານໂລກ 2026 ໃຫ້ປະຊາຊົນລາວໄດ້ຮັບຊົມສົດຟຣີຄົບທຸກນັດ

08/06/2026 10:39
Email Print 2407
ຂປລ ຂປລ. ບໍລິສັດສະຕາໂທລະຄົມ ຫລື ຢູນີເທວ (Unitel) ໄດ້ບັນລຸຂໍ້ຕົກລົງຮ່ວມກັບສະຫະພັນບານເຕະສາກົນ (FIFA) ໃນການເປັນຜູ້ຖືລິຂະສິດການຖ່າຍທອດສົດການແຂ່ງຂັນບານໂລກໃນຮອບສຸດທ້າຍ ຫລື FIFA World Cup 2026™ ຢ່າງເປັນທາງການ. ນີ້ຖືເປັນຄັ້ງທຳອິດທີ່ວິສາຫະກິດດ້ານໂທລະຄົມມະນາຄົມ ໃນ ສປປ ລາວ ໄດ້ເຈລະຈາໂດຍກົງ ແລະ ເປັນຜູ້ຖືສິດໃນການອອກອາກາດຄົບຖ້ວນທຸກນັດຂອງມະຫະກຳກິລາບານເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.

ຂປລ. ບໍລິສັດສະຕາໂທລະຄົມ ຫລື ຢູນີເທວ (Unitel) ໄດ້ບັນລຸຂໍ້ຕົກລົງຮ່ວມກັບສະຫະພັນບານເຕະສາກົນ (FIFA) ໃນການເປັນຜູ້ຖືລິຂະສິດການຖ່າຍທອດສົດການແຂ່ງຂັນບານໂລກໃນຮອບສຸດທ້າຍ ຫລື FIFA World Cup 2026™ ຢ່າງເປັນທາງການ. ນີ້ຖືເປັນຄັ້ງທຳອິດທີ່ວິສາຫະກິດດ້ານໂທລະຄົມມະນາຄົມ ໃນ ສປປ ລາວ ໄດ້ເຈລະຈາໂດຍກົງ ແລະ ເປັນຜູ້ຖືສິດໃນການອອກອາກາດຄົບຖ້ວນທຸກນັດຂອງມະຫະກຳກິລາບານເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.

ການນຳເອົາເທສະການບານເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ມາສູ່ປະຊາຊົນລາວທຸກຄົນດ້ວຍພັນທະເພື່ອສັງຄົມ ແລະ ຄວາມມຸ່ງໝັ້ນໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, Unitel ຈຶ່ງໄດ້ຕັດສິນໃຈລົງທຶນຄັ້ງໃຫຍ່ເພື່ອນຳເອົາ World Cup 2026 ມາສູ່ ສປປ ລາວ ໂດຍຈະມີການຖ່າຍທອດສົດແບບຟຣີໆຄົບທຸກນັດຂອງການແຂ່ງຂັນ ລວມທັງໝົດ 104 ນັດ, ພ້ອມສຽງພາກເປັນພາສາລາວຜ່ານທາງແພລດຟອມ LaoTV ເພື່ອບໍລິການແຟນບານເຕະໃນທົ່ວປະເທດ.

ອີງຕາມຂໍ້ຕົກລົງທີ່ໄດ້ເຊັນຮ່ວມກັບ FIFA, Unitel ແມ່ນເປັນຜູ້ຖືລະບົບສິດສື່ໂຄສະນາຢ່າງ ຮອບດ້ານຊຶ່ງລວມມີ: ສິດທາງໂທລະພາບ (ລະບົບດີຈິຕອນພື້ນດິນ, ລະບົບສາຍກາບ, ລະບົບດາວທຽມ), ວິທະຍຸ, ອິນເຕີເນັດ, ອຸປະກອນມືຖື ໂດຍສະເພາະແມ່ນສິດການຈັດສາຍໃນບ່ອນສາທາລະນະ (Public Viewing Rights).

ສຳລັບ ແຟນບານເຕະ ຢູ່ ສປປ ລາວ ແມ່ນສາມາດຕິດຕາມການແຂ່ງຂັນໄດ້ຢ່າງງ່າຍດາຍ ແລະສະດວກສະບາຍຜ່ານ ແພລດຟອມດີຈິຕອນ-LaoTV ຊຶ່ງເປັນແອັບພລິເຄຊັນຄວາມບັນເທີງດີຈິຕອນທີ່ພັດທະນາໂດຍ Unitel. ນອກນີ້, ຜູ້ຊົມສາມາດເລືອກຮັບຊົມຍ້ອນຫລັງໄດ້ທຸກນັດການແຂ່ງຂັນ (VOD) ພ້ອມທັງອັບເດດຄລິບວິດີໂອຈັງຫວະເດັ່ນໆທີ່ໜ້າປະທັບໃຈ (Highlights) ໄດ້ໄວທັນໃຈທຸກທີ່ທຸກເວລາຜ່ານທາງໂທລະສັບ ແລະ ອຸປະກອນມືຖື. ລາຍການພິເສດຮ່ວມເດີນທາງ Unitel ຈະລົງທຶນຜະລິດລາຍການຂ່າວແບບເຈາະເລິກ, ລາຍການວິເຄາະ-ວິຈານທັງກ່ອນ ແລະ ຫລັງການແຂ່ງຂັນໂດຍຈະມີບັນດານັກວິຊາການ ແລະ ຊ່ຽວຊານທາງດ້ານບານເຕະ ມາຮ່ວມລາຍການ ເພື່ອນຳເອົາປະສົບການດ້ານກິລາລະດັບໂລກມາສູ່ສາຍຕາຂອງຜູ້ຊົມຢ່າງເຕັມອີມ.

ໃນນາມເປັນຜູ້ຖືລິຂະສິດການອອກອາກາດ, Unitel ແມ່ນຜູ້ຄວບຄຸມສິດທັງໝົດໃນການຈັດສາຍຢູ່ບ່ອນສາທາລະນະໃນທົ່ວ ສປປ ລາວ. ທຸກໆກິດຈະກຳການຈັດຕັ້ງເບິ່ງບານເຕະແບບລວມໝູ່ຢູ່ຕາມສະຖານທີ່ສາທາລະນະເຊັ່ນ: Fan Zone, ຮ້ານອາຫານ, ຜັບ-ບາ, ສູນການຄ້າ ຫລື ພື້ນທີ່ກາງແຈ້ງຕ່າງໆ ແມ່ນຈະຕ້ອງໄດ້ຮັບຄວາມເຫັນດີ ແລະ ອະນຸຍາດຢ່າງເປັນທາງການ ຫລື ທາງ Unitel ເປັນຜູ້ຈັດຕັ້ງໂດຍກົງເທົ່ານັ້ນ.

ສຳລັບບັນດາສື່ມວນຊົນ ແລະ ສຳນັກຂ່າວ ເພື່ອເປັນການເຜີຍແຜ່ການແຂ່ງຂັນຢ່າງມີມືອາຊີບ, Unitel ຈະປະສານງານຢ່າງໃກ້ຊິດ ເພື່ອສະໜອງຊັບພະຍາກອນສື່ ພ້ອມຄຳແນະນຳໃນການນຳໃຊ້ຂໍ້ມູນຂອງການແຂ່ງຂັນ. ທຸກຂໍ້ກຳນົດ ແລະ ຄຳແນະນຳເຫລົ່ານີ້ອາດຈະຖືກປັບປຸງ ແລະ ອັບເດດໃຫ້ທັນສະໄໝຢູ່ເລື້ອຍໆ ອີງຕາມເນື້ອໃນການກວດກາ ແລະ ຂໍ້ຮຽກຮ້ອງໂດຍກົງຈາກ FIFA.

ກ່ຽວກັບການແຂ່ງຂັນບານໂລກຮອບສຸດທ້າຍFIFA World Cup 2026: ສຳລັບການແຂ່ງຂັນບານໂລກຮອບສຸດທ້າຍ2026 ຫລື FIFA World Cup 2026 ແມ່ນມະຫະກຳກິລາປະຫວັດສາດຊຶ່ງເປັນຄັ້ງທຳອິດເປັນເຈົ້າພາບຮ່ວມກັນ 3 ປະເທດໃນທະວີບອາເມລິກາເໜືອ ຄື: ສະຫະລັດອາເມລິກາ, ການາດາ ແລະ ເມັກຊິໂກ, ທັງເປັນຄັ້ງທຳອິດທີ່ໄດ້ມີການຂະຫຍາຍ ຫລື ເພີ່ມທີມເຂົ້າຮ່ວມຈາກ 32 ທີມຂຶ້ນເປັນ 48 ທີມ, ຈຶ່ງເຮັດໃຫ້ຈຳນວນນັດການແຂ່ງຂັນທັງໝົດເພີ່ມຂຶ້ນເຖິງ 104 ນັດຮັບປະກັນວ່າ ບານໂລກປີນີ້ ຈະເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ດຸເດືອດໂດຍຈະເລີ່ມຕົ້ນການແຂ່ງຂັນຕັ້ງແຕ່ວັນທີ 11 ມິຖຸນາ-19 ກໍລະກົດ 2026.

ເນື່ອງຈາກຄວາມແຕກຕ່າງທາງດ້ານເຂດເວລາ (Time zone) ກັບທະວີບອາເມລິກາເໜືອ, ນັດການແຂ່ງຂັນສ່ວນໃຫຍ່ຂອງ World Cup 2026 ຈະດຳເນີນໄປໃນຊ່ວງເວລາແຕ່ເດິກຫາຕອນເຊົ້າຂອງມື້ຕໍ່ມາຕາມເວລາທ້ອງຖິ່ນໃນລາວ (ເລີ່ມແຕ່ປະມານ 23:00 ໂມງ ຂອງຄືນກ່ອນໜ້າຫາ 11:00 ໂມງເຊົ້າຂອງມື້ຕໍ່ມາ). ສ່ນນັດເປີດສາກການແຂ່ງຂັນລະຫວ່າງ ເຈົ້າພາບ ເມັກຊິໂກ ພົບກັບ ອາຟຣິກາໃຕ້ຈະເລີ່ມຂຶ້ນໃນເວລາ 02:00 ໂມງ ເຊົ້າຂອງວັນທີ 12 ມິຖຸນາ 2026 (ຕາມໂມງຢູ່ນະຄອນຫລວງວຽງຈັນ). ສ່ວນນັດຊີງຊະນະເລີດເພື່ອຄົ້ນຫາລາຊາອົງໃໝ່ຂອງວົງການບານເຕະໂລກ ຈະຈັດຂຶ້ນໃນວັນທີ 19 ກໍລະກົດ 2026.

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top