ຂປລ
ຍີ່ປຸ່ນ ແລະ ສ.ອາເມລິກາ ປະກາດວ່າ ທັງສອງປະເທດ ບັນລຸ ຂໍ້ຕົກລົງ ການຈັດຕັ້ງ ຮ່ວມມື ດ້ວຍມູນຄ່າ 1 ຕື້ໂດລາ ສະຫະລັດ ເພື່ອເລັ່ງພັດທະນາ ເຕັກໂນໂລຊີ ເກີດໃໝ່ ຂັບເຄື່ອນດ້ວຍ ປັນຍາປະດິດ (ເອໄອ).
ຂປລ. ສຳນັກຂ່າວ ອິນໂຟເຄວສ: ຍີ່ປຸ່ນ ແລະ ສ.ອາເມລິກາ ປະກາດວ່າ ທັງສອງປະເທດ ບັນລຸ ຂໍ້ຕົກລົງ ການຈັດຕັ້ງ ຮ່ວມມື ດ້ວຍມູນຄ່າ 1 ຕື້ໂດລາ ສະຫະລັດ ເພື່ອເລັ່ງພັດທະນາ ເຕັກໂນໂລຊີ ເກີດໃໝ່ ຂັບເຄື່ອນດ້ວຍ ປັນຍາປະດິດ (ເອໄອ).
ພາຍໃຕ້ ການຮ່ວມມື ດັ່ງກ່າວ ຍີ່ປຸ່ນ ຈະເຂົ້າຮ່ວມ ເປັນພັນທະມິດ ຕ່າງປະເທດ ຄົນທຳອິດ ຂອງ ໂຄງການ (Genesis Mission) ຊຶ່ງເປັນ ໂຄງການ ລະດັບຊາດ ຂອງ ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ, ແນໃສ່ ເອໄອ ເພື່ອເລັ່ງການ ຄົ້ນພົບ ທາງວິທະຍາສາດ, ໂດຍທັງສອງຝ່າຍ ຈະລົງທຶນ ຝ່າຍລະ 500 ລ້ານໂດລາ ສະຫະລັດ ໃນໄລຍະເວລາ 5 ປີ.
ຂໍ້ຕົກລົງນີ້ ໄດ້ເປີດທາງໃຫ້ ນັກວິທະຍາສາດ ຈາກ ຍີ່ປຸ່ນ ແລະ ສ.ອາເມລິກາ ລວມເຖິງ ສະຖາບັນວິໄຈ ຊັ້ນນໍາຂອງ ສອງປະເທດ ສາມາດເຮັດວຽກ ຮ່ວມກັນ ຢ່າງໃກ້ຊິດຫລາຍຂຶ້ນ ກ່ຽວກັບ ເຕັກໂນໂລຊີ ຂັ້ນສູງ ເຊັ່ນ: ຄອມພີວເຕີວອນຕຳ, ພະລັງງານ ຟີວຊັນ ແລະ ລະບົບ ຫ້ອງປະຕິບັດການ ອັດຕະໂນມັດ.
ນອກຈາກນີ້ ການຮ່ວມມື ຍັງຄວບຄຸມ ໂຄງການ ດ້ານເຕັກໂນໂລຊີ ຊີວະພາບ, ວັດຖຸຂັ້ນສູງ ແລະ ຟີຊິກອະນຸພາກ, ໂດຍຢູ່ພາຍໃຕ້ ການກຳກັບດູແລ ຂອງ ໜ່ວຍງານ ດ້ານວິທະຍສາດ ແລະ ອຸດສາຫະກຳຂອງຍີ່ປຸ່ນ ຮ່ວມກັບກະຊວງ ພະ ລັງງານ ຂອງ ສ.ອາເມລິກາ./
KPL