ສປ ຈີນ-ສປປ ເກົາຫລີ ເພີ່ມການຮ່ວມມືໃນຫລາຍຂົງເຂດ

08/06/2026 21:53
ຂປລ ໂດຍ​ຕອບ​ສະ​ໜອງ ​ຕາມ​ຄຳ​ເຊີນ​ຂອງ ​ທ່ານ ກິມ​ເຈິງ​ອຸນ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູ​ນ​ກາງ​ພັກ​ແຮງ​ງານ​ເກົາ ຫລີ, ປະ​ທານ​ຄະ​ນະ​ກຳ​ມະ​​ການແຫ່ງ​ລັດ ສ​ປ​ປ ເກົາຫລີ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົາຫລີ ​ທາງ​ລັດ​ຖະ​ກິດ​ ລະ​ຫວ່າງ ວັນ​ທີ 8-9 ມິ​ຖຸ​ນາ​ນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໂດຍ​ຕອບ​ສະ​ໜອງ ​ຕາມ​ຄຳ​ເຊີນ​ຂອງ ​ທ່ານ ກິມ​ເຈິງ​ອຸນ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູ​ນ​ກາງ​ພັກ​ແຮງ​ງານ​ເກົາຫລີ, ປະ​ທານ​ຄະ​ນະ​ກຳ​ມະ​​ການແຫ່ງ​ລັດ ສ​ປ​ປ ເກົາຫລີ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົາຫລີ ​ທາງ​ລັດ​ຖະ​ກິດ​ ລະ​ຫວ່າງ ວັນ​ທີ 8-9 ມິ​ຖຸ​ນາ​ນີ້. ນີ້ຖືກເປັນການ ​ຢ້ຽມ​ຢາມ ສ​ປ​ປ ເກົາຫລີ ​ທາງ​ລັດ​ຖະ​ກິດ ອີກ​ຄັ້ງ​ໜຶ່ງ​ໃນ​ຮອບ 7 ປີ​ຜ່ານ​ມາ.ສປ ຈີນ ແລະ ສ​ປ​ປ​ ເກົາຫລີ ເປັນ​ປະ​ເທດ​ເພື່ອ​ນ​ບ້ານ​ໃກ້​ຄຽງ​ ສັງ​ຄົມ​ນິ​ຍົມ ​ທີ່​ເປັນ​ມິດ ແລະ ຊ່ວຍ​ເຫລືອ ​ເຊິ່ງ​ກັນ​ແລະ​ກັນ, ປີ​ນີ້​ແມ່ນ​ຄົບ​ຮອບ 65 ປີ​ຂອງ​ການ​ເຊັນ “​ສົນ​ທິສັນ​ຍາ​ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​ຊ່ວຍ​ເຫລືອ​ ເຊິ່ງ​ກັນ​ ແລະ​ ກັນ ລະ​ຫວ່າງ ສປ ​ຈີນ-ສ​ປ​ປ ເກົາຫລີ”. ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ພາຍ​ໃຕ້​ການ​ນຳ​ພາ​ ທາງ​ດ້ານ​ຍຸດ​ທະ​ສາດ ​ຂອງ​ຜູ້​ນຳ​ສູງ​ສຸດ​ສອງ​ພັກ​ສອງ​ລັດ, ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ​ ການ​ຮ່ວມ​ມື ​ທີ່​ເປັນ​ມູນ​ເຊື້ອ​ ຂອງ​ສອງ​ປະ​ເທດ ​ໄດ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໃສ ແລະ ໝັ້ນທ່​ຽງ, ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆ ເປັນ​ຕົ້ນ: ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ຊາວ​ໜຸ່ມປະ​ກົດ​​ມີ​ຈຸດ​ເດັ່ນ ຢ່າງບໍ່​ຢຸດ​ຢັ້ງ ເຊິ່ງ​ໄດ້​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ ສອງ​ປະ​ເທດ ກໍ​ຄື ​ປະ​ຊາ​ຊົນ​ສອງ​ຊາດ, ພ້ອມ​ທັງ ​ໄດ້​ເພີ່ມ​ເນື້ອ​ໃນ​ໃໝ່​ ແຫ່ງ​ຍຸກ​ສະ​ໄໝ ​ເຂົ້າ​ໃນ​ມິດ​ຕະ​ພາບ ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ ສປ ຈີນ-ສ​ປ​ປ ເກົາຫລີ ແລະ ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ ເຂົ້າ​ໃນ​ການຊຸກ​ຍູ້ສັນ​ຕະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ. ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ​ລະ​ຫວ່າງ​ຈີນ-ສ​ປ​ປ ເກົາຫລີ ມີ​ທ່າ​ອ່ຽງ​ ການ​ພັດ​ທະ​ນາທີ່​ດີ​. ອີງ​ຕາມ​ສະ​ຖິ​ຕິ, ປີ 2025, ການ​ຄ້າ​ ລະ​ຫວ່າງ​ ສອງ​ຝ່າຍ​ບັນ​ລຸ 2 ຕື້​ ກວ່າໂດ​ລາ​ສະ​ຫະ​ລັດ. ທ່ານ​ ນາງ​ ຈ່າງ​ຮຸ້ຍ​ຈື້ ຮອງ​ຫົ​ວ​ໜ້າ​ສູນ​ຄົ້ນ​ຄວ້າ​ ອາ​ຊີ​ ຕາ​ເວັນ​ອອກ ​ສຽງ​ເໜືອ​ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ ຈີ​ຫລິນ ​ເຫັນ​ວ່າ: ການ​ຮ່ວມ​ມື ​ທີ່​ຕິດ​ແທດ​ຕົວ​ຈິງ ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ​ເສດ​ຖະ​ກິດ​ ສັງ​ຄົມ​ ລະ​ຫວ່າງ​ສປ ຈີນ-ສ​ປ​ປ​ ເກົາຫລີ ຈະ​ນຳ​ພາ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ ​ຂອງ​ພາກ​ພື້ນ ແລະ ເປັນ​ການ​ຄ້ຳ​ປະ​ກັນ​ ອັນ​ສຳ​ຄັນ ​ໃຫ້​ແກ່ ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ຂອງ​ອາ​ຊີ ​ຕາ​ເວັນ​ອອກ​ສຽງ​ເໜືອ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top