ຜູ້ນຳ ສປ ຈີນ-ສປປ ເກົາຫລີ ພົບປະກັນສອງຝ່າຍ

08/06/2026 22:15
ຂປລ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງ ພັກກອມມູນິດຈີນ ປະທານ ປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ກິມເຈິງອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫລີ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 8 ມິຖຸນານີ້ ຢູ່ນະຄອນຫລວງພຽງຢາງ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງ ພັກກອມມູນິດຈີນ ປະທານ ປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ກິມເຈິງອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫລີ. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ສອງປະເທດ ຈີນ ແລະ ສປປ ເກົາຫລີ ລ້ວນແຕ່ແມ່ນປະເທດ ສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດ. ມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສປ ຈີນ ແລະ ສປປ ເກົາຫລີ ມີແຫລ່ງກຳເນີດມາ ຈາກອຸດົມການ, ຄວາມເຊື່ອໝັ້ນ ແລະ ເປົ້າໝາຍສູ້ຊົນຮ່ວມກັນ ຂອງສອງຝ່າຍ. ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ໂດຍຜະເຊີນໜ້າກັບການປ່ຽນແປງໃນຮອບຮ້ອຍປີຜ່ານມາຂອງໂລກ, ສອງຝ່າຍຕ້ອງກຳເອົາໂອກາດໃນທ່າອຽງໃຫຍ່ ແຫ່ງການພັດທະນາ ປະຫວັດສາດຂອງມວນມະນຸດ ເພື່ອບຸກເບີກ ອະນາຄົດທີ່ດີງາມກວ່າເກົ່າ ຂອງພາລະກິດສັງຄົມນິຍົມສອງປະເທດ ກໍຄື ສັນຕິພາບ ແລະ ການພັດທະນາ ຂອງພາກພື້ນ. ທ່ານ ສີ ຈິ້ນຜິງ ໄດ້ສະເໜີ ຂໍ້ສະເໜີ 4 ຂໍ້ ກ່ຽວກັບ ການຂະຫຍາຍການພົວພັນ ລະຫວ່າງ ສປ ຈີນ ແລະ ສປປ ເກົາຫລີ ຄື: ໜຶ່ງ. ຍຶດໝັ້ນຖືການໄປມາຫາສູ່ກັນ ລະຫວ່າງ ການນຳຂັ້ນສູງ ເປັນການຊີ້ນຳ-ນຳພາ, ສ້າງພື້ນຖານຂອງການໄວ້ເນື້ອເຊື່ອໃຈ ກັນທາງການເມືອງ ໃຫ້ໝັ້ນຄົງຍິ່ງຂຶ້ນ. ສອງ. ຍຶດໝັ້ນຖືການສ້າງຄວາມສຸກໃຫ້ແກ່ປະຊາຊົນ ເປັນເປົ້າໝາຍ, ຍົກສູງລະດັບການຮ່ວມມື ທີ່ຕິດແທດຕົວຈິງ. ສາມ. ຍຶດໝັ້ນຖືການສືບທອດ ມິດຕະພາບເປັນກຳລັງແຮງ, ເຊື່ອມສານຈິດໃຈ ຂອງປະຊາຊົນໃຫ້ສະໜິດແໜ້ນຍິ່ງຂຶ້ນ. ສີ່. ຍຶດໝັ້ນທັດສະນະທີ່ຍຸດຕິທຳ ແລະ ເປັນທຳ, ເຮັດໃຫ້ການປະສານງານດ້ານຍຸດທະສາດມີເນື້ອໃນອຸດົມສົມບູນກວ່າເກົ່າ.

ທ່ານ ກິມເຈິງອຸນ ໄດ້ກ່າວວ່າ: ຂອບໃຈ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ທີ່ສະເໜີ ຂໍ້ສະເໜີ ອັນສຳຄັນ ກ່ຽວກັບ ການຂະຫຍາຍການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສປ ຈີນ ໃນຍຸກໃໝ່, ສປປ ເກົາຫລີ ຈະຮ່ວມກັບ ສປ ຈີນ, ທຳຄວາມພະຍາຍາມ ຢ່າງສຸດຂີດ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດທີ່ກວ້າງຂວາງ ເຊັ່ນ: ເສດຖະກິດການຄ້າ, ພື້ນຖານໂຄງລ່າງ, ວິທະຍາສາດ ເຕັກໂນໂລຊີ, ການສຶກສາ ແລະ ວັດທະນະທຳເປັນຕົ້ນ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາໃໝ່. ຊຸມປີມໍ່ໆມານີ້, ປະຊາຄົມໂລກ ພວມເກີດການປ່ຽນແປງອັນໃຫຍ່ຫລວງ ແບບບໍ່ເຄີຍມີມາກ່ອນ, ສປປ ເກົາຫລີ ຈະເດັດດ່ຽວສະໜັບສະໜູນນະໂຍບາຍ ແລະ ຫລັກໝັ້ນຂອງ ສປ ຈີນ ທີ່ປົກປັກຮັກສາຜົນປະໂຫຍດແກນກາງ. ສປປ ເກົາຫລີ ຈະຖືການຂະຫຍາຍການພົວພັນ ລະຫວ່າງ ສປປ ເກົາຫລີ ກັບ ສປ ຈີນ ເປັນພາລະກິດ ຍຸດທະສາດ ອັນດັບໜຶ່ງທີ່ສຳຄັນທີ່ສຸດ ຂອງລັດຄືທີ່ປະຕິບັດຜ່ານມາ, ຈະພະຍາຍາມສຸດຂີດ ເພື່ອສ້າງການພົວພັນ ສປປ ເກົາຫລີ-ສປ ຈີນ ໃຫ້ເປັນແບບຢ່າງຂອງການພົວພັນ ລະຫວ່າງ ປະເທດ, ພ້ອມກັນປະກອບສ່ວນເຂົ້າ ໃນສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top