7292

7totde,tdkolqj 'glu ,ltstdvo fegou odv'xt-5 ,7A 'xt4q ,,t]n d ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນຈັນ 08.06.2026 ປີທີ 25 ສະບັບທີ 6.452ັັີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ Iv'xtmkoxtgmf 8h voIa [ m6 ffko,kd g0Q k1h P,ve]k  ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນວັນທີ5ມິຖຸນາ 2026 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຂປລ. ໃນໂອກາດຢ້ຽມຢາມ ລັດຖະກິດ ສປ ຈີນ, ໃນວັນທີ 5 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້້າຮ່ວມພິທີ ຕ້ອນຮັບຢ່າງເປັນທາງການຈັດຂຶ້ນ ໃນລະດັບສູງສຸດ ແລະ ສົມກຽດທີ່ ຫໍສະພາປະຊາຊົນຈີນ ໂດຍມີການ ນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ. ພາຍຫລັງພິທີຕ້ອນຮັບຢ່າງເປັນ ທາງການ, ສະຫາຍທອງລຸນສີສຸລິດ ໄດ້ພົບປະກັບສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານ ປະເທດ ແຫ່ງ ສປ ຈີນ. ໃນການ ຂປລ. ໂດຍຕອບສະໜອງ ຕາມຄຳເຊື້ອເຊີນຂອງທ່ານ ສຸບ ຣາມານຍຳ ໃຈຊັງກາ (H.E. Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງສາທາລະນະລັດອິນເດຍ, ທ່ານທອງສະຫວັນ ພົມວິຫານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ພ້ອມດ້ວຍຄະນະໄດ້ເດີນ ຂປລ. ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄັ້ງປະ ຖົມມະລືກຂອງຄະນະກຳມະການ ສົ່ງເສີມສະຫະກອນ ໃນວັນທີ 4 ມິຖຸນາ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະ ມົນຕີກະຊວງກະສິກຳແລະສິ່ງແວດ ລ້ອມ, ມີບັນດາຮອງລັດຖະມົນຕີ, ຄະນະກຳມະການສົ່ງເສີມສະຫະ ກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເປັນກອງ ປະຊຸມຄັ້ງປະຖົມມະລືກຂອງຄະນະ ກຳມະການສົ່ງເສີມສະຫະກອນ ເພື່ອ ຮັບຟັງການລາຍງານການຈັດຕັ້ງ ປະຕິບັດວຽກງານສະຫະກອນທີ່ ຜ່ານມາ, ຮັບຮອງເອົາທິດທາງ ແຜນການໃນຕໍ່ໜ້າ, ຄົ້ນຄວ້າ ແລະ ປຶກສາຫາລືບາງບັນຫາທີ່ຍັງຄົງ ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງສຳນັກຂ່າວນິກ ເກອິ ປະເທດຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງ ເຂົ້າຮ່ວມກອງ​ປະຊຸມ​ສາກົນ ວ່າດ້ວຍອະນາຄົດ​ຂອງອ​ າຊີ ຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia). ພ້ອມດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ຍັງມີແຜນທີ່ຈະພົບປະກັບການນໍາຂັ້ນສູງ ແລະ ຂະແໜງການກ່ຽວຂ້ອງຂອງຍີ່ປຸ່ນ ຈໍານວນໜຶ່ງ, ພ້ອມທັງຈະໃຫ້ ກຽດເປັນປະທານໃນງານພົບປະແລກປ່ຽນລະຫວ່າງວິສາຫະກິດ ຂອງລາວ ແລະ ຍີ່ປຸ່ນ ໃນລະຫວ່າງວັ​ ນທີ 10-11 ມິຖຸນາ 2026. ຂປລ. ໃນວັນທີ5ມິຖຸນາ2026, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຫລີ ສຽງ ກໍາມະການປະຈໍາກົມການເມືອງ ສູນກາງພັກກອມມູນິດຈີນ, ນາຍົກ c9h 'dko0v'dt-;'dko8j k'xtgmf ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ( ຂວາ )  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ g]0kmy dko.spj ra d xx ]k; rq [xtda [ g]0kmy dko.spj ra ddv,,6 oy f9u o g]0kmy dko.spj rq [xtda [ okpq d]a f4t,q o8u csj ' lx 9u o ລັດຖະມົນຕີແຫ່ງສປຈີນພ້ອມດ້ວຍ ຄະນະໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດຢູ່ ສປ ຈີນ ໃນລະ ຫວ່າງວັນທີ 2-6 ມິຖຸນາ 2026. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນທີ່ພົ້ນ ເດັ່ນຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເພື່ອນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດຢ່າງແທ້ຈິງ. ພິເສດ, ໃນປີ 2026 ນີ້ ເປັນປີທີ່ມີຄວາມໝາຍສໍາ ຄັນ ໃນໂອກາດຄົບຮອບ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ( ຊ້າຍ ) okpq d]a f4t,q o8u g0Q kIj ;,ry mu gxu fdkogzu pczj gvdtlkole7a o0v'0tc|'lb dlkmy dko c]t dy ]k  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ພິທີເຜີຍແຜ່ແຜນຍຸດທະ ສາດ ແລະ ແຜນພັດທະນາວິທະຍາ ສາດເຕັກໂນໂລຊີ ແລະ ນະວັດຕະ ກຳແຫ່ງຊາດ 2026-2040 ແລະ ນະໂຍບາຍຄູແຫ່ງຊາດ ຈັດຂຶ້ນໃນ ວັນທີ 5 ມິຖຸນາ 2026, ທີ່ມະຫາ ວິທະຍາໄລແຫ່ງຊາດ ໂດຍໃຫ້ ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ກາງ ) ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ຜູ້ທີ 3 ນັບຈາກຂວາຫາຊ້າຍ )  ອ່ານຕໍ່ໜ້າ 4່ າໍ່ ໜ້າ zj koIj k'76j ,n vq [Iq ,]b []h k'dko9ecod ];,ma '7;k,I5 ocI'mk'grf.o3]d0v'dkogIa f;Pd  ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ລິນຄໍາ ດວງສະຫວັນ dkoxj Pocx'fy o2h kvkdkf gxa owr0qj ,06j 8dkofe]q '-u ;y f0v',to5 f c]t -u ;tokMra o + ຂປລ. ການສະເຫລີມສະຫລອງ ຄົບຮອບ 53 ປີວັນສິ່ງແວດລ້ອມ ໂລກ ແລະ ຄົບຮອບ 27 ປີ ວັນ ສິ່ງແວດລ້ອມ ແຫ່ງຊາດ ປະຈຳປີ 2026 ຈັດຂຶ້ນເພື່ອສ້າງຈິດສຳນຶກ ໃຫ້ປະຊາຄົມໂລກ ກໍຄື ປະຊາຊົນ ລາວບັນດາເຜົ່າ ເຫັນໄດ້ຄວາມສຳ ຄັນຂອງສິ່ງແວດລ້ອມ ກໍຄື ການ ປ່ຽນແປງຂອງສະພາບດິນຟ້າອາ ກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ]k;{vy ogfp ln [8Ia fc|h o dkorq ;ra oIj ;,,n lv'/j kp +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 08/06/2026 xtgmf]k; ນາຍົກລັດຖະມົນຕີ...ົັົີ ລາວ-ອິນເດຍ...ິ ເລຂາທິການໃຫຍ່ ພັກ ປປ ລາວ...ິ່ັ ເລຂາທິການໃຫຍ່ ພົບປະ...ິ່ົ ພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການ ເຊື້ອເຊີນ ແລະ ການຕ້ອນຮັບອັນ ອົບອຸ່ນສະໜິດສະໜົມຂອງສະຫາຍ ສີ ຈິ້ນຜິງ ບັນດາການນໍາຂັ້ນສູງ ຂອງພັກ, ລັດຈີນ ທັງຢູ່ສູນກາງ ແລະ ແຂວງເຈີ້ຈຽງ ທີ່ຄະນະຝ່າຍ ລາວໄດ້ໄປຢ້ຽມຢາມ ຊຶ່ງສະແດງ ໃຫ້ເຫັນເຖິງມູນເຊື້ອອັນດີງາມ ແຫ່ງ ສາຍພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານ ຕາມ ທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່; ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XX ໂດຍ ສະເພາະຜົນສໍາເລັດຂອງກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝ ທີ XX ຂອງພັກກອມມູນິດຈີນ; ຊົມເຊີຍຜົນສໍາເລັດກອງປະຊຸມສະ ພາປຶກສາການເມືອງທົ່ວປະເທດ ຈີນ ແລະ ສະພາຜູ້ແທນປະຊາຊົນ ແຫ່ງຊາດຈີນ ຄັ້ງທີ 4 ສະໄໝທີ XIV ໃນຕົ້ນເດືອນມີນາ ຜ່ານມາ ແລະ ບັນດາຜົນສໍາເລັດໃນດ້ານ ຕ່າງໆທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ ໃນການສ້າງສາ ພັດທະນາປະເທດຈີນ ກໍຄື ການຫັນ ເປັນທັນສະໄໝຕາມ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີ ສີສັນພິເສດຂອງຈີນ ໃນຍຸກສະໄໝ ໃໝ່” ຊຶ່ງພັກ, ລັດລາວ ຖືຜົນສໍາ ເລັດດັ່ງກ່າວຂອງສະຫາຍຈີນ ເປັນບົດຮຽນ ແລະ ເປັນກໍາລັງໃຈ ໃນການສືບຕໍ່ສ້າງສາພັດທະນາ ປະເທດຊາດ. ສະຫາຍ ທອງລຸນ ສີສຸລິດ ສະ ແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫລືອ ອັນໃຫຍ່ຫລວງໃຫ້ແກ່ພາລະກິດຕໍ່ສູ້ ເພື່ອເອກະລາດແຫ່ງຊາດໃນເມື່ອ ກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນຂອງປະຊາຊົນລາວ; ຢືນຢັນຄືນເຖິງທັດສະນະສະເໝີຕົ້ນ ສະເໝີປາຍໃນການເສີມຂະຫຍາຍ ມິດຕະພາບອັນເປັນມູນເຊື້ອ ລາວຈີນ, ການຮ່ວມມືແບບຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ ຮ່ວມຊາຕາກໍາ ລາວ-ຈີນ ຊຶ່ງໄດ້ນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງປະເທດ. ແລະ ປີມິດຕະພາບ ລາວ-ຈີນ ຊຶ່ງ ສອງຝ່າຍໄດ້ຮ່ວມກັນສະເຫລີມ ສະຫລອງດ້ວຍບັນຍາກາດຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໝາຍສໍາ ຄັນທັງຢູ່ ສປປ ລາວ ແລະ ສປ ຈີນ ໃນລະດັບສູນກາງ ແລະ ທ້ອງຖິ່ນ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າການພົວພັນຮ່ວມມືດ້ານ ລັດເປັນຕົ້ນແມ່ນ ດ້ານເສດຖະກິດ, ການຄ້າການລົງທຶນ ແລະ ດ້ານ ອື່ນໆລະຫວ່າງສອງປະເທດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາ ໂຄງການຮ່ວມມື ແລະ ໂຄງການ ຊ່ວຍເຫລືອຫລາຍໂຄງການໄດ້ຮັບ ການຈັດຕັ້ງປະຕິບັດສໍາເລັດ ແລະ ໄດ້ສະແດງຄວາມຊົມເຊີຍຜົນສໍາ ເລັດການກໍ່ສ້າງສາຍສົ່ງ 500 ກິໂລ ໂວນ (kv) ລາວ-ຈີນ ທີ່ໄດ້ເປີດ ນໍາໃຊ້ເປັນທາງການໃນວັນທີ 20 ເມສາ 2026 ຜ່ານມາ ຊຶ່ງເປັນ ໂຄງການທີ່ນອນຢູ່ໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ສອງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຈີນ ທີ່ໄດ້ຮ່ວມມືກັນໃນການ ປາບປາມອາຊະຍາກຳທາງໄຊເບີ ທີ່ໄດ້ຮັບການເຫັນດີໃນໄລຍະຜ່ານ ມາ. ພ້ອມກັນນີ້, ສອງຝ່າຍໄດ້ປຶກ ສາຫາລື ແລະ ແລກປ່ຽນຄໍາຄິດ ເຫັນນໍາກັນ ເພື່ອເສີມຂະຫຍາຍ ການຮ່ວມມືືໃນຕໍ່ໜ້າ ໂດຍໄດ້ເຫັນດີ ຈະສືບຕໍ່ຮ່ວມມືຊຸກຍູ້ພາກສ່ວນທີ່ ກ່ຽວຂ້ອງຂອງສອງຝ່າຍຈັດຕັ້ງ ຜັນຂະຫຍາຍໝາກຜົນຂອງການ ຢ້ຽມຢາມຄັ້ງນີ້ ໃຫ້ປະກົດຜົນເປັນ ຈິງ, ສືບຕໍ່ຊຸກຍູ້ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ, ຮ່ວມກັນໝູນໃຊ້ທ່າແຮງທາງລົດໄຟ ລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ ແລະ ສືບຕໍ່ເພີ່ມທະວີການຮ່ວມມື ໃນດ້ານຕ່າງໆ ເຊັ່ນ: ການຮ່ວມມື ດ້ານເສດຖະກິດ, ການຄ້າ, ການ ລົງທຶນ, ພະລັງງານ ແລະ ບໍ່ແຮ່, ເຕັກໂນໂລຊີສູງ, ການພັດທະນາ ພື້ນຖານໂຄງລ່າງ, ວັດທະນະທໍາ, ການທ່ອງທ່ຽວ, ການຮ່ວມມືໃນ ຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ດ້ານອື່ນໆ ເພື່ອນໍາເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນສອງ ຊາດ ລາວ-ຈີນ. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າ ຄ່າ ແລະ ທັນການແກ່ ສປປ ລາວ ຕະຫລອດມາບໍ່ວ່າຈະໃນໄລຍະຕໍ່ສູ້ ເພື່ອຍາດເອົາຄວາມເປັນເອກະລາດ ແຫ່ງຊາດ ກໍຄື ໃນປັດຈຸບັນ ຊຶ່ງໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພ້ອມທັງໄດ້ຢໍ້າຄືນວ່າ ພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍຍຶດໝັ້ນທັດສະນະອັນ ສະເໝີຕົ້ນສະເໝີປາຍຂອງຕົນໃນ ການສະໜັບສະໜູນຫລັກການຈີນ ດຽວລວມທັງສະໜັບສະໜູນຜົນ ປະໂຫຍດອັນເປັນແກນກາງຂອງ ສປ ຈີນ ທັງໃນເວທີພາກພື້ນ ແລະ ສາກົນ. ທ່ານ ນາງ Soohyun Kim, ຫົວໜ້າ ອົ ງ ກ າ ນ ອຸ ຍ ແ ນັສ ໂ ກ (UNESCO) ພາກພື້ນປະຈໍາບາງ ກອກ, ມີຮອງລັດຖະມົນຕີກະຊວງອົງການ, ຜູ້ຕາງໜ້າອົງການຈັດຕັ້ງ ສາກົນ ປະຈຳລາວ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ຕາງໜ້າຄະນະ ຮັບຜິດຊອບໄດ້ລາຍງານໃຫ້ຊາບ ກ່ຽວກັບເຫດຜົນ-ຄວາມຈຳເປັນ ແລະ ຄວາມເປັນມາຂອງການຄົ້ນ ຄວ້າຮ່າງແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກ ໂນໂລຊີ ແລະ ນະວັດຕະກຳແຫ່ງ ຊາດ 2026-2040 ແລະ ນະໂຍ ບາຍຄູແຫ່ງຊາດ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຄວາມໝາຍຄວາມສໍາຄັນຂອງການເຜີຍແຜ່ຍຸດ ທະສາດ, ແຜນພັດທະນາ ແລະ ນະ ໂຍບາຍໃນຄັ້ງນີ້, ທັງໄດ້ຍົກໃຫ້ເຫັນ ບົດບາດຄວາມສຳຄັນຂອງວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະ ກຳທີ່ເປັນຕົວຂັບເຄື່ອນເສດຖະກິດສັງຄົມ, ຕັດສິນຄວາມໝັ້ນຄົງຂອງ ຊາດ, ຍົກລະດັບຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າ, ຊ່ວຍແກ້ໄຂສະພາບສິ່ງແວດ ລ້ອມທີ່ໂລກກໍາລັງຜະເຊີນຢູ່ໃນປັດ ຈຸບັນ, ຊ່ວຍສ້າງສິ່ງອຳນວຍໃຫ້ແກ່ ການບໍລິຫານລັດ ແລະ ອື່ນໆ ເພື່ອ ປະກອບສ່ວນເຂົ້າໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ໃຫ້ປະກົດຜົນເປັນຈິງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນ ຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ, ພ້ອມທັງເຂົ້າຮ່ວມປູກຕົ້ນໄມ້ຕື່ມອີກ. ຂ່າວ-ພສບ: ກົມປະຊາສຳພັນ ຫສນຍ. ໃນຂະນະດຽວກັນ, ສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມລັດຖະກິດ ສປ ຈີນ ຄັ້ງນີ້ຂອງສະຫາຍເລຂາທິການ ໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຊຶ່ງຈະເປັນຂີດໝາຍອັນສໍາ ຄັນໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ, ການພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການສ້າງ ເປັນຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງລັດຖະບານ ຈີນລາວ ກໍຄື ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ເປັນຮູບປະທໍາ ແລະ ນໍາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ ຈີນ-ລາວ, ລາວ-ຈີນ ໃຫ້ ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ. ທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນ ທາງການ ແລະ ເປັນປະທານກອງ ປະຊຸມຄະນະກຳມາທິການຮ່ວມວ່າ ດ້ວຍການຮ່ວມມືສອງຝ່າຍ ລາວອິນເດຍ ຄັ້ງທີ 10 ໃນລະຫວ່າງ ວັນທີ1-3 ມິຖຸນາ 2026 ທີ່ນະຄອນ ຫລວງນິວເເດນລີ, ປະເທດອິນເດຍ. ການພົບປະຫາລືຢ່າງເປັນທາງ ການສອງຝ່າຍ ແລະ ກອງປະຊຸມ ຄະນະກຳມາທິການຮ່ວມວ່າດ້ວຍ ການຮ່ວມມື ລາວ-ອິນເດຍ ຄັ້ງທີ 10 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນາ 2026 ໂດຍ ການເປັນປະທານຮ່ວມຂອງສອງ ລັດຖະມົນຕີກະຊວງການຕ່າງປະ ເທດລາວ ແລະ ອິນເດຍ. ໃນກອງ ປະຊຸມ, ທ່ານ ສຸບຣາມານຍຳ ໃຈຊັງກາ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ອິນເດຍ ຢ່າງເປັນທາງການຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ກໍຄື ການປະກອບສ່ວນເຂົ້າໃນການສະ ເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໃຫ້ມີ ເນື້ອໃນ ແລະ ຄວາມໝາຍຄວາມ ສໍາຄັນ ແລະ ເລິກເຊິ່ງຍິ່ງຂຶ້ນ. ໃນໂອ ກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຕີ ລາຄາສູງຕໍ່ການຮ່ວມມືອັນມີຜົນ ສຳເລັດໃນດ້ານຕ່າງໆລະຫວ່າງ ສອງປະເທດທີ່ໄດ້ເຕີບໃຫຍ່ຂະ ຫຍາຍຕົວຕະຫລອດ 7 ທົດສະຫວັດ ຜ່ານມາ ພ້ອມທັງໄດ້ເຊື້ອເຊີນທ່ານ ສຸບຣາມານຍຳໃຈຊັງກາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ເວລາອັນເໝາະສົມ. ນອກນັ້ນ, ສອງຝ່າຍໄດ້ປຶກສາ ຫາລື ແລະ ທົບທວນຄືນການພົວພັນ ຮ່ວມມືໃນດ້ານຕ່າງໆໃນໄລຍະຜ່ານ ມາພາຍຫລັງກອງປະຊຸມຄະນະ ກຳມາທິການຮ່ວມວ່າດ້ວຍການ ຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 9 ໄດ້ຈັດຂຶ້ນໃນປີ 2018 ເປັນຕົ້ນການຮ່ວມມືທາງດ້ານການ ເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ການທ່ອງທ່ຽວ, ການເຊື່ອມໂຍງ ດ້ານດີຈິຕອນ, ການພັດທະນາຊັບ ພະຍາກອນມະນຸດ, ການຮ່ວມມື ດ້ານວັດທະນະທໍາ, ວຽກງານປ້ອງ ກັນຊາດ ແລະ ອື່ນໆ, ລວມທັງການ ຮ່ວມມືລະຫວ່າງສອງກະຊວງການ ຕ່າງປະເທດ ລາວ ແລະ ອິນເດຍ ພ້ອມທັງເຫັນດີສືບຕໍ່ເສີມຂະຫຍາຍ ການຮ່ວມມືດັ່ງກ່າວ ໃຫ້ຂະຫຍາຍ ຕົວຂຶ້ນກວ່າເກົ່າ. ນອກຈາກນີ້, ສອງຝ່າຍເຫັນວ່າສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ ສືບຕໍ່ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ຊຶ່ງ ສະແດງອອກໃນການແລກປ່ຽນ ການພົບປະຢ້ຽມຢາມຂອງຄະນະ ຜູ້ແທນສອງປະເທດຢ່າງເປັນປົກ ກະຕິ ໂດຍສະເພາະແມ່ນການຢ້ຽມ ຢາມ ສປປ ລາວ ຂອງທ່ານນາຍົກ ລັດຖະມົນຕີ ນາເຣນດຣາໂມດີ ໃນ ໂອກາດເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ-ອິນເດຍ ໃນເດືອນ ຕຸລາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວ ກັບການຍົກລະດັບສາຍພົວພັນ ລະຫວ່າງສອງປະເທດຂຶ້ນເປັນຄູ່ ຮ່ວມມືຮອບດ້ານໃນອະນາຄົດ ເພື່ອ ໃຫ້ສອດຄ່ອງກັບການພົວພັນຮ່ວມ ມືທີ່ໃກ້ຊິດ ແລະ ການຂະຫຍາຍ ຕົວໃນປັດຈຸບັນ ແລະ ເຫັນດີຈະສືບ ຕໍ່ເຮັດວຽກຮ່ວມກັນ ເພື່ອກະກຽມ ໃຫ້ແກ່ການຍົກລະດັບດັ່ງກ່າວ. ນອກນີ້, ຍັງເຫັນດີສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມືອາຊຽນ-ອິນເດຍ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ອົງການ ສປຊ ແລະ ອື່ນໆ. ນອກນີ້, ສອງ ຝ່າຍຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດຽວກັນນີ້, ສອງ ລັດຖະມົນຕີກະຊວງການຕ່າງປະ ເທດ ລາວ ແລະ ອິນເດຍ ຍັງໄດ້ ຮ່ວມກັນລົງນາມຮັບຮອງເອົາບົດ ບັນທຶກກອງປະຊຸມຄະນະກຳມາ ທິການຮ່ວມວ່າດ້ວຍການຮ່ວມມື ສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ຊຶ່ງເປັນເອກະສານສໍາຄັນໃນ ຜົນສຳເລັດຂອງການຢ້ຽມຢາມ ຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ສອງ ກະຊວງການຕ່າງປະເທດ ກໍຄື ຂະ ແໜງການກ່ຽວຂ້ອງຂອງສອງ ຝ່າຍສືບຕໍ່ເສີມຂະຫຍາຍ ແລະ ຮັດ ແໜ້ນການຮ່ວມມືໃນຂະແໜງການ ທີ່ສອງປະເທດມີທ່າແຮງອີງຕາມ ຂົງເຂດທີ່ໄດ້ກຳນົດໃນເນື້ອໃນຂອງ ບົດບັນທຶກສະບັບດັ່ງກ່າວ. ພາຍຫລັງສໍາເລັດກອງປະຊຸມ, ສອງລັດຖະມົນຕີກະຊວງການ ຕ່າງປະເທດ ລາວ ແລະ ອິນເດຍ ໄດ້ຮ່ວມກັນເປັນສັກຂິພິຍານການ ແລກປ່ຽນເອກະສານຮ່ວມມື ຈໍາ ນວນ 3 ສະບັບ ຄື: ສັນຍາໂຄງການ ແລກປ່ຽນວັດທະນະທຳ; ບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ວຽກງານສາທາລະນະສຸກກ່ຽວກັບ ການຄຸ້ມຄອງຢາ; ອະນຸສັນຍາວ່າ ດ້ວຍການຮ່ວມມື ແລະ ຄຸ້ມຄອງຄູ ສອນປະຈຳຢູ່ວິທະຍາຄານ ໄກສອນ ພົມວິຫານ. ສອງຝ່າຍຍັງໄດ້ຮ່ວມ ກັນເປີດກາສັນຍະລັກສະເຫລີມສະ ຫລອງ ຄົບຮອບ 70 ປີ (2 ກຸມ ພາ 1956-2 ກຸມພາ 2026) ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ຢ່າງເປັນທາງການ. ໃນໂອກາດຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ທາງ ດ້ານປະຫວັດສາດ ແລະ ວັດທະ ນະທຳອັນເກົ່າແກ່ຂອງອິນເດຍ, ເຂົ້າຮ່ວມເປັນແຂກກິດຕິມະສັກໃນ ກອງປະຊຸມພົບປະພາກທຸລະກິດ ລາວ-ອິນເດຍ ຄັ້ງທີ 2; ຕ້ອນຮັບ ການຢ້ຽມຂໍ່ານັບຂອງທ່ານ ຣາຈູ ເສດຖາ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາປະເທດເນປານ ແລະ ທ່ານ Sanjay Kirloskar, ປະທານບໍລິສັດ Kirloskar. ນອກ ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ ສຳພາດຕໍ່ສຳນັກຂ່າວຂອງອິນເດຍ ຈຳນວນໜຶ່ງກ່ຽວກັບຜົນສຳເລັດ ການເດີນທາງຢ້ຽມຢາມທາງການ ແລະ ຈັດກອງປະຊຸມໃນຄັ້ງນີ້. ເພື່ອປະກອບສ່ວນສະເຫລີມ ສະຫລອງ 70 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດ ລາວອິນເດຍ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ລາວ ເຂົ້າພິທີເປີດງານວາງສະແດງ ຮູບພາບ ລາວ-ອິນເດຍ ຢູ່ນະຄອນ ຫລວງນິວເເດນລີ ຮ່ວມກັບເຈົ້າໜ້າ ທີ່ຂັ້ນສູງກະຊວງການຕ່າງປະເທດ ອິນເດຍ. ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຫວນຄືນການຢ້ຽມ ຢາມແຂວງເຈີ້ຈຽງ ໃນ 2 ວັນຜ່ານ ມາ ຊຶ່ງເປັນແຂວງທີ່ມີການພັດທະ ນາໄວໃນຂະແໜງອຸດສາຫະກໍາໃໝ່ ທີ່ທັນສະໄໝ, ວັດທະນະທໍາ ແລະ ທໍາມະຊາດ ທີ່ກົມກຽວກັບສິ່ງແວດ ລ້ອມ, ທັງເປັນຕົວແບບໃນທົ່ວປະ ເທດຈີນ ໃນການຜັນຂະຫຍາຍ ແນວ ຄິດ ສີຈິ້ນຜິງ ກ່ຽວກັບການຫັນເປັນ ທັນສະໄໝຕາມທິດສັງຄົມນິຍົມທີ່ມີ ສີສັນພິເສດຂອງຈີນ ໃນຍຸກສະໄໝ ໃໝ່ ຊຶ່ງເປັນບົດຮຽນອັນລໍ້າຄ່າແກ່ ການສ້າງສາພັດທະນາ ສປປ ລາວ ໃນຕໍ່ໜ້າ. ສະຫາຍ ສີ ຈິ້ນຜິງ ໄດ້ສະ ແດງຄວາມຍິນດີຕ້ອນຮັບສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມລັດຖະກິດຢູ່ ສປ ຈີນ; ຕີລາຄາສູງຕໍ່ຜົນການພົບປະກັບ ການນໍາຂັ້ນສູງຂອງພັກ, ລັດຈີນ ແລະ ການຢ້ຽມຢາມແຂວງເຈີ້ຈຽງ ຂອງສະຫາຍ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະ, ແຂວງເຈີ້ຈຽງ ເປັນ ແຂວງທີ່ສະຫາຍ ສີ ຈິ້ນຜິງ ເຄີຍ ເປັນການນໍາຊີ້ນໍາ-ນໍາພາຢູ່ແຂວງ ດັ່ງກ່າວ ເປັນເວລາ 5 ປີ. ສະຫາຍ ສີ ຈິ້ນຜິງ ຍັງໄດ້ແລກປ່ຽນທັດ ສະນະກ່ຽວກັບສະພາບການພາກ ພື້ນ ແລະ ສາກົນ, ການກໍ່ສ້າງ ສັງຄົມນິຍົມ ກໍຄື ບົດຮຽນຂອງ ສປ ຈີນ ໃນການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ໄດ້ເນັ້ນ ເຖິງຄວາມສໍາຄັນຂອງການນໍາ ພາຂອງພັກ ໃນພາລະກິດກໍ່ສ້າງ ສັງຄົມນິຍົມ; ສອງປະເທດ ຈີນລາວ ຕ້ອງຮ່ວມມືກັນໃຫ້ແໜ້ນແຟ້ນ ກວ່າເກົ່າທາງດ້ານການເມືອງ, ສືບ ຕໍ່ແລກປ່ຽນບົດຮຽນໃນດ້ານທິດສະ ດີ-ພຶດຕິກໍາ ໃນວຽກງານກໍ່ສ້າງ ພັກ-ພະນັກງານ, ການບໍລິຫານ ລັດ-ປົກຄອງປະເທດ, ວຽກງານ ສຶກສາຄົນຮຸ່ນໜຸ່ມໃຫ້ເປັນຜູ້ສືບ ທອດມິດຕະພາບ ຈີນ-ລາວ ຕໍ່ໄປ. ໃນການພົບປະ, ສອງຝ່າຍໄດ້ ແລກປ່ຽນຄວາມຄິດເຫັນທີ່ເປັນ ຍຸດທະສາດນໍາກັນຢ່າງຮອບດ້ານ ດ້ວຍບັນຍາກາດທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ, ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງຕໍ່ທິດ ທາງທີ່ເປັນຍຸດທະສາດຂອງການ ຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະ ເພາະແມ່ນການຮ່ວມກັນຈັດຕັ້ງປະ ຕິບັດແຜນແມ່ບົດວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີ ຄວາມເຂັ້ມແຂງໜຽວແໜ້ນໃນທຸກ ສະພາບການຂອງຍຸກໃໝ່, ປະຕິບັດ ບັນດາໂຄງການຮ່ວມມືສຳຄັນຂອງ ສອງຝ່າຍໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້ ເພື່ອນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດນັບ ມື້ນັບຫລາຍຂຶ້ນ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນສະຫາຍ ສີຈິ້ນຜິງ ຢ້ຽມຢາມ ສປປ ລາວ, ສະຫາຍ ສີຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບການເຊື້ອເຊີນໄປ ຢ້ຽມຢາມ ສປປ ລາວ ໃນເວລາທີ່ ເໝາະສົມ. ພາຍຫລັງການພົບປະ, ເລຂາ ທິການໃຫຍ່, ປະທານປະເທດ ຂອງ ສອງພັກ, ສອງລັດ ລາວ-ຈີນ ໄດ້ ຮ່ວມເປັນສັກຂີພິຍານໃນພິທີລົງ ນາມເອກະສານການຮ່ວມມືສອງ ຝ່າຍ ຈໍານວນ 32 ສະບັບ ຊຶ່ງກວມ ເອົາຂົງເຂດການຮ່ວມມືລະຫວ່າງ ບັນດາອົງການອ້ອມຂ້າງສູນກາງ ພັກຂອງສອງພັກ ລາວ-ຈີນ, ເສດ ຖະກິດ, ການຄ້າ, ການເງິນ, ການ ລົງທຶນ, ພະລັງງານ, ກະສິກໍາ, ວັດທະນະທໍາ, ການພັດທະນາຊັບ ພະຍາກອນມະນຸດແລະໜັງສືມອບຮັບບັນດາໂຄງການຊ່ວຍເຫລືອ ຈາກ ສປ ຈີນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ອອກ “ຖະແຫລງການຮ່ວມ ລະຫວ່າງ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່” ຊຶ່ງຖືເປັນໝາກຜົນລວມຍອດຂອງ ການຢ້ຽມຢາມລັດຖະກິດ ສປ ຈີນ ໃນຄັ້ງນີ້.

08/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K gruj ,mt;u 7;k,gxa og9Q kdko c]t rh v,da o xq dxa dIa dlklyj 'c;f]h v, grnj vlh k'r6 ,vkdkf.sh lq f-nj o ບົດສະເໜີົີ (ເນ່ືອງໃນໂອກາດວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສ່ິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ)່ື ອັ ນິ່ ງ້ ອົ ບີ ັ ນ່ິ່ ງ້ ອ່ ງົ ບີ ) ຂປລ. ເມື່ອຮອດວັນທີ 5 ຂອງ ທຸກໆປີ ສປປ ລາວ ໄດ້ຮ່ວມກັບບັນ ດາປະເທດໃນທົ່ວໂລກຈັດພິທີສະ ເຫລີມສະຫລອງວັນສິ່ງແວດລ້ອມ ໂລກ ແລະ ວັນສິ່ງແວດລ້ອມແຫ່ງ ຊາດ. ການສະເຫລີມສະຫລອງ ວັນດັ່ງກ່າວດຳເນີນໄປພ້ອມກັບ ຂະບວນການປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຊຶ່ງໄດ້ຖືເອົາວັນ ສຳຄັນດັ່ງກ່າວ ເພື່ອປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກ ພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງ ສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ, ເປັນການ ເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ ຊັບພະຍາກອນທຳມະຊາດ ໄປຕາມ ທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງ ສິ່ງແວດລ້ອມຂອງພວກເຮົາ ໃຫ້ມີ ສິ່ງແວດລ້ອມທີ່ດີ, ປາສະຈາກມົນ ລະພິດ ເປັນຕົ້ນ ອາກາດທີ່ດີ, ສາຍ ນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມ ສົມບູນ, ຊີວະນາໆພັນທີ່ມີຄວາມ ຫລາກຫລາຍ, ດິນ, ຊັບພະຍາກອນ, ຍັງເປັນການປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ, ພັກ-ລັດຖະບານ ຈຶ່ງໄດ້ກຳ ນົດເອົາວັນທີ 1 ເດືອນມິຖຸນາ ຂອງ ທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງ ຊາດ ແລະ ວັນເດັກນ້ອຍສາກົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ກ່ຽວກັບຄວາມໝາຍຄວາມສຳຄັນ ແລະຄຸນປະໂຫຍດຂອງປ່າໄມ້. ເພື່ອ ປູກຈິດສໍານຶກໃຫ້ອະນຸຊົນ ແລະ ເຍົາ ວະຊົນ ກໍຄື ທົ່ວສັງຄົມ ເຫັນໄດ້ເຖິງ ຄວາມສໍາຄັນຂອງປ່າໄມ້, ເປັນການ ປຸກລະດົມທົ່ວປວງຊົນເຂົ້າຮ່ວມ ການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເຮັດໃຫ້ປ່າໄມ້ມີ ຄວາມອຸດົມສົມບູນກາຍເປັນທ່າ ແຮງການພັດທະນາເສດຖະກິດສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ເຄື່ອງປ່າຂອງດົງ, ປ່າທຳມະຊາດ ໄປສູ່ການນຳໃຊ້ດ້ວຍການປູກ, ການລ້ຽງ, ການຄຸ້ມຄອງ ແລະ ເປັນການປະຕິບັດແຜນຍຸດທະສາດ ຂອງລັດຖະບານໃນການພັດທະນາ ປ່າໄມ້ໃນຂອບເຂດທົ່ວປະເທດແລະ ພາບປະກອບ ແຮ່ທາດ ທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກເຊັ່ນ ຫລານ ແລະ ເພື່ອເປັນການປຸກລະ ດົມບຸກຄົນ, ສົ່ງເສີມປົກປັກຮັກສາ ສິ່ງແວດລ້ອມ, ຮັບຮູ້ເຖິງຜົນປະ ໂຫຍດຄວາມສຳຄັນຂອງປ່າໄມ້ທີ່ ເປັນຊັບພະຍາກອນທຳມະຊາດອັນ ລ້ຳຄ່າ ແລະ ຮຽກຮ້ອງການຈັດຕັ້ງ ທຸກພາກສ່ວນຈົ່ງພ້ອມກັນຮັກສາ ປ່າໄມ້ທຳມະຊາດ ເພື່ອຕ້ານໂລກ ຮ້ອນ ແລະ ຕ້ານອຸທົກກະໄພ, ຮັກ ສາເບ້ຍໄມ້ທີ່ປູກໃຫ້ຈະເລີນເຕີບໂຕ ງອກງາມ, ເອົາໃຈໃສ່ບົວລະບັດ ຮັກສາເບ້ຍໄມ້ບໍ່ໃຫ້ຫ່ຽວແຫ້ງ ແບ່ງ ຄວາມຮັບຜິດຊອບໃນການຄຸ້ມ ຄອງ, ໃສ່ຝຸ່ນພູນດິນ, ຫົດນ້ຳ ແລະ ປູກທົດແທນຕົ້ນໄມ້ທີ່ຕາຍໄປແລ້ວ ເພື່ອເຮັດໃຫ້ສຳນັກງານຫ້ອງການ, ບ້ານມີຄວາມຮົ່ມເຢັນ ເຮັດໃຫ້ທົ່ວ ເມືອງມີຕົ້ນໄມ້, ປ່າໄມ້ຂຽວງາມ, ຫລຸດພາວະໂລກຮ້ອນ ແລະ ຮັກສາ ຄວາມສົມບູນຂອງທຳມະຊາດ. ປ່າໄມ້ ແມ່ນຊັບພະຍາກອນ ທຳມະຊາດອັນລ້ຳຄ່າແລະມີຄວາມ ໝາຍຄວາມສຳຄັນຕໍ່ກັບມະນຸດເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ທຳ ມະຊາດມີຄວາມສົມດູນ ເຮັດໃຫ້ສະ ພາບດິນຟ້າອາກາດ ຖືກຕ້ອງຕາມ ລະດູການ ແລະ ແນໃສ່ປົກປັກຮັກ ສາສິ່ງແວດລ້ອມ, ຮັກສາແຫລ່ງ ນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກ ສາຄຸນນະພາບຂອງດິນ ແລະ ຫລຸດ ຜ່ອນການປ່ຽນແປງຂອງດິນຟ້າ ອາກາດ, ທັງເປັນການປະກອບ ສ່ວນເຂົ້າໃນການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນບ້ານ, ທັງເປັນການຫັນ ປ່ຽນແນວຄິດໃນການຊົມໃຊ້ໄມ້, lk]t;a o 8u ]k7k7n odko9a f8A ' xt8y [a f;Pd'ko 6 gfn vo8Q oxu 2026 ໂດຍ: ສ.ພະຈັນັ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ g9Q k|h kmu j dtly de c]t ly j 'c;f]h v, s]kpmh v'4y j ogvq k.9.lj lq j 'glu ,dkozt]y f]tf6 /q o ຂປລ. ປັດຈຸບັນການຜະລິດເຂົ້າ- ພືດລະດູຝົນປີນີ້ ແມ່ນໄດ້ທຳການ ຜະລິດຢ່າງເປັນຂະບວນຟົດຟື້ນໃນ ຂອບເຂດທົ່ວປະເທດ ເພື່ອໃຫ້ບັນ ລຸຕາມຄາດໝາຍທີ່ວາງໄວ້. ຂະນະ ທີ່ເຈົ້າໜ້າທີ່ກະສິກຳ ແລະ ສິ່ງແວດ ລ້ອມ ລ້ວນແຕ່ໄດ້ເອົາໃຈໃສ່ສົ່ງເສີມ ທາງດ້ານເຕັກນິກວິຊາການ, ແນວ ພັນ ແລະ ສິ່ງຈຳເປັນໃຫ້ແກ່ຊາວກະ ສິກອນຜະລິດໃຫ້ໄດ້ຮັບຜົນດີ. ທ່ານ ກົງໃຈ ສີດາວົງ ຫົວໜ້າພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໄດ້ໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ປີນີ້ ແຂວງອັດຕະປື ໄດ້ ວາງຄາດໝາຍປູກພືດລະດູຝົນ ໃຫ້ ໄດ້ 39,3 ພັນກວ່າເຮັກຕາ. ຂະນະ ທີ່ພືດສະບຽງອາຫານໃຫ້ໄດ້ 31,3 ພັນກວ່າເຮັກຕາ, ຊຶ່ງປະກອບມີເຂົ້າ ນາ ແລະ ເຂົ້າໄຮ່ ໃຫ້ໄດ້ 28,7 ພັນ ກວ່າເຮັກຕາ, ຄາດຄະເນຜົນຜະລິດ 89 ພັນກວ່າໂຕນ, ປູກພືດທົ່ວໄປ ໃຫ້ໄດ້ເກືອບ 2,6 ພັນເຮັກຕາ, ຄາດ ຄະເນຜົນຜະລິດ 27 ພັນກວ່າໂຕນ ລວມມີ: ໝາກງາ, ເຜືອກ-ມັນ, ສາລີ ຫວານ ແລະ ພືດຜັກອື່ນໆ. ສ່ວນ ພືດເປັນສິນຄ້າ ໃຫ້ໄດ້ເກືອບ 8 ພັນ ເຮັກຕາ. ໃນນັ້ນ, ການປູກເຂົ້າເປັນ ສິນຄ້າ ຂອງບໍລິສັດ ໄອດີພີ ເກັບຊື້ ມີ 5 ບ້ານ ຢູ່ເມືອງສະໜາມໄຊ ເນື້ອ ທີ່ 1,4 ພັນກວ່າເຮັກຕາ ຄາດຄະເນ ຜົນຜະລິດ 4,4 ພັນກວ່າໂຕນ, ປູກ ກາເຟ ຢູ່ 2 ເມືອງ ໃຫ້ໄດ້ 1 ພັນກວ່າ ເຮັກຕາ, ປູກຖົ່ວລຽນເປັນສິນ ຄ້າ ໃຫ້ໄດ້ 5,5 ພັນກວ່າເຮັກຕາ. ການທີ່ຈະເຮັດໃຫ້ແຜນການປູກ ພືດໃນລະດູຝົນປີນີ້ ບັນລຸຕາມແຜນ ການທີ່ວາງໄວ້ ທາງພະແນກກະສິ ກໍາແລະສິ່ງແວດລ້ອມແຂວງໄດ້ຊຸກ ຍູ້, ສົ່ງເສີມໃນການຜະລິດລະດູຝົນ ຕິດພັນກັບການແຕ່ງຕັ້ງຄະນະຮັບ ຜິດຊອບຂັ້ນແຂວງ ແລະ ເມືອງ ເພື່ອ ຊຸກຍູ້ການຜະລິດ ໂດຍໄດ້ອອກແຈ້ງ ການເຖິງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ 5 ຕົວເມືອງ ເພື່ອກະ ກຽມຄວາມພ້ອມໃນການຜະລິດ, ໄດ້ກະກຽມແນວພັນເຂົ້າພັນປັບ ປຸງ ຮຸ່ນ 3 ຈໍານວນ 15 ໂຕນ ຢູ່ສູນ ສົ່ງເສີມບໍລິການເຕັກນິກກະສິກໍາ ແລະ ສະເພາະຢູ່ໃນສູນຈະສືບຕໍ່ຂະ ຫຍາຍແນວພັນເຂົ້າຮຸ່ນ 2 ໃຫ້ໄດ້ຮຸ່ນ 3 ຈໍານວນ 10 ໂຕນ. ນອກຈາກນີ້, ແມ່ນມີຢູ່ນໍາປະຊາຊົນ ແລະ ກຸ່ມຜະ ລິດ ທີ່ໄດ້ເກັບຮັກສາແນວພັນເຂົ້າ ໄວ້ ພ້ອມທັງຍັງໄດ້ກະ ກຽມກົນຈັກ ບໍລິການຮັບໃຊ້ການຜະລິດ ມີລົດໄຖ ນາຂະໜາດນ້ອຍ ປະມານ 3,2 ພັນ ກວ່າຄັນ, ມີລົດກ່ຽວເຂົ້າ 9 ຄັນ, ລົດ ດຳນາຂະໜາດນ້ອຍ, ກາງ 30 ຄັນ, ເຄື່ອງຟາດເຂົ້າ ຂະໜາດນ້ອຍ-ຂະ ໜາດກາງ 160 ເຄື່ອງ, ເຄື່ອງອົບ ເຂົ້າຂະໜາດກາງ-ຂະໜາດໃຫຍ່ 3 ເຄື່ອງ ແລະ ລົດຢອດເຂົ້າ 1 ຄັນ, ມີລະບົບຊົນລະປະທານ ແລະ ນໍ້າໃຕ້ ດິນ ເພື່ອແກ້ໄຂໃນເວລາແຫ້ງແລ້ງ ຈໍານວນ12ແຫ່ງ, ສາມາດສະໜອງ ນໍ້າໃນເນື້ອທີ່ 4,9 ພັນກວ່າເຮັກຕາ, ມີເຮືອນຮົ່ມ 3 ຕົວເມືອງ 61 ຫລັງ, ມີຜູ້ປະກອບການ ແລະ ຫ້າງຮ້ານ ຈໍາໜ່າຍປັດໄຈການຜະລິດເປັນຕົ້ນ ຝຸ່ນ, ຢາປາບສັດຕູພືດ, ແນວພັນພືດ ຕ່າງໆ ແລະ ອຸປະກອນຮັບໃຊ້ໃນ ການຜະລິດ 6 ຫົວໜ່ວຍ, ໄດ້ກະ ກຽມເບ້ຍກາເຟ 3,3 ລ້ານກວ່າເບ້ຍ, ເບ້ຍຖົ່ວລຽນ 6 ແສນກວ່າເບ້ຍ ທີ່ ປະຊາຊົນ, ໂຄງການ, ຜູ້ປະກອບ ການ ແລະ ບໍລິສັດ ໄດ້ກະກຽມກ້າ ເບ້ຍໄວ້ແລ້ວ. ສຳລັບຢູ່ແຂວງສາລະວັນ ເມື່ອ ມໍ່ໆມານີ້ ທ່ານ ສິນໄຊ ເພັດແພງສີ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວ ມອບແນວພັນເຂົ້າໃຫ້ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງ ຄົງເຊໂດນ ເພື່ອນໍາໄປແຈກຢາຍ ໃຫ້ຊາວກະສິກອນໃນ 17 ບ້ານ ເປົ້າໝາຍຂອງເມືອງຄົງເຊໂດນ, ຕາງໜ້າຮັບໂດຍ ທ່ານ ຄໍາສະໄຫວ ແກ້ວວົງສັກ ຫົວໜ້າຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງ ພ້ອມຄະນະ, ໂດຍການເຂົ້າຮ່ວມ ຂອງ ທ່ານ ຄຳໝັ້ນ ສີດຳດວນ ຮອງປະທານຄະນະກໍາມະການປົກ ຄອງເມືອງ, ຜູ້ຊີ້ນໍາຂົງເຂດວຽກ ເສດຖະກິດ, ພ້ອມດ້ວຍພະນັກງານ ວິຊາການເຂົ້າຮ່ວມ. ແນວພັນເຂົ້າ ທີ່ນຳມາມອບຄັ້ງນີ້ ມີແນວພັນເຂົ້າ ຫອມດອກຄຳ 16, ແນວພັນເຂົ້າ ວຽງຈັນ 450, ແນວພັນເຂົ້າໂພນ ງາມ 1, ແນວພັນເຂົ້າໂພນງາມ 7, ລວມມູນຄ່າທັງໝົດ 360 ລ້ານ ກີບ. ການມອບແນວພັນດັ່ງກ່າວ ເພື່ອເປັນການສົ່ງເສີມຂະບວນການ ຜະລິດໃນລະດູຝົນໃຫ້ມີຄວາມເຂັ້ມ ແຂງຢູ່ພາຍໃນແຂວງສາລະວັນ ກໍຄື ເມືອງຄົງເຊໂດນ ທັງກຽມພ້ອມທຸກ ດ້ານໃນການຕ້ານແລງ-ຕ້ານຖ້ວມ ໃນໄລຍະທີ່ສະພາບດິນຟ້າອາກາດ ມີການປ່ຽນແປງ. ຂປລ. ເມື່ອບໍ່ດົນມານີ້, ແຂວງ ສາລະວັນ ຈັດກອງປະຊຸມສະຫລຸບ ຕີລາຄາວຽກງານກໍ່ສ້າງພັກ-ພະ ນັກງານ, ລັດຖະກອນ-ພາລາກອນ, ກົງຈັກການຈັດຕັ້ງ, ການປົກຄອງ ແລະ ວຽກງານແຂ່ງຂັນຍ້ອງຍໍ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026 ໂດຍໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ຈັນສີ ລອນ ສີສົມບູນ ຫົວໜ້າຄະນະຈັດ ຕັ້ງແຂວງ, ມີບັນດາຄະນະຈັດຕັ້ງ ແຂວງ, ຫົວໜ້າ-ຮອງຫົວໜ້າພະ ແນກການອ້ອມຂ້າງແຂວງ, ຫ້ອງ ການຈັດຕັ້ງ 8 ເມືອງ ແລະ ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ການຕີລາ ຄາຄືນການຈັດຕັ້ງປະຕິບັດວຽກ ງານໄລຍະ 6 ເດືອນຜ່ານມາ, ຄະນະພັກ, ຄະນະນໍາຄະນະຈັດຕັ້ງ ແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ວຽກງານກໍ່ສ້າງພັກ-ພະນັກງານ, ລັດຖະກອນ-ພາລະກອນ, ກົງຈັກ ການຈັດຕັ້ງ, ການປົກຄອງ ແລະ ວຽກງານແຂ່ງຂັນຍ້ອງຍໍ ດ້ວຍ ຄວາມຮັບຜິດຊອບສູງ ເພື່ອເປັນ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະ ນະພັກແຂວງ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ວາງອອກ ແລະ ແຜນງານ, ໂຄງການດໍາເນີນງານ ຂອງຄະນະຈັດຕັ້ງແຂວງ ເຮັດໃຫ້ ຄະນະຈັດຕັ້ງແຂວງ ສາມາດເຄື່ອນ ໄຫວວຽກງານບັນລຸຜົນສຳເລັດ ຕາມລະດັບຄາດໝາຍ. ໃນນັ້ນ, ວຽກງານວິຊາສະເພາະເອົາໃຈໃສ່ ໃນການຄຸ້ມຄອງການຈັດຕັ້ງຂອງ ພັກ, ຄຸ້ມຄອງສະມາຊິກພັກ ທົ່ວ ແຂວງ ຊຶ່ງມີການຈັດຕັ້ງຮາກຖານ ພັກທັງໝົດ 1.148 ຮາກຖານ (ທຽບໃສ່ ປີ 2025 ຫລຸດລົງ 14 ຮາກຖານ ສາເຫດຍ້ອນມີການປັບ ປຸງກົງຈັກການຈັດຕັ້ງຍຸບ, ໂຮມ ເຂົ້າກັນ); ໃນນີ້ມີຄະນະພັກຮາກ ຖານທັງໝົດ 57 ຮາກຖານ, ມີ ໜ່ວຍພັກທັງໝົດ 1.091 ໜ່ວຍ ພັກ (ໃນນັ້ນໜ່ວຍພັກຮາກຖານ 822 ໜ່ວຍພັກ, ມີໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານ 269 ໜ່ວຍ ພັກ); ຄະນະພັກຮາກຖານອ້ອມ ຂ້າງແຂວງມີ 16 ຮາກຖານ, ຄະ ນະພັກຮາກຖານ 2 ກໍາລັງປະກອບ ອາວຸດມີ 14 ຮາກຖານ ແລະ ຄະ ນະພັກຮາກຖານອ້ອມຂ້າງເມືອງ 27 ຮາກຖານ; ໃນນັ້ນ ສໍານັກງານ ມີ22ຮາກຖານ, ມີ1ກຸ່ມບ້ານແລະ 4 ຄະນະພັກຮາກຖານບ້ານໃຫຍ່; ທົ່ວແຂວງມີສະມາຊິກພັກທັງໝົດ 17.227 ສະຫາຍ, ຍິງ 4.341 ສະ ຫາຍ (ທຽບໃສ່ ປີ 2025 ຫລຸດລົງ 18 ສະຫາຍ), ສົມບູນ 16.367 ສະຫາຍ, ຍິງ 4.095 ສະຫາຍ, ສຳຮອງ 860 ສະຫາຍ, ຍິງ 246 ສະຫາຍ; ວຽກງານກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ ເນື່ອງ; ໃນປີ 2025 ຮັບຮອງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ໄດ້ 864 ໜ່ວຍພັກ ເທົ່າກັບ 86,05% ຂອງໜ່ວຍພັກທີ່ມີເງື່ອນ ໄຂປະເມີນ, ພ້ອມດຽວກັນໄດ້ສືບຕໍ່ ຊຸກຍູ້ຮັບຮອງແຜນສ້າງໃນປີ2026 ຈໍານວນ 1.089 ໜ່ວຍພັກ ເທົ່າກັບ 100% ຂອງໜ່ວຍພັກທັງໝົດໃນປີ 2025; ສຳເລັດການປະເມີນລັດຖະ ກອນຂັ້ນແຂວງ 28 ພາກສ່ວນ ແລະ ຂັ້ນເມືອງ 8 ເມືອງ. ທ່ານ ຈັນສີລອນ ສີສົມບູນ ຫົວ ໜ້າຄະນະຈັດຕັ້ງແຂວງສາລະວັນ ກໍໄດ້ຊີ້ທິດຕໍ່ກັບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃຫ້ກັບຄະນະພັກ, ຄະນະນໍາ, ພະນັກງານ-ລັດຖະກອນ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນວຽກງານຕົວຈິງຂອງຕົນໃຫ້ ເກີດດອກອອກຜົນ, ແນໃສ່ເຮັດ ໃຫ້ວຽກງານກົງຈັກການຈັດຕັ້ງ ຂອງແຂວງສາລະວັນ ມີຄວາມໜັກ ແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າ ຢ່າງບໍ່ຢຸດຢັ້ງ ໃນໄລຍະໃໝ່.

RkJQdWJsaXNoZXIy MTc3MTYxMQ==