ຂປລ
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະ ການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 2-6 ມິຖຸນາ 2026.
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະ ການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 2-6 ມິຖຸນາ 2026.
ໃນໄລຍະຢ້ຽມຢາມຄັ້ງນີ້, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຮັດວຽກກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ແຫ່ງ ສປປ ລາວ, ສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສະຫາຍ ຈ້າວ ເລິຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ພົບປະສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ. ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນ ພັກ, ລັດຂອງຕົນໃຫ້ກັນຊາບ, ໄດ້ແລກປ່ຽນຄໍາຄິດເຫັນກັນຢ່າງເລິກເຊິ່ງ ກ່ຽວກັບ ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ບັນຫາພາກພື້ນ-ສາກົນ ທີ່ມີຄວາມສົນໃຈນຳກັນ ແລະ ໄດ້ບັນລຸຄວາມເຫັນເປັນເອກະພາບກັນ ຢ່າງກ້ວາງຂວາງ.
ສອງຝ່າຍ ເຫັນດີເປັນເອກະພາບກັນວ່າ: ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ມີພາລະໜ້າທີ່ປະຫວັດສາດໃນການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ, ພັດທະນາປະເທດຊາດ ແລະ ສ້າງຄວາມກ້າວໜ້າໃຫ້ແກ່ມວນມະນຸດ. ການຍຶດໝັ້ນການນໍາພາຂອງພັກ ແລະ ເສັ້ນທາງສັງຄົມນິຍົມ ແມ່ນລັກສະນະທາດແທ້ທີ່ຊັດເຈນທີ່ສຸດຂອງສາຍພົວພັນ ລາວ-ຈີນ, ແມ່ນພື້ນຖານການເມືອງທີ່ໜັກແໜ້ນທີ່ສຸດຂອງການຂະຫຍາຍຕົວສາຍພົວພັນ ລາວ-ຈີນ. ການປ່ຽນແປງໃຫຍ່ຂອງໂລກທີ່ບໍ່ເຄີຍມີແຕ່ຮ້ອຍປີ ຜ່ານມານັ້ນກໍາລັງເລັ່ງລັດຂະຫຍາຍຕົວໂດຍໄວ, ພາຍໃຕ້ສະພາບການນີ້, ສອງຝ່າຍຄວນພັດທະນາສາຍພົວພັນ ລາວ-ຈີນ ໃຫ້ດີໃນລະດັບຍຸດທະສາດ ທີ່ພົວພັນເຖິງຊາຕາກຳ ແລະ ອະນາຄົດຂອງສັງຄົມນິຍົມ; ຄວນປົກປ້ອງຄວາມປອດໄພດ້ານການເມືອງ ດ້ານອໍານາດການເມືອງ ແລະ ດ້ານລະບອບ, ຍຶດໝັ້ນ ແລະ ເພີ່ມທະວີການນໍາພາຢ່າງຮອບດ້ານ ຂອງພັກ, ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບການຕົວຈິງຂອງຕົນ; ຄວນລົງເລິກການແລກປ່ຽນຖອດຖອນບົດຮຽນການປົກຄອງພັກ, ປົກຄອງລັດ, ຕັ້ງໜ້າຄົ້ນຄວ້າກົດເກນການກຳອຳນາດຂອງພັກກອມມູນິດ, ກົດເກນການກໍ່ສ້າງສັງຄົມນິຍົມ ແລະ ກົດເກນການພັດທະນາສັງຄົມມວນມະນຸດ; ຄວນເລັ່ງລັດຊຸກຍູ້ການພັດທະນາຂອງສອງປະເທດ, ຊ່ວຍເຫລືອກັນສາມັກຄີກັນ ແລະ ຮ່ວມມືກັນ ໃນພາລະກິດສ້າງການຫັນເປັນທັນສະໄໝ; ຄວນພະຍາຍາມຮ່ວມກັນ ເພື່ອພາ ລະກິດອັນສູງສົ່ງ ແຫ່ງຄວາມກ້າວໜ້າ ແລະ ການພັດທະນາຂອງມວນມະນຸດ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງ ພາລະກິດສັງຄົມນິຍົມຂອງໂລກ.
ຝ່າຍລາວ ຊົມເຊີຍຢ່າງສຸດອົກສຸດໃຈຕໍ່ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ, ຕີລາຄາສູງວ່າ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XVIII ຂອງ ພັກກອມມູນິດຈີນ ເປັນຕົ້ນມາ, ໃນເມື່ອຜະເຊີນໜ້າກັບໂລກທີ່ມີການຜັນແປຢ່າງສະຫລັບຊັບຊ້ອນ, ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ ໄດ້ນໍາໃຊ້ມາດຕະການທີ່ມີລັກສະນະຍຸດທະສາດ, ດໍາເນີນພຶດຕິກຳທີ່ມີລັກສະນະການປ່ຽນແປງ, ໄດ້ບັນລຸຄວາມຄືບໜ້າແບບບຸກທະລຸໃນດ້ານຕ່າງໆ, ຍາດໄດ້ຜົນສຳເລັດທີ່ເປັນຂີດໝາຍ ຊຶ່ງໄດ້ຊຸກຍູ້ພາລະກິດ ພັກ, ລັດ ບັນລຸຜົນງານລັກສະນະປະ ຫວັດສາດ, ເກີດມີການປ່ຽນແປງທີ່ມີລັກສະນະປະຫວັດສາດ. ຝ່າຍລາວ ຕີລາຄາຢ່າງສູງ, ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນ ໄດ້ສຳເລັດໜ້າທີ່ເປົ້າໝາຍຕົ້ນຕໍ ຂອງ ແຜນການ 5 ປີ ຄັ້ງທີ 14, ການຫັນເປັນທັນສະໄໝແບບຈີນ ໄດ້ມີບາດກ້າວເຂັ້ມແຂງ
ໃໝ່, ຂະບວນການໃຫມ່ເພື່ອບັນລຸເປົ້າໝາຍ 100 ປີ ເຫດການທີ 2 ໄດ້ເປີດສາກເປັນຢ່າງດີ. ຝ່າຍລາວ ອວຍພອນ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ພັກ-ລັດ ແລະ ປະຊາຊົນຈີນ ຈະສຳເລັດໜ້າທີ່ເປົ້າໝາຍທຸກປະການ ທີ່ໄດ້ກຳນົດໃນແຜນການ 5 ປີ ຄັ້ງທີ 15, ຍາດໄດ້ຜົນສໍາເລັດໃໝ່ ສອງມະຫັດສະຈັນ ທີ່ມີເສດຖະກິດຂະຫຍາຍຕົວຢ່າງວ່ອງໄວ ແລະ ສັງຄົມຮັກສາໄດ້ຄວາມໝັ້ນຄົງຢ່າງຍາວນານ, ເປີດສັງກາດໃໝ່ແຫ່ງການກໍ່ສ້າງ ການຫັນເປັນທັນສະໄໝ່ແບບຈີນ ຢ່າງແຂງ ແຮງ, ປະກອບສ່ວນໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ ເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນະຈະເລີນຮຸ່ງເຮືອງ ຂອງພາກພື້ນ ແລະ ໃນໂລກ.
ຝ່າຍຈີນ ຊົມເຊີຍຢ່າງສຸດໃຈຕໍ່ຜົນສໍາເລັດ ຂອງ ກອງປະຊຸມໃຫຍ່ຄັ້ງ ທີ XII ຂອງ ພັກປະຊາຊົນປະຕິວັດລາວ, ຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ອີກວາລະໜຶ່ງ, ຕີລາຄາສູງ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ເປັນຕົ້ນມາ, ສູນກາງພັກ ທີ່ມີ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນແກນ ນໍານັ້ນ, ໄດ້ສາມັກຄີ ແລະ ນໍາພາທົ່ວພັກ ປັບປຸງ, ບູລະນະການນໍາພາ ແລະ ເຕົ້າໂຮມກໍາລັງແຮງຕໍ່ສູ້ຂອງພັກ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ; ໄດ້ຮັກສາຄວາມຫມັ້ນຄົງທາງດ້ານການເມືອງ ແລະ ສັງຄົມ, ຕັ້ງຫນ້າຄົ້ນຄວ້າເສັ້ນທາງສັງຄົມນິຍົມ ທີ່ສອດຄ່ອງກັບສະພາບການຕົວຈິງຂອງຕົນ, ຕັ້ງຫນ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເສດຖະກິດໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບສູງຂຶ້ນ, ຍຶດຫມັ້ນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ, ເຮັດໃຫ້ຖານະບົດບາດ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຝ່າຍຈີນ ອວຍພອນ ແລະ ເຊື່ອຫມັ້ນວ່າ, ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍ ທອງລຸນ ສີສຸລິດ ເປັນແກນນໍານັ້ນ, ພັກ ແລະ ປະຊາຊົນລາວ ຈະສາມາດສໍາເລັດບັນດາເປົ້າຫມາຍສູ້ຊົນ ແລະ ຫນ້າທີ່ວຽກງານທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ກຳນົດໄວ້ຢ່າງມີໄຊ ແລະ ເປີດໂສມຫນ້າໃຫມ່ ແຫ່ງ ພາລະກິດສັງຄົມນິຍົມຂອງ ສປປ ລາວ ຢ່າງບໍ່ຢຸດຢັ້ງ, ກ້າວໄປສູ່ເປົ້າຫມາຍສູ້ຊົນ ໃນໂອກາດການສ້າງຕັ້ງພັກ ຄົບຮອບ 100 ປີ ດ້ວຍບາດກ້າວອັນຫນັກແຫນ້ນ.
ໃນໂອກາດການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ, ສອງຝ່າຍ ໄດ້ຫວນຄືນມິດຕະພາບອັນເປັນມູນເຊື້ອທີ່ເລິກເຊິ່ງ ຂອງ ສອງພັກ ແລະ ປະຊາຊົນສອງຊາດ ໄດ້ສ້າງຂຶ້ນໃນພາລະກິດການຕໍ່ສູ້ກູ້ຊາດ ແລະ ການສ້າງສາພັດທະນາປະເທດຊາດ; ເຫັນດີເອກະພາບກັນວ່າ, ສອງປະເທດ ລາວ-ຈີນ ເປັນປະເທດສັງຄົມນິຍົມ ແລະ ບ້ານໃກ້ເຮືອນຄຽງທີ່ຮ່ວມຊາຕາກຳອັນດຽວກັນ, ມີອຸດົມການອັນດຽວກັນ, ມີລະບອບສັງຄົມ ແລະ ເສັ້ນທາງການພັດທະນາທີ່ຄ້າຍຄືກັນ, ມີມິດຕະພາບແບບສະຫາຍອ້າຍນ້ອງດຽວກັນ ທີ່ການນໍາລຸ້ນອາວຸໂສຂອງ ສອງພັກ, ສອງລັດ ສ້າງຂຶ້ນນັ້ນ ໄດ້ຜ່ານຜ່າການທົດສອບ ແລະ ມີຄວາມໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ. ສອງຝ່າຍ ຢືນຢັນຄືນ, ຍຶດຫມັ້ນທິດທາງ ຫມັ້ນຄົງຍາວນານ, ມິດຕະພາບຖານບ້ານໃກ້ເຮືອນຄຽງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ການຮ່ວມມືຮອບດ້ານ ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ສືບຕໍ່ປົກປັກຮັກສາ ແລະ ພັດທະນາ ສາຍພົວພັນ ລາວ-ຈີນ ໃຫ້ດີ ເພື່ອນໍາເອົາຄວາມຜາສຸກມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ຫລາຍກວ່າເກົ່າ.
ສອງຝ່າຍເຫັນວ່າ, ການສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດແມ່ນ ຄັນທຸງອັນສະຫງ່າຜ່າເຜີຍ ແລະ ເປົ້າຫມາຍອັນສູງສົ່ງໃນວຽກງານການຕ່າງປະເທດ ຂອງປະເທດໃຫຍ່ ທີ່ມີສີສັນພິເສດຂອງຈີນ ແລະ ກໍແມ່ນວິໄສທັດ ແລະ ທິດທາງຮ່ວມກັນ ທີ່ບັນດາປະເທດໃນໂລກພະຍາຍາມຮ່ວມກັນ. ລາວ ແລະ ຈີນ ໄດ້ສ້າງຄູ່ຮ່ວມຊາຕາກຳສອງຝ່າຍກ່ອນຫມູ່, ປີ 2019 ແລະ 2023, ຜູ້ນໍາສູງສຸດຂອງສອງພັກ, ສອງລັດ ໄດ້ລົງນາມຮ່ວມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຮ່ວມກັນສອງຄັ້ງ. ພາຍໃຕ້ການຊີ້ທິດເຍືອງທາງ ຄວາມຮັບຮູ້ເປັນເອກະພາບອັນສໍາຄັນດັ່ງກ່າວ, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ຮັກສາການແລກປ່ຽນດ້ານຍຸດທະສາດຢ່າງແຫນ້ນແຟ້ນໃນຂັ້ນຕ່າງໆ ນັບແຕ່ສູນກາງຮອດທ້ອງຖີ່ນ ໄດ້ໄປມາຫາສູ່ກັນຢ່າງສະຫນິດແຫນ້ນ, ຂໍ້ລິເລີ່ມການສ້າງ “ຫນຶ່ງແລວ ຫນຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດຂອງລາວ ໄດ້ເຊື່ອມກັນຢ່າງເລິກເຊິ່ງ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຕາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີບັນຍາກາດຟົດຟື້ນ, ເປັນເສັ້ນທາງຄໍາ ທີ່ໄດ້ມີບົດບາດເພີ່ມຂຶ້ນຢ່າງຕໍ່ເນື່ອງໃນການຊຸກຍູ້ການພັດທະນາເສດຖະກິດ, ກາຍເປັນເສັ້ນທາງແຫ່ງຄວາມສຸກ, ເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງ ມິດຕະພາບ ລະຫວ່າງ ປະຊາຊົນຂອງສອງປະເທດ, ສະໜັບສະໜູນຄວາມພະຍາຍາມ ຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ແລະ ກ້າວເຂົ້າສູ່ເປັນ ປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງ. ໂຄງການໃຫຍ່ 8 ໂຄງການ ທີ່ ສປ ຈີນ ຊ່ວຍເຫລືອ ສປປ ລາວ ໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນລາວ ຢ່າງຕໍ່ເນື່ອງ, ມິດຕະພາບຂອງປະຊາຊົນສອງປະເທດ ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ, ສອງປະເທດ ລາວ-ຈີນ ໄດ້ມີການປະສານສົມທົບກັນຢ່າງແຫນ້ນແຟ້ນ ໃນເວທີພາກພື້ນ ແລະສາກົນ. ເດັດດ່ຽວສະຫນັບສະຫນູນກັນໃນການປົກປ້ອງຜົນປະໂຫຍດອັນເປັນແກ່ນສານຂອງຕົນເອງ. ສອງຝ່າຍ ໄດ້ສະແຫວງຫາການພັດທະນາ ໂດຍການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ ແລະຮ່ວມມືສາມັກຄີກັນຮັບມືກັບສິ່ງທ້າທາຍ, ອັນໄດ້ສະແດງໃຫ້ເຫັນວ່າ ຄູ່ຮ່ວມຊາຕາກຳ ທັງສາມາດສໍາຜັດ ແລະ ຮູ້ສຶກໄດ້, ມີການພັດທະນາເລິກເຊິ່ງຢ່າງຕໍ່ເນື່ອງ ແລະ ກ້າວເດີນໄປໄກຢ່າງໜັກແໜ້ນ.
ເມື່ອຜະເຊີນໜ້າກັບການປ່ຽນແປງຂອງໂລກ, ໃນຍຸກສະໄໝໃໝ່, ການປ່ຽນແປງຂອງປະຫວັດສາດ, ສອງຝ່າຍ ເຫັນດີເປັນເອກະພາບຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ (2024-2028), ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃນລະດັບສູງ, ດໍາເນີນການຮ່ວມມືດ້ານຄວາມຫມັ້ນຄົງ ຢ່າງຫນຽວແຫນ້ນສູງ, ລົງເລິກການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ຢ່າງມີຄຸນນະພາບສູງ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການແລກປ່ຽນວັດທະນະທໍາ ຢາງມີຄວາມຖີ່ສູງ, ປະສານງານດ້ານຍຸດທະສາດໃຫ້ແຫນ້ນແຟ້ນ ແລະ ມີມາດຕະຖານສູງ, ຊຸກຍູ້ການພົວພັນ ລາວ-ຈີນ ແລະ ພາລະກິດ ການຫັນເປັນທັນສະໄຫມທີ່ມີສີສັນພິເສດຂອງແຕ່ລະປະເທດ ໃຫ້ກ້າວເຂົ້າສູ່ໄລຍະໄຫມ່ ເພື່ອເປັນແບບຢ່າງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດ.
ສ້າງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງໃນລະດັບສູງ.
1. ຜູ້ນໍາສູງສຸດ ສອງພັກ, ສອງລັດ ຮັກສາການໄປມາຫາສູ່ກັນຢ່າງແຫນ້ນແຟ້ນ ມີບົດບາດການນໍາພາທີ່ບໍ່ມີອັນທົດແທນໄດ້ ຕໍ່ ການພັດທະນາສາຍພົວພັນສອງພັກ, ສອງລັດ; ສອງຝ່າຍ ຍິນດີສືບຕໍ່ກົນໄກຕ່າງໆ ເຊັ່ນ: ການຢ້ຽມຢາມ, ສົນທະນາທາງໄກ, ສົ່ງຈົດໝາຍ, ພົບປະໃນເວທີຫລາຍຝ່າຍ ແລະ ອື່ນໆ, ເພີ່ມທະວີການແລກປ່ຽນສົນທະນາດ້ານຍຸດທະສາດຂອງການນໍາຂັ້ນສູງ ສອງພັກ, ສອງລັດ, ໂດຍສະເພາະຜູ້ນໍາສູງສຸດຂອງສອງຝ່າຍ, ແລກປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ໃນບັນຫາສໍາຄັນຂອງ ການພົວພັນ ລາວ-ຈີນ ແລະ ສະພາບການພາກພື້ນ ແລະ ສາກົນ. ຊີ້ນໍານໍາພາສາຍພົວພັນ ລາວ-ຈີນ ໃຫ້ກ້າວໄປຕາມທິດທາງທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ ດ້ວຍວິໄສທັດ ແລະ ຍຸດທະສາດອັນຍາວໄກ.
2. ສືບຕໍ່ເສີມຂະຫຍາຍບົດບາດພິເສດ ຂອງສາຍພັກ ຢ່າງເຕັມສ່ວນ, ສືບຕໍ່ລົງເລິກ ຢ່າງກວ້າງຂວາງ ສະຫມໍ່າສະເຫມີ ຂອງ ການແລກປ່ຽນຮ່ວມມື ຂອງ ສອງພັກ ເພື່ອເພີ່ມກໍາລັງຊຸກຍູ້ອັນເຂັ້ມແຂງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ. ຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ (ປີ 2026-2030) ແລະ ສັນຍາການຮ່ວມມື ລະຫວ່າງ ຄະນະພົວຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ກັບ ຄະນະພົວຕ່າງປະເທດສູນກາງພັກກອມມູນິດຈີນ ໃຫ້ດີ, ລົງເລິກການແລກປ່ຽນບົດຮຽນການຄຸ້ມຄອງພັກ, ບໍລິຫານລັດ, ຈັດກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ່ 14 ທີ່ຈະຈັດຂຶ້ນຢູ່ຈີນ ໃນປີນີ້ໃຫ້ດີ, ລົງເລິກແລກປ່ຽນບັນຫາທິດສະດີ ແລະ ພຶດຕິກຳຕ່າງໆ ໃນການກໍ່ສ້າງທັນສະໄໝຂອງສັງຄົມນິຍົມ, ລົງເລິກການຮ່ວມມືຝຶກອົບຮົມພະນັກງານ, ເພີ່ມທະວີການຮ່ວມມືແລກປ່ຽນ ຂອງອົງການຈັດຕັ້ງສູນກາງ ຂອງສອງພັກ ແລະ ອົງການຈັດຕັ້ງພັກທ້ອງຖິ່ນຂອງສອງປະເທດ, ໂດຍສະເພາະແມ່ນ ອົງການຈັດຕັ້ງພັກຂອງແຂວງ (ເຂດ) ຊາຍແດນສອງປະເທດ.
3. ລົງເລິກການແລກປ່ຽນຮ່ວມມືໃນຂະແໜງການກວດກາພັກ, ກວດກາລັດ, ປະຕິບັດຂໍລິເລີ່ມ ປັກກິ່ງ ແຫ່ງເສັ້ນທາງສາຍໄໝທີ່ປອດໃສຂາວສະອາດ, ສືບຕໍ່ດໍາເນີນການກໍ່ສ້າງຄວາມປອດໃສຂາວສະອາດ ຂອງເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະດໍາເນີນງານ, ເພີ່ມທະວີການປະສານສົບທົບກັນໃນຂອບຫລາຍຝ່າຍ ເປັນຕົ້ນ ສົນທິສັນ ຍາຕ້ານການສໍ້ລາດບັງຫລວງ ຂອງ ສະຫະປະຊາຊາດ, ການຮ່ວມມື ອາຊຽນ-ຈີນ ເປັນຕົ້ນ, ເພີ່ມທະວີການຮ່ວມມືປະຕິບັດກົດໝາຍໃນການນໍາຈັບກຸມຜູ້ຫລົບໜີ ແລະ ທວງຄືນຊັບສີນຕ້ານການສໍ້ລາດບັງຫລວງ.
4. ເພີ່ມທະວີການແລກປ່ຽນການຮ່ວມມືມິດຕະພາບ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະພາປຶກສາການເມືອງທົ່ວປະເທດຈີນ ຕື່ມອີກ. ເພີ່ມທະວີການປະສານງານກັນ ລະຫວ່າງ ສອງອົງການນິຕິບັນຍັດ ໃນອົງການຈັດຕັ້ງສະພາພາກພື້ນ ແລະ ສາກົນ, ສະຫະພັນສະພານາໆຊາດ, ກອງປະຊຸມລະຫວ່າງລັດຖະສະພາປະເທດອາຊຽນ ເພື່ອປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງສອງປະເທດ ແລະ ປະເທດກຳລັງພັດທະນາ.
5. ສອງຝ່າຍ ເຫັນດີສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດຂັ້ນລັດຖະມົນຕີ 3+3 (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ) ເພື່ອເຮັດໃຫ້ການພັດທະນາ ແລະ ຄວາມຫມັ້ນຄົງ ທີ່ເປັນສອງວຽກໃຫຍ່ປະສານສົບທົບກັນ, ເພີ່ມທະວີການປະສານສົມທົບດ້ານຍຸດທະສາດຢ່າງຮອບດ້ານ ເພືື່ອຮ່ວມກັນຮັບມືກັບສິ່ງທ້າທາຍ.
6. ສືບຕໍ່ປະຕິບັດສັນຍາ ກ່ຽວກັບ ການເພີ່ມທະວີການຮ່ວມມືໃນສະພາບການໃຫມ່ ລະຫວ່າງ ສອງກະຊວງການຕ່າງປະເທດ ຂອງສອງປະເທດ, ຮັກສາກົນໄກການໄປມາຫາສູ່ກັນເປັນປະຈຳຂອງ ສອງກະຊວງການ ຕ່າງປະເທດ, ໝູນໃຊ້ກົນໄກການເຈລະຈາຄວາມໝັ້ນຄົງຮອບດ້ານ, ການເຈລະຈາການຮ່ວມມືການປະຕິບັດກົດຫມາຍ, ຕຸລາການ, ກົດໝາຍສາກົນ ແລະ ອື່ນໆ, ຮັກສາການແລກປ່ຽນ-ການປະສານງານກັນທຸກຂັ້ນ ຢ່າງ
ແໜ້ນແຟ້ນ. ເພີ່ມທະວີການປະສານສົບທົບຮ່ວມມື ໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ.
7. ເດັດດ່ຽວສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນບັນຫາທີ່ກ່ຽວພັນກັບຜົນປະໂຫຍດອັນເປັນແກນກາງ ແລະ ບັນຫາທີ່ສອງຝ່າຍເອົາໃຈໃສ່, ໃຫ້ຄວາມສໍາຄັນ. ຝ່າຍລາວ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນໃນການຍຶດໝັ້ນ ຫລັກການປະເທດຈີນດຽວ, ຮັບຮູ້ວ່າໃນໂລກນີ້ມີແຕ່ ປະເທດຈີນດຽວ, ໄຕ້ຫວັນ ແມ່ນພາກສ່ວນໜຶ່ງຂອງຜືນແຜ່ນດິນຈີນ ທີ່ບໍ່ສາມາດຕັດແຍກອອກໄດ້, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແມ່ນລັດຖະບານພຽງໜຶ່ງດຽວ ທີ່ຖືກຕ້ອງຕາມກົດໝາຍ ແລະ ຕາງໜ້າທົ່ວປະເທດຈີນ. ຝ່າຍລາວ ຄັດຄ້ານທຸກຄໍາເວົ້າ ແລະ ການກະທໍາທີ່ເປັນການທຳລາຍອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ຄັດຄ້ານການເຄື່ອນໄຫວທຸກຮູບແບບທີ່ເປັນການແບ່ງແຍກ “ໄຕ້ຫວັນເປັນເອກະລາດ”, ຄັດຄ້ານອິດທິກຳລັງພາຍນອກທີ່ຖືທຸກຂໍ້ອ້າງ ເພື່ອແຊກແຊງກິດຈະການພາຍໃນຂອງຈີນ ແລະ ມ້າງເພທໍາລາຍສັນຕິພາບ ແລະ ຄວາມໝັ້ງຄົງຂອງຊ່ອງແຄບທະເລໄຕ້ຫວັນ, ສະໜັບສະໜູນທຸກຄວາມພະຍາຍາມຂອງຈີນ ໃນການບັນລຸການທ້ອນໂຮມປະເທດຈີນເປັນເອກະພາບ; ສອງຝ່າຍ ຢືນຢັນຢ່າງໜັກແໜ້ນ ຕໍ່ຄວາມສັກສິດຂອງ ຍັດຕິເລກທີ 2758 ຂອງ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ທີ່ບໍ່ສາມາດທ້າທາຍໄດ້. ຝ່າຍລາວ ເດັດດ່ຽວສະໜັບສະໜູນຫລັກໝັ້ນທີ່ເປັນທຳຂອງຈີນ ໃນບັນຫາທີ່ພົວພັນເຖິງບັນຫາຮົງກົງ, ຊີນຈຽງ, ຊີຈ້າງ ແລະ ບັນຫາອື່ນໆ. ຝາຍຈີນ ເດັດດ່ຽວສະ ໜັບສະໜູນຝ່າຍລາວ ປົກປັກຮັກສາຄວາມເປັນເອກະລາດຂອງຜືນແຜນດີນອັນຄົບຖ້ວນ, ລະບອບສັງຄົມນິຍົມ ແລະ ເສັ້ນທາງການພັດທະນາດ້ວຍຕົນເອງ, ເດັດດ່ຽວສະໜັບສະໜູນການປົກປັກຮັກສາອະທິປະໄຕແຫ່ງຊາດ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາ.
ດໍາເນີນການຮ່ວມມືໃນດ້ານຄວາມໝັ້ນຄົງ ໃຫ້ມີຄວາມໜຽວແໜ້ນສູງ.
8. ສອງຝ່າຍ ຈະຮ່ວມກັນປົກປ້ອງ ແລະ ປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ສະເໜີບັນດາປະເທດຍຶດໝັ້ນທັດສະນະ ກ່ຽວກັບ ຄວາມໝັ້ນຄົງຮ່ວມກັນ, ກວມລວມ, ຮ່ວມມື ແລະ ຕໍ່ເນື່ອງ, ຍຶດໝັ້ນເຄົາລົບອະທິ ປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ບໍ່ແຊກແຊງເຂົ້າກິດຈະການພາຍໃນ ຂອງປະເທດອື່ນ; ເພີ່ມທະວີການແລກປ່ຽນສົນທະນາ ແລະ ຮ່ວມມືຕົວຈິງ ໃນຂອບຂໍ້ລິເລີ່ມຄວາມໝັ້ນຄົງໃນທົ່ວໂລກ, ຊຸກຍູ້ສ້າງຕັ້ງການພົວພັນຄູ່ຮ່ວມມືໃນດ້ານຄວາມໝັ້ນຄົງ ລະຫວ່າງ ລາວ-ຈີນ, ຮ່ວມກັນຊຸກຍູ້ບູລະນະການປົກຄອງຄວາມໝັ້ນຄົງໃນທົ່ວໂລກໃຫ້ສົມບູນແບບ.
9. ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມຫມັ້ນຄົງ. ຮັກສາການແລກປ່ຽນຄໍາຄິດເຫັນຂອງການນໍາຂັ້ນສູງ ແລະ ການໄປມາຫາສູ່ກັນ ຂອງຂັ້ນຕ່າງໆ ລະຫວ່າງ ສອງກອງທັບ, ສືບຕໍ່ດໍາເນີນການແລກປ່ຽນຮ່ວມມືມິດຕະພາບ ລະຫວ່າງ ທະຫານປ້ອງກັນຊາດ ຢູ່ເຂດຊາຍແດນຂອງສອງປະເທດ, ຕັ້ງຫນ້າດໍາເນີນການຮ່ວມມືໃນຂະແຫນງການວຽກງານການເມືອງ, ການຝຶກຊ້ອມທະຫານຮ່ວມກັນ, ການປິ່ນປົວພະຍາດ ແລະ ພາລາທິການ, ການຝຶກອົບຮົມພະນັກງານ ແລະອື່ນໆ, ປະສານສົບທົບກັນຢ່າງສະຫນິດແຫນ້ນໃນວຽກງານປ້ອງກັນຊາດໃນຂອບຫລາຍຝ່າຍ, ຮ່ວມກັນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.
10. ລົງເລິກການຮ່ວມມືການປະຕິບັດກົດຫມາຍ ແລະ ຄວາມຫມັ້ນຄົງຢ່າງຕໍ່ເນື່ອງ. ສ້າງຕັ້ງກົນໄກການພົບປະກັນຂັ້ນລັດຖະມົນຕີ ລະຫວ່າງ ອົງການປະຕິບັດກົດໝາຍ, ຮັກສາການໄປມາຫາສູ່ກັນໃນຂັ້ນຕ່າງໆຂອງອົງການປະຕິບັດກົດໝາຍຂອງສອງປະເທດ. ດໍາເນີນການປະສານສົມທົບກັນໃນຂົງເຂດຕ່າງໆຢ່າງມີປະສິດທິຜົນ, ສຸມໃສ່ການເພີ່ມທະວີການແລກປ່ຽນຂ່າວສານ ແລະ ບົດຮຽນ ໃນການຕ້ານ ແລະ ສະກັດກັ້ນການ “ປະຕິວັດສີ”, ຮ່ວມກັນປົກປັກຮັກສາຄວາມປອດໄພດ້ານການເມືອງ ແລະ ຄວາມປອດໄພຂອງລະບອບ. ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດກົດໝາຍ ແລະ ຕຸລາການ ເພື່ອຮັບປະກັນທາງດ້ານກົດໝາຍໃຫ້ແກ່ການພັດທະນາສາຍພົວພັນສອງຝ່າຍ; ເພີ່ມທະວີການປົກປ້ອງຄວາມປອດໄພ ແລະ ສິດຜົນປະໂຫຍດອັນຊອບທໍາ ດ້ວຍກົດໝາຍຂອງພົນລະເມືອງ, ໂຄງການ ແລະ ອົງການຈັດຕັ້ງຂອງຝ່າຍຄູ່ຮ່ວມມື ທີ່ຢູ່ໃນດິນແດນຂອງຕົນ; ເພີ່ມທະວີການຮ່ວມມືປົກປ້ອງຄວາມປອດໄພຂອງການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຮັບປະກັນຄວາມປອດໄພຂອງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການຮ່ວມມືສໍາຄັນອື່ນໆ, ເພີ່ມທະວີການຮ່ວມມືທາງດ້ານການປະຕິບັດກົດ ໝາຍໃນຂອບສອງຝ່າຍ ແລະ ພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ດໍາເນີນການປາບປາມອາດຊະຍາກຳຕ່າງໆຮ່ວມກັນຢ່າງຕໍ່ເນື່ອງ ເຊັ່ນ: ການພະນັນອອນລາຍ, ການສໍ້ໂກງທາງໂທລະຄົມ, ຢາເສບຕິດ ແລະ ການຄ້າມະນຸດ. ຝ່າຍລາວ ມີຄວາມປະສົງຈະເຂົ້າຮ່ວມເປັນປະເທດຮ່ວມກໍ່ຕັ້ງ ສະຫະພັນສາກົນ ເພື່ອຕ້ານການສໍ້ໂກງທາງໂທລະຄົມ ແລະ ອິນເຕີເນັດ; ເພີ່ມທະວີການຮ່ວມມື ແລະ ການແລກປ່ຽນ ລະຫວ່າງ ອົງການຈັດຕັ້ງຄຸ້ມຄອງການເຂົ້າ-ອອກເມືອງ (ຊາຍແດນ) ໃຫ້ເລິກເຊິ່ງກວ່າເກົ່າ, ສະກັດກັ້ນ ແລະ ປາບປາມການເຂົ້າ-ອອກເມືອງແບບຜິດກົດໝາຍ, ຮ່ວມມືກັນຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ດ່ານສາກົນ ແລະ ຄວາມສະເຫງົບຢູ່ບໍລິເວນຊາຍແດນ.
ລົງເລິກການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງ ມີຄຸນນະພາບສູງ.
11. ລົງເລິກການເຊື່ອມໂຍງ “ຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ຂອງ ສປປ ລາວ ເຂົ້າກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ໂດຍການຈັດຕັ້ງປະຕິບັດແຜນແມ່ບົດຮ່ວມກັນ ກ່ຽວກັບການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງທັງສອງປະເທດ ແລະ ວຽກງານຮ່ວມມືທີ່ເປັນຈຸດສຸມເປັນຢ່າງດີ, ປັບປຸງໃໝ່ລາຍຊື່ວຽກງານຮ່ວມມືທີ່ເປັນຈຸດສຸມ ໃນເວລາອັນ ເໝາະສົມ, ສັງລວມ ແລະ ຊຸກຍູ້ໂຄງການທີ່ເປັນສັນຍາລັກ ແລະ ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ສໍາຄັນຕື່ມອີກ, ລົງເລິກການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ດ້ານນະໂຍບາຍ ແລະ ດ້ານຄວາມເຂົ້າອົກເຂົ້າໃຈຂອງສອງປະເທດ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດໃຫ້ຫຼາຍຂຶ້ນຍິ່ງຕື່ມ. ນຳໃຊ້ກົນໄກການຮ່ວມມື ຂອງຄະນະກຳມະການແລວທາງເສດຖະກິດ ລາວ-ຈີນ, ຖືການພັດທະນາຮອບດ້ານຕາມທາງລົດໄຟ ລາວ-ຈີນ ແລະ ອື່ນໆ ເປັນຈຸດສຸມ, ສ້າງແລວທາງເສດຖະກິດ ລາວ-ຈີນ ໃຫ້ໄດ້ຮັບການຍົກລະດັບເປັນກ້າວໆ, ເລັ່ງລັດຊຸກຍູ້ການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ສະເພາະຂົນສົ່ງຜູ້ໂດຍສານຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ລະຫວ່າງ ລັດຖະບານສອງປະເທດ; ຝ່າຍຈີນ ຍິນດີຈະອີງຕາມຄວາມຕ້ອງການຂອງຝ່າຍລາວ, ຕັ້ງໜ້າພິຈາລະນາໃຫ້ການສະໜັບສະໜູນກໍ່ສ້າງລະບົບໂຄງລ່າງພື້ນຖານດ່ານບໍ່ເຕັນ-ບໍ່ຫານເບື້ອງຝ່າຍລາວ; ຖືບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ເປັນພື້ນຖານສໍາຄັນ ໃນການສືບຕໍ່ລົງເລິກການຮ່ວມມືທີ່ເປັນຮູບປະທໍາ ທາງດ້ານການເຊື່ອມໂຍງຕາຂ່າຍໄຟຟ້າຂ້າມຊາດ, ການຄຸ້ມຄອງ ແລະ ດໍາເນີນທຸລະກິດຕາຂ່າຍໄຟຟ້າ ເປັນຕົ້ນ, ສ້າງກົນໄກຮ່ວມມືດ້ານການພັດທະນາແຮ່ທາດທີ່ຄົບວົງຈອນ ພາຍໃຕ້ກົນໄກການຮ່ວມມື ຂອງ ຄະນະກໍາມະການແລວທາງເສດຖະກິດ ລາວ-ຈີນ, ສະໜັບສະໜູນວິສາຫະກິດຈີນ ໃນການເລັ່ງລັດສ້າງຖານການຜະລິດຝຸ່ນກາລີ.
12. ຍົກສູງພາລະບົດບາດ ຂອງ ສູນການຮ່ວມມືໝູນໃຊ້ປັນຍາປະດິດ ລະຫວ່າງ ອາຊຽນ-ຈີນ, ວິທະຍາ ໄລດີຈີຕອນ ອາຊຽນ-ຈີນ, ສູນຮ່ວມມືນະວັດຕະກຳປັນຍາປະດິດ ອາຊຽນ-ຈີນ ແລະ ສູນນະວັດຕະກຳອຸດສາຫະກຳປັນຍາປະດິດ ອາຊຽນ-ຈີນ, ລົງເລິກການຮ່ວມມືທີ່ເປັນຮູບປະທໍາທາງດ້ານເຕັກນິກດີຈີຕອນ, ປັນຍາປະດິດ, ການຄ້າເອເລັກໂຕຼນິກ ແລະ ອື່ນໆ ລະຫວ່າງ ລາວ-ຈີນ, ຮ່ວມກັນຝຶກອົບຮົມບຸກຄະລາກອນ, ຈັດການສໍາມະນາທາງດ້ານເຕັກນິກ ແລະ ການເຊື່ອມໂຍງອຸດສາຫະກໍາ ຢ່າງເປັນປົກກະຕິ, ຊຸກຍູ້ໃຫ້ການຮ່ວມມືປະສົບຜົນສຳເລັດເປັນຈິງ. ສະໜັບສະໜູນວິສາຫະກິດສອງປະເທດ ລົງເລິກການຮ່ວມມືອຸດສາຫະກຳເຕັກນິກພະລັງງານ; ຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດສື່ສານ ແລະ ໂທລະຄົມມະນາຄົມ ເຊັ່ນ: ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ ແບບທັນສະໄໝ ຄື: ສູນຂໍ້ມູນແຫ່ງຊາດ, ລະບົບຄລາວ (Cloud) ແລະ ເຄືອຂ່າຍໂທລະຄົມມະນາຄົມທີ່ທັນສະໄໝ, ພ້ອມນີ້ ຝ່າຍຈີນ ຍິນດີສະໜັບສະໜູນ ແລະ ແລກປ່ຽນບົດຮຽນໃນການສ້າງລະບົບ ລັດຖະບານເອເລັກໂຕຼນິກ ເພື່ອຍົກສູງປະສິດທິພາບການຄຸ້ມຄອງລັດທີ່ໂປ່ງໃສ ແລະ ຍົກລະດັບການບໍລິການປະຊາຊົນໃຫ້ທັນສະໄໝ. ເພີ່ມທະວີການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ເຕັກນິກດີຈີຕອນ, ປັນຍາປະດິດ, ຄວາມປອດໄພທາງດ້ານໄຊເບີ ແລະ ອື່ນໆ. ຝ່າຍຈີນ ຍິນດີສືບຕໍ່ສະໜັບສະໜູນຝ່າຍລາວ ເຂົ້າຮ່ວມໂຄງການຝຶກອົບຮົມທາງດ້ານໂທລະຄົມມະນາຄົມ ຕໍ່ບັນດາປະເທດອາຊຽນ ແລະ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ສອງຝ່າຍ ຍິນດີເພີ່ມທະວີການປະສານງານ ແລະ ການຮ່ວມມືໃນເວທີສາກົນ ເຊັ່ນ: ສະຫະພັນໂທລະຄົມມະນາຄົມສາກົນ, ກອງປະຊຸມໂທລະຄົມມະນາຄົມບໍ່ມີສາຍຂອງໂລກ.
13. ສືບຕໍ່ເສີມຂະຫຍາຍບົດບາດ ຂອງ ຄະນະກໍາມະການຮ່ວມມືເສດຖະກິດ-ການຄ້າ ແລະ ເຕັກນິກ ລາວ-ຈີນ, ຊຸກຍູ້ການຈັດກອງປະຊຸມ JC ຂອງຄະນະກໍາມະການດັ່ງກ່າວ, ຊຸກຍູ້ການເພິ່ມທະວີການຮ່ວມມືຕ່ອງໂສ້ການຜະລິດ ແລະ ການສະໜອງ, ຮ່ວມກັນສ້າງຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ອຸດສາຫະກຳ ທີ່ປອດໄພໝັ້ນຄົງ ແລະ ເປັນທີ່ເຊື່ອໝັ້ນ, ຊຸກຍູ້ສາຍພົວພັນເສດຖະກິດການຄ້າ ລາວ-ຈີນ ໃຫ້ມີການພັດທະນາຢ່າງເຂັ້ມແຂງ ແລະ ຍືນຍົງ. ຕັ້ງໜ້າຊຸກຍູ້ການພັດທະນາການຄ້າ ການລົງທຶນເປັນອັນດຽວກັນ, ຊຸກຍູ້ການຮ່ວມມືເຂດການຮ່ວມມືເສດຖະກິດການຄ້າ ພັດທະນາຢ່າງມີຄຸນນະພາບສູງ, ຈັດຕັ້ງປະຕິບັດ ໂຄງການເຂດພັດທະນາກວມລວມໄຊເສດຖາ ແລະ ບັນດາໂຄງການທີ່ເປັນຈຸດສຸມໃຫ້ດີ, ເສດຖະກິດດີຈີຕອນ, ການພັດທະນາສີຂຽວ, ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ, ສ້າງສະພາບແວດລ້ອມການລົງທຶນທີ່ດີ, ຮັບປະກັນສິດຜົນປະໂຫຍດທີ່ຊອບທໍາຂອງ ວິສາຫະກິດສອງຝ່າຍ, ຊຸກຍູ້ການປະສານສົມທົບທາງດ້ານນະໂຍບາຍ, ການຈັດວາງແຜນການ, ການກໍ່ສ້າງ ແລະ ການດຶງດູດການລົງທຶນຂອງເຂດສອງຝ່າຍໃນເຂດຮ່ວມມືເສດຖະກິດ ບໍ່ເຕ່ນ-ບໍ່ຫານ ລະຫວ່າງ ລາວ-ຈີນ, ດໍາເນີນການຮ່ວມມືທາງດ້ານອຸດສາຫະກໍາຂ້າມຊາດ, ເພີ່ມບໍລິມາດ ແລະ ລະດັບການຄ້າຢ່າງບໍ່ຢຸດຢັ້ງ; ເພີ່ມທະວີການປະສານສົມທົບ ແລະ ການສົນທະນາ ລະຫວ່າງ ສະຖາບັນການເງິນ ແລະ ທະນາຄານຂອງສອງປະເທດ, ຊຸກຍູ້ການຮ່ວມມືທາງດ້ານຂົງເຂດການທະນາຄານ ເຊັ່ນ: ນະໂຍບາຍການເງິນ, ການຄຸ້ມຄອງທະນາຄານ, ການຄຸ້ມຄອງການຊໍາລະ, ນະວັດຕະກຳ ແລະ ການຍົກສູງຄວາມສາມາດທາງດ້ານວຽກງານທະນາຄານ ເປັນຕົ້ນ. ເສີມຂະຫຍາຍການຮ່ວມມື ແລະ ການລົງທຶນ ໃນຂະແໜງການໃໝ່ ເຊັ່ນ: ຊຸກຍູ້ການພັດທະນາເວທີການຄ້າເອເລັກໂຕຣນິກ (Cross-border E-commerce) ຕາມກົນໄກຕະຫຼາດ, ເພື່ອອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ໂດຍສະເພາະແມ່ນຜະລິດຕະພັນກະສິກໍາ ແລະ ສິນຄ້າຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME). ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ. ລົງເລິກການຮ່ວມມືດ້ານພື້ນຖານໂຄງລ່າງ, ການຫຼຸດຜ່ອນຄວາມທຸກຍາກ, ການປິ່ນປົວພະຍາດ, ການສຶກສາ ແລະ ຂົງເຂດອື່ນໆ, ຕັ້ງໜ້າຄົ້ນຄວ້າໂຄງການຊ່ວຍເຫຼືອ “ນ້ອຍແຕ່ງາມ” ໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມທະວີການຮ່ວມມືພັດທະນາຊັບພະຍາກອນມະນຸດ.
14. ເສີມຂະຫຍາຍບົດບາດປະສານງານ ຂອງ ຄະນະກໍາມະການຮ່ວມມືວິທະຍາສາດ ແລະ ເຕັກນິກ ລາວ-ຈີນ ໃຫ້ດີກວ່າເກົ່າ. ຕັ້ງໜ້າເປີດກວ້າງການຮ່ວມມືທາງດ້ານວັດທະນະທຳເຕັກນິກ, ຮ່ວມກັນຄົ້ນຄວ້າກໍ່ສ້າງເວທີເຕັກນິກ; ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນທາງດ້ານການປະດິດສ້າງ; ປົກປັກຮັກສາ ແລະ ນໍາໃຊ້ລິຂະສິດທາງປັນຍາ; ເສີມຂະຫຍາຍບົດບາດຂອງເວທີ “ສູນເຄື່ອນຍ້າຍເຕັກນິກ ອາຊຽນ-ຈີນ”, ເພີ່ມທະວີການຮ່ວມມື ແລະ ການແລກປ່ຽນບົດຮຽນຫຼຸດຜ່ອນຄວາມທຸກຍາກດ້ວຍເຕັກນິກ, ຮ່ວມກັນຊຸກຍູ້ການຫັນປ່ຽນ ແລະ ການສາທິດໜູນໃຊ້ໝາກຜົນທາງດ້ານວິທະຍາສາດເຕັກໂນໂລຊີ.
15. ສ້າງການພົວພັນຄູ່ຮ່ວມມື “ດ່ານພາສີລະບົບສະຕິປັນຍາ”, ເພີ່ມທະວີການເຊື່ອມໂຍງການຄ້າສາກົນແບບ “ປະຕູດຽວ” ແລະ ການຮ່ວມມືໃນຂົງເຂດດ່ານຊາຍແດນ, ສະໜອງແຜນການຄຸ້ມຄອງ ແລະ ປະສານງານໃຫ້ແກ່ “ການກວດກາປະຕູດຽວ, ຄັ້ງດຽວ” ຂອງການຂົນສົ່ງຜູ້ໂດຍສານຢູ່ດ່ານສາກົນ ເສັ້ນທາງລົດໄຟລາວ-ຈີນ, ຍົກສູງຄວາມສາມາດຄຸ້ມຄອງຕິດຕາມ ແລະ ບໍລິການຂອງດ່ານພາສີ. ລົງເລິກການຮ່ວມມືພາຍໃຕ້ຂອບກົນໄກການຮ່ວມມືດ້ານຄວາມປອດໄພຂອງອາຫານໃນດ່ານພາສີ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອຂະຫຍາຍຂະໜາດການຄ້າຜະລິດຕະພັນກະສິກຳທີ່ເປັນອາຫານບົນພື້ນຖານການຮັບປະກັນຄວາມປອດໄພ; ເພີ່ມທະວີການຮ່ວມມືໃນການກວດກາ-ກັກກັນພືດ ແລະ ສັດ, ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນໃນການຮ່ວມກັນປ້ອງກັນ ແລະ ຄຸ້ມຄອງພະຍາດພືດ ແລະ ສັດຂ້າມຊາດ, ຊຸກຍູ້ຂະບວນການການອະນຸຍາດການກວດກາກັກກັນພືດ ແລະ ສັດສໍາລັບຜະລິດຕະພັນກະສິກຳທີ່ເປັນອາຫານທີ່ມີຄຸນນະພາບສູງ. ສືບຕໍ່ເພີ່ມທະວີການຮ່ວມມືບັງຄັບໃຊ້ກົດໝາຍຕ້ານການລັກລອບໜີພາສີ, ດໍາເນີນການຮ່ວມມືຊ່ວຍເຫຼືອການກວດກາຄະດີ ກ່ຽວກັບ ການສໍ້ໂກງທາງການຄ້າ ແລະ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການລັກລອບໜີພາສີທຸກປະເທດ ເຊັ່ນ: ຢາເສບຕິດ, ອາວຸດປືນ ແລະ ລູກກະສູນ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ. ເສີມຂະຫຍາຍບົດບາດກົນໄກການຮ່ວມມືວຽກງານພາສີ ແລະ ການກວດກາ-ກັກກັນຂອງຊາຍແດນ ລາວ-ຈີນ ຕາມເສັ້ນທາງຄຸນໝິງ-ຈີນ-ລາວ-ໄທ, ເສີມຂະຫຍາຍບົດບາດກົນໄກ ກອງປະຊຸມຜູ້ປະສານງານວຽກງານພາສີແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ການພົບປະເຮັດວຽກ ລະຫວ່າງ ພາສີຊາຍແດນ ລາວ-ຈີນ, ການພົບປະເຮັດວຽກກ່ຽວກັບ ການກວດກາ-ກັກກັນ ລະຫວ່າງ ລາວ-ຈີນ ແລະ ກົນໄກອື່ນໆ, ຍົກລະດັບການແຈ້ງເຂົ້າ-ອອກດ່ານໃຫ້ມີຄວາມສະດວກ.
16. ສືບຕໍ່ເສີມຂະຫຍາຍບົດບາດກົນໄກ ຂອງ ຄະນະກໍາມະການຮ່ວມ ວ່າດ້ວຍການຮ່ວມມືກະສິກໍາ ລາວ-ຈີນ, ເພີ່ມທະວີການແລກປ່ຽນ ແລະ ການສ້າງສາເຕັກນິກກັບຄວາມສາມາດໃນຂົງເຂດການປັບປຸງພັນເຂົ້າ, ການປ້ອງກັນ ແລະ ຄວບຄຸມໂລກລະບາດສັດ ແລະ ພືດ, ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ກະສິກໍາທັນສະໄໝ ເປັນຕົ້ນ. ເພື່ອຍົກສູງລະດັບຄຸນນະພາບຂອງການຄ້າ ແລະ ການລົງທຶນກະສິກໍາ ສອງຝ່າຍຈະນໍາໃຊ້ເງື່ອນໄຂອັນຕັ້ງໜ້າຂອງ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP), ເຂດການຄ້າເສລີ ອາຊຽນ-ຈີນ 3.0, ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ດີ. ຝ່າຍລາວ ສະແດງຄວາມຊົມເຊີຍຝ່າຍຈີນ ທີ່ໄດ້ປະສົບຜົນສຳເລັດໃນການຈັດເວທີປຶກສາຫາລືລະດັບສູງກ່ຽວກັບການລົບລ້າງຄວາມທຸກຍາກ ແລະ ການພັດທະນາ ປີ 2026, ຝ່າຍຈີນ ຍິນດີຕ້ອນຮັບຝ່າຍລາວ ເຂົ້າຮ່ວມສະຫະພັນຄູ່ຮ່ວມມືລົບລ້າງຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ.
17. ເພີ່ມທະວີການຮ່ວມມືຕົວຈິງໃນຂົງເຂດທໍລະນີສາດ ແລະ ຊັບພະຍາກອນ, ຈັດຕັ້ງປະຕິບັດໂຄງການສ້າງແຜນທີ່ທໍລະນີເຄມີ ຂອງ ສປປ ລາວ ຢ່າງມີປະສິດທິພາບ, ຮ່ວມກັນສ້າງເວທີຂໍ້ມູນວິທະຍາສາດທໍລະນີ ອາຊຽນ-ຈີນ ແລະ ເຄືອຄ່າຍສັງເກດການທໍລະນີເຄມີ ຂອງ ສປປ ລາວ; ລົງເລິກການຮ່ວມມືທາງດ້ານການພັດທະນາຊັບພະຍາກອນທີ່ດິນ ແລະ ນໍ້າ ຕາມທິດສີຂຽວ ແລະ ຍືນຍົງ; ດໍາເນີນການຮ່ວມມືໃນການແບ່ງປັນຂໍ້ມູນ ໂດຍອີງໃສ່ການບໍລິການລະບົບຄລາວ (Cloud) ຂອງດາວທຽມຊັບພະຍາກອນທໍາມະຊາດ; ລົງເລິກການຮ່ວມມື ທາງດ້ານການພັດທະນາຊັບພະຍາກອນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໂດຍນໍາໃຊ້ດາວທຽມສືບຢັ່ງທາງໄກຂອງ ສປ ຈີນ ທີ່ມີຄວາມລະອຽດສູງ.
18. ເພີ່ມທະວີການຮ່ວມມືດ້ານການປົກປ້ອງສິ່ງແວດລ້ອມ. ລົງເລິກການສົນທະນານະໂຍບາຍ ແລະ ການແລກປ່ຽນດ້ານວິຊາການຂົງເຂດການຄຸ້ມຄອງສິ່ງແວດລ້ອມທາງອາກາດ ແລະ ນໍ້າ, ສົ່ງເສີມການແລກປ່ຽນຄວາມຮູ້ ແລະ ບົດຮຽນຕົວຈິງກ່ຽວກັບສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ; ເພີ່ມທະວີການຮ່ວມມືສາກົນໃນການແກ້ໄຂບັນຫາການປ່ຽນແປງສະພາບອາກາດ, ຮ່ວມມືຊຸກຍູ້ການຈັດຕັ້ງປະຕິບັດສົນທິສັນຍາຂອບສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດ ແລະ ຂໍ້ຕົກລົງ ປາຣີ ຢ່າງຮອບດ້ານ, ສົມດຸນ ແລະ ມີປະສິດທິພາບ ໂດຍສອດຄ່ອງກັບ ຫຼັກການທີ່ມີຄວາມຍຸດຕິທຳ, ມີຄວາມຮັບຜິດຊອບຮ່ວມກັນ ແຕ່ແຕກຕ່າງກັນ ຕາມຄວາມສາມາດທີ່ຂອງແຕ່ລະຝ່າຍ. ເພີ່ມທະວີການຮ່ວມມືຂົງເຂດຊັບພະຍາກອນນໍ້າ ໃນຂອບສອງຝ່າຍ ແລະ ກົນໄກການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດການວາງແຜນຊັບພະຍາກອນນໍ້າ, ການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ, ການຄຸ້ມຄອງໄພພິບັດນໍ້າຖ້ວນ ແລະ ໄພແຫ້ງແລ້ງ, ການຕິດຕາມກວດກາດ້ານອຸທົກກະສາດ, ນໍ້າດື່ມທີ່ປອດໄພໃນຊົນນະບົດ ແລະ ການສ້າງຄວາມສາມາດ ເປັນຕົ້ນ ເພື່ອຮ່ວມກັນຍົກສູງລະດັບນໍາໃຊ້ຊັບພະຍາກອນນໍ້າແບບປອດໄພ ແລະ ມີປະສິດທິຜົນສູງ.
19. ເພີ່ມທະວີການຮ່ວມມືຍຸດທະສາດໃນຂົງເຂດການບິນ ແລະ ອະວະກາດ, ສົ່ງເສີມການຊື້້-ຂາຍ ເຮືອບິນທີ່ຜະລິດຢູ່ຈີນ ໃຫ້ແກ່ວິສາຫະກິດການບິນລາວ, ສະໜັບສະໜູນການຮ່ວມມື ແລະ ການຮ່ວມທຶນລະຫວ່າງ ວິສາຫະກິດຈີນ ແລະ ວິສາຫະກິດການບິນລາວ; ເພີ່ມທະວີການຮ່ວມມືໃນໂຄງການດາວທຽມສື່ສານ LAOSAT-1 ແລະ ໂຄງການຕໍ່ມາ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການເຊື່ອມໂຍງກັນຂອງການບິນ, ການອໍານວຍຄວາມສະດວກດ້ານການຂົນສົ່ງ, ການຝຶກອົບຮົມບຸກຄະລະກອນວິຊາຊີບການບິນ, ການສ້າງຄວາມສາມາດຄວບຄຸມການບິນ ແລະ ອື່ນໆ.
20. ຝ່າຍລາວ ຕີລາຄາສູງຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນໃຫ້ຝ່າຍລາວ ໃນການເປັນເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງ ສົນທິສັນຍາສາກົນວ່າດ້ວຍລະເບີດລູກຫວ່ານ ຄັ້ງທີ 3, ສອງຝ່າຍ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນການເກັບກູ້ລະເບີດທີ່ບໍ່ທັນແຕກ, ເພີ່ມທະວີແລກປ່ຽນບົດຮຽນ, ການຊ່ວຍເຫຼືອອຸປະກອນ ແລະ ເຕັກນິກ, ການຊີ້ນໍາຕົວຈິງໃນການເກັບກູ້ລະເບີດ ແລະ ອື່ນໆ.
21. ຮ່ວມກັນຮັກສາສະຖຽນລະພາບ ແລະ ການດໍາເນີນງານທີ່ຄ່ອງຕົວ ຂອງ ລະບົບຕ່ອງໂສ້ດອຸດສາຫະກໍາ ແລະ ການສະໜອງທົ່ວໂລກ, ຄັດຄ້ານຢ່າງເດັດຂາດຕໍ່ການນໍາເອົາລະບົບຕ່ອງໂສ້ອຸດສາຫະກຳ ແລະ ການສະ ໜອງເປັນອາວຸດທາງດ້ານການເມືອງ. ສອງຝ່າຍ ຈະຈັດຕັ້ງປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ດ້ວຍຄຸນນະພາບສູງ ແລະ ຮ່ວມກັນຈັດຕັ້ງປະຕິບັດຂໍ້ຕົກລົງ ທີ່ບໍ່ມີພາສີ ສໍາລັບຜະລິດຕະພັນ ຂອງ ສປປ ລາວ 100% ທີ່ສົ່ງອອກໄປ ສປ ຈີນ. ສອງຝ່າຍ ຍິນດີຕໍ່ການລົງນາມຢ່າງເປັນທາງການຂອງ ອະນຸສັນຍາວ່າດ້ວຍ ການຍົກລະດັບເຂດການຄ້າເສລີ ອາຊຽນ-ຈີນ 3.0 ແລະ ຈະຮ່ວມກັນສົ່ງເສີມການມີຜົນບັງຄັບໃຊ້ຂອງສັນຍາດັ່ງກ່າວໂດຍໄວ; ຈັດຕັ້ງປະຕິບັດ ຂໍ້ລິເລີ່ມຂອບການຮ່ວມມືດ້ານເສດຖະກິດ ແລະ ການຄ້າສາກົນ ກ່ຽວກັບ ເສດຖະກິດດີຈີຕອນ ທີ່ສອງຝ່າຍໄດ້ເຂົ້າຮ່ວມນຳກັນ, ການພັດທະນາສີຂຽວ ແລະ ຂໍ້ລິເລີ່ມການຮ່ວມມືດ້ານເສດຖະກິດ ແລະ ການຄ້າສາກົນ ກ່ຽວກັບແຮ່ທາດສີຂຽວ, ຮ່ວມມືກັນຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນຂົງເຂດເສດຖະກິດດີຈີຕອນ, ການພັດທະນາສີຂຽວ ແລະ ແຮ່ທາດສີຂຽວ ແລະ ສົ່ງເສີມການຫັນເປັນສີຂຽວດີຈິຕອນ ແລະ ການພັດທະນາແບບຍືນຍົງໃນຂົງເຂດເຫຼົ່ານີ້.
22. ຮ່ວມກັນສົ່ງເສີມໂລກາພິວັດທາງເສດຖະກິດທີ່ກວມລວມ ແລະ ຄັດຄ້ານມາດຕະການຂວໍ້າບາດທາງເສດຖະກິດຝ່າຍດຽວທີ່ບໍ່ໄດ້ຮັບອະນຸຍາດຈາກ ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບໍ່ມີພື້ນຖານໃນກົດ ໝາຍສາກົນ. ຍຶດໝັ້ນລະບົບການຄ້າຫຼາຍຝ່າຍທີ່ມີ ອົງການການຄ້າໂລກ (WTO) ເປັນແກນກາງ ແລະ ອີງໃສ່ກົດລະບຽບເປັນພື້ນຖານ. ເພີ່ມທະວີການຮ່ວມມືໃນຂອບ WTO, ສະໜັບສະໜູນການປະຕິຮູບ WTO, ຊຸກຍູ້ໃຫ້ WTO ມີບົດບາດໃຫ້ຫຼາຍຂຶ້ນໃນການຄຸ້ມຄອງເສດຖະກິດໂລກ. ເນັ້ນເຖິງຄວາມສໍາຄັນຂອງກົນໄກແກ້ໄຂຂໍ້ຂັດແຍ້ງຂອງ WTO ແລະ ການແກ້ໄຂຂໍ້ຂັດແຍ້ງ ດ້ວຍກົນໄກການອຸທອນຊົ່ວຄາວແບບຫຼາຍຝ່າຍ (MPIA), ຝ່າຍລາວ ຈະພິຈາລະນາຢ່າງຕັ້ງໜ້າໃນການເຂົ້າຮ່ວມ MPIA. ສອງຝ່າຍ ສະແດງຄວາມຊົມເຊີຍ ຕໍ່ ອະນຸສັນຍາສະຫະປະຊາຊາດ ວ່າດ້ວຍເອກະສານສິນຄ້າທີ່ສາມາດໂອນໄດ້ ແລະ ຮັບຮູ້ຢ່າງເລິກເຊິ່ງເຖິງ ບົດບາດສຳຄັນຂອງສົນທິສັນຍາສະບັບນີ້ ໃນການສົ່ງເສີມການຂົນສົ່ງຂ້າມຊາຍແດນປະເພດຕ່າງໆ ແລະ ການຄ້າທາງບົກສາກົນ ໂດຍສະເພາະແມ່ນບົດບາດສຳຄັນໃນການຂະຫຍາຍທ່າແຮງຂອງເສັ້ນທາງລົດໄຟ ລາວ-ຈີນ, ສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາການຄ້າທາງບົກສອງຝ່າຍ. ສອງຝ່າຍ ຈະຮ່ວມກັນຊຸກຍູ້ສົນທິສັນຍາສະບັບດັ່ງກ່າວ ໃຫ້ມີຜົນບັງຄັບໃຊ້ໃນໄວໆນີ້, ເຊິ່ງຈະປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງທາງການຄ້າ ແລະ ການພັດທະນາເສດຖະກິດໃນທົ່ວໂລກ.
ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການແລກປ່ຽນວັດທະນະທໍາ ຢ່າງມີຄວາມຖີ່ສູງ
23. ເພີ່ມທະວີການແລກປ່ຽນ ລະຫວ່າງ ຄະນະໂຄສະນາອົບຮົມ ຂອງສອງພັກ ແລະ ນໍາພາສື່ມວນຊົນຂອງທັງສອງປະເທດ ລາຍງານເພີ່ມເຕີມເລື່ອງລາວກ່ຽວກັບ ມິດຕະພາບ ແລະ ການຕໍ່ສູ້ຮ່ວມກັນຂອງປະຊາຊົນສອງຊາດ. ເພີ່ມທະວີການຮ່ວມມື ແລະ ການແລກປ່ຽນໃນຂົງເຂດຂ່າວ, ຮູບເງົາ ແລະ ໂທລະພາບ, ການພິມເຜີຍແຜ່ລະຫວ່າງສອງປະເທດ, ສະໜັບສະໜູນສື່ມວນຊົນຂອງທັງສອງປະເທດ ຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈທີ່ກ່ຽວຂ້ອງ, ເລັ່ງການຈັດຕັ້ງປະຕິບັດໂຄງການແປ ແລະ ຈັດພິມເຜີຍແຜ່ຜົນງານທີ່ມີຄຸນຄ່າຂອງສອງຝ່າຍ, ເສີມສ້າງພື້ນຖານມິດຕະພາບ ຂອງ ປະຊາຊົນສອງປະເທດ. ດໍາເນີນການຮ່ວມມືພາຍໃນຂອບ ຂອງ ຂໍ້ລິເລີ່ມ ວ່າດ້ວຍອາລິຍະທຳທົ່ວໂລກ ເພື່ອສົ່ງເສີມການແລກປ່ຽນທາງວິຊາການ, ວັດທະນະທໍາ ແລະ ຮຽນຮູ້ເຊິ່ງກັນແລະກັນ.
24. ສ້າງໂຄງການ “ພັນແລະໝື່ນ” ສໍາລັບການຮ່ວມມືດ້ານຊັບພະຍາກອນມະນຸດ ລະຫວ່າງ ລາວ-ຈີນ. ຝ່າຍຈີນ ຈະຝຶກອົບຮົມບຸກຄະລາກອນຄຸ້ມຄອງບໍລິຫານ, ວິຊາຊີບ ແລະ ວິຊາການ ຈຳນວນ 3,000 ຄົນ ແລະ ເລິ່ມແຕ່ປີ 2028 ເປັນຕົ້ນໄປ ໃຫ້ບັນລຸໄດ້ນັກສຶກສາລາວໄປຮຽນຢູ່ ສປ ຈີນ ຈໍານວນ 10,000 ຄົນ; ຂະຫຍາຍການຮ່ວມມືໃນຂົງເຂດການສຶກສາຊັ້ນສູງ, ການສຶກສາວິຊາຊີບ, ການສຶກສາພາສາ, ການສຶກສາດີຈີຕອນ ແລະ ປັນຍາປະດິດ ແລະ ສ້າງຕັ້ງສູນຝຶກອົບຮົມວິຊາຊີບ; ຝ່າຍຈີນ ຈະສືບຕໍ່ອໍານວຍທຶນການສຶກສາໃຫ້ນັກຮຽນດີເດັ່ນລາວ ທີ່ມາຮຽນຢູ່ຈີນ, ບຳລຸງບຸກຄະລະກອນທີ່ມີຄຸນນະພາບສູງໃນຂົງເຂດການຮ່ວມມືທີ່ສໍາຄັນລະຫວ່າງສອງປະເທດ; ສອງຝ່າຍ ຈະຮ່ວມມືກັນໃນການຍົກສູງລະດັບທັກສະທາງດ້ານດີຈີຕອນ (Digital Literacy) ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນທົ່ວໄປ ເພື່ອຫຼຸດຜ່ອນຄວາມແຕກໂຕນທາງດ້ານເຕັກໂນໂລຊີ (Digital Divide) ແລະ ກຽມຄວາມພ້ອມກ້າວເຂົ້າສູ່ສັງຄົມດີຈີຕອນຢ່າງເຕັມຮູບແບບ. ຝ່າຍຈີນ ຍິນດີຈະອີງຕາມຄວາມຕ້ອງການຂອງຝ່າຍລາວສືບຕໍ່ສະໜັບສະໜູນຝ່າຍລາວໃນການຍົກສູງລະດັບການສຶກສາ ດ້ວຍຮູບແບບຊ່ວຍເຫຼືອດ້ານພື້ນຖານໂຄງລ່າງ ແລະ ເຄື່ອງອຸປະກອນການຮຽນການສອນ, ສະໜັບສະໜູນຝ່າຍລາວເພິ່ມທະວີການປັບປຸງຫຼັກສູນການຮຽນການສອນປະຖົມ ແລະ ມັດທະຍົມ.
25. ເພີ່ມທະວີການແລກປ່ຽນ ລະຫວ່າງ ອົງການຈັດຕັ້ງມະຫາຊົນ ກໍຄື ກໍາມະບານ, ແມ່ຍິງ, ຊາວໜຸ່ມ ແລະ ເມືອງແຮກສ່ຽວ. ຕັ້ງໜ້າຈັດຕັ້ງປະຕິບັດຜົນ ຂອງ ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ, ຈັດໂຄງການທີ່ເປັນເອກະລັກຕ່າງໆ ເຊັ່ນ: ງານເທດສະການມິດຕະພາບຊາຍແດນ ລາວ-ຈີນ, ກອງປະຊຸມສໍາມະນາການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຮ່ວມກັນ ລາວ-ຈີນ, ການສົນທະນາການຮ່ວມມື ເມືອງທີ່ຢູ່ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນ ໃຫ້ປະສົບຜົນສໍາເລັດ ແລະ ນໍາໃຊ້ຊັບພະຍາກອນທ້ອງຖິ່ນຢ່າງເຕັມຮູບແບບ ເຊັ່ນ: ໂຮງຮຽນ 67 ທີ່ເມືອງນານນິງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ສປ ຈີນ ເພື່ອເສີມສ້າງພື້ນຖານທາງສັງຄົມຂອງມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ ແລະ ຮັບປະກັນມິດຕະພາບ ລາວ-ຈີນ ຈະສືບທອດໃນແຕ່ລະຮຸ້ນຄົນ.
26. ສືບຕໍ່ເຊັນແຜນການຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ລາວ-ຈີນ, ສົ່ງເສີມການໄປມາສາສູ່ກັນ ໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ, ຕັ້ງໜ້າເຂົ້າຮ່ວມກິດຈະກໍາວັດທະນະທຳ ແລະ ການທ່ອງທ່ຽວ ເຊິ່ງກັນ ແລະ ກັນ; ຕັ້ງໜ້າຊຸກຍູ້ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ໂຄສະນາການທ່ອງທ່ຽວ ຜ່ານສື່ມວນຊົນ ແລະ ຜູ້ທີ່ມີຊື່ສຽງຂອງສອງປະເທດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ. ຝ່າຍລາວ ສະໜັບສະໜູນສູນວັດທະນາທໍາຈີນ ປະຈໍາລາວຈັດກິດຈະກໍາຕ່າງໆໃນລາວ, ຮ່ວມກັນສະໜັບສະໜູນສະຫະພັນ ເມືອງທ່ອງທ່ຽວ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການຈັດກິດຈະກໍາ, ສົ່ງເສີມນັກທ່ອງທ່ຽວສອງຝ່າຍ ໄປທ່ຽວຊົມເຊິ່ງກັນແລະກັນ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນໃນຂົງເຂດກິລາສອງຝ່າຍ, ຮັກສາການປະສານງານໃນວຽກງານກິລາສາກົນ.
27. ລົງເລິກການຮ່ວມມືໃນຂະແໜງການສາທາລະນະສຸກ ດ້ານຊັບພະຍາກອນມະນຸດ, ສຸຂະພາບ ແມ່ ແລະ ເດັກ, ຄວບຄຸມພະຍາດຕິດຕໍ່, ການແພດພື້ນເມືອງ ແລະ ຂົງເຂດອື່ນໆ, ຮ່ວມກັນປະຕິບັດ ໂຄງການແບບນ້ອຍແຕ່ງາມ ເຊັ່ນ: ໂຄງການແສງສະຫວ່າງ ແລະ ໂຄງການນໍ້າໃຈຄວາມຮັກ. ເພີ່ມທະວີ ແລະ ລົງເລິກການຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດ ແລະ ການຄວບຄຸມພະຍາດເຂດຮ້ອນ ລະຫວ່າງ ສອງຝ່າຍ ບົນພື້ນຖານສ້າງຄວາມເຂັ້ມແຂງ ຫ້ອງທົດລອງ ທີ່ກ່ຽວຂ້ອງກັບ ການປ້ອງກັນ ແລະ ປິ່ນປົວພະຍາດເຂດຮ້ອນ ຕາມແຜນຂອງ ໂຄງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສືບຕໍ່ເສີມຂະຫຍາຍບົດບາດ ແລະ ໝາກຜົນຂອງການຮ່ວມມືສອງຝ່າຍ ໃຫ້ແກ່ປະຊາຊົນສອງຊາດ.
28. ຮ່ວມກັນປັບປຸງບູລະນະສຸສານຈີນໃນລາວ ແລະ ເສີມຂະຫຍາຍບົດບາດການໂຄສະນາສຶກສາໃຫ້ດີ.
ປະສານງານກັນດ້ານຍຸດທະສາດ ຢ່າງສະຫນິດແຫນ້ນ ແລະ ມີມາດຖານສູງ.
29. ຮັກສາລະບົບການພົວພັນສາກົນທີ່ມີ ອົງການສະຫະປະຊາຊາດ ເປັນແກນກາງ, ລະບຽບການສາກົນທີ່ມີກົດໝາຍລະຫວ່າງປະເທດເປັນພື້ນຖານ ແລະ ບັນທັດຖານພື້ນຖານທີ່ຖືເອົາວັດຖຸປະສົງ ແລະ ຫຼັກການຂອງ ກົດບັດສະຫະປະຊາຊາດ ເປັນພື້ນຖານ. ສອງຝ່າຍ ຈະຮ່ວມກັນຮັກສາຄວາມເປັນທຳ ແລະ ຍຸດຕິທຳສາກົນ, ຮັກສາຄວາມສາມັກຄີ ແລະ ການປະສານງານລະຫວ່າງປະເທດ, ເສີມຂະຫຍາຍຄ່ານິຍົມຮ່ວມກັນຂອງມວນມະນຸດທີ່ມີສັນຕິພາບ ແລະ ການພັດທະນາ, ມີຄວາມເປັນທຳ, ຍຸຕິທໍາ, ປະຊາທິປະໄຕ ແລະ ເສລີພາບ; ສົ່ງເສີມການຫັນເປັນໂລກຫຼາຍຂົ້ວທີ່ມີຄວາມສະເໜີພາບ, ລະບຽບຮຽບຮ້ອຍ, ເສດຖະກິດໂລກາພິວັດທີ່ທົ່ວເຖິງ ແລະ ກວມລວມ, ຊຸກຍູ້ການກໍ່ສ້າງລະບົບການບໍລິຫານທົ່ວໂລກ ທີ່ນັບມື້ມີຄວາມຍຸດຕິທຳ ແລະ ສົມເຫດສົມຜົນ. ສອງຝ່າຍເນັ້ນໜັກວ່າ ຈະຮ່ວມກັນຄັດຄ້ານ ລັດທິເຈົ້າອໍານາດ ແລະ ການເມືອງແບບອໍານາດບາດໃຫຍ່, ຄັດຄ້ານລັດທິຝ່າຍດຽວທຸກຮູບແບບ, ຄັດຄ້ານການສ້າງກຸ່ມກ້ອນນ້ອຍ ແບບແນໃສ່ຈຳກັດຜູ້ອື່ນ ແລະ ການກະທຳທີ່ທໍາລາຍສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ ເຊັ່ນ: ການສ້າງການປະເຊີນໜ້າກັນລະຫວ່າງຄ້າຍ.
30. ຊຸກຍູ້ການຮ່ວມມືພາຍໃຕ້ຂອບການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ, ຂໍ້ລິເລີ່ມ ວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍອາລິຍະທຳທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍການບໍລິຫານທົ່ວໂລກ ແລະ ແນວຄິດສໍາຄັນອື່ນໆ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍຂອງໂລກ. ສືບຕໍ່ເພີ່ມທະວີການປະສານສົມທົບໃນຂອບຫຼາຍຝ່າຍ ເຊັ່ນ: ການຮ່ວມມືໃນຂອບສະຫະປະຊາຊາດ, ອົງການການຄ້າໂລກ, ອົງການຮ່ວມມືຊຽງໄຮ້, ອາຊຽນ-ຈີນ ແລະ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຮ່ວມກັນຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນ ຂອງພາກພື້ນແລະໂລກ. ສອງຝ່າຍ ລິເລີ່ມດຳເນີນການປະສານງານ ແລະ ການແລກປ່ຽນດ້ານບັນຫາສິດທິມະນຸດ ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ, ຄັດຄ້ານການຫັນບັນຫາສິດທິມະນຸດ ເປັນເຄື່ອງມືທາງການເມືອງ ແລະ ການປະຕິບັດສອງມາດຕະຖານຢ່າງເດັດຂາດ, ຄັດຄ້ານການແຊກແຊງກິດຈະການພາຍໃນຂອງປະເທດອື່ນ ດ້ວຍຂໍ້ອ້າງສິດທິມະນຸດຢ່າງເດັດຂາດ.
31. ສອງຝ່າຍ ເນັ້ນໜັກຄວາມສໍາຄັນຂອງການຮັກສາສັນຕິພາບ ແລະ ຄວາມປອດໄພຂອງພາກພື້ນອາຊີ-ປາຊິຟິກ, ເຫັນດີປະຕິບັດພາກພື້ນນິຍົມທີ່ເປີດກວ້າງ. ປີນີ້ແມ່ນປີຄົບຮອບ 5 ປີ ຂອງການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ-ຈີນ, ປະເທດຈີນ ສະໜັບສະໜູນອາຊຽນ ໃນການສ້າງປະຊາຄົມອາຊຽນ ທີ່ໃຫ້ມີຄວາມເຂັ້ມແຂງ, ສະໜັບສະໜູນອາຊຽນ ໃນການຮັກສາ ແລະ ສົ່ງເສີມບົດບາດຄວາມເປັນກາງໃນຂອບການຮ່ວມມື ທີ່ອາຊຽນ ເປັນຜູ້ນໍາພາ, ລວມທັງ ອາຊຽນ-ຈີນ, ຈັບມືກັນເພື່ອສ້າງວົງຄະນະຍາດສາກົນ ແຫ່ງສັນຕິພາບ ສະຖຽນລະພາບ ຈະເລີນຮຸ່ງເຮືອງ ຄວາມສວຍງາມ ແລະ ມິດຕະພາບ, ແນໃສ່ການສົ່ງເສີມການເປັນອັນໜຶ່ງອັນດຽວດ້ານເສດຖະກິດພາກພື້ນທີ່ມີລະດັບສູງກວ່າເກົ່າ, ສ້າງປະຊາຄົມຮ່ວມຊາຕາກຳ ອາຊຽນ-ຈີນ ທີ່ຍິ່ງມີຄວາມແໜ້ນແຟ້ນ. ສົ່ງເສີມການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສະໜັບສະໜູນໃນການຈັດກອງປະຊຸມຜູ້ນໍາການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ໃຫ້ດີ, ຮ່ວມກັນສ້າງການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສະບັບ 2.0, ຮ່ວມກັນສ້າງບ້ານເຮືອນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ມີຄວາມສາມັກຄີ ແລະ ການຮ່ວມມື ການເປີດກວ້າງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ການປະດິດສ້າງໃໝ່ ແລະ ສີຂຽວ ສັນຕິພາບ ແລະ ສະຖຽນລະພາບ, ຊຸກຍູ້ກໍ່ສ້າງປະຊາຄົມຮ່ວມຊາຕາກໍາບັນດາປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ມີສັນຕິພາບ ແລະ ຄວາມຈະເລີນ; ຝ່າຍລາວ ຂອບໃຈຝ່າຍຈີນ ສ້າງຕັ້ງກອງທຶນແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆ.
32. ສອງຝ່າຍມີຄວາມເຫັນທີ່ເປັນເອກະພາບກັນວ່າ, ພາຍໃຕ້ຄວາມພະຍາຍາມຮ່ວມມືຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນ, ສະພາບການທະເລຈີນໃຕ້ ຈະສືບຕໍ່ມີສະຖຽນລະພາບ. ສອງຝ່າຍ ຈະຮ່ວມກັນກັບປະເທດອື່ນໃນອາຊຽນ ເພື່ອຈັດຕັ້ງປະຕິບັດ ຖະແຫຼງການວ່າດ້ວຍ ການປະຕິບັດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ລົງເລິກການຮ່ວມມືທາງທະເລທີ່ເປັນຮູບປະທຳ, ບັນລຸກົດແຫ່ງການປະພຶດຢູ່ທະເລຈີນໃຕ້ໂດຍໄວ, ສ້າງທະເລຈີນໃຕ້ ເປັນທະເລແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມື.
ຫ້າ. ໃນໄລຍະຢ້ຽມຢາມ, ສອງຝ່າຍໄດ້ເຊັນເອກະສານຮ່ວມມື ຂົງເຂດການໄປມາຫາສູ່ກັນລະຫວ່າງສອງພັກ, ຊີວິດການເປັນຢູ່ຂອງປະຊາຊົນ, ການຮ່ວມມືດ້ານເສດຖະກິດການຄ້າ-ດ້ານພາສີ, ການເງິນ-ການທະນາຄານ, ການໄປມາຫາສູ່ກັນ ລະຫວ່າງ ເຍົາວະຊົນ, ສື່ມວນຊົນ ແລະ ຂົງເຂດອື່ນໆ.
ຫົກ. ສອງຝ່າຍເຫັນວ່າ, ການຢ້ຽມຢາມລັດຖະກິດ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຜົນສໍາເລັດອັນຈົບງາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນສາຍພົວພັນ ລາວ-ຈີນ ແລະ ການຮ່ວມມືໃນທຸກຂົງເຂດຂະແໜງການ, ລົງເລິກການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ເພື່ອພາລະກິດ ສັນຕິພາບ, ສະຖຽນລະພາບ, ການພັດ ທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ.
ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕິຈີນມິດຕະພາບຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ແລະ ພັກ, ລັດ, ປະຊາຊົນຈີນ ແລະ ເຊື້ອເຊີນ ສະຫາຍ ສີ ຈິ້ນຜິງ ໄປຢ້ຽມຢາມ ສປປ ລາວ ຢ່າງຈິງໃຈ. ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ສະແດງຄວາມຂອບໃຈ ແລະ ຕອບຮັບການເຊື້ອເຊີນ ດ້ວຍຄວາມຍິນດີ.
KPL