ຂປລ
ທ່ານ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫລີ ໄດ້ຈັດງານລ້ຽງຕ້ອນຮັບ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ພ້ອມດ້ວຍທ່ານ ນາງ ເພີງລີ້ຢວນ ພັນລະຍາ ຂອງທ່ານ ຢ່າງກົມກຽດ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 8 ມິຖຸນານີ້ ຢູ່ນະຄອນຫລວງ ພຽງຢາງ, ທ່ານ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫລີ ໄດ້ຈັດງານລ້ຽງຕ້ອນຮັບ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ພ້ອມດ້ວຍທ່ານ ນາງ ເພີງລີ້ຢວນ ພັນລະຍາ ຂອງທ່ານ ຢ່າງກົມກຽດ. ຈາກນັ້ນ ທັງສອງຝ່າຍ ຕ່າງກໍໄດ້ກ່າວຄຳປາໄສ ໃນງານລ້ຽງຄັ້ງນີ້.
ທ່ານ ສີ ຈິ້ນຜິງ ຊີ້ອອກວ່າ: ໃນການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າ ແລະ ທ່ານ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ ໄດ້ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສຳຄັນ. ພວກຂ້າພະເຈົ້າ ມີຄວາມເຫັນເປັນເອກະພາບກັນວ່າ: ຕ້ອງເບິ່ງຈາກແງ່ມຸມຍຸດທະສາດແຫ່ງອະນາຄົດ ແລະ ຊາຕາກຳຂອງສັງຄົມນິຍົມ, ກຳກັບທ່າອຽງໃຫຍ່ຂອງຍຸກສະໄໝ, ປະຕິບັດຕາມຄວາມມຸ່ງມາດປາດຖະໜາຮ່ວມ ຂອງປະຊາຊົນສອງປະເທດ, ເພີ່ມທະວີ ການໄປມາຫາສູ່ກັນລະຫວ່າງ ການນຳຂັ້ນສູງ, ລົງເລິກການແລກປ່ຽນ ດ້ານຍຸດທະສາດ, ເປີດກວ້າງການຮ່ວມມື ທີ່ຕິດແທດຕົວຈິງ, ເພີ່ມການເຊື່ອມສານຈິດໃຈ ຂອງປະຊາຊົນ, ຊຸກຍູ້ການພົວພັນ ລະຫວ່າງ ສປ ຈີນ ກັບ ສປປ ເກົາຫລີ ໃຫ້ຂະຫຍາຍຕົວໃນລະດັບສູງ ແລະ ຊຸກຍູ້ຄວາມກ້າວໜ້າຂອງສັງຄົມມະນຸດ ຢ່າງບໍ່ຢຸດຢັ້ງ.
ທ່ານ ກິມເຈິງອຸນ ກ່າວວ່າ: ໃນການເດີນທາງຢ້ຽມຢາມຕ່າງປະເທດ ຄັ້ງທຳອິດໃນປີນີ້, ທ່ານ ສີຈິິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ກໍ່ມາຮອດ ສປປ ເກົາຫລີ ເຊິ່ງສ່ອງແສງໃຫ້ເຫັນເຖິງ ການໃຫ້ຄວາມສຳຄັນໃນລະດັບສູງ ຕໍ່ການຂະຫຍາຍການພົວພັນ ລະຫວ່າງ ສອງພັກ ສອງລັດ ສປປ ເກົາຫລີ-ສປ ຈີນ ແລະ ການສະໜັບສະໜູນອັນລ້ຳຄ່າທີ່ສຸດ ຕໍ່ພາລະກິດສັງຄົມນິຍົມຂອງ ສປປ ເກົາຫລີ. ການພົບປະເຈລະຈາ ລະຫວ່າງ ຂ້າພະເຈົ້າກັບທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນໃນຄັ້ງນີ້ ຍ່ອມຈະຊຸກຍູ້ມິດຕະພາບລະຫວ່າງ ສປປ ເກົາຫລີ ກັບ ສປ ຈີນ ທີ່ມີມູນເຊື້ອປະຫວັດສາດອັນເລິກເຊິ່ງ ໃຫ້ຂະຫຍາຍຕົວໄປຂ້າງໜ້າ ຢ່າງວ່ອງໄວຍິ່ງຂຶ້ນ ເຊິ່ງຈະປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ ແລະ ຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL