ເລີ່ມປະຕິບັດການບັງຄັບໃຊ້ກົດໝາຍພິເສດທາງທະເລຢູ່ເຂດທະເລຕາເວັນອອກຂອງເກາະໄຕ້ຫວັນ

08/06/2026 22:42
ຂປລ ກະຊວງ ຄົມມະນາຄົມຂົນສົ່ງຈີນ ໄດ້ມອບໃຫ້ອົງການ ກິດຈະການ ທາງທະເລ ແຂວງຟູຈ້ຽນ, ອົງການກິດຈະການ ທາງທະເລ ແຂວງກວາງຕຸ້ງ, ສູນຮັບປະກັນ ການເດີນເຮືອທະເລຕາເວັນອອກ ແລະ ກົມກູ້ໄພທະເລຕາເວັນອອກ ເລີ່ມປະຕິບັດ ການ​ບັງ​ຄັບ​ໃຊ້ກົດໝາຍພິເສດ ທາງທະເລ ຢູ່ເຂດທະເລ ຕາເວັນອອກຂອງ​ເກາະໄ​ຕ້ຫວັນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກະຊວງ ຄົມມະນາຄົມຂົນສົ່ງຈີນ ໄດ້ມອບໃຫ້ອົງການ ກິດຈະການ ທາງທະເລ ແຂວງຟູຈ້ຽນ, ອົງການກິດຈະການ ທາງທະເລ ແຂວງກວາງຕຸ້ງ, ສູນຮັບປະກັນ ການເດີນເຮືອທະເລຕາເວັນອອກ ແລະ ກົມກູ້ໄພທະເລຕາເວັນອອກ ເລີ່ມປະຕິບັດ ການ​ບັງ​ຄັບ​ໃຊ້ກົດໝາຍພິເສດ ທາງທະເລ ຢູ່ເຂດທະເລ ຕາເວັນອອກຂອງ​ເກາະໄ​ຕ້ຫວັນ. ຈຸດປະສົງ ເພື່ອໃຊ້ສິດອໍານາດຄຸ້ມຄອງ ດ້ານການ​ບັງ​ຄັບ​ໃຊ້ກົດໝາຍ ທາງທະເລຂອງ ສປ ຈີນ ຢ່າງຮອບດ້ານ, ເພີ່ມທະວີ ຄວາມສາມາດ ໃນການລາດຕະເວນ ແລະ ບັງ​ຄັບ​ໃຊ້ກົດ​ໝາຍຢູ່ທະເລເລິກ ແລະ ໄກ ກໍຄືການຄຸ້ມຄອງ ແລະ ຄວບຄຸມ ການຈະລາຈອນ ຢູ່ນ່ານນ້ຳສຳຄັນ, ຮັບປະກັນຄວາມປອດໄພດ້ານການເດີນເຮືອທາງ​ທະ​ເລ ແລະ ປົກປ້ອງສິດຜົນປະໂຫຍດຂອງຊາດ. ນີ້ແມ່ນການ​ປະ​ຕິ​ບັດ​ການ ທີ່ຈຳເປັນເພື່ອຕອບໂຕ້ ການປະກາດພຽງຝ່າຍດຽວຂອງ ຍີ່ປຸ່ນ ແລະ ຟິ​ລິບ​ປິນ ກ່ຽວ​ກັບ​ການເລີ່ມຕົ້ນ “ການເຈລະຈາກຳນົດ​ ເຂດຊາຍ​ແດນທາງທະເລ” ທາງຕາເວັນອອກຂອງເກາະໄຕ້ຫວັນຈີນ ເຊິ່ງເປັນການລ່ວງ​ລ້ຳ ອະທິປະໄຕ ທາງ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ ​ກໍ​ຄື ສິດແລະຜົນ​ປະ​ໂຫຍດ ທາງທະເລຂອງ ສປ ຈີນ ຢ່າງໜັກໜ່ວງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top