ຂປລ
ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ, ຂະບວນລົດໄຟ ຂົນສົ່ງສິ້ນຄ້າຈີນ-ເອີຣົບ ທີ່ໄດ້ແລ່ນຜ່ານ ຊ່ອງທາງຕາເວັນອອກ ຫລາຍກວ່າ 3.000 ຂະບວນແລ້ວ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ, ຂະບວນລົດໄຟ ຂົນສົ່ງສິ້ນຄ້າຈີນ-ເອີຣົບ ທີ່ໄດ້ແລ່ນຜ່ານ ຊ່ອງທາງຕາເວັນອອກ ຫລາຍກວ່າ 3.000 ຂະບວນແລ້ວ.ຊ່ອງທາງຕາເວັນອອກ ຂອງຂະບວນລົດໄຟ ຂົນສົ່ງສິນຄ້າຈີນ-ເອີຣົບ ປະກອບດ້ວຍ ດ່ານທາງລົດໄຟຕ່າງໆ ເຊັ່ນ:ມານໂຈ່ວລີ, ຊຸຍເຟີ່ນເຮີ ແລະ ທົງຈ່ຽງເປັນຕົ້ນ,ໄປຮອດ 14 ປະເທດ ເຊັ່ນ:ໂປໂລຍ,ເຢຍລະມັນ ແລະ ໂຮນລັງ ເປັນຕົ້ນ ໂດຍໄດ້ເຊື່ອມຕໍ່ 60 ກວ່າຕົວເມືອງຂອງ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL