ຫລາຍທ້ອງຖິ່ນພ້ອມກັນປູກຕົ້ມຢ່າງຟົດຟຶ້ນ

08/06/2026 10:37
Email Print 1720
ຂປລ ຂປລ. ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາຄົບ ຮອບ 46 ປີ, ວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນເດັກນ້ອຍສາກົນໃນປີນີ້, ທົ່ວປະເທດໄດ້ຈັດພິທີປູກຕົ້ນໄມ້ຢ່າງຟົດຟຶ້ນ ເພື່ອໃຫ້ສ້າງຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ທັງທົດແທນຕົ້ນໄມ້ທີ່ຖືກທຳລາຍ ຫລື ຕາຍໃຫ້ກັບຄືນມາປົກຫຸ້ມດ້ວຍສີຂຽວ.

ຂປລ.  ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາຄົບ ຮອບ 46 ປີ, ວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນເດັກນ້ອຍສາກົນໃນປີນີ້, ທົ່ວປະເທດໄດ້ຈັດພິທີປູກຕົ້ນໄມ້ຢ່າງຟົດຟຶ້ນ ເພື່ອໃຫ້ສ້າງຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ທັງທົດແທນຕົ້ນໄມ້ທີ່ຖືກທຳລາຍ ຫລື ຕາຍໃຫ້ກັບຄືນມາປົກຫຸ້ມດ້ວຍສີຂຽວ.

      ເພື່ອເປັນການສະເຫລີມສະຫລອງວັນສຳຄັນດັ່ງກ່າວໃຫ້ມີຄວາມໝາຍສຳຄັນນັ້ນ, ແຂວງບໍລິຄໍາໄຊ ກໍໄດ້ຈັດພິທີປູກຕົ້ນໄມ້ຢູ່ສະໂມສອນໂຮງຮຽນ ມສ ສີທານາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາແຫວນ ປັນຍານຸວົງ ປະທານ ຄະນະກໍາມະການປົກຄອງແຂວງ. ການໄມ້ດັ່ງກ່າວ   ເພຶ່ອເປັນການສ້າງສະຕິຫວງແຫນປູກຈິດສໍານຶກ ໃຫ້ຊາວໜຸ່ມ ເຍົາ ວະຊົນຄົນຮຸ່ນຫລັງ ໄດ້ເຫັນເຖິງຄຸນປະໂຫຍດ ຂອງປ່າໄມ້ ເຊັ່ນ: ທີ່ຢູ່ອາໄສ, ແຫລ່ງນໍ້າ, ອາຫານ, ຢາປົວພະຍາດ, ອາກາດ, ສິ່ງແວດລ້ອມ ແລະ ອື່ນໆ. ທັງໝົດເຫລົ່ານີ້ ຖືເປັນສິ່ງສໍາຄັນຕໍ່ການດໍາລົງຊີວິດຂອງຄົນເຮົາ.     ເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ ມີເບ້ຍໄມ້ດູ່, ໄມ້ຂະຍຸງ ແລະ ເບ້ຍໄມ້ປະດັບ ລວມທັງໝົດປະມານ 1.000 ກວ່າເບ້ຍ.

 ສຳລັບຢູ່ແຂວງໄຊສົມບູນໄດ້ຈັດພິທີປູກຕົ້ນໄມ້ ຢູ່ສະໂມສອນເມືອງອະນຸວົງຢ່າງຟົດຟື້ນ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ. ພິທີດັ່ງກ່າວ ໄດ້ມີການຫວນຄືນປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງ ແວດລ້ອມແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນເດັກນ້ອຍສາກົນ. ປ່າໄມ້ແມ່ນມີຄວາມສຳຄັນຫລາຍຕໍ່ກັບການພັດທະ ນາເສດຖະກິດ-ສັງຄົມ ໂດຍທາງກົງ ແລະ ທາງອ້ອມ ທັງຍັງເປັນການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ ພ້ອມທັງຫລຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ດັ່ງນັ້ນ, ຕ້ອງມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ທີ່ດິນ, ປ່າໄມ້, ຊັບພະຍາກອນທຳມະຊາດອື່ນໆ.   

  

 ສ່ວນຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກໍໄດ້ຈັດກິດຈະກຳປູກຕົ້ນໄມ້ເຊັ່ນດຽວກັນຢູ່ສູນປິ່ນ ປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ( ຫລັກ 62 ) ຊຶ່ງນຳພາໂດຍ ພັອ ຈັນທອນ ເຮືອງຄຳໄຊ ຄະນະພັກກົມໃຫຍ່ຕຳຫລວດ, ຫົວໜ້າຫ້ອງກວດກາ ແລະ ຄວບຄຸມຢາເສບຕິດ. ການຈັດກິດຈະກຳ ປູກຕົ້ນໄມ້ຄັ້ງນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ໂດຍສະເພາະແມ່ນແຜນຍຸດທະສາດ ການເພີ່ມທະວີການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ຟື້ນຟູ່ປ່າ ໃຫ້ຍືນຍົງຄຽງຄູ່ກັບການພັດທະນາເສດ ຖະກິດ - ສັງຄົມຂອງຊາດ. ທັງເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນຕຳຫລວດ ໃຫ້ເຫັນໄດ້ເຖິງຄຸນປະໂຫຍດ, ຄວາມສຳຄັນຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ທັງເຮັດໃຫ້ປ່າໄມ້ກາຍເປັນພື້ນທີ່ສີຂຽວ, ເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ແລະ ສະພາບແວດລ້ອມ ເພື່ອຫລຸດຜ່ອນການປ່ຽນແປງດິນຟ້າອາກາດ.

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top