ປະທານປະເທດ ຕ້ອນຮັບການນຳແຂວງເຈີ້ຈ່ຽງ ເຂົ້າຢ້ຽມຂໍ່ານັບ

03/06/2026 10:55
ຂປລ ໃນວັນທີ 2 ມິຖຸນາ 2026 ນີ້, ທີ່ນະຄອນຫາງໂຈ, ແຂວງເຈີ້ຈ່ຽງ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ຮ້າວ ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາ ຜູ້ແທນປະຊາຊົນແຂວງເຈີ້ຈ່ຽງ ພ້ອມດ້ວຍຄະນະ.

     ຂປລ. ໃນໂອກາດ ເດີນທາງຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.ໃນໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ປິຕິຍິນດີທ່ີໄດ້ມີໂອກາດຢ້ຽມຢາມ ແລະ ທັດສະນະຢູ່ນະຄອນຫາງໂຈ ຊຶ່ງເປັນນະຄອນທ່ີໄດ້ຮັບການພັດທະນາຮອບດ້ານ, ມີສະຖານທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ ແລະ ທໍາມະຊາດທີ່ສວຍສົດງົດງາມທີ່ເປັນເອກະລັກຂອງແຂວງເຈີ້ຈ່ຽງ ໃນຄັ້ງນີ້. ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ໃຫ້ກັນຊາບກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊ່ຶງຝ່າຍລາວໄດ້ສະແດງຄວາມຊົມ ເຊີຍຕ່ໍບັນດາໝາກຜົນທ່ີແຂວງຍາດມາໄດ້ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນ ແລະ ຄາດໝາຍຂອງກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ XV ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ; ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ ໂດຍສະເພາະການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງພາຍຫລັງມີການສ້າງຕັ້ງສະພາການຄ້າແຂວງເຈ້ີຈ່ຽງ ຢູ່ ສປປ ລາວ ໃນ ປີ 2013 ເປັນຕົ້ນມາ, ການພົວພັນທາງດ້ານການຄ້າ ແລະ ການລົງທຶນນັບມ້ືນັບເພ່ີມຂ້ຶນ. ພ້ອມດຽວກັນນ້ີ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງບັນດາຂະແໜງການເພື່ອຂຸດຄົ້ນບັນດາທ່າແຮງບົ່ມຊ້ອນໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່ກັນ ແລະ ການເຊື່ອມໂຍງ- ເຊື່ອມຈອດກັນໃນຫລາຍຮູບແບບ ແລະ ຫລາຍຊ່ອງທາງກວ່າເກົ່າ ຊຶ່ງຝ່າຍລາວໄດ້ສະເໜີໃຫ້ຝ່າຍ ຈີນ ຊຸກຍູ້ພາກທຸລະກິດຂອງແຂວງ ເຈີ້ຈ່ຽງ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນຂະແໜງການທ່ອງທ່ຽວ, ອຸດສາຫະກໍາປຸງແຕ່ງສິນຄ້າກະສິກໍາ ແລະ ຂະແໜງການອື່ນໆທີ່ສອງຝ່າຍມີທ່າແຮງ.  ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນສະຫາຍ ຫວັງ ຮ້າວ ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງ ເຈີ້ຈ່ຽງ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

     ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ- ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະການນໍາຂອງ ແຂວງເຈີ້ຈ່ຽງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນມີຜົນປະໂຫຍດ ຫລາຍດ້ານ ຊຶ່ງໄດ້ປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຢູ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ.ໃນຂະນະດຽວກັນ, ສະຫາຍ ຫວັງ ຮ້າວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ຊຶ່ງຈະເປັນຂີດໝາຍອັນສໍາຄັນໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ- ລາວ ໃຫ້ນັບມ້ືນັບແໜ້ນແຟ້ນຍ່ິງໆຂ້ຶນ. ພ້ອມກັນນີ້, ສະຫາຍ ຫວັງ ຮ້າວ ກໍໄດ້ສະແດງຄວາມຍິນດີຈະ ຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອ່ືນໆລະຫວ່າງແຂວງເຈີ້ຈ່ຽງ ແລະ ສປປ ລາວ ໃນຕ່ໍໜ້າພ້ອມທັງໃຫ້ຄໍາໝັ້ນສັນຍາຈະເດີນທາງຢ້ຽມຢາມ ສປປ ລາວ ຕາມການເຊື້ອເຊີນຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນເວລາທີ່ເໝາະສົມ.

     ໃນວັນດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ໄປທັດສະນະຢ້ຽມຢາມ ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນ ໂລຊີ ຈໍາກັດ ແລະ ກຸ່ມບໍລິສັດ ອາລີບາບາ ອີກດ້ວຍ. ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນໂລຊີ ແມ່ນບໍລິສັດຜູ້ປະກອບການວິສາຫະກິດເຕັກໂນ ໂລຊີສູງລະດັບຊາດ ທີ່ສຸມໃສ່ການສ້າງສັນນະວັດຕະກໍາດ້ານເຕັກໂນ ໂລຊີປັນຍາປະດິດທ່ີມີຮ່າງກາຍ (Embodied AI) ແລະ ນໍາໃຊ້ອຸດ ສາຫະກໍາໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ການພັດທະນາ, ການຜະລິດ, ການຈໍາໜ່າຍ ແລະ ການບໍລິການ ຫຸ່ນຍົນ 4 ຂາ, ຫຸ່ນຍົນຮູບຮ່າງຄົນ (Humanoid Robot) ແລະ ຊິ້ນສ່ວນອາໄຫລ່ຕ່າງໆ. ສໍາລັບກຸ່ມ ບໍລິສັດ ອາລີບາບາປະກອບມີກຸ່ມ ທຸລະກິດຫລັກ ຄື: ກຸ່ມອັດສະລິຍະດ້ານຄລາວ (Cloud Intelligence Group), ກຸ່ມການຄ້າເອເລັກໂຕຣນິກ (E-Commerce) ພາຍໃນປະເທດຈີນ, ກຸ່ມທຸລະກິດດີຈິຕອນສາກົນ, ພາກສ່ວນທຸລະກິດດ້ານເຕັກໂລໂນຊີ ແລະ ທຸລະກິດນະວັດຕະກໍາອື່ນໆ.

KPL

ຂ່າວອື່ນໆ

ads
ads

Top