ຂປລ
ກະຊວງ ຕຳຫລວດ ຫວຽດນາມ ໄດ້ຈັດກອງປະຊຸມ ຜັນຂະຫຍາຍຈຸດສຸມ ໂຄສະນາເຜີຍແຜ່, ສົມທົບກັນປຸກໂຈມຕີ, ປາບປາມອາດຊະຍາກຳ ຢາເສບຕິດລະຫວ່າງ ສສ ຫວຽດນາມ, ສປ ຈີນ, ສປປ ລາວ ແລະ ມຽນມາ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 2 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງ ຕຳຫລວດ ຫວຽດນາມ ໄດ້ຈັດກອງປະຊຸມ ຜັນຂະຫຍາຍຈຸດສຸມ ໂຄສະນາເຜີຍແຜ່, ສົມທົບກັນປຸກໂຈມຕີ, ປາບປາມ ອາດຊະຍາກຳ ຢາເສບຕິດ ລະຫວ່າງ ສສ ຫວຽດນາມ, ສປ ຈີນ, ສປປ ລາວ ແລະ ມຽນມາ. ໃນໂອກາດນີ້ ທ່ານ ພົທ ຫງວຽນວັນລອງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ສສ ຫວຽດນາມ, ສປ ຈີນ, ສປປ ລາວ ແລະ ມຽນມາ ພວມຖືກຜົນສະທ້ອນ ໂດຍກົງ ຈາກສະພາບການ ອາດຊະຍາກຳ ຢາເສບຕິດ ໃນໂລກ. ໃນສະພາບການນັ້ນ, ກະຊວງປ້ອງກັນ ຄວາມສະຫງົບ ຫວຽດນາມ ໄດ້ສະເໜີ ໃຫ້ກະຊວງຕຳຫລວດ ຈີນ, ກະຊວງຕຳຫລວດ ລາວ ແລະ ກະຊວງພາຍໃນ ມຽນມາ ສົມທົບກັນ ຜັນຂະຫຍາຍບັ້ນຈຸດສຸມ ໂຄສະນາເຜີຍແຜ່, ສົມທົບກັນ ບຸກໂຈມຕີ, ປາບປາມ ອາດຊະຍາກຳ ຢາເສບຕິດແຕ່ ວັນທີ 15 ມິຖຸນາຫາ 15 ກັນຍາ 2026 ຢູ່ບໍລິເວນບັນດາແຂວງ, ນະຄອນຕິດກັບ ຊາຍແດນ ລະຫວ່າງ ບັນດາປະເທດ ແລະ ບັນດາບໍລິເວນຈຸດສຸມ ກ່ຽວກັບ ອາດຊະຍາກຳ ຢາເສບຕິດ ຢູ່ແຕ່ລະປະເທດ. ໃນກອງປະຊຸມ ໄດ້ຮັບຮອງເອົາ ແຜນການກະທຳລວມ ເພື່ອຜັນຂະຫຍາຍ ຫລາຍເນື້ອໃນ ສຳຄັນອື່ນໆ, ໃນນັ້ນ, ມີການເພີ່ມທະວີ ການຄວບຄຸມ ເຂດຊາຍແດນ ຢ່າງເຂັ້ມງວດ; ສົມທົບກັນ ຕໍ່ສູ້ແກ້ໄຂ ຄະດີລວມ, ສຸມໃສ່ ບັນດາອາດຊະຍາກຳ ຢາເສບຕິດຂ້າມຊາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL