ທົ່ວໂລກ ຕ້ອງການຊິບ ເພີ່ມຂຶ້ນເກືອບ90%

03/06/2026 16:46
Email Print 137
ຂປລ ອົງການ ສະຖິຕິ ການຄ້າ ເຊມິຄອນດັກເຕີໂລກ (WSTS) ຊຶ່ງສ້າງຕັ້ງຂຶ້ນ ໂດຍຜູ້ຜະລິດຊິບຊັ້ນນຳ ໄດ້ເປີດເຜີຍ ບົດລາຍງານ ການຄາດຄະເນ ຫລ້າສຸດ ທີ່ຄາດຄະເນວ່າ: ຕະຫລາດ ເຊມິຄອນດັກເຕີ(ເຄິ່ງຕົວນຳ)ທົ່ວໂລກ ຈະຂະຫຍາຍຕົວ 89.9% ເມື່ອທຽບໃສ່ປີກາຍ ບັນລຸລະດັບສູງສຸດ ເປັນປະຫວັດການທີ່ 1,51 ພັນຕື້ໂດລາສະຫະລັດ

ຂປລ.ສຳນັກຂ່າວ ອິນໂຟເຄວສ, ອົງການ ສະຖິຕິ ການຄ້າ ເຊມິຄອນດັກເຕີໂລກ (WSTS) ຊຶ່ງສ້າງຕັ້ງຂຶ້ນ ໂດຍຜູ້ຜະລິດຊິບຊັ້ນນຳ ໄດ້ເປີດເຜີຍ ບົດລາຍງານ ການຄາດຄະເນ ຫລ້າສຸດ ທີ່ຄາດຄະເນວ່າ: ຕະຫລາດ ເຊມິຄອນດັກເຕີ(ເຄິ່ງຕົວນຳ)ທົ່ວໂລກ ຈະຂະຫຍາຍຕົວ 89.9% ເມື່ອທຽບໃສ່ປີກາຍ ບັນລຸລະດັບສູງສຸດ ເປັນປະຫວັດການທີ່ 1,51 ພັນຕື້ໂດລາສະຫະລັດ, ໂດຍໄດ້ຮັບແຮງຂັບເຄື່ອນ ຈາກການລົງທຶນ ຂະໜາດໃຫຍ່ ຂອງບໍລິສັດຕ່າງໆທົ່ວໂລກ ທ່າມກາງຄວາມຕ້ອງການ ດ້ານປັນຍາປະດິດ (AI) ທີ່ເພີ່ມຂຶ້ນຢ່າງວ່ອງໄວ. WSTS ໄດ້ປັບເພີ່ມປະລິມານດັ່ງກ່າວ ຈາກເມື່ອກ່ອນຄາດການໄວ້ໃນເດືອນທັນວາ ຂອງການຂະຫຍາຍຕົວ 26.3% ມາເປັນ 975 ຕື້ກວ່າໂດລາສະຫະລັດ, ໂດຍມີແນວໂນ້ມເພີ່ມຂຶ້ນ ຢ່າງຫລວງ ຫລາຍ ສ່ວນໃຫຍ່ ແມ່ນຍ້ອນການຂະຫຍາຍຕົວ ຂອງສູນຂໍ້ມູນ ໄວກວ່າ ທີ່ຄາດໄວ້.ເມື່ອພິຈາລະນາ ປະເພດ ຜະລິດຕະພັນ ຄວາມຕ້ອງການຊິບ ໜ່ວຍຄວາມຈຳ ທີ່ໃຊ້ສຳລັບ ການເກັບຮັກສາຂໍ້ມູນ ຄາດວ່າ ຈະຂະຫຍາຍ ຕົວປະມານ 3.5 ເທົ່າ, ເຊິ່ງບັນລຸ 803 ຕື້ໂດລາສະຫະລັດ. ໃນຂະນະດຽວກັນ, ຄວາມຕ້ອງການ ເຊມິຄອນດັກເຕີລໍຈິກ ເຊິ່ງເຮັດໜ້າທີ່ ເປັນສະໝອງ ຂອງອຸປະກອນ ເອເລັກໂຕຣນິກ, ຄາດວ່າ ຈະເຕີບໂຕ 37.3% ເປັນ 411 ຕື້ໂດລາສະຫະລັດ.ໃນຂະນະດຽວກັນ, ບໍລິສັດ Kioxia Holdings Corp., ຜູ້ຜະລິດຊິບ ໜ່ວຍຄວາມຈຳ ຂອງຍີ່ປຸ່ນ, ຄາດວ່າ ກຳໄລສຸດທິ ໃນໄລຍະເດືອນເມສາ ຫາເດືອນມິຖຸນາ ຈະເພີ່ມຂຶ້ນ ຫລາຍກວ່າ 47 ເທົ່າເມື່ອທຽບໃສ່ກັບປີກ່ອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top