ຂປລ
ການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ ສືບຕໍ່ຊຸກຍູ້ ເພື່ອໃຫ້ບັນລຸໝາກຜົນ ທີ່ແທ້ຈິງ, ມີປະສິດທິຜົນ ຫລາຍຢ່າງ, ຊື່ງເປັນເສົາຄ້ຳ ໃນການພົວພັນ ຂອງສອງປະເທດ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ ສືບຕໍ່ຊຸກຍູ້ ເພື່ອໃຫ້ບັນລຸໝາກຜົນ ທີ່ແທ້ຈິງ, ມີປະສິດທິຜົນ ຫລາຍຢ່າງ, ຊື່ງເປັນເສົາຄ້ຳ ໃນການພົວພັນ ຂອງສອງປະເທດ. ສິ່ງດັ່ງກ່າວນີ້ ແມ່ນຄຳຢັ້ງຢືນ ຂອງ ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນ ປະເທດ ຫວຽດນາມ ໃນການ ເຈລະຈາ ກັບ ຄະນະ ເສນາທິການໃຫຍ່ ສຳພັນທະມິດ ຍີ່ປຸ່ນ, ໂດຍ ທ່ານພົນເອກ Uchikura Hiroaki ເປັນຫົວໜ້າ ທີ່ ໄດ້ດຳເນີນ ໃນວັນທີ 2 ມິຖຸນາ, ຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ການຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 31 ພຶດສະພາ ຫາ ວັນທີ 3 ມິຖຸນາ 2026.
ທ່ານ ຫງວຽນເຕິນເກືອງ ໄດ້ສະແດງຄວາມ ຂອບໃຈ ຢ່າງສູງ ຕໍ່ລັດຖະບານ ຍີ່ປຸ່ນ ທີ່ໄດ້ຕັ້ງໜ້າ ໜູນຊ່ວຍ ຫວຽດນາມ ໃນການຮ່ວມມື ແກ້ໄຂ ຜົນຮ້າຍຢ້ອນຫລັງ ຈາກສົງຄາມ ຜ່ານການໜູນຊ່ວຍ ວັດຖຸ ອຸປະກອນ ວິໄຈວິເຄາະ ດີໂອຊິນ ແລະ ສິ່ງແວດລ້ອມ, ພ້ອມທັງ ການຕັ້ງໜ້າ ຜັນຂະຫຍາຍ ໂຄງການ ຊ່ວຍເຫລືອລ້າ ບັນດາ ວັດຖຸອຸປະກອນ ກ່ຽວກັບ ການຊອກຫາທຳລາຍ ລູກລະເບີດ ທີ່ບໍ່ທັນແຕກ ໃຫ້ແກ່ ຫວຽດນາມ.
ນອກນັ້ນ, ທ່ານ ຫງວຽນເຕິນເກືອງ ຍັງປາດຖະໜາ ໃຫ້ ກະຊວງ ປ້ອງກັນ ປະເທດ ຍີ່ປຸ່ນ ສືບຕໍ່ສະຫງວນທຶນ ການສຶກສາ ທີ່ມີຢູ່ແລ້ວ ແລະ ເປີດກວ້າງ ຮູບແບບ ການບຳລຸງສ້າງ ກ່ຽວກັບ ວິທະຍາສາດ ເຕັກນິກ, ເຕັກໂນໂລຢີ ໃຫ້ແກ່ ກະຊວງປ້ອງກັນ ປະເທດ ຫວຽດນາມ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນຄັ້ງນີ້ ແມ່ນໂອກາດ ເພື່ອເຮັດໃຫ້ ການພົວພັນ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງຂຶ້ນກວ່າອີກ, ທ່ານ Uchikura Hiroaki ປາດຖະໜາວ່າ ໃນໄລຍະຈະມາເຖິງ ສອງຝ່າຍ ຈະສືບຕໍ່ປະສານ ສົມທົບກັນ, ຜັນຂະຫຍາຍ ບັນດາ ເນື້ອໃນ ຮ່ວມມືທີ່ໄດ້ເຫັນດີ ເປັນເອກະພາບນຳກັນ, ໃນນັ້ນ ສຸມໃສ່ ການແລກປ່ຽນ ຄະນະ ຜູ້ແທນ, ການຮ່ວມມື ບຳລຸງສ້າງ, ການຮ່ວມມື ລະຫວ່າງ ບັນດາເຫລົ່າທັບ, ເຫລົ່າຮົບ ກຳລັງຮັກສາ ສັນຕິພາບ ສປຊ ອື່ນໆ. ສະນັ້ນ ການປະກອບສ່ວນ ຊຸກຍູ້ ການພົວພັນຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ສອງຝ່າຍໃຫ້ສົມກັບ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ລະຫວ່າງ ສອງປະເທດ ກ່ຽວກັບ ສັນຕິພາບ, ຄວາມວັດທະນາຖາວອນ ຢູ່ອາຊີ ແລະ ໃນໂລກ./
KPL