7289

ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນພຸດ 03.06.2026 ປີທີ 25 ສະບັບທີ 6.449ັຸີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ llp] fegou odv'xt-5 ,.spj lt,k-y dra d 7A 'mu V ra d pk,.fd= 4n ;Pdxa [x5 'dq '9a ddko9a f8A 'gxa o;Pd|bj ' muj le7a o.odkooerk{-U oe grnj v0a [g7nj vodkora fmtok  ອ່ານຕໍ່ໜ້າ 4່ າໍ່ ໜ້າ xtmkoxtgmf 8h voIa [ dkooec0;'g9U 9j P' g0Q k1h P,0+ koa [ lts]v';a ogfa doh vplkdq o 7q [Iv[ 101 xu IPdIh v'mqj ;la '7q ,gruj ,mt;u dkoxq dxh v' c]t ra fmtokgfa d ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ( ຊ້າຍ ) ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ( ຜູ້ທີ 5 ນັບຈາກຂວາຫາຊ້າຍ )  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ ]a f4t,q o8u dt-;'xh v'da oxtgmf -q ,dko9e]v'sa fcv[-h v,Iq [8u ry glfc[[dk'c9h ' ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຂວາ ) okpq d]a f4t,q o8u 8h voIa [m6 f l gdq ks]u g0Q k1h P,0+ koa [ ຂປລ. ເມື່ອບໍ່ດົນມານີ້, ສະຖາ ບັນການຕ່ງປະເທດ ກະຊວງການ ຕ່າງປະເທດ ຈັດສໍາມະນາສາກົນ ພາຍໃຕ້ຫົວຂໍ້: “ຍົກລະດັບການ ເປັນຄູ່ຮ່ວມມື ເພື່ອຮ່ວມກັນແກ້ໄຂ ບັນຫາອາຊະຍາກໍາຂ້າມຊາດ ແນ ໃສ່ສ້າງປະຊາຄົມຮ່ວມຊາຕາກໍາ ດຽວກັນໃຫ້ມີຄວາມປອດໄພ, ໝັ້ນ ຄົງ ແລະ ຈະເລີນຮຸ່ງເຮືອງ” ຊຶ່ງ ແມ່ນໜຶ່ງໃນໂຄງການທີ່ໄດ້ຮັບ ການສະໜັບສະໜູນຈາກກອງທຶນ ພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ໂດຍການເປັນປະທານພິທີ ເປີດກອງປະຊຸມຂອງທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ ເຂົ້າຮ່ວມຈາກບັນດາສະຖາບັນຄົ້ນ ຄວ້າ ແລະ ສະຖາບັນຄັງປັນຍາ ຈາກບັນດາປະເທດພາກພື້ນແມ່ນໍ້າ ຂອງ (ກໍາປູເຈຍ, ຈີນ, ມຽນມາ, ໄທ ແລະ ຫວຽດນາມ), ພາກສ່ວນ ກ່ຽວຂ້ອງຈາກສູນກາງ ແລະ ທ້ອງ ຖິ່ນເຂົ້າຮ່ວມ. ທັງນີ້, ກໍເພື່ອແນ ໃສ່ການແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືກັນກ່ຽວກັບສະ ພາບບັນຫາອາຊະຍາກໍາຂ້າມຊາດ ໂດຍລົງເລິກບັນຫາການຕົວະຕົ້ມ ແລະ ຫລອກລວງຜ່ານທາງອອນ ລາຍ ຊຶ່ງເປັນບັນຫາທີ່ພາກພື້ນ ແມ່ນໍ້າຂອງກໍາລັງຜະເຊີນໜ້າ ແລະ ເປັນສິ່ງທ້າທາຍໃນການແກ້ໄຂ ຂປລ. ນັບແຕ່ການສ້າງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເປັນຕົ້ນມາ, ກົງຈັກການ ຈັດຕັ້ງຂອງລະບອບການເມືອງ ປະຊາທິປະໄຕປະຊາຊົນໄດ້ຮັບ ການປັບປຸງ, ບູລະນະຢ່າງຕໍ່ເນື່ອງ ເຮັດໃຫ້ການນຳພາ-ຊີ້ນຳ, ການບໍລິ ຫານຄຸ້ມຄອງມີປັດໄຈໃໝ່ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ສາ ມາດເສີມຂະຫຍາຍ ແລະ ດຳລົງ ບົດບາດໃນການຫັນແນວທາງ ປ່ຽນແປງໃໝ່ຂອງພັກ ມາເປັນ ນະໂຍບາຍ, ເປັນແຜນພັດທະນາ, ເປັນກົດໝາຍ ເພື່ອອໍານວຍຄວບຄຸມ ການບໍລິຫານ, ຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມ. ສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ, ຫົວໜ້າ ກົມຈັດຕັ້ງຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ປະກອບ ຄຳເຫັນໃນກອງປະຊຸມໃຫຍ່ຜູ້ແທນ ຂປລ. ກອງປະຊຸມໃຫຍ່ສະມາ ຊິກພັກຂອງອົງຄະນະພັກສູນກາງ ສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ຈັດຂຶ້ນໃນທ້າຍອາທິດຜ່ານ ມາ ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ, ເລຂາ ຂປລ. ພິທີສະເຫລີມສະຫລອງ ວັນເດັກສາກົນ (1 ມິຖຸນາ 19251 ມິຖຸນາ 2026) ຄົບຮອບ 101 ປີ ຈັດຂຶ້ນໃນວັນທີ 1 ມິຖຸນາ 2026 ທີ່ ສູນການຮ່ວມມືສາກົນ ແລະ ການ ຝຶກອົບຮົມ (ICTC), ນະຄອນ ຫລວງວຽງຈັນ, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ pq d]tfa [dkogxa o76j Ij ;,,n cdh w0[a oskvk-tpkde0h k,-kf ຂປລ. ເມື່ອບໍ່ດົນມານີ້, ທີ່ສໍາ ນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (JUNGYung Soo) ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງວ່າ ຕະຫລອດໄລຍະທີ່ທ່ານທູດໄດ້ມາ ປະຕິບັດໜ້າທີ່ຢູ່ ສປປ ລາວ ແມ່ນ ໄດ້ປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມູນເຊື້ອອັນດີງາມຂອງ ສອງປະເທດ ກໍຄື ປະຊາຊົນລາວ-  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 2 ມິຖຸນາ 2026 ນີ້, ທີ່ນະຄອນຫາງ ໂຈ, ແຂວງເຈີ້ຈ່ຽງ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງສະຫາຍ ຫວັງ ຮ້າວ ກໍາມະການສູນກາງ ພັກ, ເລຂາພັກ ແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາ ຜູ້ແທນປະຊາຊົນແຂວງເຈີ້ຈ່ຽງ ພ້ອມດ້ວຍຄະນະໃນໂອກາດ ເດີນທາງຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026. ໃນໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ປິຕິຍິນດີທີ່ໄດ້ມີໂອກາດຢ້ຽມ ຢາມ ແລະ ທັດສະນະຢູ່ນະຄອນຫາງໂຈ ຊຶ່ງເປັນນະຄອນທີ່ ໄດ້ຮັບການພັດທະນາຮອບດ້ານ, ມີສະຖານທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ ແລະ ທໍາມະຊາດທີ່ສວຍສົດງົດງາມທີ່ເປັນ ເອກະລັກຂອງແຂວງເຈີ້ຈ່ຽງ ໃນຄັ້ງນີ້. ສອງຝ່າຍໄດ້ແຈ້ງສະພາບການໂດຍ gxu fdkog-nj v,88k0j kpw22h k c]t lqj 'w22h k 37'dkort]a ''kow22h kcl'8kg;a ook[q ' + ເກົາຫລີ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ ໂດຍເຊື່ອ ໝັ້ນວ່າທ່ານທູດຈະສືບຕໍ່ລະດົມນັກ ລົງທຶນຈາກ ສ ເກົາຫລີ ເຂົ້າມາ ລົງທຶນຢູ່ສປປ ລາວ ໃຫ້ນັບມື້ຫລາຍ ຂຶ້ນ ໂດຍສະເພາະການພັດທະນາ ໃນຂົງເຂດວຽກງານພະລັງງານ,

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 03/06/2026 xtgmf]k; dt-;'dko8j k'xtgmf 9a fdy f9tde lts]v';a ogfa doh vplkdq o c]t ;a olq omy la opk;j kfh ;ply fmy gfa d ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ສສຍລ ດຳເນີນກອງປະຊຸມ...ີຸ ສະຫລອງວັນເດັກສາກົນ...ັັົ ປະທານປະເທດ ຕ້ອນຮັບ...້ັ ເປີດການເຊື່ອມຕໍ່ຕາຂ່າຍ...ີື່ໍ່່ ກະສິກຳສະອາດ, ການທ່ອງທ່ຽວ, ແຮ່ທາດຕ່າງໆທີ່ຕິດພັນກັບການປຸງ ແຕ່ງ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ລວມທັງນະໂຍບາຍສົ່ງເສີມການ ລົງທຶນ, ການພັດທະນາພື້ນຖານ ໂຄງລ່າງເຮັດໃຫ້ ສປປ ລາວ ສາ ມາດເຊື່ອມໂຍງ-ເຊື່ອມຈອດພາກ ພື້ນ ແລະ ສາກົນ ໄດ້ຄ່ອງຕົວຫລາຍ ຂຶ້ນໃນແຕ່ລະໄລຍະ. ອັນສຳຄັນໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໂດຍສະເພາະນັບ ແຕ່ການຢ້ຽມຢາມ ສ ເກົາຫລີ ຢ່າງ ເປັນທາງການຂອງທ່ານປະທານ ປະເທດ ແຫ່ງ ສປປ ລາວ ໃນທ້າຍ ເດືອນທັນວາ 2025 ຜ່ານມາ ສາຍ ພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ຮັບການ ຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບ ດ້ານ, ເຮັດໃຫ້ການຮ່ວມມືໃນດ້ານ ຕ່າງໆຖືກຍົກສູງຂຶ້ນສູ່ລະດັບໃໝ່. ໃນໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ ໂດຍສະເພາະ, ແມ່ນໄດ້ໃຫ້ການສະ ໜັບສະໜູນ ແລະ ອຳນວຍຄວາມ ສະດວກໃນດ້ານຕ່າງໆຕະຫລອດ ໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດ ຢ່າງຕໍ່ເນື່ອງເປັນກ້າວໆມາ, ພ້ອມ ກັນນັ້ນ ກໍໄດ້ສະເໜີແຜນການຮ່ວມ ມືກັນໃນຕໍ່ໜ້າເປັນຕົ້ນຂົງເຂດ ວຽກງານແຮງງານ ເພື່ອເຮັດໃຫ້ ແຮງງານລາວມີວຽກເຮັດງານທຳ, ມີລາຍຮັບ ແລະ ຍົກລະດັບສີມືໃຫ້ ດີຂຶ້ນ, ລວມທັງຂະແໜງແຮ່ທາດ, ຂປລ. ເມື່ອບໍ່ດົນມານີ້, ຄະນະ ກໍາມະການເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ການຕ່າງປະເທດ ຮ່ວມກັບ 3 ອົງ ການຈັດຕັ້ງມະຫາຊົນ (ຄະນະກໍາ ມະບານ, ແມ່ຍິງ ແລະ ຊາວໜຸ່ມ) ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມ ຈັດກິດຈະກໍາສະເຫລີມສະຫລອງ ວັນເດັກສາກົນ (1 ມິຖຸນາ) ແລະ ວັນສົນທິສັນຍາວ່າດ້ວຍສິດທິ ເດັກ (20 ພະຈິກ ) ຄົບຮອບ 101 ປີ ຢູ່ໂຮງຮຽນມັດທະຍົມສົມ ບູນບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ເພື່ອສ້າງຄວາມ ສໍາພັນອັນດີລະຫວ່າງຄູ-ອາຈານ ແລະ ຫລານນ້ອຍ ໂດຍການເປັນ ປະທານຂອງທ່ານ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງກະຊວງການ ຕ່າງປະເທດ, ມີຄະນະກົມ, ຄະນະ ພະແນກ, ພະນັກງານ-ລັດຖະກອນ, ຄູ, ອາຈານ, ຕາງໜ້າ 3 ອົງການ ຈັດຕັ້ງມະຫາຊົນຈາກສອງພາກ ສ່ວນ ແລະ ນັກຮຽນມັດທະຍົມສົມ ບູນ ບ້ານຜາຕັ້ງ ເຂົ້າຮ່ວມ. ກິດຈະກຳໃນຄັ້ງນີ້, ເປັນການ ໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ຜ່ານສື່ສັງຄົມຕ່າງໆ ກໍຄື ການສ້າງຂະບວນການ ໃຫ້ມີຫລາຍ ຮູບຫລາຍສີ ເພື່ອປູກຈິດສຳນຶກ ໃຫ້ຫລານນ້ອຍຮຸ່ນໃໝ່ ຮູ້ຮັກສາ ສິ່ງແວດລ້ອມ, ໃຫ້ທຸກຄົນໃນສັງ ຄົມຕ່າງໆ ໂດຍສະເພາະແມ່ນອະນຸ ຊົນ, ເຍົາວະຊົນໄດ້ເຫັນເຖິງຄວາມ ສຳຄັນ ແລະ ເອົາໃຈໃສ່ປົກປ້ອງ, ເບິ່ງແຍງຮັກສາເດັກນ້ອຍ ຊຶ່ງເປັນ ໜໍ່ແໜງ ແລະ ເປັນອະນາຄົດຂອງ ຊາດ. ນອກຈາກນີ້, ກໍຍັງໄດ້ເຜີຍແຜ່ ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ວັນເດັກນ້ອຍ ສາກົນ ຊຶ່ງເປັນວັນທີ່ມີຄວາມສຳຄັນ ໃນການສົ່ງເສີມ ແລະ ປົກປ້ອງ ສິດທິເດັກ, ສົ່ງເສີມດ້ານສຸຂະພາບ, ໂພຊະນາການ, ການສຶກສາ ແລະ ຄວາມສະເໝີພາບເດັກຍິງ-ເດັກ ຊາຍ, ສົ່ງເສີມການນຳໃຊ້ເຕັກ ໂນໂລຊີແບບສ້າງສັນ ແລະ ລຶບ ລ້າງຄວາມຮຸນແຮງຕໍ່ເດັກ, ຄຽງ ຄູ່ກັບການສົ່ງເສີມການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ເພື່ອ ຮັກສາສິ່ງແວດລ້ອມ ແລະ ຫລຸດ ຜ່ອນບັນຫາການປ່ຽນແປງດິນຟ້າ ອາກາດ. ພິທີດັ່ງກ່າວ, ບັນດາທ່ານທີ່ ເຂົ້າຮ່ວມຍັງໄດ້ມອບເຄື່ອງນຸ່ງ ຈຳນວນ 3 ແກັດ, ປຶ້ມແບບຮຽນ ຊັ້ນປະຖົມ ປ1 -ປ5 ຈໍານວນ 265 ຫົວ, ໂຖຕອງນ້ຳດື່ມຈຳນວນ 8 ໜ່ວຍ, ທັງພ້ອມກັບປູກຕົ້ນໄມ້, ຊົມ ກິດຈະກຳ, ຫລິ້ນເກມ ແລະ ຕອບຄໍາ ຖາມຄວາມຮູ້ຮອບຕົວຂອງນັກຮຽນ ແລະ ມອບຂອງຂວັນ ເພື່ອເປັນກໍາ ລັງໃຈໃຫ້ນ້ອໆນັກຮຽນໃນຄັ້ງນີ້. ຂປລ. ເມື່ອບໍ່ດົນມານີ້, ໄດ້ ຈັດພິທີເປີດການເຊື່ອມຕໍ່ຕາຂ່າຍ ໄຟຟ້າ ແລະ ສົ່ງໄຟຟ້າໂຄງການ ພະລັງງານໄຟຟ້າແສງຕາເວັນກໍາ ລັງຕິດຕັ້ງ 80 ເມກາວັດ ຢູ່ບ້ານນາ ບົງ ເມືອງປາກງື່ມ ນະຄອນຫລວງ ວຽງຈັນ ຂອງບໍລິສັດ ວາຍອີໄອຈີ ສາກົນ ພະລັງງານໃໝ່ (ລາວ) ຈຳກັດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ມີລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ປະ ທານກຳມະທິການເສດຖະກິດ-ການ ເງິນ ສະພາແຫ່ງຊາດ, ປະທານ ຄະນະກຳມະການປົກຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍຜູ້ຕາງ ໜ້າສະຖານທູດຈີນ ປະຈໍາລາວ, ຜູ້ຕາງໜ້າບໍລິສັດ ພະລັງງານຢຸນ ໜານ ແລະ ບໍລິສັດ ວາຍອີໄອຈີ ສາກົນ ພະລັງງານໃໝ່ (ລາວ) ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານຫວັງຈື່ສຽງ ປະທານສະຫະພັນກຳມະບານກຸ່ມ ບໍລິສັດ ພະລັງງານຢຸນໜານ ໄດ້ໃຫ້ ຮູ້ວ່າ: ການເຊື່ອມຕໍ່ເຂົ້າລະບົບໄຟຟ້າ ແບບເຕັມກໍາລັງຂອງໂຄງການ ໄຟຟ້າພະລັງງານແສງຕາເວັນນາ ບົງ ເປັນໂຄງການພະລັງງານສະ ອາດຕົວແບບຂອງກຸ່ມບໍລິສັດພະ ລັງງານຢຸນໜານ ທີ່ຈັດຕັ້ງປະຕິບັດ ແລະ ເປີດນໍາໃຊ້ຢູ່ຕ່າງປະເທດ, ທັງເປັນການສືບຕໍ່ສ້າງແບບຢ່າງ ແລະ ຜົນງານອັນດີເດັ່ນໃນຂົງເຂດ ການພັດທະນາພະລັງງານຂອງ ສປປ ລາວ ຊຶ່ງເປັນສະຖານີຜະລິດ ໄຟຟ້າດ້ວຍພະລັງງານແສງຕາເວັນ ແບບລວມສູນຂະໜາດໃຫຍ່ແຫ່ງ ທີ 2 ທີ່ສາມາດເຊື່ອມຕໍ່ເຂົ້າລະບົບ ໄຟຟ້າແຫ່ງຊາດລາວ, ພ້ອມທັງ ສ້າງສະຖິຕິໃໝ່ດ້ານກໍາລັງການຕິດ ຕັ້ງ ແລະ ຄວາມຈຸຂອງລະບົບກັກ ເກັບພະລັງງານໄຟຟ້າແສງຕາເວັນ ດຽວທີ່ໃຫຍ່ທີ່ສຸດໃນລາວດ້ວຍເຕັກ ນິກວິຊາສະເພາະທີ່ຊ່ຽວຊານ ແລະ ຄວາມຮັບຜິດຊອບສູງ, ກໍ່ສ້າງ ຕາມຫລັກວິທະຍາສາດ, ຄວບຄຸມ ຄຸນນະພາບ ແລະ ຄວາມປອດໄພໃນ ທຸກຂັ້ນຕອນ ຈຶ່ງເຮັດໃຫ້ໂຄງການ ສາມາດດໍາເນີນໄປໄດ້ດີ. ປັດຈຸບັນ, ໂຄງການມີຄວາມພ້ອມເປີດດໍາເນີນ ງານດ້ານການຄ້າ ກໍຄື ການຮ່ວມມື ດ້ານພະລັງງານ ລາວ-ຈີນ ແລະ ສົ່ງເສີມການພັດທະນາເສດຖະກິດ ໃນເຂດພາກພື້ນອີກດ້ວຍ. ໃນໂອກາດດຽວກັນ, ທ່ານ ບຸນທັນ ພັນໂດລັກ ຮອງຜູ້ອຳນວຍ ການໃຫຍ່ລັດວິສາຫະກິດໄຟຟ້າ ລາວ ໄດ້ກ່າວວ່າ: ໂຄງການພະລັງ ງານໄຟຟ້າແສງຕາເວັນ ກໍາລັງ ຕິດຕັ້ງ 80 ເມັກກາວັດ ທີ່ບ້ານນາ ບົງ ເມືອງປາກງື່ມ ນະຄອນຫລວງ ວຽງຈັນ ເປັນໂຄງການໜຶ່ງທີ່ນອນ ໃນແຜນພັດທະນາເລັ່ງດ່ວນຂອງ ຄະນະພັກ, ປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມ ການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ ຊີ້ນຳວຽກງານອົງການຈັດຕັ້ງມະ ຫາຊົນ, ມີຄະນະພັກ, ຄະນະນຳ, ສະມາຊິກພັກ ພາຍໃນສູນກາງສະ ຫະພັນແມ່ຍິງລາວ ເຂົ້າຮ່ວມ. ກອງປະຊຸມໄດ້ສະຫລຸບຜົນການ ນໍາພາ-ຊີ້ນໍາໃນໄລຍະຜ່ານມາ, ຄົ້ນ ຄວ້າ ແລະ ຮັບຮອງຮ່າງລາຍງານ ການເມືອງ ພ້ອມແຜນພັດທະນາ 5 ປີ (2026-2030) ເພື່ອສືບ ຕໍ່ນໍາພາວຽກງານຂອງ ສສຍລ ຊຶ່ງສະໄໝຜ່ານມາ ສສຍລ ໄດ້ນໍາ ພາປະຕິບັດ 10 ແຜນງານ, 65 ໂຄງການ ແລະ 3 ແຜນດໍາເນີນງານ ແຫ່ງຊາດ ດ້ານຄວາມສະເໝີພາບ ຍິງ-ຊາຍ, ແມ່ ແລະ ເດັກ, ພ້ອມ ທັງສົ່ງເສີມການພັດທະນາແມ່ຍິງ ແລະ ການສ້າງພະນັກງານເພດຍິງ ໃຫ້ເຂັ້ມແຂງ. ພ້ອມນີ້, ກອງປະຊຸມຍັງໄດ້ໃຊ້ ສິດປະຊາທິປະໄຕເລືອກຕັ້ງຄະນະ ບໍລິຫານງານພັກສະໄໝທີ V ຈໍາ ນວນ 11 ສະຫາຍ ຈາກຜູ້ສະໝັກ 14 ສະຫາຍ. ຜົນການເລືອກຕັ້ງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ ຮັບເລືອກເປັນເລຂາຄະນະບໍລິຫານ ງານພັກ ສະໄໝທີV, ສະຫາຍ ນາງ ທຳມາ ເພັດວິໄຊ ເປັນຮອງເລຂາ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາພັກ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ສໍາເລັດຂອງ ສສຍລ ແລະ ເນັ້ນ ໃຫ້ສືບຕໍ່ເສີມສ້າງວຽກງານການ ເມືອງ-ແນວຄິດ, ພັດທະນາພະນັກ ງານແມ່ຍິງ, ຂັບເຄື່ອນຂໍ້ແຂ່ງຂັນ “3 ດີ”, ສ້າງໂອກາດອາຊີບ ແລະ ລາຍໄດ້ໃຫ້ແມ່ຍິງ ໂດຍສະເພາະໃນ ເຂດຫ່າງໄກ, ພ້ອມທັງຍົກສູງປະສິດ ທິພາບອົງການ ແລະ ຂະຫຍາຍ ການຮ່ວມມືສາກົນ ໃຫ້ມີຜົນສໍາເລັດ ຫລາຍຂຶ້ນ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ແລະ ກິລາ, ທັງເປັນປະທານຄະນະ ກຳມາທິການແຫ່ງຊາດ ເພື່ອຄວາມ ຫຍໍ້ໃຫ້ກັນຊາບກ່ຽວກັບການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງຝ່າຍລາວໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາໝາກຜົນທີ່ແຂວງ ຍາດມາໄດ້ ໂດຍສະເພາະແມ່ນການ ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນ ແລະ ຄາດໝາຍຂອງກອງປະຊຸມ ໃຫຍ່ອົງຄະນະພັກ ຄັ້ງທີ XV ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ; ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການພົວພັນຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ຢ່າງແທ້ຈິງ ໂດຍສະເພາະການພົວ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ຊຶ່ງພາຍຫລັງ ມີການສ້າງຕັ້ງສະພາການຄ້າ ແຂວງເຈີ້ຈ່ຽງ ຢູ່ ສປປ ລາວ ໃນ ປີ 2013 ເປັນຕົ້ນມາ, ການພົວພັນ ທາງດ້ານການຄ້າ ແລະ ການລົງທຶນ ນັບມື້ນັບເພີ່ມຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ ການຮ່ວມມືລະຫວ່າງບັນດາຂະ ແໜງການ ເພື່ອຂຸດຄົ້ນບັນດາທ່າ ແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປ ມາຫາສູ່ກັນ ແລະ ການເຊື່ອມໂຍງເຊື່ອມຈອດກັນໃນຫລາຍຮູບແບບ ແລະ ຫລາຍຊ່ອງທາງກວ່າເກົ່າ ຊຶ່ງຝ່າຍລາວ ໄດ້ສະເໜີໃຫ້ຝ່າຍ ຈີນ ຊຸກຍູ້ພາກທຸລະກິດຂອງແຂວງ ເຈີ້ຈ່ຽງ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນ ຂະແໜງການທ່ອງທ່ຽວ, ອຸດສາຫະ ກໍາປຸງແຕ່ງສິນຄ້າກະສິກໍາ ແລະ ຂະ ແໜງການອື່ນໆທີ່ສອງຝ່າຍມີທ່າ ແຮງ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນສະຫາຍ ຫວັງ ຮ້າວ ກໍາມະການສູນກາງພັກ, ເລຂາພັກ ແຂວງເຈີ້ຈ່ຽງ, ປະທານຄະນະປະ ຈໍາສະພາຜູ້ແທນປະຊາຊົນແຂວງ ເຈີ້ຈ່ຽງ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຕໍ່ພັກລັດຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງ ໂດຍສະເພາະການນໍາຂອງ ແຂວງເຈີ້ຈ່ຽງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນມີຜົນປະໂຫຍດ ຫລາຍດ້ານ ຊຶ່ງໄດ້ປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຢູ່ ສປປ ລາວ ໃນ ຕະຫລອດໄລຍະຜ່ານມາ. ໃນຂະນະດຽວກັນ, ສະຫາຍ ຫວັງຮ້າວກໍໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ ຊຶ່ງຈະເປັນຂີດໝາຍອັນ ສໍາຄັນໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆ ຂຶ້ນ. ພ້ອມກັນນີ້, ສະຫາຍ ຫວັງ ຮ້າວ ກໍໄດ້ສະແດງຄວາມຍິນດີຈະ ຊຸກຍູ້ການພົວພັນຮ່ວມມືທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລະຫວ່າງແຂວງເຈີ້ຈ່ຽງ ແລະ ສປປ ລາວ ໃນຕໍ່ໜ້າພ້ອມທັງໃຫ້ຄໍາ ໝັ້ນສັນຍາຈະເດີນທາງຢ້ຽມຢາມ ສປປ ລາວ ຕາມການເຊື້ອເຊີນຂອງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ໃນເວລາ ທີ່ເໝາະສົມ. ໃນວັນດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ໄປທັດສະນະຢ້ຽມຢາມ ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນ ໂລຊີ ຈໍາກັດ ແລະ ກຸ່ມບໍລິສັດ ອາລີ ບາບາ ອີກດ້ວຍ. ບໍລິສັດ ຫາງໂຈ ຢຸນເຊີນຊູ້ ເຕັກໂນໂລຊີ ແມ່ນບໍລິສັດ ຜູ້ປະກອບການວິສາຫະກິດເຕັກໂນ ໂລຊີສູງລະດັບຊາດ ທີ່ສຸມໃສ່ການ ສ້າງສັນນະວັດຕະກໍາດ້ານເຕັກໂນ ໂລຊີປັນຍາປະດິດທີ່ມີຮ່າງກາຍ (Embodied AI) ແລະ ນໍາໃຊ້ອຸດ ສາຫະກໍາ ໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ການພັດທະນາ, ການຜະລິດ, ການຈໍາໜ່າຍ ແລະ ການບໍລິການ ຫຸ່ນຍົນ 4 ຂາ, ຫຸ່ນຍົນຮູບຮ່າງຄົນ (Humanoid Robot) ແລະ ຊິ້ນ ສ່ວນອາໄຫລ່ຕ່າງໆ. ສໍາລັບກຸ່ມ ບໍລິສັດ ອາລີບາບາ ປະກອບມີກຸ່ມ ທຸລະກິດຫລັກ ຄື: ກຸ່ມອັດສະລິຍະ ດ້ານຄລາວ (Cloud Intelligence Group), ກຸ່ມການຄ້າເອເລັກໂຕຣ ນິກ (E-Commerce) ພາຍໃນ ປະເທດຈີນ, ກຸ່ມທຸລະກິດດີຈິຕອນ ສາກົນ, ພາກສ່ວນທຸລະກິດດ້ານ ເຕັກໂລໂນຊີ ແລະ ທຸລະກິດນະວັດ ຕະກໍາອື່ນໆ. ເຕັກໂນໂລຊີ, ການພັດທະນາພື້ນ ຖານໂຄງລ່າງພື້ນຖານ, ການຕອບ ໂຕ້ ແລະ ຮັບມືກັບສະພາບການ ປ່ຽນແປງດິນຟ້າອາກາດ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ໃນວຽກງານການລົງທຶນ, ການຄຸ້ມຄອງ-ບໍລິຫານວຽກງານທີ່ ສຳຄັນ ແລະ ອື່ນໆ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ລັດວິສາຫະກິດໄຟຟ້າລາວ ຈຳນວນ 12 ຈຸດ ກໍາລັງຕິດຕັ້ງ 650 ເມັກ ກາວັດ, ໃນໄລຍະປີ 2025-2027 ທີ່ໄດ້ຮັບຮອງຈາກລັດຖະບານ. ໂຄງການນີ້ ຈະຊ່ວຍການສະໜອງ ໄຟຟ້າໃຫ້ເຂດພາກກາງ ໂດຍສະ ເພາະນະຄອນຫລວງວຽງຈັນ ໃຫ້ ຮັບປະກັນມີສະຖຽນລະພາບ ແລະ ຫລຸດຜ່ອນການນໍາເຂົ້າພະລັງງານ ຈາກຕ່າງປະເທດ. ຜົນສໍາເລັດໃນ ຄັ້ງນີ້ບໍ່ພຽງແຕ່ແມ່ນການຍົກລະດັບ ຂີດຄວາມສາມາດ ແລະ ເພີ່ມຄວາມ ສະຖຽນລະພາບໃຫ້ແກ່ລະບົບຂອງ ລັດວິສາຫະກິດໄຟຟ້າລາວ ເທົ່ານັ້ນ ແຕ່ຍັງເປັນບາດກ້າວໃໝ່ໃນການ ພັດທະນາພະລັງງານໄຟຟ້າສະອາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການເຕີບໂຕດ້ານພະລັງງານ ຂອງ ສປປ ລາວ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ), ທ່ານ ນາງ ອາລີ ວົງໜໍ່ບຸນທໍາປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານ ຄຊກມດ ຜູ້ປະຈຳການ, ພ້ອມດ້ວຍຮອງລັດ ຖະມົນຕີ, ຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດ ທະນາ, ຄູ-ອາຈານ ແລະ ຫລານ ນ້ອຍນັກຮຽນເຂົ້າຮ່ວມ. ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມ ສານອວຍພອນເດັກລາວບັນດາ ເຜົ່າຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ ປີ 2026. ຫລັງຈາກນັ້ນ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ມີຄໍາເຫັນໂດຍໄດ້ ຍົກໃຫ້ເຫັນເຖິງປະຫວັດຄວາມເປັນ ມາຂອງວັນເດັກສາກົນ ທີ່ເລີ່ມຕົ້ນ ມາຈາກການຮັບຮອງຖະແຫລງ ການເຊີແນວ ວ່າດ້ວຍສິດທິເດັກ ໃນປີ 1924 ແລະ ການກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນເດັກ ສາກົນຢ່າງເປັນທາງການນັບແຕ່ ປີ 1925. ສໍາລັບຢູ່ ສປປ ລາວ, ວັນສໍາຄັນນີ້ໄດ້ຮັບການຈັດຕັ້ງສະ ເຫລີມສະຫລອງມາຕັ້ງແຕ່ສະໄໝ ຕໍ່ສູ້ກູ້ຊາດ ແລະ ເດັກລາວບັນດາ ເຜົ່າໄດ້ຮັບການເອົາໃຈໃສ່ ໂດຍ ລັດຖະບານໄດ້ສຸມໃສ່ໃນການສົ່ງ ເສີມການມີຊີວິດລອດ, ໄດ້ຮັບການ ປົກປ້ອງ, ພັດທະນາ ແລະ ໃຫ້ເດັກ ມີສ່ວນຮ່ວມໃນການປະກອບຄຳຄິດ ເຫັນຢ່າງຕໍ່ເນື່ອງມາເຖິງປັດຈຸບັນ, ການສະເຫລີມສະຫລອງວັນເດັກ ສາກົນໃນແຕ່ລະປີແມ່ນຕິດພັນກັບ ວັນປູກຕົ້ນໄມ້ແຫ່ງຊາດເພື່ອເປັນ ສັນຍະລັກແຫ່ງ “ການປູກຝັງຊັບ ພະຍາກອນມະນຸດ ແລະ ການປູກ ຝັງທຳມະຊາດ” ໄປພ້ອມໆກັນ ໂດຍປຽບທຽບເດັກນ້ອຍເປັນດັ່ງໜໍ່ ແໜງຂອງຊາດທີ່ຕ້ອງການການ ເບິ່ງແຍງບົວລະບັດຮັກສາ ແລະ ພັດທະນາໃຫ້ເຕີບໃຫຍ່ຢ່າງມີຄຸນ ນະພາບເຊັ່ນດຽວກັນກັບຕົ້ນໄມ້ທີ່ ຕ້ອງການການດູແລ ເພື່ອເປັນຮົ່ມ ເງົາໃນອະນາຄົດ, ທັງນີ້ກໍເພື່ອປູກ ຈິດສຳນຶກໃຫ້ຮັກສິ່ງແວດລ້ອມແຕ່ ຫົວທີ ແລະ ສ້າງຂະບວນການຮ່ວມ ແຮງຮ່ວມໃຈຂອງທຸກພາກສ່ວນໃນ ສັງຄົມ ເພື່ອນຳພາປະເທດຊາດໄປສູ່ ການພັດທະນາແບບຍືນຍົງ. ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ຍັງກ່າວອີກວ່າ: ເດັກກໍປຽບເໝືອນ ເມັດພັນພືດ ຫລື ທຶນມະນຸດທີ່ກ້າ ຫວ່ານ ແລະ ປູກຝັງລົງໄປ, ພືດ ເຫລົ່ານັ້ນຈະເຕີບໃຫຍ່ແມ່ນຕ້ອງ ການດິນດີ, ຝຸ່ນດີ, ປຸຍດີ ໄດ້ຮັບ ການບົວລະບັດເອົາໃຈໃສ່ເບິ່ງແຍງ ເພື່ອໃຫ້ເຕີບໃຫຍ່ຂະຫຍາຍໂຕເປັນ ຊັບພະຍາກອນທີ່ສົມບູນ, ມີຄຸນນະ ພາບເຊັ່ນດຽວກັນກັບເດັກ ກໍຕ້ອງ ການຄວາມຮັກ, ຄວາມອົບອຸ່ນ, ການດູແລເບິ່ງແຍງລ້ຽງດູໃຫ້ມີສຸ ຂະພາບ, ມີໂພຊະນາການ, ມີການ ສຶກສາ ແລະ ການປົກປ້ອງຮອບ ດ້ານ ເພື່ອເປັນຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫລັກໃນການພັດ ທະນາ ແລະ ຕັດສິນຊາຕາກຳຂອງ ປະເທດຊາດໃນອະນາຄົດ. ໃນວາລະການສະເຫລີມສະ ຫລອງຄັ້ງນີ້ , ທ່ານປ ະທານ ຄຊກມດ ຍັງໄດ້ໃຫ້ກຽດຮ່ວມກັບ ການນຳແຕ່ລະພາກສ່ວນຢອດຢາ ວິຕາມິນ A ໃຫ້ເດັກນ້ອຍ ແລະ ຢ້ຽມຊົມການວາງສະແດງຜົນງານ ກ່ຽວກັບການສົ່ງເສີມສິດທິເດັກ ຂອງແຕ່ລະພາກສ່ວນ. ພ້ອມນີ້, ບັນດາແຂກ ແລະ ຫລານນ້ອຍນັກ ຮຽນທີ່ເຂົ້າຮ່ວມງານກໍໄດ້ພ້ອມ ກັບຮັບຊົມການນຳສະເໜີຜົນການ ຄົ້ນຄວ້າຂອງເດັກກ່ຽວກັບການ ຮັບມື ແລະ ການປັບຕົວຕໍ່ການປ່ຽນ ແປງດິນຟ້າອາກາດ, ການນຳໃຊ້ ເຕັກໂນໂລຊີດີຈິຕອນທີ່ປອດໄພ ແລະ ການມີສ່ວນຮ່ວມໃນການສ້າງ ນະໂຍບາຍ; ໄດ້ຮັບຊົມວິດີໂອສັ້ນ, ການສະແດງສິລະປະຈາກຕົວແທນ ເດັກ, ການມອບຂອງຂວັນ ແລະ ກິດຈະກຳປິ່ນອ້ອມ ຊຶ່ງໄດ້ກາຍເປັນ ເວທີສຳລັບຫລານນ້ອຍນັກຮຽນໄດ້ ສະແດງຄວາມສາມາດຂອງຕົນ, ພ້ອມທັງສ້າງບັນຍາກາດເບີກບານ ມ່ວນຊື່ນຮ່ວມກັນ. ຂ່າວ: ສົມຫວັງ; ພາບ: ເກດສະໜາ

03/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ rtoa d'kooerk75h ,7v'pq d]tfa [7;k,I6h fh kodko[= ]y sko]a f16j xtgmfvq flt8ik]u gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ພະນັກງານນຳພາຄຸ້ມ ຄອງຈາກຂະແໜງການໂຄສະນາ ອົບຮົມ, ການຕ່າງປະເທດ, ການ ເງິນ, ສຶກສາທິການ ແລະ ກິລາ, ສາ ທາ, ກະສິກຳ, ທະນາຄານ, ຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ຊາວໜຸ່ມ ແລະ ປ້ອງ ກັນຄວາມສະຫງົບຂອງ ສປປ ລາວ ໄດ້ເຂົ້າຮ່ວມໂຄງການຝຶກອົບຮົມວ່າ ດ້ວຍພາວະຄວາມເປັນຜູ້ນຳສຳລັບ ການບໍລິຫານລັດແບບມີຄວາມຮັບ ຜິດຊອບຢູ່ປະເທດອົດສະຕຣາລີ ຊຶ່ງຈັດຂຶ້ນລະຫວ່າງວັນທີ 18-31 ພຶດສະພາ 2026 ຜ່ານມາ. ຈຸດ ປະສົງຂອງໂຄງການຝຶກອົບຮົມ ເພື່ອໃຫ້ພະນັກງານນຳພາຄຸ້ມຄອງ ຂອງລາວ ແລະ ຫວຽດນາມ ໄດ້ ຖອດຖອນບົດຮຽນ ແລະ ເກັບກ່ຽວ ປະສົບການຕົວຈິງ ຜ່ານການປະສົມ ປະສານລະຫວ່າງຄວາມຮູ້ດ້ານ ວິຊາການ, ປະສົບການຕົວຈິງ ໃນຂະແໜງການຂອງລັດ ແລະ ກິດຈະກຳການຮຽນຮູ້ຕົວຈິງຢູ່ ເມືອງບຣິສເບີນ (Brisbane), ໂກໂຄສ (Gold Coast), ແຄນ ເບີຣາ (Canberra) ແລະ ຊິດນີ (Sydney). ທ່ານ ເດເຣັກ ຄາສັນ (Prof. Derek Carson) ຄະນະບໍດີຄະ ນະສັງຄົມ ແລະ ການອອກແບບຢູ່ ມະຫາວິທະຍາໄລບອນ (Bond University) ປະເທດອົດສະຕຣາ ລີ ໄດ້ກ່າວວ່າ: ການເຂົ້າຮ່ວມຂອງ ບັນດາການນຳຈາກພາກພື້ນແມ່ນ້ຳ ຂອງໃນໂຄງການນີ້ ແມ່ນສະແດງ ໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ຂີດຄວາມສາມາດຂອງອົງກອນ, ທັງເປັນການສົ່ງເສີມການບໍລິຫານ ລັດທີ່ມີຈັນຍາບັນ ແລະ ເປີດກວ້າງ ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນ ພາກພື້ນ. ການຝຶກອົບຮົມໃນຄັ້ງນີ້, ຈັດຕັ້ງ ປະຕິບັດໂດຍມະຫາວິທະຍາໄລ ບອນໃນນາມກະຊວງການຕ່າງປະ ເທດ ແລະ ການຄ້າ ອົດສະຕຣາລີ (DFAT) ພາຍໃຕ້ໂຄງການຄູ່ ຮ່ວມມືແມ່ນ້ຳຂອງ-ອົດສະຕຣາລີ (MAP). ໂຄງການນີ້ ໄດ້ເປີດໂອ ກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນ ປະສົບການ, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ນຳເອົາບົດຮຽນເຫລົ່າ ນັ້ນໄປປະຍຸກໃຊ້ເຂົ້າໃນວຽກງານ ການເປັນຜູ້ນຳຢູ່ໃນຂະແໜງການ ຂອງຕົນຜ່ານການຈັດຕັ້ງປະຕິບັດ ໂຄງການທີ່ຕິດພັນກັບວຽກງານຕົວ ຈິງ. ຕະຫລອດໄລຍະການອົບຮົມ, ຜູ້ ເຂົ້າຮ່ວມໄດ້ສຶກສາຮຽນຮູ້ກ່ຽວກັບ ຂັ້ນຕອນການວາງແຜນ ແລະ ການ ປະຕິຮູບພາກລັດ, ລວມທັງວິທີການ ຮັບມືກັບສິ່ງທ້າທາຍຕ່າງໆໃນໄລ ຍະທີ່ມີການຫັນປ່ຽນໃນລະດັບ ອົງກອນ. ພ້ອມນີ້, ຍັງມີການຈັດ ກິດຈະກຳສົນທະນາແລກປ່ຽນ, ຮັບຟັງການບັນຍາຍຈາກຊ່ຽວຊານ ແລະ ການທັດສະນະສຶກສາ ເພື່ອສົມ ທຽບທິດສະດີກັບພຶດຕິກຳຕົວຈິງ ຂອງຂະແໜງການລັດ ຢູ່ປະເທດ ອົດສະຕຣາລີ. ນອກຈາກນີ້, ໃນ ໂຄງການຍັງຈະມີການແລກປ່ຽນ ບົດຮຽນທັງແບບທາງໄກ ແລະ ແບບເຊິ່ງໜ້າຢູ່ ສປປ ລາວ ແລະ ຫວຽດນາມ ຕື່ມອີກ. ຫົວຂໍ້ຫລັກທີ່ນຳມາແລກປ່ຽນ ໃນຄັ້ງນີ້ປະກອບມີ: ວິທີການນຳ ພາແບບໃໝ່, ການບໍລິຫານການ ປ່ຽນແປງແລະການບໍລິຫານຄວາມ ສ່ຽງໃນຂະແໜງການຂອງລັດ. ນອກນັ້ນ, ຍັງໄດ້ສຶກສາກ່ຽວກັບ ການເປັນຜູ້ນຳທີ່ມີຈັນຍາບັນ ແລະ ເປີດກວ້າງ ແລະ ຍຸດທະສາດການ ສ້າງຄວາມເຂັ້ມແຂງໃຫ້ແກ່ຂີດ ຄວາມສາມາດຂອງໜ່ວຍງານໃນ ໄລຍະທີ່ມີການປະຕິຮູບອົງກອນ. ໂຄງການຄູ່ຮ່ວມມືແມ່ນ້ຳຂອງອົດສະຕຣາລີ (MAP) ສ້າງຕັ້ງຂຶ້ນ ໃນເດືອນພະຈິກ 2020 ເພື່ອແນໃສ່ ສ້າງຄວາມເຂັ້ມແຂງໃຫ້ກັບຄວາມ ສາມາດໃນການປັບຕົວຂອງພາກພື້ນ ແມ່ນ້ຳຂອງ, ລວມທັງສະໜັບສະໜູນ ການເຕີບໂຕແບບຍືນຍົງ ແລະ ມີ ສ່ວນຮ່ວມຈາກທຸກພາກສ່ວນ. ໃນກອງປະຊຸມສຸດຍອດສະໄໝ ພິເສດ ອາຊຽນ-ອົດສະຕຣາລີ ໃນ ເດືອນມີນາ 2024, ລັດຖະມົນຕີ ກະຊວງການຕ່າງປະເທດອົດສະ ຕຣາລີ ໄດ້ປະກາດສືບຕໍ່ຈັດຕັ້ງປະຕິ ບັດໂຄງການຄູ່ຮ່ວມມືແມ່ນ້ຳຂອງອົດສະຕາລີ ໃນໄລຍະທີສອງ, ມີມູນ ຄ່າ 222,5 ລ້ານໂດລາອົດສະຕຣາ ລີ, ໄລຍະການຈັດຕັ້ງປະຕິບັດແຕ່ປີ 2024-2029. ຍົກລະດັບການເປັນຄູ່ຮ່ວມມື...ົັັູ່່ື ພັກ ຍາມໃດກໍຖືວຽກປັບປຸງ...ັໍືັຸ ລັດຖະມົນຕີກະຊວງປ້ອງກັນ...ັົີ້ັ ຂປລ. ວັນທີ 1 ມິຖຸນາ 2026 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ແລະ ສະຫາຍ ເຊຣເກ ຊົດສະເກີ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສະ ຫະພັນຣັດເຊຍ ປະຈຳລາວ ພ້ອມ ດ້ວຍຄະນະໄດ້ລົງເຄື່ອນໄຫວຕິດ ຕາມ ແລະ ຊົມການຈໍາລອງຫັດ ແອບຊ້ອມຮົບຕີພິເສດແບບກາງ ແຈ້ງ ໂດຍສະເພາະແມ່ນການສູ້ຮົບ ໃນເຂດຕົວເມືອງ, ການໂຢດພົນ ທາງອາກາດ, ການນໍາໃຊ້ອາວຸດປະ ຈໍາກາຍຂອງທະຫານຮາບ, ການ ປ້ອງກັນຜູ້ນຳຂັ້ນສູງ, ການນໍາໃຊ້ ໂດຣນ ແລະ ເຂົ້າໃນການສູ້ຮົບ ຊຶ່ງ ນາຍ ແລະ ພົນທະຫານທັງສອງ ຝ່າຍໄດ້ສະແດງຈໍາລອງຮູບແບບ ການຝຶກເຂົ້າຕີ, ປະສານສົມທົບ ເຊິ່ງກັນ ແລະ ກັນ, ນໍາໃຊ້ອາວຸດ, ບັນຫາ, ສ້າງຄວາມເສຍຫາຍຢ່າງ ໃຫຍ່ຫລວງໃຫ້ແກ່ຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສດຖະກິດ ຂອງບັນດາປະເທດແມ່ນໍ້າຂອງ ແລະ ຍັງຖືເປັນໄພຂົ່ມຂູ່ໃຫ້ແກ່ການ ດໍາລົງຊີວິດຂອງປະຊາຊົນ. ທ່ານ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນເຖິງຜົນກະທົບຈາກ ບັນຫາອາຊະຍາກໍາຂ້າມຊາດ ທີ່ ນັບມື້ເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ປະກົດຕົວໃນຫລາຍຮູບແບບ ວິທີການ ຊຶ່ງມັນໄດ້ຮຽກຮ້ອງໃຫ້ ບັນດາປະເທດຮ່ວມມືກັນ ໂດຍສະ ເພາະພາຍໃຕ້ 4 ຂົງເຂດສໍາຄັນຄື: ການສ້າງລະບຽບກົດໝາຍ ແລະ ການແລກປ່ຽນຂໍ້ມູນຂ່າວສານລະ ສະມາຊິກພັກຄັ້ງທີ VI ຂອງອົງ ຄະນະພັກຄະນະໂຄສະນາອົບຮົມ ສູນກາງພັກ ເມື່ອບໍ່ດົນມານີ້, ໃນ ຫົວຂໍ້: “ການນຳພາຂອງພັກ ໃນ ການປັບປຸງກົງຈັກການຈັດຕັ້ງ” ໂດຍໄດ້ໃຫ້ຮູ້ວ່າ: ພັກ ມີຄວາມ ຮັບຜິດຊອບຕໍ່ການກໍ່ສ້າງ, ການ ບຳລຸງພະນັກງານ, ການບັນຈຸສັບ ຊ້ອນ ແລະ ນຳໃຊ້ພະນັກງານໃນ ຕຳແໜ່ງງານທີ່ສຳຄັນຂອງອົງການ ພັກ-ລັດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຖືກຕ້ອງເໝາະສົມ. ພັກ ຍາມໃດກໍຖືວຽກງານປັບປຸງກົງຈັກ ການຈັດຕັ້ງ, ເປັນວຽກງານໜຶ່ງທີ່ ສຳຄັນໃນການນຳພາ-ຊີ້ນຳ ເພື່ອ ຂັບເຄື່ອນການພັດທະນາ, ຕາມ ແນວທາງ, ນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນ ສູງ, ສອດຄ່ອງກັບການຂະຫຍາຍ ຕົວຂອງເສດຖະກິດຂອງປະເທດ ແຕ່ຕ້ອງເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ ພະນັກງານ, ສະມາຊິກພັກ, ມີ ຄວາມຮັບຮູ້ເຂົ້າໃຈ, ມີຄວາມເປັນ ເອກະພາບສູງ, ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ບໍ່ທໍ້ຖອຍຄອນແຄນ. ຫວ່າງປະເທດ; ການພັດທະນາ ຂີດຄວາມສາມາດດ້ານວິຊາການ ແລະ ຊັບພະຍາກອນມະນຸດ; ການ ຍົກສູງຄວາມຮັບຮູ້ຂອງປະຊາຊົນ ແລະ ທັກສະດ້ານດີຈິຕອນ; ການ ເພີ່ມທະວີການຮ່ວມມືລະຫວ່າງ ພາກສ່ວນຕ່າງໆຢ່າງຮອບດ້ານ. ພ້ອມນີ້, ທ່ານໄດ້ເນັ້ນໜັກຕື່ມວ່າ ການຕ້ານອາຊະຍາກໍາຂ້າມຊາດ ແມ່ນໜ້າທີ່ຮ່ວມກັນທີ່ຈໍາເປັນ ເພື່ອ ຮັກສາຄວາມໝັ້ນຄົງ, ສະຖຽນລະ ພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ. ໃນໂອກາດນີ້, ຜູ້ເຂົ້າຮ່ວມໄດ້ ແລກປ່ຽນຄໍາຄິດຄໍາເຫັນກັນໃນ ດ້ານວິຊາການ ແລະ ເຫັນດີເປັນ ເອກະພາບກັນວ່າການຕົວະຕົ້ມ ແລະ ການຫລອກຫລວງຜ່ານທາງ ອອນລາຍນັ້ນ ນັບມື້ນັບມີຄວາມ ຮຸນແຮງ, ແຜ່ລາມອອກສູ່ວົງກວ້າງ ແລະ ມີການຜັນແປໄປຕາມການພັດ ທະນາຂອງຍຸກສະໄໝ ກໍຄື ການ ພັດທະນາຢ່າງກ້າວກະໂດດຂອງ ເຕັກໂນໂລຊີ ໂດຍສະເພາະການນໍາ ໃຊ້ປັນຍາປະດິດ (AI) ເຮັດໃຫ້ ການຕິດຕາມແກ້ໄຂບັນຫາມີຄວາມ ຫຍຸ້ງຍາກ ແລະ ສັບສົນຂຶ້ນ. ການ ແກ້ໄຂບັນຫາດັ່ງກ່າວ ຕ້ອງອາໄສ ການຮ່ວມມື ແລະ ເປັນເອກະພາບ ກັນຂອງທຸກພາກສ່ວນທັງພາກ ລັດຖະບານ, ພາກທຸລະກິດ ແລະ ພາກປະຊາຊົນຂອງທຸກປະເທດ ເພື່ອ ຮ່ວມກັນສະກັດກັ້ນ, ຮັບມື, ແກ້ໄຂ ແລະ ປ້ອງກັນ ເພື່ອຫລຸດຜ່ອນຜົນ ກະທົບຕໍ່ຄວາມໝັ້ນຄົງ, ລະບົບ ເສດຖະກິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ຕະຫລອດໄລຍະຜ່ານມາ, ຄະ ນະໂຄສະນາອົບຮົມສູນກາງພັກ ກໍ ໄດ້ເອົາໃຈໃສ່ຄົ້ນຄວ້າປັບປຸງພາລະ ບົດບາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນໃຫ້ສອດ ຄ່ອງກັບໜ້າທີ່ການເມືອງໃນແຕ່ລະ ໄລຍະ. ໃນປີ 2022 ກົມການເມືອງ ສູນກາງພັກ ໄດ້ອອກມະຕິຕົກລົງ ວ່າດ້ວຍການປັບປຸງກົງຈັກການ ຈັດຕັ້ງຂອງຄະນະໂຄສະນາອົບຮົມ ສູນກາງພັກ ໂດຍເຫັນດີສັບຊ້ອນ ຫ້ອງການສະພາທິດສະດີສູນກາງ ພັກ ຈາກຫ້ອງວ່າການສູນກາງພັກ ຕາມຂໍ້ຕົກລົງເລກທີ 413/ຫສພ, ໜັງສືພິມປະຊາຊົນຈາກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມດຳລັດເລກທີ 176/ ນຍ, ມາຂຶ້ນກັບຄະນະໂຄສະນາ ອົບຮົມສູນກາງພັກ ແລະ ໂຮມກົມ ສັງລວມເຂົ້າກັບຫ້ອງການ ຄອສພ, ໂຮມວາລະສານໂຄສະນາເຂົ້າກັບ ກົມໂຄສະນາ. ມາຮອດປີ 2025 ຄະນະບໍລິຫານງານພັກ ໄດ້ອອກ ມະຕິ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ. ໃນ ນັ້ນ, ໄດ້ໂອນເອົາວຽກຖະແຫລ່ງ ຂ່າວ-ວຽກສື່ມວນຊົນ ແລະ ຍົກ ຍ້າຍບຸກຄະລາກອນ, ພ້ອມທັງອາ ຄານຫ້ອງການ, ພາຫະນະວັດຖຸ ອຸປະກອນຮັບໃຊ້ວຽກງານ, ທີ່ດິນ ແລະ ອຸປະກອນອື່ນໆຈາກກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະ ນາອົບຮົມສູນກາງພັກ. ຂ່າວ: ກິດຕາ; ພາບ: ເກເສະໜາ ຍຸດທະວິທີພາຫະນະທີ່ທັນສະໄໝ ເຂົ້າໃນການສູ້ຮົບສາມາດບັນລຸ ໝາກຜົນຕາມແຜນການ ແລະ ຄາດ ໝາຍທີ່ວາງໄວ້. ຈາກນັ້ນ, ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະ ນະກໍໄດ້ເຂົ້າຮ່ວມຮັບຟັງການລາຍ ງານຕີລາຄາຜົນການຝຶກອົບຮົມຫັດແອບໃນຄັ້ງນີ້ ຊຶ່ງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານເຂດຕາເວັນ ອອກກອງທັບສະຫະພັນຣັດເຊຍ ໄດ້ລາຍງານໃນຈໍພາບທີ່ບັນທຶກ ບາດກ້າວ, ຈໍາລອງເຂົ້າຕີ ໂດຍ ຍົກໃຫ້ເຫັນຂີດຄວາມສາມາດຂອງ ນາຍ ແລະ ພົນທະຫານຝ່າຍລາວ ທີ່ໄດ້ຮັບການຝຶກ ແລະ ຖ່າຍຖອດ ບົດຮຽນໃນການຝຶກອົບຮົມ ແລະ ເຫັນວ່າ: ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ມີຄວາມຮັບ ຮູ້ທີ່ວ່ອງໄວ, ມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການສູ້ຮົບເພີ່ມ ຂຶ້ນ ເພາະມີຄວາມເອົາໃຈໃສ່ໃນຄົ້ນ ຄວ້າຮໍ່າຮຽນ ໂດຍສະເພາະບັນດາ ບາດກ້າວ, ການນໍາໃຊ້ອາວຸດ, ຍານ ພາຫະນະຕ່າງໆລວມເຖິງການນໍາ ໃຊ້ທາດລະເບີດ, ລະເບີດມິນ ແລະ ວິທີການຕິດຕັ້ງນໍາໃຊ້ຄົບຖ້ວນ; ຮູ້ ນໍາໃຊ້ຍຸດທະວິທີໃນການສູ້ຮົບໃນ ພູມມີປະເທດຕ່າງໆ ໂດຍສະເພາະ ໃນເມືອງ, ຕຶກອາຄານ ຊຶ່ງເປັນ ການຍົກລະດັບຄວາມສາມາດຂອງ ນາຍ ແລະ ພົນທະຫານ ກອງທັບ ປະຊາຊົນລາວ ໃຫ້ມີຄວາມຊໍານິ ຊຳນານ, ມີໄຫວພິກ, ມີຄວາມ ຄ່ອງແຄ້ວວ່ອງໄວສາມາດເຂົ້າທຳ ລາຍ ແລະ ດັບສູນເປົ້າໝາຍຢ່າງ ແມ່ນຢໍາ. ໂອກາດນີ້, ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະຍັງໄດ້ຮ່ວມຊົມການຈັດວ່າງ ສະແດງອາວຸດຍຸດທະພັນທີ່ຝ່າຍ ກອງທັບສະຫະພັນຣັດເຊຍ ນໍາມາ ຈັດວາງສະແດງ ແລະ ນໍາໃຊ້ເຂົ້າໃນ ການຝຶກອົບຮົມ-ຫັດແອບຊ້ອມຮົບຕີ ພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026” ໃນ ຄັ້ງນີ້ອີກດ້ວຍ. ຂ່າວ: ພຸດທະພອນ ລັດດານາວ

RkJQdWJsaXNoZXIy MTc3MTYxMQ==