ຂປລ
ຄະນະລັດຖະບານຈີນ ໄດ້ວາງແຜນເລັ່ງລັດ ການຫັນກະສິກຳແລະ ຊົນນະບົດ ສູ່ຄວາມທັນສະໄໝ ໃນໄລຍະປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15, ເຊິ່ງໄດ້ອະທິປາຍ ແນວຄິດ, ກຳນົດເປົ້າໝາຍ, ໜ້າທີ່ສຳຄັນ ແລະ ມາດຕະການ ນະໂຍບາຍ ເພື່ອເລັ່ງລັດ ການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້, ຄະນະລັດຖະບານຈີນ ໄດ້ວາງແຜນເລັ່ງລັດ ການຫັນກະສິກຳແລະ ຊົນນະບົດ ສູ່ຄວາມທັນສະໄໝ ໃນໄລຍະປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15, ເຊິ່ງໄດ້ອະທິປາຍ ແນວຄິດ, ກຳນົດເປົ້າໝາຍ, ໜ້າທີ່ສຳຄັນ ແລະ ມາດຕະການ ນະໂຍບາຍ ເພື່ອເລັ່ງລັດ ການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝ. ໃນໄລຍະ ແຜນພັດທະນາ ດັ່ງກ່າວ ໄດ້ເນັ້ນໜັກວ່າ: ຕ້ອງຊຸກຍູ້ ການສ້າງຄວາມທັນສະໄໝ ແບບຈີນໃຫ້ດີກວ່າເກົ່າ ດ້ວຍການເລັ່ງລັດ ການຫັນກະສິກຳ ແລະ ຊົນນະບົດ ໃຫ້ທັນສະໄໝ.“ແຜນການ” ດັ່ງກ່າວ ໄດ້ລະບຸວ່າ: ເມື່ອຮອດປີ 2030, ຮາກຖານຄວາມໝັ້ນຄົງ ດ້ານສະບຽງອາຫານ ໄດ້ຮັບການເສີມສ້າງ ຢ່າງຕໍ່ເນື່ອງ, ຄຸນນະພາບ,ປະສິດທິຜົນ ແລະ ກຳລັງການແຂ່ງຂັນ ຂອງກະສິກຳ ໄດ້ຮັບການຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ຜົນສຳເລັດ ໃນບັ້ນລຶບລ້າງຄວາມທຸກຍາກ ໄດ້ຮັບການປັບປຸງ ແລະ ການເສີມຂະຫຍາຍ ຢ່າງຕໍ່ເນື່ອງ, ຄວາມເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນດ້ານວິທະຍາສາດ ເຕັກໂນໂລຊີ ກະສິກຳ ໄດ້ຮັບການຍົກສູງ ຂຶ້ນຢ່າງຂະໜາດໃຫຍ່, ການສ້າງກະສິກຳ ໃຫ້ກາຍເປັນອຸດສາຫະກຳ ຂະໜາດໃຫຍ່ ທີ່ທັນສະໄໝ ໄດ້ຮັບຄວາມຄືບໜ້າ ອັນສຳຄັນ, ລາຍຮັບຂອງຊາວກະສິກອນ ເພີ່ມຂຶ້ນຂ້ອນຂ້າງໄວ ແລະ ຕໍ່ເນື່ອງ, ການສ້າງຊົນນະບົດ ທີ່ໜ້າຢູ່ ມີວຽກເຮັດ ຢ່າງເໝາະສົມ ແລະສວຍງາມ ໄດ້ມີຄວາມຄືບໜ້າ ໄວກວ່າເກົ່າ, ການພັດທະນາ ຢ່າງກົມກຽວກັນ ຂອງຕົວເມືອງ ແລະ ຊົນນະບົດ ໄດ້ບັນລຸການບຸກທະລຸໃໝ່, ການພັດທະນາ ທີ່ມີຄຸນນະພາບສູງ ຂອງກະສິກຳ ແລະ ຊົນນະບົດ ໄດ້ຮັບປະສິດທິຜົນ ຢ່າງຊັດເຈນ. ໃນຂະນະດຽວກັນ, ແຜນພັດທະນາດັ່ງກ່າວ ຍັງໄດ້ວາງວິໄສທັດ ສຳລັບ ເປົ້າໝາຍ ການພັດທະນາຮອດປີ 2035./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL