ຂປລ
ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍປາກເຊ ອິນເຕີເນຊັນນໍ ຈັດຂຶ້ນໃນວັນທີ 30 ພຶດສະພາ 2026, ທີ່ບ້ານສາງນໍ້າມັນ ນະຄອນປາກເຊ ແຂວງ ຈໍາປາສັກ.
ຂປລ. ໂດຍມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ, ພ້ອມດ້ວຍຜູ້ຕາງໜ້າກະຊວງສາທາລະນະສຸກ, ການນໍານະຄອນປາກເຊ, ນັກທຸລະກິດ, ຜູ້ປະກອບ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ໄພທູນ ປະທຸມທອງ ປະທານກຸ່ມບໍລິສັດ ຈໍາປາຄໍາ ຈໍາກັດຜູ້ດຽວ ລາຍງານວ່າ: ໂຄງການກໍ່ສ້າງໂຮງໝໍປາກເຊ ອິນເຕີເນຊັນນໍ ໃນຄ້ັງນ້ີແມ່ນປະຕິບັດຕາມສັນຍາເຊ່ົາສໍາປະທານດິນ ເລກທີ 2546/ປກສ.ຈສ, ລົງວັນທີ 15 ກໍລະກົດ 2025; ອີງຕາມໜັງສືແຈ້ງຕອບຂອງພະແນກສາທາລະນະສຸກ ແຂວງ ເລກທີ 076/ສທຂ.ຈສ, ລົງວັນທີ 12 ພະຈິກ 2025 ໂດຍພື້ນຖານແມ່ນເຫັນດີໃນການສົ່ງເສີມການລົງທຶນໃນການບໍລິການສຸຂະພາບເພ່ືອເປັນທາງເລືອກທ່ີດີຂອງພ່ໍແມ່ປະຊາຊົນ. ເພ່ືອເປັນການ ຈັດຕັ້ງ-ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະ ນະຄອນປາກເຊ ແຕ່ນີ້ຮອດ ປີ 2030 ໃຫ້ມີຜົນສໍາເລັດເປັນຮູບພະທໍາເທື່ອລະກ້າວ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ໂດຍປະຕິບັດຕາມທິດຊີ້ນໍາຂອງພັກ ທີ່ວ່າ: ລັດ ແລະ ປະຊາຊົນ ພ້ອມກັນເຮັດເພື່ອແບ່ງເບົາພາລະແບກຫາບໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ-ນະຄອນ ໃນຂົງເຂດບໍລິການປິ່ນປົວດູແລສຸຂະພາບຂອງປະຊາຊົນບັນດາເຜ່ົາ, ຊ້ັນຄົນພາຍໃນແຂວງ-ຕ່າງແຂວງ, ກຸ່ມບໍລິສັດຈຳປາຄໍາ ຈຳກັດຜູ້ດຽວ ຈ່ຶງມີວັດຖຸປະສົງໃນການລົງທຶນກໍ່ສ້າງໂຮງໝໍມາດຕະຖານສາກົນແຫ່ງໃໝ່ຂຶ້ນ ເພື່ອເປັນການຍົກລະດັບລະບົບສາທາລະນະສຸກ ໃຫ້ປະຊາຊົນໃນແຂວງຈຳປາສັກ ແລະ ແຂວງໃກ້ຄຽງ ໄດ້ເຂົ້າເຖິງການປິ່ນປົວທີ່ມີຄຸນນະພາບ, ທັນສະໄໝ ແລະ ສະດວກສະບາຍ ໂດຍທີມບຸກຄະລາກອນການແພດທີ່ມີຄຸນນະພາບ.
ທ່ານ ໄພທູນ ປະທຸມທອງ ກ່າວຕື່ມວ່າ: ເພື່ອເຮັດໃຫ້ໂຄງການກ່ສ້າງໂຮງໝໍປາກເຊ ອີນເຕີເນຊັນນໍ ຖືກຈັດຕັ້ງປະຕິບັດຕາມແຜນກໍ່ສ້າງໃຫ້ສໍາເລັດ ແລະ ເປີດບໍລິການຮັບໃຊ້ສັງຄົມໃຫ້ວ່ອງໄວ, ສະຖານທ່ີກ່ໍສ້າງໂຄງການມີເນ້ືອທີ່ດິນນໍາໃຊ້ທັງໝົດ 2. 700 ຕາແມັດ, ປຸກສ້າງເປັນອາຄານ 4 ຊັ້ນ ໂດຍນໍາໃຊ້ພະລັງງານສະອາດ, ຮັກສາສ່ິງແວດລ້ອມລວມເນື້ອທ່ີໃຊ້ສອຍອາຄານ 6. 500 ຕາແມັດ, ມີຫ້ອງສຸກເສີມ 1 ຫ້ອງ, ຕຽງນອນໃນຫ້ອງສຸກເສີນ 4 ຕຽງ, ມີຫ້ອງພັກຄົນເຈັບ 15 ຫ້ອງ, ລວມທັງໝົດ 30 ຕຽງ, ມີຫ້ອງຜ່າຕັດ 1 ຫ້ອງ, ຫ້ອງສຸກເສີນ 2 ຫ້ອງ ໂດຍການລົງທຶນຂອງກຸ່ມບໍລິສັດຈໍາປາຄໍາ ຈຳກັດຜູ້ດຽວ 100%, ຄາດໝາຍກຳນົດການກໍ່ສ້າງໃຫ້ສໍາເລັດໃນ 6 ເດືອນ, ພ້ອມປະກອບວັດຖຸເຄື່ອງມືການແພດຕ່າງໆ ແລະ ຄາດຄະເນຈະການເປີດນໍາໃຊ້ບໍລິການຢ່າງເປັນທາງການທ້າຍປີ 2026 ນີ້.
ໂອກາດນີ້, ທ່ານ ສຸກສະຫວັນ ວິໄລວົງ ກ່າວວ່າ: ໂຄງການກໍ່ສ້າງໂຮງໝໍປາກເຊ ອິນເຕີເນຊັນນໍ ນ້ີ ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນ, ຖ້າວ່າການກໍ່ສ້າງດັ່ງກ່າວສໍາເລັດ ຈະສາມາດປະກອບສ່ວນ ໃນການພັດທະນາ ເສດຖະກິດ -ສັງຄົມຂອງແຂວງ ໂດຍສະເພາະຊ່ວຍຫລຸດຜ່ອນຜູ້ຄົນເຈັບທ່ີຈະໄປປິ່ນປົວຢູ່ຕ່າງປະເທດ, ຍ້ອນແນວນັ້ນ, ຄະນະພັກ-ຄະນະກໍາມະການປົກຄອງແຂວງ ຈຶ່ງຖືເປັນໂຄງການທ່ີສໍາຄັນທັງໃຫ້ການສະໜັບສະໜູນຕໍ່ໄປ ແລະ ເຊື່ອໝັ້ນວ່າການຈັດຕັ້ງພັກ -ລັດ, ພະແນກການກົມກອງອ້ອມຂ້າງແຂວງ, ຄະນະກໍາມະ ການປົກຄອງແຕ່ລະຂັ້ນ ແລະ ວິຊາສະເພາະທີ່ກ່ຽວຂ້ອງ ຈະເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ ເພື່ອກະຕຸກຊຸກຍູ້ ແລະ ເປັນກຳລັງໃຈໃຫ້ໂຄງການນີ້ໄດ້ຮັບຈັດຕັ້ງປະຕິບັດໄປໂດຍດີ ແລະ ມີຜົນສໍາເລັດຕາມກຳນົດເວລາຄາດໝາຍໄວ້.
KPL