ຫວຽດນາມ-ສ.ອາເມລິກາ ຊຸກຍູ້ການຮ່ວມມື ດ້ານມະນຸດສະທຳ

03/06/2026 22:06
ຂປລ ຢູ່ນະຄອນຫລວງ ຮ່າໂນ້ຍ, ສະຖາບັນສະພາດຳເນີນທຸລະກິດ ສ.ອາເມລິກາ-ອາຊຽນ ພ້ອມກັບ ບັນດາ ຄູ່ຮ່ວມມືໃຫຍ່ ຂອງ ສ.ອາເມລິກາ ໄດ້ມີການພົບປະ ແລະ ເຮັດວຽກກັບສະມາຄົມ ຫວຽດນາມ-ສ.ອາເມລິກາ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ​ເມື່ອບໍ່ດົນມານີ້, ຢູ່​ນະຄອນຫລວງ ຮ່າ​ໂນ້ຍ, ສະ​ຖາ​ບັນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ສ.ອາ​ເມ​ລິ​ກາ-ອາ​ຊຽນ ພ້ອມ​ກັບ ​ບັນ​ດາ ​ຄູ່​ຮ່ວມ​ມື​ໃຫຍ່​ ຂອງ ສ.ອາ​ເມ​ລິ​ກາ ໄດ້​ມີ​ການ​ພົ​ບ​ປະ ແລະ ເຮັດ​ວຽກ​ກັບ​ສະ​ມ​າ​ຄົມ ຫວຽດ​ນາມ-ສ.ອາ​ເມ​ລິ​ກາ. ໃນຂະນະດຽວກັນ, ສະ​ຖາ​ບັນ​ ສະ​ພາ​ ດຳ​ເນີນ​ ທຸ​ລະ​ກິດ ສ.ອາ​ເມ​ລິ​ກາ-ອາ​ຊຽນ ໄດ້​ປະ​ກາດ​ບ້ວງ​ເງິນ​ ຊ່ວຍ​ເຫລືອ ​ເຄື່ອງ​ອຸ​ປະ​ກອນ, ບຳ​ລຸງ​ສ້າງ ແລະ ມາ​ດ​ຕະ​ການ​ ດ້ານ​ເຕັກ​ນິກ​ ທີ່​ກ້າວ​ໜ້າ ລວມມີ ມູນ​ຄ່າ ຫລາຍກວ່າ 450.000 ໂດລາ ສະະຫລັດ, ເພື່ອ​ໜູ​ນ​ຊ່ວຍ ​​ຢ່າງຮອບ​ດ້ານ ໃຫ້​ແກ່ ​ບັ້ນ​ການເຄື່ອນ​ໄຫວ ​ຊອກ​ຫາ​ ຜູ້​ຫາຍ​ສາບ​ສູນ ແລະ ໄກ່​ເກ່ຍ ຫລັງ​ສົງ​ຄາມ ​ຢູ່ ຫວຽດ​ນາມ.

ທ່ານ​ນາງ Margaret Hanson-Muse, ປະ​ທານ​ ທັງ​ເປັນ​ ຜູ້​ອຳ​ນວຍ​ການ​ໃຫຍ່ ​ສະ​ຖາ​ບັນ​ ສະ​ພາ​ ດຳ​ເນີນ​ທຸ​ລະ​ກິດ ສ.ອາ​ເມ​ລິ​ກາ-ອາ​ຊຽນ ໃຫ້​ຮູ້​ວ່າ: ໂຄງ​ການ​ ດັ່ງ​ກ່າວ ແມ່ນ​ການ​ສືບ​ຕໍ່​ ແບບ​ທຳ​ມະ​ຊາດ​ ໃຫ້​ແກ່​ ຄຳ​ໝັ້ນ​ສັນ​ຍາ​ ຂອງ​ ຝ່າຍ ສ.ອາ​ເມ​ລິ​ກາ ໃນ​ການ ​ປັບ​ປຸງ​ ຄວາມ​ໄວ້​ເນື້ອ ​ເຊື່ອ​ໃຈ​ ແລະ ສາຍ​ພົ​ວ​ພັນ ​ຄູ່​ຮ່ວມ​ມື​ ຍາວ​ນານ​ ລະ​ຫວ່າງ​ສອງ​ປະ​ເທດ.

ການ​ຮ່ວມ​ມື​ ລະ​ຫວ່າງ​ ລັດ​ຖະ​ບານ, ບັນ​ດາ​ ບໍ​ລິ​ສັດ ແລະ ປະ​ຊາ​ຄົມ ຊ່ວຍ​ແກ້​ໄຂ​ ຜົນ​ຮ້າຍ ​ຢ້ອນຫລັງ​ ຂອງ​ການ​ປະ​ທະ​ກັນ, ພ້ອມ​ທັງ​ ສ້າງ​ສາຍ​ພົວ​ພັນ​ ຢ່າງແໜ້ນແຟ້ນ​ ໃຫ້​ແກ່​ອະ​ນາ​ຄົດ. ນອກ​ຈາກ​ນັ້ນ​, ສອງ​ຝ່າຍ ​ຈະ​ເປີດກວ້າງ​ ການ​ຮ່ວມ​ມື ​ໃນ​ບາງ​ຂົງ​ເຂດ​ ຈຸດ​ສຸມ, ເຊິ່ງ​ລວມ​ມີ: ການ​ກຳ​ຈັດ​ສານ ດີໂອຊິນ, ​ສະ​ຖິ​ຕິ​ ຈຳ​ນວນ ​ຜູ້​ຫາຍ​ສາບ​ສູນ​ ໃນ​ປາງ​ສົງ​ຄາມ ແລະ ການ​ເກັບ​ກູ້​ ລະ​ເບີດ ​ຍັງ​ບໍ່​ທັນ​ແຕກ ຫລັງ​ສົງ​ຄາມ.

ສຳ​ລັບ ​ຝ່າຍ ຫວຽດ​ນາມ, ທ່ານ​ຟ້າມກວາງວິງ ເອກ​ອັກ​ຄະ​ລັດ​ຖະ​ທູດ , ປະ​ທານ ​ສະ​ມາ​ຄົມ ຫວຽດ​ນາມ-ສ.ອາ​ເມ​ລິ​ກາ ໄດ້ຢັ້ງ​ຢືນວ່າ ຈະ​ສືບ​ຕໍ່​ ປະ​ສານ​ສົມ​ທົບ, ຕິດ​ຕໍ່​ກັບ​ ບັນ​ດາ ​ອົງ​ການ​ທ້ອງ​ຖິ່ນ ​ເພື່ອ​ຜັນ​ຂະ​ຫຍາຍ​ ໂຄງ​ການ​ດັ່ງ​ກ່າວ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ./

 

KPL

ຂ່າວອື່ນໆ

ads
ads

Top