ຂປລ
ສະພາຜູ້ແທນຕໍ່າ ຣັດເຊຍ ໄດ້ຜ່ານຮ່າງກົດໝາຍ ສະບັບໃໝ່ ອະນຸຍາດໃຫ້ທະນາຄານກາງ ແລະ ສະຖາບັນການເງິນຕ່າງໆ ສາມາດໃຊ້ລະບົບ ປ້ອງກັນຕົນເອງ ເພື່ອຕອບໂຕ້ໂດຣນ ໂຈມຕີໄດ້ແລ້ວ , ໂດຍຈະເປີດທາງ ໃຫ້ເຈົ້າໜ້າທີ່ ຂອງ ທະນາຄານກາງ ຣັດເຊຍ ສາມາດຖືອາວຸດ ແລະ ຄວບຄຸມລະບົບ ສອຍໂດຣນ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ສະພາຜູ້ແທນຕໍ່າ ຣັດເຊຍ
ໄດ້ຜ່ານຮ່າງກົດໝາຍ ສະບັບໃໝ່ ອະນຸຍາດໃຫ້ທະນາຄານກາງ ແລະ ສະຖາບັນການເງິນຕ່າງໆ
ສາມາດໃຊ້ລະບົບ ປ້ອງກັນຕົນເອງ ເພື່ອຕອບໂຕ້ໂດຣນ ໂຈມຕີໄດ້ແລ້ວ , ໂດຍຈະເປີດທາງ
ໃຫ້ເຈົ້າໜ້າທີ່ ຂອງ ທະນາຄານກາງ ຣັດເຊຍ ສາມາດຖືອາວຸດ ແລະ ຄວບຄຸມລະບົບ ສອຍໂດຣນ ຫລື
ເຮືອບິນບໍ່ມີຄົນຂັບ (UAV)ໄດ້ທັນທີ່ ໂດຍບໍ່ຕ້ອງລໍຖ້າ ກຳລັງພິເສດ ຂອງ ລັດຖະບານ.
ກົດໝາຍດັ່ງກ່າວ ໄດ້ຮັບຄວາມເຫັນດີ ເມື່ອວັນທີ 26 ພືດສະພາ ,
ໃນຂະນະທີ່ ລັດຖະບານ ຣັດເຊຍ ພວມຮັບມືຢ່າງໜັກ ກັບ ໂດຣນ ອູແກຣນ ທີ່ ບຸກລຸກເຂົ້າມາ.
ນອກຈາກນັ້ນ ທະນາຄານກາງແລ້ວ ໜ່ວຍງານ ທີ່ໄດ້ຮັບສິດທິດູແລ ລະບົບປ້ອງກັນໂດຣນ ຂອງ ຕົນເເອງ
ຍັງລວມເຖິງ ສະເບີຣແບງ(Sberbank)
ຊຶ່ງເປັນ ທະນາຄານໃຫຍ່ສຸດຂອງ ຣັດເຊຍ ໄປຈົນເຖິງ ສະມາຄົມຂົນສົ່ງເງິນສົດ ແຫ່ງຣັດເຊຍ
ແລະ ບໍລິການໄປສະນີພິເສດ ຊຶ່ງຮັບຜິດຊອບສົ່ງ ເອກະສານລັບທີ່ສຸດ ຂອງ ລັດຖະບານ.
ກົດໝາຍສະບັບໃໝ່ ລະບຸວ່າ: ເຈົ້າໜ້າທີ່ ຂອງ ສະຖາບັນ ດັ່ງກ່າວນີ້
ຈະມີອຳນາດເຕັມ ໃນການສະກັດກັ້ນ ການເຮັດວຽກ ຂອງ ເຮືອບິນມີຄົນຂັບ, ຍານພາຫະນະ
ເທິງໜ້ານໍ້າ, ຍານພາຫະນະ ຂັບເຄື່ອນອັດຕະໂນມັດ ລວມເຖິງລະບົບ ບໍ່ມີຄົນຂັບອື່ນໆ./
KPL