ໄຂກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

29/05/2026 09:54
Email Print 175
ຂປລ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພາຍໃຕ້ຄຳຂວັນ “ເພີ່ມທະວີບົດບາດການນໍາພາຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”. ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາ 2026.

     ຂປລ.  ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ມີຄະນະພັກ, ຄະນະນຳ, ພ້ອມດ້ວຍຜູ້ແທນສົມບູນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. 


       ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງ ຄະນະພັກຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງເປັນເອກະສານສໍາຄັນ ກ່ຽວກັບການສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມໃນໄລຍະ 5 ປີ (2026-2030) ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຂ້ົາສູ່ຊີວິດຕົວຈິງໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້; ຄົ້ນຄວ້າປະກອບຄໍາເຫັນຮັບຮອງເອົາແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030); ຄົ້ນຄວ້າປະກອບຄໍາເຫັນໃສ່ບົດສຳຫລວດການນໍາພາ ຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃນຊຸມປີຕໍ່ໜ້າໃຫ້ສົມຄູ່ກັບໜ້າທີ່ການເມືອງ ທີ່ພັກໄດ້ມອບໝາຍໃຫ້. 

     ນອກຈາກນີ້, ຄະນະຜູ້ແທນສົມບູນ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະພັກຄະນະໂຄສະນາອົບຮົມສູນກາງພັກຊຸດໃໝ່ ເພື່ອສືບຕໍ່ຊ້ີນໍາ-ນໍາພາ ໃນໄລຍະ 5 ປີ ຕໍ່ໜ້າ.

ຂ່າວ: ກິດຕາ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top