ຂປລ
ທ່ານ ວິດີຢັນຕີ ປູຕຣີ ວາດານາ ລັດຖະມົນຕີ ການທ່ອງທ່ຽວ ອິນໂດເນເຊຍ ຮຽກຮ້ອງໃຫ້ ນັກລົງທຶນ ຂະຫຍາຍ ການລົງທຶນ ດ້ານການທ່ອງທ່ຽວ ໄປຍັງພື້ນທີ່ອື່ນໆ ນອກຈາກ ເກາະບາຫລີ ເພື່ອສົ່ງເສີມ ເສດຖະກິດ ອິນໂດເນເຊຍ ໃຫ້ເຕີບໂຕຢ່າງສົມດຸນ ແລະ ຍືນຍົງຫລາຍຂຶ້ນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ວິດີຢັນຕີ ປູຕຣີ ວາດານາ ລັດຖະມົນຕີ ການທ່ອງ ທ່ຽວ ອິນໂດເນເຊຍ ຮຽກຮ້ອງໃຫ້ ນັກລົງທຶນ ຂະຫຍາຍ ການລົງທຶນ ດ້ານການທ່ອງທ່ຽວ ໄປຍັງພື້ນທີ່ອື່ນໆ ນອກຈາກ ເກາະບາຫລີ ເພື່ອສົ່ງເສີມ ເສດຖະກິດ ອິນໂດເນເຊຍ ໃຫ້ເຕີບໂຕຢ່າງສົມດຸນ ແລະ ຍືນຍົງຫລາຍຂຶ້ນ.
ທ່ານ ວິດີຍັນຕີ ປູຕຣີ ວາດານາ ກ່າວ ໃນລະຫວ່າງ ກອງປະຊຸມ Investor Roundtable 2026 ຊຶ່ງຈັດຂຶ້ນຢູ່ ເກາະບາຫລີ ເມື່ອວັນທີ 1 ມິຖຸນາ, ຂະແໜງການທ່ອງທ່ຽວ ຍັງສືບຕໍ່ຢູ່ໃນສະຖານທີ່ ທ່ອງທ່ຽວ ຍອດນິຍົມເຊັ່ນ: ຊາງກູ, ເຊມິຍັດ,ອູລູວາຕູ ແລະ ອູບຸດ. ໃນຂະນະທີ່ ອີກຫລາຍພື້ນທີ່ ຂອງ ອິນໂດເນເຊຍ ຍັງມີສັກກາຍະພາບ ດ້ານການທ່ອງທ່ຽວ ແລະ ການລົງທຶນ ທີ່ບໍ່ໄດ້ຮັບການ ພັດທະນາຢ່າງຕັ້ງໜ້າ. ອິນໂດເນເຊຍ ບໍ່ມີພຽງແຕ່ ເກາະບາຫລີ ເທົ່ານັ້ນ ຫາກຍັງມີ ຈຸດໝາຍ ປາຍທາງ ຄຸນນະພາບອີກ ຈຳນວນຫລາຍ ທີ່ມີ ສັກກາຍະພາບ ດ້ານການທ່ອງທ່ຽວ ແລະ ການລົງທຶນ ຊຶ່ງຍັງລໍຖ້າ ການພັດທະນາ ແລະ ອື່ນໆ./
KPL