ຄວາມໂດດເດັ່ນດ້ານການຕ່າງປະເທດຂອງຫວຽດນາມ: ການຊຸກຍູ້, ຄວາມຮັບຜິດຊອບ ແລະ ການເຊື່ອມໂຍງອາຊຽນ ໃນຍຸກສະໄໝໃໝ່

29/05/2026 20:36
ຂປລ ອ້າງຕາມ ສຳນັກງານ ນາຍົກລັດຖະມົນຕີ ຫວຽດນາມ ລາຍງານວ່າ, ການຢ້ຽມຢາມ ຢ່າງເປັນທາງການ ຢູ່ປະເທດໄທ, ການຢ້ຽມຢາມລະດັບລັດ ຢູ່ສິງກະໂປ ແລະ ຟີລິບປິນ, ພ້ອມທັງ ການເຂົ້າຮ່ວມ ແລະ ກ່າວ ປາໄສ ໃນກອບການສົນທະນາ Shangri-La ຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກຄອມມູນິດຫວຽດນາມ

ຂປລ. ອ້າງຕາມ ສຳນັກງານ ນາຍົກລັດຖະມົນຕີ ຫວຽດນາມ ລາຍງານວ່າ, ການຢ້ຽມຢາມ ຢ່າງເປັນທາງການ ຢູ່ປະເທດໄທ, ການຢ້ຽມຢາມລະດັບລັດ ຢູ່ສິງກະໂປ ແລະ ຟີລິບປິນ, ພ້ອມທັງ ການເຂົ້າຮ່ວມ ແລະ ກ່າວປາໄສ ໃນກອບການສົນທະນາ Shangri-La ຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ຄອມມູນິດຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ເຊິ່ງເປັນກິດຈະກໍາ ການຕ່າງປະເທດ ທີ່ມີຄວາມໝາຍພິເສດ ສໍາຄັນຂອງ ຫວຽດນາມໃນປີ 2026.

ການເດີນທາງຢ້ຽມຢາມ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການ ປະກອບສ່ວນ ເຮັດໃຫ້ຄວາມສໍາພັນ ລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືສໍາຄັນ ໃນອາຊຽນ ມີຄວາມເລິກເຊິ່ງ ຍິ່ງຂຶ້ນເທົ່ານັ້ນ ຫາກຍັງເປັນການ ສະແດງຢ່າງຈະແຈ້ງ ກ່ຽວກັບແນວທາງ ການຕ່າງປະເທດຂອງ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ນັ້ນແມ່ນ: ເອກະລາດ, ອິດສະຫຼະ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫຼາຍຝ່າຍ, ດ້ວຍຫລາກຫຼາຍຮູບແບບ ໃນການພົວພັນຕ່າງປະເທດ; ເປັນຝ່າຍຊຸກຍູ້ ແລະ ຕັ້ງໜ້າເຂົ້າຮ່ວມ ປະຊາຄົມ ສາກົນຢ່າງຮອບດ້ານ, ກວ້າງຂວາງ ແລະ ມີປະສິດທິຜົນ.

ຕໍ່ສະພາບການ ໃນພາກພື້ນ ແລະ ໂລກ ຍັງມີຄວາມຜັນຜວນ ສັບສົນຫຼາຍດ້ານ, ການແຂ່ງຂັນ ທາງຍຸດທະສາດລະຫວ່າງ ບັນດາປະເທດ ມະຫາອຳນາດ ພວມເພີ່ມທະວີ ຄວາມເຂັ້ມຂຶ້ນ, ບັນດາສິ່ງທ້າທາຍ ດ້ານຄວາມໝັ້ນຄົງ ແບບດັ້ງເດີມ ແລະ ບໍ່ດັ້ງເດີມປະສານເຂົ້າກັນ, ການຢ້ຽມຢາມຂອງຜູ້ນໍາສູງສຸດ ຂອງ ຫວຽດນາມ ຢູ່ປະເທດໄທ, ສິງກະໂປ ແລະ ຟີລິບປິນ ໄດ້ຢືນຢັນໃຫ້ເຫັນເຖິງ ນະໂຍບາຍ ແລະ ຄວາມສໍາຄັນ ຕໍ່ການພົວພັນກັບ ບັນດາປະເທດເພື່ອນບ້ານ, ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືສໍາຄັນ ໃນພາກພື້ນ. ນີ້ແມ່ນການສະແດງ ອອກຢ່າງມີຊີວິດຊີວາ ຂອງແນວທາງການຕ່າງ ປະເທດ ໃນກອງປະຊຸມໃຫຍ່ ຄັ້ງທີ XIV ວາງອອກ, ໂດຍເນັ້ນໜັກການປະສານ ພະລັງແຫ່ງຊາດກັບ ພະລັງ ແຫ່ງຍຸກ   ສະໄໝ, ຮັກສາສະພາບແວດລ້ອມ ສັນຕິພາບ ແລະ ສະຖຽນລະພາບ ເພື່ອພັດທະນາປະເທດ, ພ້ອມດ້ວຍ ການປະກອບສ່ວນ ຢ່າງມີຄວາມຮັບຜິດຊອບ ຕໍ່ສັນຕິພາບ, ການ ຮ່ວມມື ແລະ ການພັດທະນາຮ່ວມກັນ.

ຢູ່ປະເທດໄທ, ການຢ້ຽມຢາມ ໄດ້ປະກອບສ່ວນເສີມສ້າງ ຄວາມໄວ້ວາງໃຈ ທາງດ້ານການເມືອງ, ເພີ່ມທະວີການເຊື່ອມໂຍງ ຍຸດທະສາດ ແລະ ຂະຫຍາຍການຮ່ວມມື ຢ່າງແທ້ຈິງ ລະຫວ່າງ ສອງປະເທດເພື່ອນບ້ານ ທີ່ໃກ້ຊິດໃນອາຊຽນ. ຫວຽດນາມ ແລະ ໄທ ລ້ວນແຕ່ເປັນເສດຖະກິດ ທີ່ມີພະລັງ ແລະ ມີບົດບາດສໍາຄັນ ໃນໂຄງສ້າງພາກພື້ນ. ການເພີ່ມທະວີ ການຮ່ວມມືສອງຝ່າຍ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ ພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ ແລະ ການແລກ ປ່ຽນປະຊາຊົນ ບໍ່ພຽງແຕ່ຮັບໃຊ້ ຜົນປະໂຫຍດ ອັນແທ້ຈິງຂອງສອງປະເທດ, ແຕ່ຍັງຊ່ວຍຊຸກຍູ້ ການເຊື່ອມໂຍງ ພາຍໃນອາຊຽນ, ກໍ່ສ້າງປະຊາຄົມອາຊຽນ ທີ່ສາມັກຄີ, ພິ່ງພາຕົນເອງ ແລະ ພັດທະນາ ຢ່າງຍືນຍົງ.

 ຢູ່ສິງກະໂປ, ການຢ້ຽມຢາມ ມີຄວາມໝາຍສໍາຄັນ ໃນການສືບຕໍ່ ເຮັດໃຫ້ຄວາມສໍາພັນຄູ່ຮ່ວມມື ຍຸດທະສາດຮອບ ດ້ານລະຫວ່າງ ສອງປະເທດ ໃຫ້ມີຄວາມເລິກເຊິ່ງຂຶ້ນຕື່ມອີກ. ສິງກະໂປ ແມ່ນໜຶ່ງໃນຄູ່ຮ່ວມມື ເສດຖະກິດຊັ້ນນໍາ ຂອງຫວຽດນາມ, ພ້ອມທັງເປັນແບບຢ່າງ ດ້ານການບໍລິຫານ ການພັດທະນາ, ນະວັດຕະກໍາ, ການເງິນ, ໂລຈິສະຕິກ ແລະ ການຫັນ ປ່ຽນດິຈິຕອນ. ການເພີ່ມທະວີ ການຮ່ວມມືຫວຽດນາມ - ສິງກະໂປ ໄດ້ສະແດງໃຫ້ເຫັນວິໄສທັດໃໝ່ ຂອງຫວຽດນາມ ໃນໄລຍະພັດທະນາໃໝ່: ບໍ່ພຽງແຕ່ ຂະຫຍາຍການພົວພັນ ທາງດ້ານການເມືອງ - ການທູດ, ແຕ່ຍັງມຸ່ງເຂົ້າສູ່ ບັນດາແຮງຂັບເຄື່ອນ ການເຕີບໂຕໃໝ່, ຍົກສູງຄຸນນະພາບ ການພັດທະນາ, ຊຸກຍູ້ວິທະຍາສາດ - ເຕັກໂນໂລຊີ, ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ ແລະ ການຝຶກອົບຮົມ ຊັບພະຍາກອນ ມະນຸດທີ່ມີຄຸນນະພາບສູງ.

ຢູ່ຟີລິບປິນ, ການຢ້ຽມຢາມ ໄດ້ຊ່ວຍເສີມສ້າງ ຄວາມສໍາພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານ ລະຫວ່າງສອງປະເທດ ສະມາຊິກອາຊຽນ ທີ່ມີຜົນປະໂຫຍດ ຄ້າຍຄືກັນ ຫຼາຍປະການ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ເສລີພາບໃນການເດີນເຮືອ ຢູ່ພາກພື້ນ. ສອງປະເທດ ຍັງມີພື້ນທີ່ການຮ່ວມມື ອີກຫຼາຍ ໃນຂົງເຂດ ກະສິກໍາ, ການຄ້າເຂົ້າ, ເສດຖະກິດທາງທະເລ, ການສຶກສາ, ປ້ອງກັນຊາດ - ຄວາມໝັ້ນຄົງ ແລະ ການແລກປ່ຽນປະຊາຊົນ. ການເພີ່ມທະວີ ຄວາມສໍາພັນຫວຽດນາມ - ຟີລິບປິນ ບໍ່ໄດ້ມຸ່ງໃສ່ຝ່າຍທີສາມ, ແຕ່ເກີດຈາກຄວາມຕ້ອງການ ອັນຊອບທໍາຂອງສອງປະເທດ ໃນການຮ່ວມມື ກັນປະກອບສ່ວນ ສ້າງສະພາບແວດລ້ອມ ພາກພື້ນ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ຕັ້ງຢູ່ບົນພື້ນຖານ ກົດໝາຍສາກົນ, ໃນນັ້ນ ລວມມີອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982.

ໂດຍສະເພາະ, ການທີ່ສະຫາຍ ໂຕ ເລິມ ກ່າວປາໄສ ໃນກອບການສົນທະນາ Shangri-La - ເປັນໜຶ່ງໃນເວທີປາໄສດ້ານ ຄວາມໝັ້ນຄົງສໍາຄັນຊັ້ນນໍາຂອງພາກພື້ນອາຊີ - ປາຊີຟິກ - ແມ່ນຮອຍປະທັບ ອັນໂດດເດັ່ນ, ສະແດງເຖິງບົດບາດ, ຖານະ ແລະ ກຽດສັກສີທີ່ນັບມື້ນັບສູງຂຶ້ນ ຂອງ ຫວຽດນາມໃນເວທີສາກົນ. ເນື້ອໃນຂໍ້ຄວາມ ຂອງຫວຽດນາມ ໃນເວທີນີ້ແມ່ນຂໍ້ ຄວາມແຫ່ງສັນຕິພາບ, ການສົນທະນາ, ການສ້າງຄວາມໄວ້ວາງໃຈ, ການເຄົາລົບ ກົດໝາຍສາກົນ, ການແກ້ໄຂຄວາມແຕກຕ່າງ ດ້ວຍມາດຕະການສັນຕິ, ບໍ່ນໍາໃຊ້ ຫຼື ຂູ່ວ່າ ຈະນໍາໃຊ້ກໍາລັງ. ຫວຽດນາມຢືນຢັນວ່າ ບໍ່ເລືອກຂ້າງໃນການແຂ່ງຂັນປະຈັນໜ້າ, ແຕ່ເລືອກສັນຕິພາບ, ຄວາມຍຸດຕິທໍາ, ການຮ່ວມມື ແລະ ການພັດທະນາ; ບໍ່ສະແຫວງ ຫາຜົນ ປະໂຫຍດ ສ່ວນຕົວ, ແຕ່ປາດຖະໜາຮ່ວມກັບ ບັນດາປະເທດກໍ່ສ້າງ ລະບຽບພາກພື້ນ ທີ່ມີສະຖຽນລະພາບ, ກວມລວມ, ຍຸດຕິທໍາ ແລະ ຍືນຍົງ.

ການເດີນທາງໃນຄັ້ງນີ້ ຍັງສະແດງໃຫ້ເຫັນວ່າ ຫວຽດນາມ ນັບມື້ເປັນຝ່າຍຊຸກຍູ້ຫຼາຍຂຶ້ນ ໃນການເຂົ້າຮ່ວມກໍານົດ ແລະ ຊ່ວຍແກ້ໄຂບັນດາ ບັນຫາໃນພາກພື້ນ ແລະ ສາກົນ. ຈາກປະເທດທີ່ເຄີຍ ຜ່ານຄວາມເຈັບປວດ ຈາກສົງຄາມມາຫຼາຍ, ຫວຽດນາມ ເຂົ້າໃຈຢ່າງເລິກເຊິ່ງ ເຖິງຄຸນຄ່າຂອງສັນຕິພາບ. ດັ່ງນັ້ນ, ແນວທາງການຕ່າງປະເທດ ຂອງ ຫວຽດນາມ ຈຶ່ງມີຄວາມສະໝໍ່າສະເໝີ: ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ. ຈິດໃຈດັ່ງກ່າວ ແມ່ນສອດຄ່ອງກັບ ຜົນປະໂຫຍດ ຮ່ວມຂອງອາຊຽນ, ບ່ອນທີ່ບັນດາປະເທດ ມີຄວາມແຕກຕ່າງກັນ ດ້ານຂະໜາດ, ລະດັບພັດທະນາ ແລະ ເງື່ອນໄຂປະຫວັດສາດ, ແຕ່ກໍລ້ວນແຕ່ ຮ່ວມກັນແບ່ງປັນ ຄວາມປາດຖະໜາ ກ່ຽວກັບສັນຕິພາບ, ສະຖຽນລະພາບ, ຄວາມເພິ່ງພາຕົນເອງ ແລະ ຄວາມຮຸ່ງເຮືອງ.

ສໍາລັບຜູ້ອ່ານຂ່າວ ຊາວລາວ, ການຢ້ຽມຢາມໃນຄັ້ງນີ້ ຂອງຜູ້ນໍາຂັ້ນສູງຫວຽດນາມ ຄວນໄດ້ຮັບການ ມອງເຫັນ ໃນພາບລວມຂອງ ນະໂຍບາຍອັນສະໝໍ່າສະເໝີ ຂອງຫວຽດນາມ ຕໍ່ພາກພື້ນ, ໃນນັ້ນຄວາມສໍາພັນຫວຽດນາມ - ລາວ ຍາມໃດກໍຄອງຕໍາແໜ່ງພິເສດ ແລະ ເປັນຊັບສິນອັນລ້ຳຄ່າ ຂອງສອງຊາດ. ຄວາມສໍາພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຜູກພັນຍຸດທະສາດ ຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງ ແລະ ບໍາລຸງຮັກສາ ດ້ວຍຄວາມພະຍາຍາມ ຂອງປະທານ ໂຮ່ ຈີ ມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາລຸ້ນຜູ້ນໍາ ພ້ອມທັງ ປະຊາຊົນສອງປະເທດ. ໃນທຸກສະພາບການ, ຫວຽດນາມ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຈັດວາງບຸລິມະສິດສູງສຸດ ໃຫ້ແກ່ການຮັກສາ ແລະ ພັດທະນາຄວາມ ສໍາພັນພິເສດ ຫວຽດນາມ - ລາວ, ໂດຍຖືສິ່ງນີ້ ເປັນກົດເກນແຫ່ງການພັດທະນາ ແລະ ເປັນປັດໄຈຍຸດທະສາດ ຕໍ່ພາລະກິດກໍ່ສ້າງ ແລະ ປົກປ້ອງປະເທດຊາດ ຂອງແຕ່ລະປະເທດ.

ນະໂຍບາຍເພີ່ມທະວີ ຄວາມສໍາພັນກັບໄທ, ສິງກະໂປ, ຟີລິບປິນ ແລະ ບັນດາຄູ່ຮ່ວມມືອາຊຽນ ບໍ່ໄດ້ແຍກອອກຈາກກັນ ແຕ່ເປັນການເສີມສ້າງ ໃຫ້ແກ່ຄວາມສໍາພັນ ພິເສດ ຫວຽດນາມ - ລາວ. ຫວຽດນາມ ທີ່ພັດທະນາ ຢ່າງມີສະຖຽນລະພາບ, ມີຖານະສາກົນສູງຂຶ້ນ ແລະ ເຂົ້າຮ່ວມປະຊາຄົມສາກົນ ຢ່າງເລິກເຊິ່ງກວ່າເກົ່າ ຈະຍິ່ງມີເງື່ອນໄຂ ເພີ່ມເຕີມໃນ ການຮ່ວມກັບ ລາວຊຸກຍູ້ ການຮ່ວມມືຢ່າງແທ້ຈິງ, ຊ່ວຍເຫຼືອກັນພັດທະນາ, ປົກປ້ອງຜົນປະໂຫຍດ ອັນຊອບທໍາຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຄວາມ ສາມັກຄີ ຂອງອາຊຽນ. ໃນທາງກັບກັນ, ຄວາມສໍາພັນຫວຽດນາມ - ລາວທີ່ແໜ້ນແຟ້ນ ກໍເປັນພື້ນຖານສໍາຄັນ ໃຫ້ຫວຽດນາມ ດໍາເນີນແນວທາງການ ຕ່າງປະເທດຕໍ່ເພື່ອນບ້ານ ແລະ ພາກພື້ນຢ່າງກົມກຽວ, ຈິງໃຈ ແລະ ມີຄວາມຮັບຜິດຊອບ.

ໂດຍສາມາດຢືນຢັນ ໄດ້ວ່າ ການຢ້ຽມຢາມໄທ, ສິງກະໂປ, ຟີລິບປິນ ແລະ ການກ່າວປາໄສ ໃນກອບການສົນທະນາ Shangri-La ຂອງສະຫາຍ ໂຕ ເລິມ ໄດ້ສ້າງແຮງຊຸກດັນໃໝ່ ໃຫ້ແກ່ວຽກງານ ການຕ່າງປະເທດ ຂອງຫວຽດນາມໃນຍຸກສະໄໝໃໝ່. ການເດີນທາງໃນຄັ້ງນີ້ ທັງເສີມສ້າງຄວາມສໍາພັນສອງຝ່າຍ ກັບ ບັນດາຄູ່ຮ່ວມມື ສໍາຄັນໃນອາຊຽນ, ທັງເປັນ ການແຜ່ກະຈາຍ ຂໍ້ຄວາມກ່ຽວກັບຫວຽດນາມທີ່ຮັກສັນຕິພາບ, ຄວາມໝັ້ນໃຈ, ເປັນຝ່າຍຊຸກຍູ້, ມີຄວາມຮັບຜິດຊອບ ແລະ ສະໝໍ່າສະເໝີກັບ ຜົນປະໂຫຍດຮ່ວມຂອງພາກພື້ນ. ນັ້ນກໍແມ່ນຮູບພາບ ຂອງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ: ຄວາມໝັ້ນຄົງໃນຫຼັກການ, ມີຄວາມຄ່ອງແຄ້ວໃນວິທີການ, ໂດຍຖືຜົນປະໂຫຍດແຫ່ງຊາດ - ປະຊາຊາດເປັນສູງສຸດ, ພ້ອມທັງຜູກພັນກັບຜົນປະໂຫຍດ ຂອງຕົນ ກັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຂອງອາຊຽນ ແລະ ປະຊາຄົມສາກົນ./

KPL

ຂ່າວອື່ນໆ

ads
ads

Top