ຂປລ
ທ່ານ ຫລິວ ປິນ ກໍໄດ້ກັບຄືນໄປບ້ານເກີດ ຢູ່ໃນແຂວງ ອານຮຸຍດ້ວຍເປົ້າໝາຍ ທີ່ມຸ່ງຫວັງ ເພື່ອປັບປຸງ ອຸດສາຫະກຳໝາກເລັ່ນ ຂອງຈີນ ໃຫ້ທັນສະໄໝ, ສ້າງຊີວິດການເປັນຢູ່ ແບບຍືນຍົງ ສຳລັບ ຊຸມຊົນຊົນນະບົດ.

ຂປລ. ຫຼັງຈາກເຮັດວຽກ ຢູ່ຊຽງໄຮ້ໄດ້ຫຼາຍປີ, ທ່ານ ຫລິວ ປິນ ກໍໄດ້ກັບຄືນໄປບ້ານເກີດ ຢູ່ໃນແຂວງ ອານຮຸຍດ້ວຍເປົ້າໝາຍ ທີ່ມຸ່ງຫວັງ ເພື່ອ ປັບປຸງ ອຸດສາຫະກຳ ໝາກເລັ່ນ ຂອງຈີນ ໃຫ້ທັນສະໄໝ, ສ້າງຊີວິດການເປັນຢູ່ ແບບຍືນຍົງ ສຳລັບ ຊຸມຊົນຊົນນະບົດ.
ສິບສອງປີຕໍ່ມາ, ບໍລິສັດ ຂອງ ທ່ານ ຫລິວ ປິນ, ກາຍເປັນບໍລິສັດວາດາ ເທັກໂນໂລຊີ ກະສິກຳ ທັນສະໄໝ (Wada Modern Agriculture Technology Co., Ltd.) ໄດ້ເຕີບໃຫຍ່ຂຶ້ນເປັນເຄືອຂ່າຍ ອາໂກລເທັກ (Aggrotech) ທົ່ວປະເທດ ທີ່ມີ ຖານກະສິກຳເກືອບ 300 ແຫ່ງທົ່ວປະເທດຈີນ, ໂດຍລວມເອົາເຕັກໂນໂລຊີ ເຮືອນຮົ່ມທີ່ກ້າວໜ້າ, ການປູກໝາກເລັ່ນ ທີ່ມີ ຄຸນນະພາບສູງ ແລະ ການຂົນສົ່ງດິຈິຕອນ ເພື່ອຮັບໃຊ້ ຜູ້ບໍລິໂພກ ຈາກຊຽງໄຮ້ເຖິງຮາບິນ.
ທ່ານ ຫລິວ ປິນ ໄດ້ເລົ່າເຖິງ ປະສົບການຂອງເພິ່ນ ໃນໂອກາດ ການສຳພາດກັບ ນັກຂ່າວຈາກພາກພື້ນອາຊີປາຊີຟິກ ທີ່ມາຢ້ຽມຢາມເມືອງຟູຢາງ ໃນວັນທີ 26 ພຶດສະພາ 2026 ວ່າ : ບໍລິສັດໄດ້ສ້າງຕັ້ງຂຶ້ນ ໃນປີ 2014, Wada Modern Agriculture ໂດຍສຸມໃສ່ ການຜະລິດໝາກເລັ່ນ ທີ່ມີຄຸນນະພາບສູງ ທີ່ຖືກອອກແບບມາ ເພື່ອໃຫ້ມີຄວາມຫວານ ແລະ ລົດຊາດດີ. 
ຄຽງຄູ່ກັນນັ້ນ, ທ່ານ ຫລິວ ປິນ ຍັງໄດ້ອະທິບາຍວ່າ: ໝາກເລັ່ນຊະນິດຕ່າງໆ ໃນເອີຣົບ ແມ່ນເປັນທີ່ຮູ້ຈັກ ສຳລັບ ຜົນຜະລິດສູງ ແລະ ຄວາມ ຕ້ານທານ ຕໍ່ສັດຕູພືດ ແລະ ຄວາມເສຍຫາຍ ຈາກການຂົນສົ່ງ, ແຕ່ມັກຖືກ ວິພາກວິຈານວ່າ ຂາດລົດຊາດ. ໃນທາງກົງກັນຂ້າມ, ໝາກ ເລັ່ນແບບຍີ່ປຸ່ນ ແບບດັ້ງເດີມ ມີລົດຫວານ ແລະ ອ່ອນນຸ້ມກວ່າ ມີໂຄງສ້າງທີ່ອຸດົມ ສົມບູນກວ່າ ແຕ່ມັນຍັງໜ້ອຍເກີນໄປ ສຳລັບການ ແຈກຢາຍ ຂົນສົ່ງ ສຳລັບກຳລັງຂະໜາດໃຫຍ່. ສະນັ້ນ, “ເປົ້າໝາຍຂອງພວກເຮົາ ແມ່ນການລວມເອົາຈຸດດີ ຂອງ ທັງສອງຢ່າງເຂົ້າກັນ”, ທ່ານ ຫລິວ ປິນ ກ່າວວ່າ ບໍລິສັດໄດ້ປະສົມ ປະສານລະບົບ ເຮືອນຮົ່ມຂອງເອີຣົບ ກັບ ແນວພັນເມັດພັນຍີ່ປຸ່ນ ທີ່ມີຄຸນນະພາບສູງ ແລະ ວິທີການປູກຝັງ ທີ່ໄດ້ມາດ ຕະຖານ.ໃນບັນດາ ນະວັດຕະກຳຂອງບໍລິສັດ ແມ່ນແນວພັນ ໝາກເລັ່ນສີເຫຼືອງ ທີ່ພັດທະນາ ທັງໝົດໃນປະເທດຈີນ.
ທ່ານ ຫລິວ ປິນ ກ່າວຕື່ມວ່າ: ຄວາມສຳເລັດ ທາງດ້ານການກະສິກຳ ບໍ່ພຽງແຕ່ຂຶ້ນກັບຄຸນນະພາບຂອງເມັດພັນເທົ່ານັ້ນ ຫາກຍັງຂຶ້ນກັບ ມາດຕະຖານ ການຜະລິດ ທີ່ເຂັ້ມງວດອີກດ້ວຍ. ກະສິກຳບໍ່ມີຂອບເຂດ, ສາມສິບເປີເຊັນ ແມ່ນຂຶ້ນກັບພັນທຸກໍາ, ໃນຂະນະທີ່ ເຈັດສິບເປີເຊັນ ມາ ຈາກການປູກຝັງ ແລະ ການຄຸ້ມຄອງ.
ໜຶ່ງໃນຄວາມກ້າວໜ້າ ທີ່ໃຫຍ່ທີ່ສຸດຂອງບໍລິສັດ ແມ່ນການເອົາຊະນະ ສິ່ງທ້າທາຍ ດ້ານການຂົນສົ່ງ ຜ່ານເສດຖະກິດ ດິຈິຕອນ ທີ່ຂະຫຍາຍ ຕົວຢ່າງວ່ອງໄວ ຂອງຈີນ ແລະ ໂຄງສ້າງພື້ນຖານ ດ້ານການຂົນສົ່ງ. ໂດຍໃຊ້ຮູບແບບ ການສົ່ງຕໍ່ໂດຍກົງ ເຖິງຜູ້ບໍລິໂພກ, ບໍລິສັດວາດາ ສົ່ງໝາກ ເລັ່ນ ທົ່ວປະເທດ ຜ່ານບໍລິສັດ ຈັດສົ່ງທີ່ສຳຄັນ, ລວມທັງ ເອັສເອັບ ແອັກແພັດ (SF Express) ແລະ ເຈດີ ໂລຈິສຕິກ (JD Logistics). ໝາກ ເລັ່ນຖືກບັນຈຸ ໃນກັບກ່ອງທີ່ມີນວມ ທີ່ອອກແບບພິເສດ ພ້ອມດ້ວຍຕາໜ່າງປ້ອງກັນ ເພື່ອຫລຸດຜ່ອນ ຄວາມເສຍຫາຍ ໃນລະຫວ່າງ ການຂົນສົ່ງ. ປັດຈຸບັນບໍລິສັດ ສະໜອງໝາກເລັ່ນສົດ ປະມານ 10 ເດືອນ ໃນແຕ່ລະປີ ໂດຍຜ່ານເຄືອຂ່າຍ ພຶ້ນຖານການປູກ ທີ່ຂະຫຍາຍ ຈາກພາກໃຕ້ຂອງຈີນ ໄປຫາ ມົງໂກລີໃນ ແລະ ເມືອງຮາບິນທາງທິດ ຕາເວັນອອກສຽງເໜືອ.

ທ່ານ ຫລີວ ປິນ ຍັງຄາດວ່າ ຜົນການຜະລິດ ຈະເພີ່ມຂຶ້ນ ໃນລະຫວ່າງ 40.000 ຫາ 50.000 ກິໂລກຣາມ ໃນປີນີ້. ເຖິງແມ່ນວ່າ ບໍລິສັດໄດ້ມີ ປະສົບຜົນ ສໍາເລັດ ທາງການຄ້າ ເປັນທີ່ໜ້າພໍໃຈ ແລ້ວກໍຕາມ, ທ່ານ ຫລີວ ກ່າວວ່າ ພາລະກິດ ແລະ ຄວາມມຸ່ງຫວັງ ທີ່ຍິ່ງໃຫຍ່ຂອງເພິ່ນ ແມ່ນຈະ ສຸມໃສ່ການຟື້ນຟູ ຊົນນະບົດຫຼາຍກວ່າ ກຳໄລພຽງຢ່າງດຽວ. ທ່ານກ່າວວ່າ “ກະສິກຳບໍ່ແມ່ນ ພຽງແຕ່ທຸລະກິດ”; “ຄວາມສໍາເລັດ ບໍ່ສາມາດ ວັດແທກ ໄດ້ ດ້ວຍເງິນເທົ່ານັ້ນ, ພວກເຮົາ ຕ້ອງການສ້າງ ລະບົບຕ່ອງໂສ້ກະສິກໍາ ແບບນິເວດວິທະຍາ ບ່ອນທີ່ປະຊາຊົນທ້ອງຖິ່ນ ມີວຽກເຮັດງານທຳ ທີ່ໝັ້ນ ຄົງ ແລະ ມີລາຍຮັບທີ່ຍືນຍົງ”.
ການຂະຫຍາຍຕົວ ຂອງ ບໍລິສັດໄດ້ຊ່ວຍໃຫ້ ຊາວກະສິກອນເຊື່ອມໂຍງ ເຂົ້າກັບ ລະບົບຕ່ອງໂສ້ ການສະໜອງກະສິກຳ ທີ່ມີມູນຄ່າສູງ, ປະກອບສ່ວນ ເຂົ້າໃນ ການຫລຸດຜ່ອນ ຄວາມທຸກຍາກ ແລະ ການພັດທະນາ ຊົນນະບົດ ໃນຫຼາຍພາກພື້ນ.
ໝາກເລັ່ນທີ່ມີຊື່ສຽງ ຂອງ ບໍລິສັດວາດາ ໄດ້ຮັບຄວາມນິຍົມຊົມຊອບ ໂດຍສະເພາະ ໃນບັນດາຜູ້ບໍລິໂພກ ຊົນຊັ້ນກາງ ໃນເມືອງໃຫຍ່ ຂອງຈີນ ເຊັ່ນ: ຊຽງໄຮ້, ຫນານຈິງ ແລະ ຫາງໂຈວ, ບ່ອນທີ່ຄວາມຕ້ອງການ ຜະລິດຕະພັນກະສິກຳ ທີ່ມີຄຸນນະພາບສູງ ຍັງສືບຕໍ່ເຕີບໂຕ.
ເມື່ອເວົ້າເຖິງ ແຜນໃນອະນາຄົດ, ທ່ານ ຫລີວ ປິນ ຍັງກ່າວອີກວ່າ: ບໍລິສັດຫວັງວ່າ ໃນທີ່ສຸດຈະຂະຫຍາຍໄປ ໃນລະດັບສາກົນ ພາຍໃຕ້ໂຄງ ການ ໜຶ່ງແລວໜຶ່ງເສັ້ນທາງ ຂອງຈີນ ແລະ ແບ່ງປັນເຕັກໂນໂລຊີ ແລະ ຄວາມຊ່ຽວຊານ ດ້ານກະສິກຳ ກັບປະເທດອື່ນໆອີກ. “ກະສິກຳເປັນ ຂອງ ມະນຸດຊາດທຸກຄົນ, ພວກເຮົາເຕັມໃຈ ທີ່ຈະແບ່ງປັນປະສົບການ ແລະ ເຕັກໂນໂລຊີ ຂອງພວກເຮົາ ນຳທົ່ວໂລກ.
ຈາກໂຄງການ ກະສິກຳ ຂະໜາດນ້ອຍ ໃນບ້ານເກີດເມືອງນອນ ໄປສູ່ ວິສາຫະກິດກະສິກຳ ເຕັກໂນໂລຊີທີ່ທັນສະໄໝ, ການເດີນທາງ ຂອງ ທ່ານ ຫລີວ ປິນ ໄດ້ສະທ້ອນໃຫ້ເຫັນເຖິງ ການຊຸກຍູ້ທີ່ແຂງແຮງ ແລະ ກວ້າງຂວາງຂອງຈີນ ໄປສູ່ກະສິກຳ ເຕັກໂນໂລຊີ, ການພັດທະນາ ແບບຍືນຍົງ ແລະ ການຟື້ນຟູ ເສດຖະກິດຊົນນະບົດ./
KPL