ຂປລ
ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ທັງໝົດຂອງ ສສ ຫວຽດນາມ ໃນ 4 ເດືອນຕົ້ນປີ 2026 ບັນລຸເກືອບ 346 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 25% ເມື່ອທຽບໃສ່ປີກ່ອນ
.jpg)
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຕາມສະຖິຕິຂອງອົງການພາສີ, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ທັງໝົດຂອງ ສສ ຫວຽດນາມ ໃນ 4 ເດືອນຕົ້ນປີ 2026 ບັນລຸເກືອບ 346 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 25% ເມື່ອທຽບໃສ່ປີກ່ອນ. ໃນນັ້ນ, ການສົ່ງອອກ ບັນລຸຫລາຍກວ່າ 169 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 20,1%, ສ່ວນການນຳເຂົ້າບັນລຸ ຫລາຍກວ່າ 176 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເຖິງ 29,5%. ກຳລັງໜູນເຮັດໃຫ້ການສົ່ງອອກ ມີການເຕີບໂຕ ແມ່ນມາຈາກກຸ່ມສິນຄ້າ ເຕັກໂນໂລຢີສູງ, ພິເສດແມ່ນເຄື່ອງຄອມພິວເຕີ, ຜະລິດຕະພັນ ເອເລັກໂຕຮນິກ ແລະ ເຄື່ອງອາໄຫລ່. ກົງກັນຂ້າມ, ການນຳເຂົ້າ ເພີ່ມຂຶ້ນຢ່າງແຮງ ໄດ້ສ່ອງແສງໃຫ້ເຫັນ ຄວາມຕ້ອງການວັດຖຸດິບ, ເຄື່ອງອາໄຫລ່ ແລະ ເຄື່ອງຈັກຮັບໃຊ້ການຜະລິດ, ການສົ່ງອອກ ເພີ່ມຂຶ້ນຢ່າງແຮງ ໃນຊຸມເດືອນຕົ້ນປີ. ກໍຕາມກົມພາສີແລ້ວ, ການນຳເຂົ້າໄດ້ເພີ່ມຂຶ້ນໄວກວ່າ ການສົ່ງອອກ, ດຸນການຄ້າສິນຄ້າ ໄດ້ຫັນໄປສູ່ຂາດດຸນ ການຄ້າ 7,64 ຕື້ໂດລາສະຫະລັດ, ໃນຂະນະທີ່ໄລຍະດຽວກັນຂອງປີກາຍ ເກີນດຸນການຄ້າ ຍັງບັນລຸ ຫລາຍກວ່າ 4,2 ຕື້ໂດລາສະຫະລັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL