ອີຣານ ຟື້ນຟູການເຊື່ອມຕໍ່ອິນເຕີເນັດສາກົນ ຢ່າງຮອບດ້ານ

27/05/2026 17:44
ຂປລ ການ​ເຊື່ອມ​ຕໍ່​ ອິນ​ເຕີ​ເນັດສາກົນ ​ຂອງ​ລະ​ບົ​ບ​ໂທ​ລະ​ຄົມ​ອີ​ຣານ​ ໄດ້​​ຮັບ​ການຟື້ນ​ຟູ ​ຢ່າງ​ຮອບ​ດ້ານ​ແລ້ວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີ​ຣານ​ ເປີດ​ເຜີຍ ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້​ວ່າ: ການ​ເຊື່ອມ​ຕໍ່​ ອິນ​ເຕີ​ເນັດສາກົນ ​ຂອງ​ລະ​ບົ​ບ​ໂທ​ລະ​ຄົມ​ອີ​ຣານ​ ໄດ້​​ຮັບ​ການຟື້ນ​ຟູ ​ຢ່າງ​ຮອບ​ດ້ານ​ແລ້ວ.ຫລັງຈາກ ຜູ້​ໃຊ້​ອິນ​ເຕີ​ເນັດ​ ບ​ຣອດ​ແບນ ​ແບບ​​ມີ​ສາຍ ​ຫລື ອິນ​ເຕີ​ເນັດ ​ຄວາມ​ໄວ​ສູງ ​ແບບ​ມີ​ສາຍ ​ທຸກ​ຄົນ​ລ້ວນ​ແຕ່ ​ສາ​ມາດ​ເຊື່ອມ​ຕໍ່​ກັບ ​ອິນ​ເຕີ​ເນັດ,  ລວມ​ທັງ​ສາ​ມາດນຳ​ໃຊ້ ​ເວັບ​ໄຊ​ສາ​ກົນ ແລະ ການ​ບໍ​ລິ​ການ​ອອນ​ລາຍ​ ທີ່​ກ່ຽວ​ຂ້ອງ​ໄດ້​ແລ້ວ. ກ່ອນ​ໜ້າ​ນີ້, ລັດ​ຖະ​ບານ ​ອີ​ຣານ ​ໄດ້​ປະ​ກາດ ​ຊຸກ​ຍູ້​ຟື້ນ​ຟູ​ການ​ເຊື່ອມ​ຕໍ່ ​ອິນ​ເຕີ​ເນັດ​ສາ​ກົນ ແລະ​ ກ່າວ​ວ່າ ​ມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງ​ ມີ​ເປົ້າ​ໝາຍ ​ເພື່ອ​ຟື້ນ​ຟູ ​ຄວາມ​ໝັ້ນ​ຄົງ​ຂອງ​ອິນ​ເຕີ​ເນັດ ແລະ ຄວາມ​ຕ້ອງ​ການ​ດ້ານ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ ​ຕາມ​ປົກ​ກະ​ຕິຂອງ​ປະ​ຊາ​ຊົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top