ການລົງທຶນໂດຍກົງຕໍ່ຕ່າງປະເທດທົ່ວຂະແໜງການຂອງ ສປ ຈີນ ບັນລຸເກືອບ 430 ຕື້ຢວນ

27/05/2026 17:44
ຂປລ ນັບແຕ່ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ເມ​ສາ​ປີ​ນີ້, ການ​ລົງ​ທຶນ​ໂດຍ​ກົງ​ຕໍ່ ​ຕ່າງ​ປະ​ເທດ​ຂອງ​ທົ່ວຂະ​ແໜງ​ການ​ຂອງ ສປ ຈີນ ​ໄດ້​ບັນ​ລຸ​ເຖິງ 429 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 3,9% ເມື່ອ​ທຽບ​ໃສ່​ປີ​ກາຍ​

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງ​ຕາມ​ສະ​ຖິ​ຕິ​ ຂອງ​ກະ​ຊວງ​ການ​ຄ້າຈີນ ແລະ ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ ຕ່າງ​ປະ​ເທດ​ຈີນ, ​ນັບແຕ່ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ເມ​ສາ​ປີ​ນີ້, ການ​ລົງ​ທຶນ​ໂດຍ​ກົງ​ຕໍ່ ​ຕ່າງ​ປະ​ເທດ​ຂອງ​ທົ່ວຂະ​ແໜງ​ການ​ຂອງ ສປ ຈີນ ​ໄດ້​ບັນ​ລຸ​ເຖິງ 429 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 3,9% ເມື່ອ​ທຽບ​ໃສ່​ປີ​ກາຍ​.ໃນ​ນັ້ນ, ນັກ​ລົງ​ທຶນ​ຈີນ ​ເຊິ່ງ​ບໍ່​ລວມ​ທັງ ​ຮົງ​ກົງ, ມາ​ກາວ ແລະ​ ໄຕ້​ຫວັນ​(ສປ ຈີນ)​ໄດ້​ລົງ​ທຶນ​ໂດຍ​ກົງ ​ທີ່​ບໍ່​ແມ່ນ​ຂະ​ແໜງ​ການ​ເງິນ​ຕໍ່ ​ວິ​ສາ​ຫະ​ກິດ 5.231 ແຫ່ງ​ໃນ 142 ປະ​ເທດ​ ແລະ ເຂດ​ແຄວ້ນ​​ທົ່ວໂລກ, ລວມ​​ແລ້ວໄດ້​ລົງ​ທຶນ 315 ຕື້ກວ່າຢວນ, ​ທຽບ​ໃສ່​​ປີ​ກາຍ ໄດ້​ຫລຸດ​ລົງ 13,9%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top