​ຮອງ​ປະ​ທານ​ປະ​ເທດ ​ຕ້ອນ​ຮັບທູດ​ລັດ​ປ​າ​ແລັດ​ຕິນ ເຂົ້າ​ຢ້ຽມ​ອຳ​ລາ

27/05/2026 11:06
ຂປລ ໃນວັນທີ 26 ພຶດສະພາ 2026 ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ສາອາດິ ສາລາມາ ເອກອັກຄະລັດຖະທູດແຫ່ງ ລັດປາແລັດຕິນ ປະຈຳລາວ ຊຶ່ງມີສຳນັກ ງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ເນື່ອງໃນໂອກາດສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

      ຂປລ. ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທ່ີທາງການທູດຂອງ ທ່ານ ສາອາດິ ສາລາມາ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ລັດປາແລັດຕິນ ໃນຂົງເຂດການຮ່ວມມືດ້ານຕ່າງໆ ໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີລະ ຫວ່າງສອງປະເທດຊຶ່ງຕະຫລອດ ໄລຍະ 37 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືແມ່ນຢູ່ໃນລະດັບປົກກະຕິດີ. ໃນຕອນທ້າຍ, ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

     ຂະນະດຽວກັນ, ທ່ານ ສາອາດິ ສາລາມາ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານລາວ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫລອດໄລຍະການປະຕິບັດໜ້າທ່ີການທູດ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມນີ້, ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ.

ຂ່າວ: ກິດຕາ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top