ຂປລ
ໃນຕອນບ່າຍວັນທີ 22 ພຶດສະພາ 2026 ຜ່ານມາ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໂດຍການຕ້ອນຮັບຂອງ ສະຫາຍ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ພ້ອມດ້ວຍພະນັກງານຫລັກແຫລ່ງແຂວງເຊກອງ.
ຂປລ. ສະຫາຍ ບຸນຫລາຍ ບຸດທິ ໄດ້ລາຍງານສະພາບການພັດທະນາຂອງແຂວງວ່າ: ໄລຍະຜ່ານມາ ໄດ້ນໍາພາ-ຊ້ີນໍາຄະນະພັກທຸກຂັ້ນຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ, ຄໍາສັ່ງຂອງພັກ, ປາຖະກະຖາມູນເຊື້ອວັນສໍາຄັນຂອງພັກຂອງຊາດ ແລະ ສາກົນ ເປັນປົກກະຕິຕໍ່ເນື່ອງ, ຄະນະພັກແຕ່ລະຂັ້ນຖືສໍາຄັນ ແລະ ເອົາໃຈໃສ່ໃນການໂຄສະນາ, ສຶກສາອົບຮົມທາງດ້ານແນວຄິດ-ການເມືອງ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ເອກະສານຕ່າງໆໄດ້ຢ່າງກວ້າງຂວາງ ຊຶ່ງເຮັດໃຫ້ສະມາຊິກພັກ, ພະນັກງານມີຄວາມຮັບຮູ້, ເຂົ້າໃຈ ແລະ ມີທັດສະນະຫລັກໝັ້ນຄຸນທາດການ ເມືອງຢ່າງໜັກແໜ້ນ, ສຸມໃສ່ການປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ສາມາດເປັນເຈົ້າການໃນການນໍາພາປະຊາຊົນ ແລະ ຊ້ັນຄົນຕ່າງໆໃນທ້ອງຖິ່ນຮາກຖານໄດ້ເປັນຢ່າງດີ, ເຮັດໃຫ້ຮາກຖານຊົນນະບົດມີຄວາມສະຫງົບ, ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວ, ລວມຍອດຜະລິດຕະພັນພາຍໃນຄາດຄະເນວ່າຈະບັນລຸໄດ້ 6% ຂຶ້ນໄປ, ການເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 334,408 ຕື້ກີບ, ເທົ່າກັບ 39,67%, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແກ້ໄຂບັນຫາການຮຽນ-ການສອນແບບໃໝ່ ທີ່ຮັບປະກັນຫລັກມູນການສຶກສາ ແລະ ແກ້ໄຂບັນຫາການປະລະການຮຽນຂອງເດັກໃນເກນອາຍຸເຂົ້າຮຽນຊັ້ນຕ່າງໆຢ່າງເປັນເຈົ້າການ, ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG) ໃນຂົງເຂດນີ້ສາມາດບັນລຸໄດ້ຫລາຍຕົວຊີ້ວັດ, ສາມາດແກ້ໄຂ ແລະ ຕົກລົງຄູອາສາຈໍານວນ 71 ທ່ານ ເຂົ້າຕາມໂກຕ້າຂອງກະຊວງປ້ອງກັນປະເທດ ເຂົ້າເປັນພະນັກງານຄູທີ່ສອນຕາມບ້ານຕ່າງໆໃນແຕ່ລະເມືອງ; ອົງການປົກຄອງຂັ້ນຕາແສງໄດ້ຮັບການສ້າງຕັ້ງ ແລະ ປະກາດຢ່າງເປັນທາງການຈໍານວນ 13 ຕາແສງ ຂອງ 4 ເມືອງ, ພ້ອມນີ້ ຂົງເຂດວຽກງານອື່ນໆ ກໍໄດ້ຮັບການພັດທະນາຂຶ້ນເທື່ລະກ້າວ.
ໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ທິດຊ້ີນໍາຫລາຍບັນຫາສໍາຄັນ, ພ້ອມທັງໄດ້ສະເໜີໃຫ້ຄະນະພັກແຂວງ, ຄະນະພັກເມືອງ, ຕາແສງນໍາໃຊ້ສື່ປະເພດຕ່າງໆ ເປັນອີກຮູບການໜຶ່ງໃນການຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄືບັນດາມະຕິຂອງກອງປະຊຸມຂອງອົງຄະນະພັກຂອງຕົນແຕ່ລະຂັ້ນ, ຕິດພັນກັບການນໍາສະເໜີຜົນງານ, ຕົວແບບ ກໍຄືບຸກຄົນດີເດັ່ນ ໃນແຕ່ລະຂົງເຂດວຽກງານຢ່າງຕໍ່ເນື່ອງເພື່ອປຸກລະດົມຂະບວນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ຟົດຟື້ນ, ແຂງແຮງ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍທ່ີວາງອອກ; ຕ່ໍກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາເປັນເວລາຫລາຍປີ, ຄະນະພັກ, ຄະນະນໍາ ຕ້ອງໄດ້ເພີ່ມທະວີການສຶກສາ ອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຢູ່ໃນກົງຈັກການຈັດຕັ້ງຂອງຕົນ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມອົດທົນ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ, ພ້ອມກັນສູ້ຊົນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກໃນໄລຍະນ້ີເພື່ອໃຫ້ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສ່ິງທ້າທາຍດ່ັງກ່າວ, ພ້ອມກັນຮ່ວມແຮງຮ່ວມໃຈກັນແກ້ໄຂໃຫ້ຊີວິດການເປັນຢູ່ໃຫ້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ເອົາໃຈໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ເປັນຮູບປະທຳເທ່ືອລະກ້າວ, ຕິດພັນກັບການສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການປະຕິບັດບັນດາຄາດໝາຍສູ້ຊົນທີ່ສູນກາງ, ແຂວງວາງອອກໃຫ້ບັນລຸຜົນສໍາເລັດ.
ຂ່າວ: ພຸດທະສອນ
KPL