ສປ ຈີນ ນຳເຂົ້າໝາກໄມ້ຜ່ານເສັ້ນທາງລົດໄຟລາວ-ຈີນ ເພີ່ມຂຶ້ນຫລາຍກວ່າ 30%

27/05/2026 13:38
ຂປລ ການ​ນຳ​ເຂົ້າ​ໝາກ​ໄມ້​ຂອງ​ ສປ ​ຈີນ​ ໂດຍ​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ປີ​ນີ້ບັນ​ລຸ​ເຖິງ 107.900 ໂຕນ, ເພີ່ມ​ຂຶ້ນຫລາຍກວ່າ 30% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກຸ່ມ​ບໍ​ລິ​ສັດ ​ເສັ້ນ​ທາງ​ລົດ​ໄຟ ​ແຫ່ງ​ຊາດ​ຈີນ​ ສາ​ຂາ​ຄຸນ​ໝິງ​ ຈຳ​ກັດ​ ແຈ້ງ​ໃຫ້​ຮູ້​ວ່າ, ນັບ​ມາ​ຮອດ ​ວັນ​ທີ 25 ພຶດ​ສະ​ພາ​ນີ້, ການ​ນຳ​ເຂົ້າ​ໝາກ​ໄມ້​ຂອງ​ ສປ ​ຈີນ​ ໂດຍ​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ປີ​ນີ້ບັນ​ລຸ​ເຖິງ 107.900 ໂຕນ, ເພີ່ມ​ຂຶ້ນຫລາຍກວ່າ 30% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ສະ​ຖາ​ນີ​ບໍ່​ຫານ​ທີ່​ເປັນ​ດ່ານ​ທາງ​ລົດ​ໄຟ​ລະ​ດັບ​ຊາດ​ ພຽງ​ແຫ່ງ​ດຽວ​ ທີ່​ເຊື່ອມ​ຕໍ່ ສປ ​ຈີນ ແລະ ສປປ ລາວ, ພວມ​ກາຍ​ເປັນ​​ສູນ​ກາງ​ທີ່​ສຳ​ຄັນ​ ສຳ​ລັບ​ ໝາກ​ໄມ້​​ ຈາກ​ອາ​ຊີ​ ຕາ​ເວັນ​ອອກ​ສຽງ​ໃຕ້ ເຂົ້າ​ສູ່​ຕະຫລາດ​ຈີນ.​ນັບແຕ່​ຕົ້ນ​ປີ​ນີ້​ມາ, ຄຽງ​ຄູ່​ກັບ​ໝາກ​ໄມ້​ເຂດ​ຮ້ອນ​ຈາກ​ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ປ້ອນ​ເຂົ້າ​ຕະຫລາດ ​ແບບ​ລວມ​ສູນ, ປະ​ລິ​ມານ​ໝາກ​ໄມ້​ ທີ່​ເຂົ້າ​ສູ່​ປະ​ເທດ​​ຈີນ ພາຍ​ໃນ​ມື້​ດຽວ ສູງ​ສຸດ​ບັນ​ລຸ​ເຖິງ 3665,1 ໂຕນ, ປະ​ລິ​ມານ​ການ​ຂົນ​ສົ່ງ​ໝາກ​ໄມ້​ ຂ້າມ​ຊາດ ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ເລື້ອຍໆ. ປັດ​ຈຸ​ບັນ​, ຂະ​ບວນ​ລົດ​ໄຟ​​ຕູ້ແຊ່​ເຢັນ ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ-ໄທ​ໄດ້​ໃຫ້​ການ​ບໍ​ລິ​ການ ​ຢ່າງ​ເປັນ​ປົກ​ກະ​ຕິ, ​ເຮັດ​ໃຫ້ໝາກ​ໄມ້​ຄຸນ​ນະ​ພາບ​ດີ ​​ຈາກ​​ປະ​ເທດ​ໃນ ອາ​ຊີ ​ຕາ​ເວັນ​ອອກ ​ສຽງ​ໃຕ້​ ສາ​ມາດ​ເຂົ້າ​ເຖິງ​ຕະຫລາດ​ຈີນ ​ໄດ້​ພາຍ​ໃນ​ເວ​ລາ 3 ວັນ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top