ຂປລ
ສປ ຈີນ ໄດ້ສຳເລັດ ການຍິງສົ່ງດາວທຽມ ທົດລອງ ເຕັກໂນໂລຊີ ການສື່ສານ 24ດ້ວຍຈະຫລວດສົ່ງຍານ ສາງເຈີ່ງ 7A ຢູ່ສະໜາມສົ່ງຍານອະວະກາດ ເວີນຊ່າງ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 27 ພຶດສະພານີ້, ສປ ຈີນ ໄດ້ສຳເລັດ ການຍິງສົ່ງດາວທຽມ ທົດລອງ ເຕັກໂນໂລຊີ ການສື່ສານ 24ດ້ວຍຈະຫລວດສົ່ງຍານ ສາງເຈີ່ງ 7A ຢູ່ສະໜາມສົ່ງຍານອະວະກາດ ເວີນຊ່າງ. ຫລັງຈາກນັ້ນ ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ, ເຮັດໃຫ້ພາລະກິດ ສົ່ງຍານໄດ້ຮັບຜົນສຳເລັດຢ່າງຈົບງາມ. ດາວທຽມດັ່ງກ່າວຕົ້ນຕໍ ແມ່ນນຳໃຊ້ໃນການກວດສອບເຕັກໂນໂລຊີ ການສື່ສານຜ່ານດາວທຽມ ຄວາມໄວສູງ ໃນຫລາຍຄື້ນ. ນີ້ແມ່ນການປະຕິບັດ ພາລະກິດຄັ້ງທີ 645 ຂອງຈະຫລວດສົ່ງຍານສາງເຈີ່ງ.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL