ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ການ​ພົວ​ພັນກັບ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ​ລັດ​ຖະ​ສະ​ພາ​ເອີຣົບ

27/05/2026 11:12
ຂປລ ຕອນແລງວັນທີ 25 ພຶດສະພາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວາວເທີ ເບເກີ້ (Wouter BEKE) ປະທານຄະນະຜູ້ແທນການພົວພັນ ກັບປະເທດອາຊີຕາເວັນອອກສ່ຽງໃຕ້ ຂອງລັດຖະສະພາເອີຣົບ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.

     ຂປລ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນລັດຖະສະພາເອີຣົບໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຜົນສໍາເລັດຂອງກອງປະຊຸມລັດຖະສະພາ ລະຫວ່າງຊາດ ສປປ ລາວ-ສະຫະພາບເອີຣົບ (ອີຢູ) ຄັ້ງທີ 7 ທີ່ໄດ້ ອັດລົງຢ່າງຈົບງາມໃນມື້ດຽວກັນ. ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ບັນດາຜົນສໍາເລັດຂອງການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອີຢູ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 21 ພະຈິກ 1975 ເປັນຕົ້ນມາ. ໃນປີ 2025 ສອງຝ່າຍກໍໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 50 ປີ ຢ່າງມີຄວາມໝາຍສໍາຄັນ ແລະ ເປັນຂະບວນຟົດຟື້ນ. ພ້ອມນີ້, ສອງຝ່າຍຍິນດີທີ່ເຫັນວ່າ ການຮ່ວມມືທາງດ້ານການເມືອງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລັດຖະບານຂັ້ນສູງຢ່າງເປັນປົກກະຕິໂດຍສະເພາະລະຫວ່າງຄະນະຜູ້ແທນສະພາແຫ່ງຊາດລາວ ແລະ ຄະນະຜູ້ແທນລັດຖະສະພາອີຢູ, ລວມທັງການສົ່ງເສີມການໄປມາຫາສູ່ລະຫວ່າງ ປະຊາຊົນລາວ ແລະ ອີຢູ. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ຊຸກຍູ້ການສົ່ງເສີມການຮ່ວມມືທາງດ້ານການຄ້າລະຫວ່າງ ລາວ ແລະ ອີຢູ ໃຫ້ຂະຫຍາຍຕົວຂຶ້ນຕື່ມ.

   ສປປ ລາວ ສະເໜີໃຫ້ ອີຢູ ພິຈາລະນາຄວາມເປັນໄປໄດ້ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດການຂ້າມຜ່ານແບບໂລ່ງລ່ຽນ ເພື່ອການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ສປປ ລາວ ໄດ້ແຈ້ງໃຫ້ ອີຢູ ຊາບຄວາມຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນ ທີ 3 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2026 ແລະ ຊຸກຍູ້ໃຫ້ ອີຢູ ສະໜັບສະໜູນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພົ້ນເດັ່ນ ພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

   ໃນຂະນະດຽວກັນ, ທ່ານ ວາວ ເທີ ເບເກີ້ ປະທານຄະນະຜູ້ແທນ ການພົວພັນກັບປະເທດອາຊີຕາເວັນອອກສ່ຽງໃຕ້ຂອງລັດຖະສະພາເອີຣົບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນເດືອນມີນາຜ່ານມາ. ພ້ອມກັນນີ້, ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນຂອງກອງປະຊຸມລັດຖະສະພາລະຫວ່າງ ຊາດ ສປປ ລາວ-ອີຢູ ຄັ້ງທີ 7, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າຈະສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືລະຫວ່າງອີຢູ ແລະ ສປປ ລາວ ໃນຕໍ່ໜ້າໃຫ້ມີປະສິດທິຜົນຍິ່ງໆຂຶ້້ນ.

KPL

ຂ່າວອື່ນໆ

ads
ads

Top