ງານວາງສະແດງອຸດສາຫະກຳ ວັດທະນະທຳສາກົນຈີນ ຄັ້ງທີ 22 ສຳເລັດ ຢ່າງຈົບງາມ

26/05/2026 05:19
ຂປລ ງານ​ວາງ​ສະ​ແດງ​ ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ສ​າ​ກົນ​ຈີນ​ຄັ້ງ​ທີ 22 ​ທີ່ນ​ະ​ຄອນ​ເສີນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ຂອງ​ ສປ ຈີນ ອັດ​ລົງ ໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານ​ວາງ​ສະ​ແດງ​ ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ສ​າ​ກົນ​ຈີນ​ຄັ້ງ​ທີ 22 ​ທີ່ນ​ະ​ຄອນ​ເສີນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ຂອງ​ ສປ ຈີນ ອັດ​ລົງ ໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ ​ຕ່າງ​ປະ​ເທດ​ 310 ແຫ່ງ​ທີ່​ມາ​ຈາກ 65 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ໄດ້​ສ້າງ​ເຂດ​ການ​ຄ້າ ​ເອ​ເລັກ​ໂຕ​ຣ​ນິກ ​ຂ້າມ​ຊາດ ​​ຢ່າງ​ປະ​ດິດ​ສ້າງ ແລະ ​ຈັດ​ຕັ້ງ​ເຂດ​ວາງ​ສະ​ແດງ ​ຂອ​ງ​ບັນ​ດາ​ອົງ​ກອນ​ ເສດ​ຖະ​ກິດ​ ຂອງ​ອົງ​ການ​ ຮ່ວມ​ມື ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ​ ຫລື APEC ເປັນ​ຄັ້ງ​ທຳ​ອິດ, ຊຸກ​ຍູ້​ການ​ແລກ​ປ່ຽນ ​ສອງ​ຝ່າຍ​ ດ້ານ​ວັດ​ທະ​ນະ​ທຳ​ ລະ​ຫວ່າງ ສປ ​ຈີນ ​ກັບ​ຕ່າງ​ປະ​ເທດ ແລະ ​ເຮັດ​ໃຫ້​ເສດ​ຖະ​ກິດ​ການ​ຄ້າ​ ເຊື່ອມ​ໂຍງ​ເຂົ້າ​ກັນ ​ຢ່າງ​ເລິກ​ເຊິ່ງ.ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ, ມີ​ການ​ຈັດກິດ​ຈະ​ກຳ​ ນຳ​ສະ​ໜີ ​ສິນ​ຄ້າ​ໃໝ່ ​ແລະ ​ການວາງ​ສະ​ແດງ ​ສິນ​ຄ້າ ​ຄັ້ງ​ທຳ​ອິດ​ 260 ຄັ້ງ ຢູ່​ສະ​ຖານ​ທີ່​ ວາງ​ສະ​ແດງ​ຫລັກ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ລະ​ຫວ່າງ​ ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ວັດ​ທະ​ນະ​ທຳ, ໄດ້​ເພີ່ມ​ພະ​ລັງ​​ຂັບ​ເຄື່ອນ ​ທີ່​ມີ​ການ​ປະ​ດິດ​ສ້າງ​ ໃຫ້​ແກ່ ​ການ​ພັດ​ທະ​ນາ ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ ຂອງ​ອຸດ​ສາ​ຫະ​ກຳ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top