ສປ ຈີນ ໄດ້ຮັບໃບຈອງຊື້ ກຳປັ່ນບັນທຸກນ້ຳມັນ ຂະໜາດໃຫຍ່ພິເສດ ຫລາຍກວ່າ 90% ໃນທົ່ວໂລກ

26/05/2026 05:19
ຂປລ ນັບຕັ້ງ​ແຕ່​ ຕົ້ນ​ປີ​ນີ້​, ອຸດ​ສາ​ຫະ​ກຳ ​​ຕໍ່​ເຮືອຂອງ​ ສປ ຈີນ ​ໄດ້​ຮັບ​ໃບ​ຈອງ​ຊື້​ ໃໝ່​ຢ່າງຕໍ່​ເນື່ອງ, ໂດຍ​ສະ​ເພາະ​ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ຂະ​ໜາດ​ໃຫຍ່ພິ​ເສດໄດ້​ກ​ວມ​ເອົາຫລາຍກວ່າ 90% ​ຂອງ​ໃບ​ຈອງ​ຊື້​ໃໝ່ ໃນ​ທົ່ວ​ໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ນັບຕັ້ງ​ແຕ່​ ຕົ້ນ​ປີ​ນີ້​, ອຸດ​ສາ​ຫະ​ກຳ ​​ຕໍ່​ເຮືອຂອງ​ ສປ ຈີນ ​ໄດ້​ຮັບ​ໃບ​ຈອງ​ຊື້​ ໃໝ່​ຢ່າງຕໍ່​ເນື່ອງ, ໂດຍ​ສະ​ເພາະ​ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ຂະ​ໜາດ​ໃຫຍ່ພິ​ເສດໄດ້​ກ​ວມ​ເອົາຫລາຍກວ່າ 90% ​ຂອງ​ໃບ​ຈອງ​ຊື້​ໃໝ່ ໃນ​ທົ່ວ​ໂລກ. ປັດ​ຈຸ​ບັນ, ຄຽງ​​ຄູ່ກັບ ​ປະ​ສິດ​ທິ​ພາບ​ ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ ​ຕໍ່​ເຮືອ​ສືບ​ຕໍ່​ຍົກ​ສູງ​ຂຶ້ນ, ສປ ຈີນ ໃຊ້​ເວ​ລາ​ປະ​ມານ 1 ປີ​ເທົ່າ​ນັ້ນ ກໍ​ສາ​ມາດ​ຜະ​ລິດ​ກຳ​ປັ່ນ ​ບັນ​ທຸກ​ນ້ຳ​ມັນ​ ຂະ​ໜາດ​ໃຫຍ່​ພິ​ເສດ ​​ໄດ້​ໜຶ່ງ​ລຳ ນັບ​ຕັ້ງ​ແຕ່​ເລີ່ມ​​ຕົ້ນ​ການຜະ​ລິດ ​​ຈົນ​ເຖິງ​ການ​ສົ່ງ​ມອບ. ປັດ​ຈຸ​ບັນ, ເຕັກ​ໂນ​ໂລ​ຊີ​​ ສຳ​ຄັນ​ຕົ້ນ​ຕໍ​​ ໃນການ​ຜະ​ລິດ​ກຳ​ປັ່ນ​ ບັນ​ທຸກ​​ນ້ຳ​ມັນ​ຂອງ​ ສປ ຈີນ​ ໄດ້​ຮັບ​ການ​ພັດ​ທະ​ນາ​ ຢ່າງ​ຕໍ່​ເນື່ອງ ແລະ ​ສປ ຈີນ ໄດ້​ຄອບ​ຄອງ​ເຕັກ​ໂນ​ໂລ​ຊີ ພະ​ລັງ​ແຮງ ສອງເຊື້ອ​ໄຟຫລ້າ​ສຸດ ເປັນ​ຕົ້ນ: ​ເມຕາ​ໂນ​ລ ແລະ ​ແອມ​ໂມ​ເນຍ​ແຫລວ. ວິ​ສາ​ຫະ​ກິດ ​ຕໍ່​ເຮືອ​ຂອງ ສປ ​ຈີນ ​ທີ່​ໄດ້​ຄອບ​ຄອງ ​ເຕັກ​ໂນ​ໂລ​ຊີ ​ທີ່​ກ້າວ​ໜ້າ ແລະ ມີ​ການ​ວິ​​ເຄາະ ​ຕະຫລາດ ​ທີ່​ຖືກ​ຕ້ອງ ໄດ້​ຮັບ​ໃບ​ຈອງ​ຊື້​ກຳ​ປັ່ນ ​ບັນ​ທຸກ​ນ້ຳ​ມັນ ​ຢ່າງຫລວງຫລາຍ. ຕົວ​ເລກ​ສະ​ຖິ​ຕິ ຫລ້າ​ສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ສປ ຈີນ ​ໄດ້​ຮັບ​ໃບ​ຈອງ​ຊື້​ກຳ​ປັ່ນ ​ບັນ​ທຸກ​ນ້ຳ​ມັນ​ ຂະ​ໜາດ​ໃຫຍ່ ​ພິ​ເສດ 67 ​ລຳ ກວມ​ເອົາ 92% ຂອງ​ຕະຫລາດ​ທົ່ວ​ໂລກ, ເວ​ລາ​ການ​ຜະ​ລິດ​ ຂອງ​ໂຮງ​ງານ​ຕໍ່​ເຮືອ ​ທີ່​ກ່ຽວ​ຂ້ອງ​ ໄດ້​ຖືກ​ກຳ​ນົດ​ໄວ້​ຈົນຮອດ​ປີ 2030.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top