ຂປລ
ກອງປະຊຸມ ປຶກສາຫາລື ຂອງເຈົ້າໜ້າທີ່ ອາວຸໂສຈີນ-ອາຊຽນຄັ້ງທີ 32 ໄດ້ຈັດຂຶ້ນຢູ່ນະຄອນຫລວງ ກົວລາລຳເບີ ຂອງມາເລເຊຍ ເມື່ອບໍ່ດົນມານີ້

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ປຶກສາຫາລື ຂອງເຈົ້າໜ້າທີ່ ອາວຸໂສຈີນ-ອາຊຽນຄັ້ງທີ 32 ໄດ້ຈັດຂຶ້ນຢູ່ນະຄອນຫລວງ ກົວລາລຳເບີ ຂອງມາເລເຊຍ ເມື່ອບໍ່ດົນມານີ້.ຈາກນັ້ນ ທ່ານ ນາງ ຮົ້ວຊຸ່ນຢິງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວວ່າ: ການພັດທະນາຂອງ ສປ ຈີນ ຈະນໍາເອົາຜົນປະໂຫຍດ ມາສູ່ປະເທດອ້ອມຂ້າງກ່ອນໝູ່ ແລະ ນໍາມາເຊິ່ງໂອກາດ ຫລາຍກວ່າເກົ່າ. ສປ ຈີນ ຍິນດີລົງເລິກການເຊື່ອມໂຍງຜົນປະໂຫຍດກັບ ອາຊຽນ, ສຸມໃສ່ອຸດສາຫະກຳ ທີ່ຈະເລີນໃໝ່, ຂະຫຍາຍການຮ່ວມມື ທາງທະເລ ແລະ ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຈີນ-ອາຊຽນ ທີ່ແໜ້ນແຟ້ນກວ່າເກົ່າ.ປະເທດ ສະມາຊິກ ອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດ ແຫ່ງການພັດທະນາຂອງ ສປ ຈີນ ແລະ ຍ້ອງຍໍຊົມເຊີຍການສະໜັບສະໜູນ ຂອງ ສປ ຈີນ ຕໍ່ຄວາມສາມັກຄີ ຂອງອາຊຽນ ໂດຍຢືນຢັນວ່າ ສປ ຈີນ ແມ່ນຄູ່ເຈລະຈາທີ່ມີການຮ່ວມມືບັນລຸຜົນສໍາເລັດ ຫລາຍທີ່ສຸດຂອງອາຊຽນ. ປະເທດ ສະມາຊິກ ອາຊຽນ ສະແດງຄວາມຍິນດີ ທີ່ຈະຮ່ວມກັນຈັດງານສະເຫລີມສະຫລອງຄົບຮອບ 5 ປີ ຂອງການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ, ເພີ່ມທະວີ ການຮ່ວມມືໃນຂົງເຂດຕ່າງໆ, ຮ່ວມກັນຮັບມື ກັບສິ່ງທ້າທາຍ ແລະ ບັນລຸການພັດທະນາຮ່ວມກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL