ຂປລ
ສູນປ້ອງກັນ-ຄວບຄຸມ ພະຍາດ ອາຟຣິກາ ແລະ ອົງການ ອະນາໄມໂລກ ໄດ້ຮ່ວມກັນ ຈັດກອງປະຊຸມຖະແຫລງຂ່າວ ຜ່ານທາງ ອອນລາຍ ໂດຍໄດ້ເປີດເຜີຍແຜນການປ້ອງກັນ ແລະ ຮັບມືກັບພະຍາດອີໂບລາ ທີ່ພວມແພ່ລະບາດຢູ່ ກົງ ໂກ ແລະ ອູກັນດາ, ແຜນການດັ່ງກ່າວ ຈະປະຕິບັດ ເປັນເວລາ 6 ເດືອນ, ນຳໃຊ້ງົບປະມານ 319 ລ້ານໂດລາ ສະຫະລັດ ເຊິ່ງກວມເອົາທັງໝົດ 55 ປະເທດສະມາຊິກ ສະຫະພາບ ອາຟຣິກາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 23 ພຶດສະພານີ້, ສູນປ້ອງກັນ-ຄວບຄຸມ ພະຍາດ ອາຟຣິກາ ແລະ ອົງການ ອະນາໄມໂລກ ໄດ້ຮ່ວມກັນ ຈັດກອງປະຊຸມຖະແຫລງຂ່າວ ຜ່ານທາງ ອອນລາຍ ໂດຍໄດ້ເປີດເຜີຍແຜນການປ້ອງກັນ ແລະ ຮັບມືກັບພະຍາດອີໂບລາ ທີ່ພວມແພ່ລະບາດຢູ່ ກົງໂກ ແລະ ອູກັນດາ, ແຜນການດັ່ງກ່າວ ຈະປະຕິບັດ ເປັນເວລາ 6 ເດືອນ, ນຳໃຊ້ງົບປະມານ 319 ລ້ານໂດລາສະຫະລັດ ເຊິ່ງກວມເອົາທັງໝົດ 55 ປະເທດສະມາຊິກ ສະຫະພາບ ອາຟຣິກາ.ໃນກອງປະຊຸມຖະແຫລງຂ່າວ ໃຫ້ຮູ້ວ່າ: ມີ 10 ປະເທດ ທີ່ມີຄວາມສ່ຽງສູງຄື: ຊູດັງໃຕ້, ລູວັນດາ, ເຄນຢາ, ຊຳບີ, ອາຟຣິກາກາງ, ຕັງຊານີ, ເອທີໂອປີ, ອັງໂກລາ, ກົງໂກ ແລະ ບູຣູນດີ. ແຜນການດັ່ງກ່າວ ຍັງຊີ້ໃຫ້ເຫັນວ່າ: ຊ່ອງຫວ່າງທີ່ໃຫຍ່ທີ່ສຸດ ໃນການປ້ອງກັນ ແລະ ຮັບມືກັບ ການແພ່ລະບາດ ຂອງພະຍາດ ອີໂບລາຢູ່ ອາຟຣິກາ ໃນຄັ້ງນີ້ ແມ່ນຍັງບໍ່ມີວັກຊິນ ແລະ ຢາປິ່ນປົວໃດໆ ທີ່ໄດ້ຮັບການອະນຸຍາດ. ສະນັ້ນ, ວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ ຕົ້ນຕໍແມ່ນອາໄສ ການປ້ອງ ກັນ-ຄວບຄຸມການ ແພ່ລະບາດ ຂອງພະຍາດ, ການກັກກັນຜູ້ຕິດເຊື້ອພະຍາດ, ການຕິດຕາມສັງເກດອາການ ຂອງຜູ້ທີ່ເຄີຍສຳຜັດກັບ ຜູ້ຕິດເຊື້ອພະຍາດ ແລະ ການມີສ່ວນຮ່ວມ ຂອງເຂດ ຊຸມຊົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL