ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງບົດຄວາມ ຜ່ານສື່ສັງຄົມອອນລາຍວ່າ: ສ.ອາເມລິກາ ແລະ ອີຣານ ໄດ້ບັນລຸ ສັນຍາ ສະບັບໜຶ່ງ ໂດຍພື້ນຖານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງບົດຄວາມ ຜ່ານສື່ສັງຄົມອອນລາຍວ່າ: ສ.ອາເມລິກາ ແລະ ອີຣານ ໄດ້ບັນລຸ ສັນຍາ ສະບັບໜຶ່ງ ໂດຍພື້ນຖານ. ທ່ານ ໂດນັນ ທຣຳ ໄດ້ກ່າວວ່າ: ຕົນຫາກໍສົນທະນາ ຜ່ານທາງໂທລະສັບກັບ ຜູ້ນຳອາຣັບບີ ຊາອູດິດ, ເອເມຣັດ ອາຣັບ, ກາຕາ, ຕູຣາເຄຍ, ເອຢິບ, ຊັອກດານີ, ບາເຣນ ແລະ ຫົວໜ້າເສນາທິການກອງທັບບົກ ປາກິດສະຖານ ເພື່ອປຶກສາຫາລືກ່ຽວກັບບັນຫາ ອີຣານ ແລະ ກ່ຽວກັບ “ບົດບັນທຶກຄວາມເຂົ້າໃຈ ສັນຕິພາບ” ສະບັບໜຶ່ງ. ສ.ອາເມລິກາ ແລະ ອີຣານ ໄດ້ບັນລຸ ສັນຍາສະບັບໜຶ່ງ ໂດຍພື້ນຖານ, ແຕ່ຍັງຕ້ອງລໍຖ້າ ສ.ອາເມລິກາ ແລະ ອີຣານ, ລວມເຖິງ ປະເທດ ອິສລາມທີ່ກ່ຽວຂ້ອງຕົກລົງກັນ ໃນຂັ້ນສຸດທ້າຍ. ນອກນີ້ ຍັງໄດ້ສົນທະນາ ຜ່ານທາງໂທລະສັບກັບ ທ່ານ ເບນຈາມິນ ເນທັນຢາຮູ ນາຍົກ ລັດຖະມົນຕີ ອິດສະຣາແອນ. ປັດຈຸບັນ, ຂອດສຸດທ້າຍ ແລະ ຂໍ້ປີກຍ່ອຍ ທີ່ກ່ຽວຂ້ອງ ຂອງສັນຍາຍັງປຶກສາກັນຢູ່ ໂດຍຈະເປີດເຜີຍ ໃນອີກບໍ່ດົນນີ້. ທ່ານ ໂດນັນ ທຣຳ ກ່າວຕື່ມວ່າ: ໃນສັນຍາດັ່ງກ່າວ, ນອກຈາກ ມີເນື້ອໃນຕ່າງໆ ຫລາຍຂໍ້ແລ້ວ, ຊ່ອງແຄບ ຮໍມຸສ ກໍຈະເປີດ ໃຫ້ກໍາປັ່ນ ເຂົ້າ-ອອກ ເຊັ່ນດຽວກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL