ຂປລ
ຂປລ. ການແກ້ໄຂບັນຫາຄວາມຂັດແຍ້ງດ້ານຄວາມໝັ້ນຄົງໂດຍຜ່ານຄວາມສະເໝີພາບດ້ານອະທິປະໄຕ ແລະ ຫລັກນິຕິທໍາລະຫວ່າງປະເທດ ຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ກໍານົດ “ແນວທາງທີ່ເນັ້ນການປະຕິບັດຕົວຈິງ”
ຂປລ. ການແກ້ໄຂບັນຫາຄວາມຂັດແຍ້ງດ້ານຄວາມໝັ້ນຄົງໂດຍຜ່ານຄວາມສະເໝີພາບດ້ານອະທິປະໄຕ ແລະ ຫລັກນິຕິທໍາລະຫວ່າງປະເທດ ຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ກໍານົດ “ແນວທາງທີ່ເນັ້ນການປະຕິບັດຕົວຈິງ” ເປັນໜຶ່ງໃນຫ້າແນວຄິດຫລັກຂອງໂຄງການລິເລີ່ມການປົກຄອງໂລກ. ໂດຍລະບຸຢ່າງຊັດເຈນເຖິງຄວາມຈໍາເປັນ “ຍຶດໝັ້ນໃນການວາງແຜນຢ່າງເປັນລະບົບ ແລະ ຄວາມກ້າວໜ້າໂດຍລວມ, ປະສານງານການດໍາເນີນການໃນທົ່ວໂລກ, ລະດົມຊັບພະຍາກອນຢ່າງເຕັມທີ່ຈາກທຸກຝ່າຍ, ສ້າງຜົນໄດ້ຮັບທີ່ເຫັນໄດ້ຊັດເຈນກວ່າ ແລະ ຫລີກລ່ຽງຄວາມຊັກຊ້າ ແລະ ການແບ່ງແຍກຂອງການປົກຄອງຜ່ານການຮ່ວມມືຕົວຈິງ”. ໂດຍການຢໍ້າຄືນຫລັກການຂອງຄວາມສະເໝີພາບດ້ານອະທິປະໄຕ, ເນັ້ນໜັກເຖິງການນຳໃຊ້ກົດລະບຽບສາກົນຢ່າງເປັນເອກະພາບ, ຫລີກລ່ຽງສອງມາດຕະຖານ ແລະ ງົດການຂີດເສັ້ນໂດຍອີງໃສ່ຄ່ານິຍົມ ເຊິ່ງຈະຊ່ວຍຫລຸດຜ່ອນຄວາມຄາດຫວັງແບບເກມຜົນລວມເປັນສູນ[1] ຕົວຢ່າງ: ໃນບັນຫາ ອັຟການິສະຖານ ຄວາມຮ່ວມມືລະດັບພາກພື້ນໄດ້ຮັບການປະສານງານຜ່ານກົນໄກ “ປະເທດເພື່ອນບ້ານ+” ເພື່ອສະໜັບສະໜູນການຟື້ນຕົວຄືນໃໝ່ຢ່າງສັນຕິຂອງອັຟການິສະຖານ; ໃນວິກິດການຢູເຄຣນ, ມີການອອກເອກະສານສະແດງຈຸດຢືນ, ພະຍາຍາມອຳນວຍຄວາມສະດວກໃຫ້ແກ່ການເຈລະຈາ ແລະ ການປຶກສາຫາລືເພື່ອແກ້ໄຂຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນ. ການກະທຳນີ້ແມ່ນອີງໃສ່ການຮັກສາມາດຕະຖານສາກົນ, ຊອກຫາຈຸດຮ່ວມກັນທີ່ດີທີ່ສຸດສຳລັບວິທີແກ້ໄຂວິກິດທາງການເມືອງ, ໃນຂະນະດຽວກັນກໍເຄົາລົບຕໍ່ຂໍ້ກັງວົນດ້ານຄວາມໝັ້ນຄົງທີ່ຊອບທໍາຂອງທຸກຝ່າຍ ແລະ ຈະຊ່ວຍສ້າງຄວາມໝັ້ນໃຈທີ່ມີຄຸນຄ່າໃນໂລກທີ່ວຸ້ນວາຍນີ້ໄດ້.
ໄປພ້ອມກັນນັ້ນຕ້ອງແກ້ໄຂບັນຫາຄວາມແຕກແຍກ ແລະ ຄວາມບົກພ່ອງຂອງກົນໄກການປົກຄອງໂລກໂດຍຜ່ານລັດທິຫລາຍຝ່າຍທີ່ແທ້ຈິງ. ຕ້ອງຍຶດໝັ້ນໃນສະຖານະພາບ ແລະ ສິດອຳນາດຂອງສະຫະປະຊາຊາດຢ່າງໜັກແໜ້ນ ແລະ ຕໍ່ຕ້ານການກະທຳຝ່າຍດຽວ ທີ່ບັ່ນທອນບົດບາດຂອງອົງການສະຫະປະຊາຊາດໃຫ້ອ່ອນແອລົງ. ທຸກປະເທດຕ້ອງເປັນຜູ້ມີສ່ວນຮ່ວມເຂົ້າໃນສັນຕິພາບໂລກ, ເນັ້ນໜັກເຖິງຄວາມຍຸຕິທຳຂອງປະຊາຄົມໂລກ, ສົ່ງເສີມການປະຕິຮູບຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ເສີມຂະຫຍາຍການເປັນຕົວແທນຂອງຊີກໂລກໃຕ້(ປະເທດໂລກທີສາມ). ພວກເຮົາສະໜັບສະໜູນການລະດົມຊັບພະຍາກອນຢ່າງຫ້າວຫັນຈາກທຸກຝ່າຍ ແລະ ນຳໃຊ້ຜົນກະທົບຮ່ວມກັນຂອງເວທີຫລາຍຝ່າຍທີ່ເກີດຂຶ້ນໃໝ່ ເພື່ອສະໜອງຂົວຕໍ່ສຳລັບການປົກຄອງໂລກທີ່ແຕກແຍກຜ່ານການປະຕິບັດທີ່ເປີດກວ້າງ ແລະ ຮອບດ້ານ.
ຕ້ອງຍຶດໝັ້ນຫລັກການ “ເອົາປະຊາຊົນເປັນສູນກາງ” ເພື່ອສ້າງຈຸດປະສານງານຄຸນຄ່າຂອງການປົກຄອງໂລກຄືນໃໝ່ເນັ້ນໜັກໃສ່ “ການຮັບປະກັນວ່າປະຊາຊົນຂອງທຸກປະເທດມີສ່ວນຮ່ວມໃນການປົກຄອງໂລກ ແລະ ແບ່ງປັນ
ໝາກຜົນຮ່ວມກັນ”, ໂດຍການຫັນ “ເອົາປະຊາຊົນເປັນສູນກາງ” ໄປສູ່ການກະທຳທີ່ເປັນຮູບປະທຳ. ໂດຍບໍ່ຍຶດຕິດເງື່ອນໄຂທາງການເມືອງໃດໆ ຫລື ການຄອບງຳທາງວາຈາ, ຢຸດຕິການຄອບງຳທາງວາຈາໂດຍຜ່ານການກະທຳຕົວຈິງ ແລະ ປ່ຽນແທນຄຳສັນຍາທີ່ວ່າງເປົ່າດ້ວຍຜົນໄດ້ຮັບທີ່ເປັນຮູບປະທໍາຈັບຕ້ອງໄດ້. ສຸມໃສ່ການສ້າງສັກກະຍະພາບຄວາມສາມາດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຕົວຢ່າງເຊັ່ນ: ສປ ຈີນ ໄດ້ມີການຮ່ວມມືກັບອົງການຈັດຕັ້ງສາກົນຫລາຍກວ່າ 20 ແຫ່ງ ແລະ ຈັດຕັ້ງປະຕິບັດໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນຫລາຍກວ່າ 170 ໂຄງການໃນຫລາຍກວ່າ 60 ປະເທດໃນອາຟຣິກາ, ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ. ໝາກຜົນທີ່ເຫັນປະຈັກຕາເຫລົ່ານີ້ໄດ້ຮັບການຍອມຮັບຈາກສາກົນດ້ວຍຜົນສຳເລັດທີ່ເປັນຮູບປະທຳ, ຈຶ່ງສະໜອງແບບຢ່າງຂອງຈີນສຳລັບການກໍ່ສ້າງຄຸນຄ່າການປົກຄອງໂລກຄືນໃໝ່.
ຂຽນໂດຍ: ຖາວຖິງມ່າ / ຈາງຈາຮຸຍ
ແປໂດຍ: ບຸນທະວີ ຂຸນວົງສາ
KPL