ຂປລ
ທ່ານ ເຫີ ລີເຟີງ, ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ ໄດ້ກ່າວວ່າ: ການປ່ຽນແປງໃຫຍ່ ໃນຮອບຮ້ອຍປີ ພວມຜັນແປໄວຂຶ້ນ, ບັນດາສະມາຊິກ APEC ມີແຕ່ຍຶດໝັ້ນ ໃນແນວຄິດເຄົາລົບ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຮ່ວມມືກັນແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ຈຶ່ງຈະສາມາດ ຊຸກຍູ້ຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ, ບັນລຸການພັດທະນາແບບເປີດກວ້າງ, ມີຄຸນນະພາບສູງ, ສະໝ່ຳສະເໝີ ແລະ ໝັ້ນຄົງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 23 ພຶດສະພານີ້, ກອງປະຊຸມ ລັດຖະມົນຕີ ການຄ້າ ຄັ້ງທີ 32 ຂອງອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC.ຈາກນັ້ນ ທ່ານ ເຫີ ລີເຟີງ, ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ ໄດ້ກ່າວວ່າ: ການປ່ຽນແປງໃຫຍ່ ໃນຮອບຮ້ອຍປີ ພວມຜັນແປໄວຂຶ້ນ, ບັນດາສະມາຊິກ APEC ມີແຕ່ຍຶດໝັ້ນ ໃນແນວຄິດເຄົາລົບ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຮ່ວມມືກັນແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ຈຶ່ງຈະສາມາດ ຊຸກຍູ້ຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ, ບັນລຸການພັດທະນາແບບເປີດກວ້າງ, ມີຄຸນນະພາບສູງ, ສະໝ່ຳສະເໝີ ແລະ ໝັ້ນຄົງ. ສປ ຈີນ ຍິນດີຮ່ວມກັບບັນດາຝ່າຍ ເພີ່ມທະວີການສົນທະນາແລກປ່ຽນກັນ ໃນຂົງເຂດຈະເລີນໃໝ່, ຮວມກັນສະໜັບ ສະໜູນ ການປະຕິຮູບ ອົງການການຄ້າໂລກ, ຊຸກຍູ້ຂະບວນການເຊື່ອມໂຍງ ເຂົ້າມກັນຂອງເສດຖະກິດພາກພື້ນ ຢ່າງແທ້ຈິງ ແລະ ມີໄຫວພິບ, ເພີ່ມພະລັງສ້າງສັນ ຫລາຍກວ່າເກົ່າ ເຂົ້າໃນການພັດທະນາ ເສດຖະກິດ ຂອງພາກພື້ນອາຊີ-ປາຊີຟິກ ກໍຄືຂອງໂລກ ດ້ວຍຜົນສຳເລັດໃໝ່ ໃນຂະບວນການສ້າງຄວາມທັນສະໄໝແບບຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL