ສປ ຈີນ ສົ່ງຍານອະວະກາດ ບັນທຸກຄົນ“ເສີນໂຈ່ວ-23”ຂຶ້ນສູ່ ອະວະກາດສຳເລັດ

25/05/2026 09:05
ຂປລ ຍານອະວະກາດບັນທຸກຄົນ “ເສີນໂຈ່ວ-23” ໄດ້ຖືກສົ່ງຂຶ້ນສູ່ ອະວະກາດ ດ້ວຍຈະຫລວດສົ່ງຍານ “ສາງເຈີ່ງ-2F Y23” ຈາກສູນສົ່ງດາວທຽມຈິວສວນຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມແຫລ່ງຂ່າວ ຈາກຫ້ອງການ ໂຄງການການບິນ ອະວະກາດ ບັນທຸກຄົນຂອງ ສປ ຈີນ ແຈ້ງໃຫ້ຮູ້ວ່າ: ວັນທີ  24 ພຶດ​ສະ​ພາ 2026 ຕາມ​ເວ​ລາ​ປັກ​ກິ່ງ, ຍານອະວະກາດ ບັນທຸກຄົນ “ເສີນໂຈ່ວ-23” ໄດ້ຖືກສົ່ງຂຶ້ນສູ່ ອະວະກາດ ດ້ວຍຈະຫລວດສົ່ງຍານ “ສາງເຈີ່ງ-2F Y23” ຈາກສູນສົ່ງດາວທຽມຈິວສວນຂອງ ສປ ຈີນ. ຫລັງຈາກນັ້ນ 10 ນາ​ທີ, ຍານອະວະກາດ ບັນທຸກຄົນ “ເສີນໂຈ່ວ-23” ໄດ້ແຍກຕົວອອກຈາກ ຈະຫລວດ ສົ່ງຍານ ຢ່າງສຳເລັດຜົນ ແລ້ວເຂົ້າສູ່ ວົງໂຄຈອນ ຕາມທີ່ກຳນົດໄວ້. ປັດຈຸບັນ, ຈຸບິນຍານອະວະກາດ ຢູ່ໃນສະພາບທີ່ດີ ແລະ ພາລະກິດ ສົ່ງຍານຂຶ້ນສູ່ ອະວະກາດຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top