ການລົງໂທດ

25/05/2026 10:07
ຂປລ ຂປລ. ໂທດແມ່ນມາດຕະການບັງຄັບຂອງລັດ ທີ່ກຳນົດໄວ້ໃນກົດໝາຍອາຍາ, ນຳໃຊ້ເພື່ອຈຳກັດສິດ, ຕັດສິດ ແລະ ຜົນປະໂຫຍດຂອງຜູ້ກະທຳຜິດ ຊຶ່ງໃນມາດຕາ 43 ຂອງປະມວນກົດໝາຍອາຍາໄດ້ກຳນົດວ່າ:

ຂປລ. ໂທດແມ່ນມາດຕະການບັງຄັບຂອງລັດ ທີ່ກຳນົດໄວ້ໃນກົດໝາຍອາຍາ, ນຳໃຊ້ເພື່ອຈຳກັດສິດ, ຕັດສິດ ແລະ ຜົນປະໂຫຍດຂອງຜູ້ກະທຳຜິດ ຊຶ່ງໃນມາດຕາ 43 ຂອງປະມວນກົດໝາຍອາຍາໄດ້ກຳນົດວ່າ: ການລົງໂທດບໍ່ພຽງແຕ່ຈະມີຈຸດປະສົງລົງໂທດຜູ້ກະທຳຜິດເທົ່ານັ້ນ ແຕ່ຫາກຍັງມີຈຸດປະສົງ ເພື່ອດັດສ້າງ ແລະ ສຶກສາອົບຮົມຜູ້ຖືກລົງໂທດໃຫ້ມີຈິດໃຈບໍລິສຸດຕໍ່ການອອກແຮງງານ, ໃຫ້ປະຕິບັດກົດໝາຍຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ໃຫ້ເຄົາລົບລະບຽບການດຳລົງຊີວິດຂອງສັງຄົມພ້ອມທັງເປັນການປ້ອງກັນບໍ່ໃຫ້ການກະທຳຜິດເທື່ອໃໝ່ເກີດຂຶ້ນສຳລັບຜູ້ຖືກຕັດສິນລົງໂທດ ແລະ ບຸກຄົນອື່ນອີກດ້ວຍ.

ການລົງໂທດບໍ່ມີຈຸດປະສົງຈະກໍ່ຄວາມທຸກທໍລະມານແກ່ຮ່າງກາຍ ຫລື ຢຽບຢ່ຳກຽດສັກສີຂອງມະນຸດ.ໃນມາດຕາ 44 ຂອງປະມວນ ກົດໝາຍອາຍາ ໄດ້ກຳນົດປະເພດຂອງໂທດປະກອບດ້ວຍ: ໂທດຕົ້ນຕໍ, ໂທດເພີ່ມ ແລະ ໂທດທາງເລືອກ. 

ໂທດຕົ້ນຕໍ ມີດັ່ງນີ້: ໂທດຕຳນິວິຈານ; ໂທດປັບໃໝ; ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ; ໂທດເນລະເທດ; ໂທດຕັດອິດສະລະພາບທີ່ມີກຳນົດ; ໂທດຕັດອິດສະລະພາບຕະຫລອດຊີວິດ; ໂທດປະຫານຊີວິດ.

ໂທດເພີ່ມມີດັ່ງນີ້: ໂທດປັບໃໝໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; ໂທດຮິບຊັບ; ໂທດຮິບວັດຖຸສິ່ງຂອງ; ໂທດປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ໂທດຈຳກັດທີ່ຢູ່; ໂທດເນລະເທດ ໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; ໂທດຟື້ນຟູຄືນ; ໂທດຖອນໃບອະນຸຍາດ; ໂທດຫ້າມດຳລົງຕຳແໜ່ງຫລືປະກອບອາຊີບໃດໜຶ່ງຫລືຖອນຫລຽນ ຫລື ປົດນາມມະຍົດ.

ສຳລັບການກະທຳຜິດຖານ ໂທສານຸໂທດ ສານສາມາດລົງໂທດໜຶ່ງ ຫລື ສອງໂທດເພີ່ມແທນ ໂທດຕົ້ນຕໍ.ໂທດທາງເລືອກມີດັ່ງນີ້: ໂທດອອກແຮງງານເພື່ອສາທາລະນະ; ໂທດຈຳກັດບໍລິເວນ. ສານ ອາດນຳໃຊ້ໂທດທາງເລືອກແທນໂທດຕົ້ນຕໍ ຫລື ໂທດເພີ່ມ ຫລື ນຳໃຊ້ແທນທັງສອງໂທດນັ້ນກໍໄດ້.

ມາດຕາ 45 ໂທດຕຳນິວິຈານແມ່ນ ການຕຳນິວິຈານຜູ້ກະທຳຜິດໃນທີ່ປະຊຸມສານ. ໃນກໍລະນີຈຳເປັນກໍອາດຈະເອົາຄຳຕັດສິນຂອງສານ ລົງໃນໜ້າໜັງສືພິມ ຫລື ນຳໃຊ້ວິທີການອື່ນກໍໄດ້. ມາດຕາ 46 ໂທດປັບໃໝ ແມ່ນໂທດທາງດ້ານການເງິນ ຊຶ່ງແມ່ນສານເປັນຜູ້ວາງຕາມກໍລະນີ ແລະ ຂອບເຂດທີ່ກົດໝາຍກຳນົດໄວ້. ສຳລັບຈຳນວນເງິນທີ່ຈະປັບໃໝນັ້ນ ສານຕ້ອງອີງໃສ່ລະດັບຄວາມເປັນອັນຕະລາຍຂອງການກະທຳຜິດ, ສະພາບທາງດ້ານຊັບສິນຂອງຜູ້ກະທຳຜິດ, ຄ່າຄອງຊີບໃນແຕ່ລະໄລຍະ. ເງິນທີ່ໄດ້ຈາກການປັບໃໝ ຕ້ອງມອບເຂົ້າງົບປະມານແຫ່ງລັດ. ຄ່າປັບໃໝສາມາດຈ່າຍເທື່ອດຽວ ຫລື ຈ່າຍເປັນງວດພາຍໃນກຳນົດເວລາຕາມຄຳຕັດສິນຂອງສານ. ໃນກໍລະນີທີ່ຜູ້ກະທຳຜິດຫາກບໍ່ສາມາດເສຍຄ່າປັບໃໝໄດ້ໃນເວລານັ້ນ ສານສາມາດປ່ຽນໂທດປັບໃໝມາເປັນໂທດອອກແຮງງານ ເພື່ອສາທາລະນະ ຫລື ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີທີ່ຜູ້ກະທຳຜິດຫາກບໍ່ສາມາດເສຍຄ່າປັບໃໝຕາມຄຳຕັດສິນຂອງສານ ພາຍຫລັງໄດ້ປະຕິບັດໂທດຕັດອິດສະລະພາບສຳເລັດແລ້ວ ສານ ສາມາດປ່ຽນໂທດປັບໃໝນັ້ນ ມາເປັນໂທດອອກແຮງງານ ເພື່ອສາທາລະນະ ຫລື ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ. ຫ້າມເອົາໂທດປັບໃໝມາເປັນໂທດຕັດອິດສະລະພາບ ແລະ ຫ້າມເອົາໂທດຕັດອິດສະລະພາບມາ ເປັນໂທດປັບໃໝ ໃນກໍລະນີການກະທຳຜິດທີ່ກົດໝາຍກຳນົດໂທດຕັດອິດສະລະພາບເກີນກວ່າສາມປີຂຶ້ນໄປ.

ສຳລັບການກະທຳຜິດກ່ຽວກັບເສດຖະກິດ ແລະ ການເງິນ ທີ່ກົດໝາຍກຳນົດໂທດຕັດອິດສະລະພາບຕ່ຳກວ່າສາມປີລົງມາ ຍົກເວັ້ນການກະທຳຜິດທີ່ບໍ່ເຂັດຫລາບ ຫລື ເປັນອາຈິນນັ້ນ ສາມາດລົງໂທດປັບໃໝເປັນໂທດຕົ້ນຕໍ; ແຕ່ຖ້າວ່າຜູ້ກະທຳຜິດຫາກບໍ່ສາມາດປະຕິບັດໂທດປັບໃໝໄດ້ສານ ກໍຈະຕັດສິນລົງໂທດຕັດອິດສະລະພາບແທນໂດຍຄິດໄລ່ໂທດຕັດອິດສະລະພາບ ໜຶ່ງວັນເທົ່າກັບຄ່າແຮງງານຕ່ຳສຸດຕໍ່ວັນຂອງຜູ້ອອກແຮງງານ.

ມາດຕາ 47 ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ແມ່ນໂທດທີ່ລົງໃສ່ຜູ້ກະທຳຜິດດ້ວຍການປະໃຫ້ຜູ້ກ່ຽວສືບ ຕໍ່ອອກແຮງງານຢູ່ບ່ອນເຮັດວຽກເດີມ ຫລື ຢູ່ບ່ອນອື່ນ ໂດຍຫັກເອົາແຕ່ຫ້າ ຫາ ຊາວສ່ວນຮ້ອຍຂອງຄ່າແຮງງານທັງ
ໝົດຂອງຜູ້ກະທຳຜິດ ເຂົ້າເປັນລາຍຮັບຂອງລັດຕາມຄຳຕັດສິນຂອງສານ. ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນໜຶ່ງປີ.

ມາດຕາ 48 ກຳນົດວ່າໂທດເນລະເທດແມ່ນໂທດທີ່ສານວາງໃສ່ຜູ້ກະທຳຜິດທີ່ເປັນຄົນຕ່າງປະເທດໃຫ້ອອກຈາກດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນເວລາ ສິບປີຂຶ້ນໄປ. ສານອາດນຳໃຊ້ໂທດເນລະເທດເປັນໂທດຕົ້ນຕໍ ຫລື ໂທດເພີ່ມຕາມແຕ່ລະກໍລະນີ. ໂທດເນລະເທດນີ້ ຈະວາງໃສ່ການກະທຳຜິດຖານ ໂທສານຸໂທດ ທີ່ສ້າງຄວາມເສຍຫາຍຢ່າງຫລວງຫລາຍ ແລະ ການກະທຳຜິດຖານຄະຣຸໂທດ.

ມາດຕາ 49 ໂທດຕັດອິດສະລະພາບທີ່ມີກຳນົດແມ່ນໂທດຕັດອິດສະລະພາບທີ່ມີກຳນົດເວລາແຕ່ສາມ ເດືອນ ຫາ ຊາວປີ ຊຶ່ງຜູ້ຖືກຕັດສິນຕ້ອງປະຕິບັດໃນຄ້າຍຄຸມຂັງ.

ມາດຕາ 50 ໂທດຕັດອິດສະລະພາບຕະຫລອດຊີວິດ ແມ່ນໂທດຕັດອິດສະລະພາບໂດຍບໍ່ມີກຳນົດເວລາ, ນຳໃຊ້ຕໍ່ບຸກຄົນທີ່ກະທຳຜິດຮ້າຍແຮງເປັນພິເສດ ແຕ່ບໍ່ເຖິງຂັ້ນລົງໂທດປະຫານຊີວິດ. ຫ້າມລົງໂທດຕັດອິດສະລະພາບຕະ ຫລອດຊີວິດໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າສິບແປດປີ ແລະ ຜູ້ຍິງທີ່ຖືພາໃນເວລາກະທຳຜິດໂດຍໃຫ້ລົງໂທດຕັດອິດສະລະພາບທີ່ມີກຳນົດຊາວປີ.

ມາດຕາ 51 ໂທດປະຫານຊີວິດແມ່ນມາດຕະການພິເສດຂອງການລົງໂທດ ທີ່ລົງໃສ່ຜູ້ກະທຳຜິດໃນສະຖານ ໜັກເປັນພິເສດ ຊຶ່ງໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ ແລະ ກົດໝາຍສະບັບອື່ນທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ. ການປະຫານຊີວິດໃຫ້ປະຕິບັດດ້ວຍການຍິງເປົ້າ. ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າ ສິບແປດປີ, ຜູ້ຍິງທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸແຕ່ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ຫົກສິບປີຂຶ້ນໄປ ແລະ ຜູ້ພິການທາງສະໝອງໃນເວລາກະທຳຜິດ ຫລື ໃນເວລາຕັດສິນ ຫລື ໃນເວລາປະຕິບັດໂທດໂດຍໃຫ້ລົງໂທດຕັດອິດສະລະພາບຕະຫລອດຊີວິດ.

ມາດຕາ 52 ໂທດຮິບຊັບ ແມ່ນການເອົາຊັບທັງໝົດ ຫລື ສ່ວນໃດໜຶ່ງທີ່ເປັນກຳມະສິດຂອງຜູ້ກະທຳຜິດທີ່ບໍ່ໄດ້ນຳໃຊ້ເຂົ້າໃນການກະທຳຜິດ ຫລື ບໍ່ໄດ້ມາຈາກການກະທຳຜິດມາເປັນຂອງລັດ ໂດຍບໍ່ມີການໃຊ້ແທນ ຊຶ່ງຈະລົງໃສ່ໄດ້ແຕ່ການກະທຳຜິດທີ່ເປັນອັນຕະລາຍຮ້າຍແຮງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ. ໃນກໍລະນີການຮິບຊັບທັງ
ໝົດ ກໍຕ້ອງຍົກເວັ້ນຊັບທີ່ຈຳເປັນສຳລັບການດຳລົງຊີວິດຂອງຜູ້ກະທຳຜິດ ແລະ ຄອບຄົວຂອງຜູ້ກ່ຽວເຊັ່ນ: ເຮືອນຢູ່ປະຈຳຂອງຜູ້ຖືກຕັດສິນ ແລະ ຄອບຄົວ
, ສັດລ້ຽງສຳລັບບຸກຄົນ ທີ່ຖືເອົາການປູກຝັງ ຫລື ການລ້ຽງສັດເປັນອາຊີບ, ວັດຖຸສິ່ງຂອງທີ່ໃຊ້ເປັນປະຈຳຂອງຜູ້ຖືກຕັດສິນ ແລະ ຂອງບຸກຄົນຊຶ່ງຢູ່ພາຍໃຕ້ການດູແລລ້ຽງດູຂອງຜູ້ຖືກຕັດສິນ.

ໃນກໍລະນີທີ່ໄດ້ຕົກລົງຮິບຊັບສ່ວນໃດໜຶ່ງ ສານຕ້ອງກຳນົດຊັບທີ່ຈະຖືກຮິບນັ້ນໃຫ້ຈະແຈ້ງ. ຊັບທີ່ເປັນກຳມະສິດຂອງລັດ ຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ 53 ໂທດຮິບວັດຖຸສິ່ງຂອງແມ່ນການເອົາວັດຖຸສິ່ງຂອງທີ່ໃຊ້ໃນການກະທຳຜິດ ຫລື ສຳລັບໃຊ້ໃນການກະທຳຜິດ ຫລື ໄດ້ມາຈາກການກະທຳຜິດ ໂດຍເຈດຕະນາມາເປັນຂອງລັດ. ການຮິບວັດຖຸສິ່ງຂອງທີ່ພົວພັນກັບການກະທຳຜິດນັ້ນ ສາມາດປະຕິບັດໄດ້ຕໍ່ການກະທຳຜິດສະຖານໂທສານຸໂທດ ແລະ ຄະຣຸໂທດ. ວັດຖຸສິ່ງຂອງຂອງບຸກຄົນອື່ນ ທີ່ຮັບໃຊ້ການກະທຳຜິດນັ້ນຈະຖືກຮິບເປັນຂອງລັດໄດ້ ກໍຕໍ່ເມື່ອເຈົ້າຂອງຜູ້ທີ່ໃຫ້ຢືມຫາກບໍ່ມີຄວາມບໍລິສຸດໃຈ ຫລື ເມື່ອເຫັນວ່າການຮິບວັດຖຸສິ່ງຂອງນັ້ນ ມີຄວາມຈຳເປັນ ເພື່ອປົກປັກຮັກສາສັງຄົມ. ວັດຖຸສິ່ງຂອງທີ່ເປັນກຳມະສິດຂອງລັດນັ້ນຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ 54 ໂທດປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງແມ່ນການຕັດສິດເລືອກຕັ້ງ ແລະ ສະໝັກ

ຮັບເລືອກຕັ້ງຂອງຜູ້ກະທຳຜິດໃນຖານຄະຣຸໂທດ. ໂທດປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນຫ້າປີ ນັບແຕ່ວັນໄດ້ປະຕິບັດໂທດສິ້ນສຸດຫລືວັນໝົດອາຍຸຄວາມໃນການປະຕິບັດຄຳຕັດສິນ ເປັນຕົ້ນໄປ.

ມາດຕາ 55 ໂທດຈຳກັດທີ່ຢູ່ແມ່ນການຫ້າມຜູ້ຖືກຕັດສີນອອກຈາກສະຖານທີ່ໃດໜຶ່ງ ຫລື ຫ້າມເຂົ້າໄປສະ ຖານທີ່ໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນຄຳຕັດສິນຂອງສານ.ໂທດຈຳກັດທີ່ຢູ່ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນບໍ່ໃຫ້ເກີນຫ້າປີ ນັບແຕ່ວັນປະຕິບັດໂທດສິ້ນສຸດ ແລ້ວເປັນຕົ້ນໄປ.

ຫ້າມລົງໂທດຈຳກັດທີ່ຢູ່ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າ ສິບແປດປີ ແລະ ຜູ້ຍິງທີ່ຖືພາ ຫລື ຜູ້ຍິງທີ່ ມີລູກຊຶ່ງອາຍຸບໍ່ທັນເຖິງແປດປີໃນເວລາກະທຳຜິດ. ໂທດຈຳກັດທີ່ຢູ່ໄດ້ກຳນົດໄວ້ໃນພາກສະເພາະຂອງປະມວນກົດໝາຍສະບັບນີ້.

ມາດຕາ 56 ໂທດຟື້ນຟູຄືນແມ່ນໂທດທີ່ລົງໃສ່ຜູ້ກະທຳຜິດໃຫ້ຟື້ນຟູ ຫລື ປັບປຸງສິ່ງແວດລ້ອມ ຫລື ສິ່ງທີ່ຖືກທຳລາຍຄືນສູ່ສະພາບເດີມ ຫລື ປົກກະຕິເຊັ່ນ: ການຟື້ນຟູປ່າ, ນ້ຳ, ດິນ, ກິ່ນ, ອາກາດ.

ມາດຕາ 57 ໂທດຖອນໃບອະນຸຍາດແມ່ນການຖອນໃບອະນຸຍາດຂອງຜູ້ກະທຳຜິດ ເຊັ່ນ: ໃບຂັບຂີ່, ໃບອະນຸຍາດລົງທຶນ, ໃບອະນຸຍາດດຳເນີນທຸລະກິດ, ໃບອະນຸຍາດຂຸດຄົ້ນຊັບພະຍາກອນທຳມະຊາດ ຫລື ໃບອະນຸຍາດອື່ນ. ສຳລັບການຖອນໃບອະນຸຍາດຂັບຂີ່ຍານພາຫະນະສານຈະຕັດສິນຖອນໃບອະນຸຍາດຂັບຂີ່ຖ້າຜູ້ກະທຳຜິດ ຫາກໄດ້ລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດ ແຕ່ສາມຄັ້ງຂຶ້ນໄປ ຫລື ເປັນການກະທຳຜິດທີ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງ.

ມາດຕາ58 ໂທດຫ້າມດຳລົງຕຳແໜ່ງ ຫລື ປະກອບອາຊີບໃດໜຶ່ງ ຫລື ປົດຫລຽນ ຫລື ນາມມະຍົດໂທດຫ້າມດຳລົງຕຳແໜ່ງ ຫລື ປະກອບອາຊີບໃດໜຶ່ງ ຫລື ປົດຫລຽນ ຫລື ນາມມະຍົດແມ່ນການຫ້າມຜູ້ກະທຳຜິດດຳລົງຕຳແໜ່ງຫລືປະກອບອາຊີບໃດໜຶ່ງ ຫລື ການປົດຫລຽນ ຫລື ນາມມະຍົດຂອງຜູ້ກະທຳຜິດ.

ມາດຕາ 59 ໂທດອອກແຮງງານເພື່ອສາທາລະນະ ແມ່ນວຽກອອກແຮງງານໃດໜຶ່ງເພື່ອຜົນປະໂຫຍດສາທາລະນະ ຊຶ່ງສານວາງໃສ່ຜູ້ກະທຳຜິດໃນຖານໂທສານຸໂທດ ຊຶ່ງກົດໝາຍກຳນົດໂທດຕັດອິດສະລະພາບບໍ່ເກີນສາມປີ. ວຽກອອກແຮງງານ ເພື່ອຜົນປະໂຫຍດສາທາລະນະນີ້ຕ້ອງແມ່ນວຽກທີ່ບໍ່ລະເມີດ ຫລື ຢຽບຢ່ຳກຽດສັກສີຂອງມະນຸດ ໂດຍບໍ່ມີຄ່າຕອບແທນ. ໂທດອອກແຮງງານເພື່ອສາທາລະນະທີ່ຈະລົງໃສ່ຜູ້ກະທຳຜິດນັ້ນບໍ່ໃຫ້ຫລຸດຫົກສິບຊົ່ວໂມງ ແລະ ບໍ່ໃຫ້ເກີນເຈັດຮ້ອຍຫ້າສິບຊົ່ວໂມງ. ໃນການວາງໂທດອອກແຮງງານເພື່ອສາທາລະນະ ນັ້ນສານຕ້ອງອີງໃສ່ຈຸດ ປະສົງຂອງການລົງໂທດ, ລັກສະນະຂອງການກະທຳຜິດ, ບຸກຄະລິກກະພາບ ແລະການເຫັນດີຂອງຜູ້ກະທຳຜິດ. ສານອາດນຳໃຊ້ໂທດອອກແຮງງານ ເພື່ອສາທາລະນ ແທນໂທດປັບໃໝ ຫລື ໂທດຕັດອິດສະລະພາບບໍ່ເກີນສາມປີ ຫລື ນຳໃຊ້ແທນທັງສອງໂທດນັ້ນກໍໄດ້. ໃນກໍລະນີທີ່ຜູ້ກະທຳຜິດຫາກບໍ່ປະຕິບັດໂທດອອກແຮງງານ ເພື່ອສາທາລະນະ ຕາມຄຳຕັດສິນຂອງສານນັ້ນ ສານຈະຕັດສິນປ່ຽນໂທດນີ້ມາເປັນໂທດຕັດອິດສະລະພາບທີ່ມີກຳນົດໂດຍຄິດໄລ່ທຸກແປດຊົ່ວໂມງໃດ ເທົ່າກັບໂທດຕັດອິດສະລະພາບໜຶ່ງວັນ.

ມາດຕາ 60 ໂທດຈຳກັດບໍລິເວນແມ່ນການຫ້າມຜູ້ຖືກສານຕັດສິນອອກຈາກສະຖານທີ່ໃດໜຶ່ງ ຫລື ບໍລິເວນໃດໜຶ່ງ ຕາມທີ່ກຳນົດໄວ້ໃນຄຳຕັດສິນຂອງສານ. ໃນກໍລະນີມີຄວາມຈຳເປັນຕ້ອງໄດ້ຮັບການເຫັນດີຈາກສານ. ໂທດຈຳກັດບໍລິເວນຈະລົງໃສ່ຜູ້ກະທຳຜິດນັ້ນ ສູງສຸດບໍ່ເກີນຫົກເດືອນ. ໂທດຈຳກັດບໍລິເວນແມ່ນໂທດທາງເລືອກໜຶ່ງ ຊຶ່ງສານອາດນຳໃຊ້ແທນໂທດປັບໃໝ ຫລື ໂທດຕັດອິດສະລະພາບ ຊຶ່ງກົດໝາຍກຳນົດໂທດຕັດອິດສະລະພາບບໍ່ເກີນສາມປີຍົກເວັ້ນການກະທຳຜິດທີ່ບໍ່ເຂັດຫລາບ ຫລື ເປັນອາຈິນໂດຍອີງຕາມລັກສະນະຂອງການກະທຳຜິດ ແລະ ບຸກຄະລິກກະພາບຂອງຜູ້ກະທຳຜິດ.

KPL

ຂ່າວອື່ນໆ

ads
ads

Top