ຂປລ
ຂປລ. ສານ ເປັນຜູ້ວາງໂທດ ໃນຂອບເຂດຂອງມາດຕາກົດໝາຍທີ່ກຳນົດໂທດໃສ່ການກະທຳຜິດນັ້ນ. ໃນການວາງໂທດນັ້ນສານຕ້ອງອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມ ຂອງການກະທຳຜິດ, ບຸກຄະລິກກະພາບຂອງຜູ້ກະທຳຜິດ ແລະ ສາເຫດທີ່ພາໃຫ້ມີການຫລຸດຜ່ອນ ຫລື ການເພີ່ມຄວາມຮັບຜິດຊອບທາງອາຍາ.
ຂປລ. ສານ ເປັນຜູ້ວາງໂທດ ໃນຂອບເຂດຂອງມາດຕາກົດໝາຍທີ່ກຳນົດໂທດໃສ່ການກະທຳຜິດນັ້ນ. ໃນການວາງໂທດນັ້ນສານຕ້ອງອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມ ຂອງການກະທຳຜິດ, ບຸກຄະລິກກະພາບຂອງຜູ້ກະທຳຜິດ ແລະ ສາເຫດທີ່ພາໃຫ້ມີການຫລຸດຜ່ອນ ຫລື ການເພີ່ມຄວາມຮັບຜິດຊອບທາງອາຍາ. ລັກສະ ນະຄວາມເປັນອັນຕະລາຍ ຂອງການກະທຳຜິດແມ່ນສະຖານການກະທຳຜິດ ແລະ ວິທີການກະທຳຜິດ. ສະຖານການກະ ທຳຜິດ ແມ່ນການກະທຳຜິດໃນສະຖານລະຫຸໂທດ, ໂທສານຸໂທດ ແລະ ຄະຣຸໂທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 13 ຂອງປະມວນກົດໝາຍສະບັບນີ້.
ວິທີການກະທຳຜິດ ແມ່ນວິທີທີ່ນຳໃຊ້ໃນການກະທຳຜິດ ເຊັ່ນ: ດ້ວຍວິທີທໍລະມານ, ປະຈານຜູ້ຖືກເຄາະຮ້າຍ, ດ້ວຍວິທີທີ່ເປັນອັນຕະລາຍຕໍ່ສາທາລະນະ. ລະດັບຄວາມເປັນອັນຕະລາຍຂອງການກະທຳຜິດຂຶ້ນກັບຜົນເສຍຫາຍຕົວຈິງທາງດ້ານຊີວິດ, ສຸຂະພາບ, ກຽດສັກສີ ແລະ ຊັບສິນທີ່ເນື່ອງມາຈາກການກະທຳຜິດໂດຍເຈດຕະນາ ຫລື ດ້ວຍຄວາມບໍ່ລະມັດ ລະວັງ. ສຳລັບຜົນເສຍຫາຍທາງດ້ານຊັບສິນນັ້ນມີສາມລະດັບດັ່ງນີ້: ລະດັບຕ່ຳ ຫລື ເສຍຫາຍໜ້ອຍ: ຕ່ຳກວ່າ 20.000.000 ກີບ; ລະດັບກາງ ຫລື ເສຍຫາຍຫລາຍ: ເກີນກວ່າ 20.000.000 ກີບ ຫາ 50.000.000 ກີບ; 3. ລະດັບສູງ ຫລື ເສຍຫາຍຢ່າງຫລວງຫລາຍ: ເກີນກວ່າ 50.000.000 ກີບ.
ສາເຫດທີ່ພາໃຫ້ມີການຫລຸດຜ່ອນຄວາມຮັບຜິດຊອບທາງອາຍາສາເຫດທີ່ພາໃຫ້ມີການຫລຸດຜ່ອນຄວາມຮັບຜິດ ຊອບທາງອາຍາມີ ດັ່ງນີ້: ຜູ້ກະທຳຜິດມີອາຍຸຕ່ຳກວ່າສິບແປດປີ ຫລື ເກີນກວ່າຫົກສິບປີ; ຜູ້ກະທຳຜິດແມ່ນຜູ້ຍິງທີ່ຖືພາ ຫລື ແມ່ທີ່ມີລູກອ່ອນອາຍຸແຕ່ສາມປີລົງມາ; ການປ້ອງກັນຕົວເກີນຂອບເຂດ; ການກະທຳຜິດຍ້ອນຖືກແຕະຕ້ອງທາງດ້ານຈິດໃຈຢ່າງໜັກຈົນບໍ່ສາມາດຄຸມສະຕິໄວ້ໄດ້ດ້ວຍການກະທຳອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກເຄາະຮ້າຍ; ການກະທຳເກີນກວ່າຄວາມຈຳເປັນ; ການກະທຳຜິດໃນສະຖານຄະຣຸໂທດ ຍ້ອນຖືກບັງຄັບ ຫລື ຖືກຂົ່ມຂູ່; ຜູ້ກະທຳຜິດ ຢັບຢັ້ງ ແລະ ແກ້ໄຂຜົນເສຍຫາຍຂອງການກະທຳຜິດທີ່ຕົນໄດ້ກໍ່ຂຶ້ນ ຫລື ໄດ້ຈິງໃຈໃຊ້ແທນຄ່າເສຍຫາຍ ໂດຍສະໝັກໃຈແລ້ວ; ການກະທຳຜິດຍ້ອນສະພາບຫຍຸ້ງຍາກໜັກໜ່ວງທາງສ່ວນຕົວ ຫລື ທາງຄອບຄົວ; ຜູ້ກະທຳຜິດຮູ້ສຶກກິນ
ແໜງ ແລ້ວຈິງໃຈມອບຕົວຕໍ່ເຈົ້າໜ້າທີ່, ຮັບສາລະພາບ ແລະ ເປີດເຜີຍການກະທຳຜິດຂອງຕົນ ແລະ ການກະທຳຜິດຂອງຜູ້ອື່ນ; ການກະທຳຜິດຄັ້ງທຳອິດ ຖ້າວ່າການກະທຳຜິດດັ່ງກ່າວຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ; ຜູ້ກະທຳຜິດທີ່ໄດ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ໃນການວາງໂທດນັ້ນ ສານອາດອີງໃສ່ສາເຫດອື່ນທີ່ພາໃຫ້ມີການຫລຸດຜ່ອນຄວາມຮັບຜິດຊອບທາງອາຍາທີ່ບໍ່ໄດ້ກຳນົດໄວ້ໃນມາດຕານີ້ກໍໄດ້.
KPL