ຂປລ
ຂປລ. ວັນທີ 21 ພຶດສະພາ 2026 ນີ້, ຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ນຳໂດຍ ທ່ານ ພົນຈັດຕະວາ ຫງວຽນ ວັນ ຊ່ຽນ ຮອງຫົວໜ້າອົງການກວດກາ ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ ບໍລິສັດ ສະຕາ ໂທລະຄົມ (Unitel).

ຂປລ. ວັນທີ 21 ພຶດສະພາ 2026 ນີ້, ຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ນຳໂດຍ ທ່ານ ພົນຈັດຕະວາ ຫງວຽນ ວັນ ຊ່ຽນ ຮອງຫົວໜ້າອົງການກວດກາ ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ ບໍລິສັດ ສະຕາ ໂທລະຄົມ (Unitel). ໂດຍໃຫ້ການຕ້ອນຮັບໂດຍ ທ່ານ ເຈິ່ນ ຈຸງ ຮຶງ (ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ) ພ້ອມດ້ວຍຄະນະນຳ ຊຶ່ງມີທ່ານ ພົນຈັດຕະວາ ແພງສີ ເສັງວິໄຊ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມ
ໃນພິທີ, ທ່ານ ເຈິ່ນ ຈຸງ ຮຶງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບ ທ່ານ ພົນຈັດຕະວາ ຫງວຽນ ວັນ ຊ່ຽນ ແລະ ທ່ານ ພົນຈັດຕະວາ ແພງສີ ເສັງວິໄຊ ພ້ອມດ້ວຍຄະນະຜູ້ແທນ ທີ່ໄດ້ເຂົ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ບໍລິສັດ ສະຕາໂທລະຄົມ. ພ້ອມທັງລາຍງານໃຫ້ຮູ້ວ່າ: ປະເທດລາວເປັນປະເທດທີ່ມີປະຊາກອນໜ້ອຍ, ລະບົບພື້ນຖານໂຄງລ່າງໂທລະຄົມ ແລະ ລະບົບພື້ນຖານໂຄງລ່າງໄຟຟ້າຍັງມີຫລາຍເຂດພື້ນທີ່ຫຍຸ້ງຍາກສັນຍານໂທລະຄົມ ແລະ ໄຟຟ້າຍັງບໍ່ທັນໄປເຖິງ, ປະຊາກອນອາໄສຢູ່ແບບກະແຈກກະຈາຍ, ເນື້ອທີ່ກວ້າງຂວາງ, ເຮັດໃຫ້ການລົງທຶນຂະຫຍາຍພື້ນຖານໂຄງລ່າງໂທລະຄົມພົບພໍ້ຄວາມຫຍຸ້ງຍາກ ບາງເຂດພື້ນທີ່ປະຊາກອນອາໄສຢູ່ຈໍານວນໜ້ອຍແຕ່ Unitel ກໍຍັງໄດ້ພັດທະນາພື້ນຖານໂຄງລ່າງລົງສູ່ຈຸດດັ່ງກ່າວ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຮັບໃຊ້ຊ່ວຍເຫລືອສັງຄົມ, ຢູ່ທ້ອງຕະຫລາດຂອງລາວ Unitel ຕ້ອງພົບກັບການແຂ່ງຂັນຈາກຄູ່ແຂ່ງການທີ່ຈະພັດທະນາການເຕີບໂຕແມ່ນມີຄວາມຫຍຸ້ງຍາກຫລາຍ. ເຖິງແມ່ນວ່າພົບພໍ້ຄວາມຫຍຸ້ງຍາກ, ແຕ່ Unitel ແມ່ນມີຄວາມໂຊກດີກວ່າ ຍ້ອນໄດ້ກຳເນີດມາຈາກສອງກອງທັບ ລາວ ແລະ ຫວຽດນາມ ທີ່ມີຄວາມສາມັກຄີຮັກແພງກັນ ຄືດັ່ງອ້າຍນ້ອງ ແລະ ມີຄວາມຜູກ
ພັນສະໜິດແໜ້ນ, ດ້ວຍຄວາມສາມັກຄີພາຍໃນບໍລິສັດ, ຄວາມເປັນເອກະພາບພາຍໃນຄະນະນໍາບໍລິສັດ ໄດ້ຊີ້ນໍາບັນຊາບໍລິສັດດໍາເນີນທຸລະກິດປະສົບຜົນເລັດ, Unitel ໄດ້ຮັບການຕີລາຄາສູງຈາກພັກ ແລະ ລັດຖະບານຂອງສອງປະເທດ ລາວ ແລະ ຫວຽດນາມ, ເປັນຫົວໜ່ວຍວິສາຫະກິດຕົວແບບຂອງການຮ່ວມມືຂອງສອງປະເທດ ລາວ ແລະ ຫວຽດນາມ.
ນອກຈາກການໃຫ້ບໍລິການທາງດ້ານໂທລະຄົມທີ່ເປັນພື້ນຖານ, Unitel ມີເປົ້າໝາຍຂະຫຍາຍການດຳເນີນທຸລະກິດເພີ່ມອີກໃນ 5 ຂົງເຂດໃໝ່ ເຊັ່ນ: ການກໍ່ສ້າງ ແລະ ດຳເນີນທຸລະກິດແພລດຟອມດີຈິຕອນ, ແພລດຟອມດີຈິຕອນໃຫ້ລັດຖະບານ, ວິສາຫະກິດ ແລະ ປະຊາຊົນ, ດຳເນີນທຸລະກິດບໍລິການທະນາຄານດີຈິຕອນ, ດຳເນີນທຸລະກິດບໍລິການໂລຈິສຕິກ ແລະ ການຄ້າເອເລັກໂຕຣນິກ (E-commerce), ດຳເນີນທຸລະກິດກະສິກໍາອັດສະລິຍະ, ດຳເນີນທຸລະກິດກໍ່ສ້າງສາງນ້ຳມັນເຊື້ອໄຟ ແລະ ການຈັດຈຳໜ່າຍ.
ໂອກາດນີ້, ທ່ານ ພົນຈັດຕະວາ ຫງວຽນ ວັນຊ່ຽນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມດ້ວຍຄະນະ. ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນແຫ່ງການນໍາພາ-ຊີ້ນຳຂອງຄະນະອຳນວຍການບໍລິສັດສະຕາໂທລະຄົມ ຕະຫລອດໄລຍະທີ່ຜ່ານມາ ແລະ ເນັ້ນໃຫ້ສືບຕໍ່ນໍາພາ-ຊີ້ນຳດຳເນີນທຸລະກິດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມໂປ່ງໃສ, ສ້າງຄວາມເຊື່ອໝັ້ນໃຫ້ ພັກ-ລັດ ແລະ ໄດ້ຮັບຄວາມນິຍົມຈາກສັງຄົມຕະຫລອດໄປ
KPL