ຂປລ
ພິທີເປີດໂຄງການປີ 2026 ຂອງສູນແລກປ່ຽນ ຂ່າວສານສາກົນຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ເມື່ອບໍ່ດົນມານີ້ ໂດຍມີ ນັກຂ່າວ 98 ຄົນທີ່ມາຈາກ 90 ປະເທດ, ໃນນັ້ນລວມທັງ ປະເທດ ສະມາຊິກ ອາຊຽນ ເຊັ່ນ: ສປປ ລາວ, ໄທ, ອິນໂດເນເຊຍ, ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ຟິລິບປິນ ເປັນຕົ້ນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ພິທີເປີດໂຄງການປີ 2026 ຂອງສູນແລກປ່ຽນ ຂ່າວສານສາກົນຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ເມື່ອບໍ່ດົນມານີ້ ໂດຍມີ ນັກຂ່າວ 98 ຄົນທີ່ມາຈາກ 90 ປະເທດ, ໃນນັ້ນລວມທັງ ປະເທດ ສະມາຊິກ ອາຊຽນ ເຊັ່ນ: ສປປ ລາວ, ໄທ, ອິນໂດເນເຊຍ, ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ຟິລິບປິນ ເປັນຕົ້ນ ແລະ ຈະເຂົ້າຮ່ວມການແລກປ່ຽນ ແລະ ການຝຶກອົບຮົມ ເປັນເວລາ 3 ເດືອນຢູ່ ສປ ຈີນ. ໂຄງການດັ່ງກ່າວ ຈັດຂຶ້ນໂດຍການຊີ້ນຳ ຈາກກະຊວງການຕ່າງປະເທດຈີນ ແລະ ມີສະມາຄົມ ການທູດສາທາລະນະຈີນ ເປັນເຈົ້າພາບ ເພື່ອເພີ່ມທະວີ ການຮ່ວມມື ລະຫວ່າງ ສື່ມວນຊົນສາກົນ,ຊຸກຍູ້ການແລກປ່ຽນ ດ້ານວັດທະນະທຳ ແລະ ຊ່ວຍເຫລືອນັກຂ່າວຕ່າງປະເທດ ຮັບຮູ້ການພັດທະນາຂອງ ສປ ຈີນ ຢ່າງເລິກເຊິ່ງ. ທ່ານ ຫົງເຫລີ້ຍ ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດຈີນ ຢືນຢັນວ່າ: ກິດຈະກຳຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ປະເທດເຂດໂລກໃຕ້ ຢ່າງມີຊີວິດຊີວາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL